Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ອົງການບູມູນ
Anonymous

Date:
ອົງການບູມູນ


ທ່ານ ອາຊາງ ລາວລີ ຮອງນາຍົກລັດຖະມົນຕີ ປະທານອົງການກວດກາພັກ-ລັດ
ຄະນະປະທານກຳມາທິການ ສິ່ງແວດລ້ອມ ແຫ່ງຊາດ ກ່າວໃນກອງປະຊຸມ
ກ່ຽວກັບການນຳໃຊ້ທີ່ດິນ ແລະ ປົກປັກຮັກສາສິ່ງແວດລ້ອມ
ລະຫວ່າງອົງການທີ່ດິນແຫ່ງຊາດ ສະຖາບັນສິ່ງແວດລ້ອມສາກົນ ແລະ ອົງການບູມູນ
ເຊິ່ງທ່ານໄດ້ກ່າວວ່າ: ຄືບັນດາທ່ານຮູ້ດີແລ້ວວ່າ ສປປ ລາວ
ແມ່ນນອນຢູ່ໃນໄລຍະສ້າງສາພັດທະນາ ເພື່ອຫຼຸດພົ້ນອອກຈາກ ປະເທດດ້ອຍພັດທະນາ
ໃນປີ 2020 ເຊິ່ງໃນຫຼາຍປີຜ່ານມາ ພວກຂ້າພະເຈົ້າ ກໍໄດ້ມີຄວາມພະຍາຍາມ
ເຝິກຝົນກຳລັງແຮງ ສັງລວມ ສົມທົບກັບການສະໜັບສະໜູນ ຂອງບັນດາປະເທດເພື່ອນມິດ
ສາມາດຊຸກຍູ້ທາງດ້ານເສດຖະກິດ ໄດ້ຢ່າງຕໍ່ເນື່ອງສູງກວ່າ 7% ເຊິ່ງປັດໃຈສຳຄັນ
ທີ່ຈະໃຫ້ບັນລຸຜົນ ແມ່ນຊັບພະຍາກອນທຳມະຊາດ ໃນນັ້ນ ທີ່ດິນແມ່ນເປັນພື້ນຖານ
ສຳລັບການດຳລົງຊີວິດຂອງຄົນລາວ ໂດຍກວມເຖິງ 70% ເປັນປັດໃຈທີ່ສາມາດ
ສ້າງຄວາມຮັ່ງມີ ແລະ ຜາສຸກຂອງຄົນລາວ ຍ້ອນແນວນັ້ນ ລັດຖະບານ
ຈຶ່ງຖືທີ່ດິນເປັນວົງຄະນະຍາດແຫ່ງຊາດ ແລະ ທີ່ດິນ ໄດ້ກາຍເປັນຍຸດທະສາດ
ໃນການປົກປັກຮັກສາ ລະບົບນິເວດສິ່ງແວດລ້ອມ ຊີວະນາໆພັນ ແລະ
ຄວາມໝັ້ນຄົງຂອງຊາດ ກໍຄືຊາຕາກຳຂອງຄົນລາວ ຈາກປະສົບການຫຼາຍປີມານີ້
ລັດຖະບານເຫັນວ່າ ທີ່ດິນແມ່ນນັບມື້ນັບມີຄວາມສຳຄັນສູງຂື້ນ
ໃນພາລະກິດການສ້າງສາປະເທດຊາດ ພ້ອມກັນນັ້ນ ຍັງມີຫຼາຍຢ່າງ
ທີ່ມີສັກສະນະທ້າທາຍ ທີ່ຈະຕ້ອງໄດ້ຮັບການແກ້ໄຂ.

ຊ່ອຍອະທິບາຍໃຫ້ຟັງແດ່ວ່າອົງການບູມູນແມ່ນຫຍັງ? ມີບົດບາດໜ້າທີ່ຫຍັງ? ຂອບໃຈ


__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard