Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຂາດເຈົ້າບໍ່ໄດ້ ກໍາລັງມາແຮງ
Anonymous

Date:
ຂາດເຈົ້າບໍ່ໄດ້ ກໍາລັງມາແຮງ



Sit_with_a_side_face_1.jpg

 ຮຽບຮຽງ: ຕາດຳ


  ຕອນນີ້ຕ້ອງຍອມຮັບວ່າ ເພງ "ຂາດເຈົ້າບໍ່ໄດ້" ຂອງຫນຸ່ມ ບູຣາຕິໂນ້ ມາແຮງອີ່ຫລີບໍ່ວ່າຈະເປີດວິທະຍຸໄປຄື້ນໃດລາຍການໃດກໍ່ມັກຈະ ໄດຍິນປະໂຫຍກທີ່ວ່າ "ຂາດເຈົ້າ ແລ້ວໃຈທົນບໍ່ໄຫວ... ຂາດເຈົ້າແລ້ວ ໃຈມັນຫວັ່ນໄຫວ..." ເຊິ່ງເປັນເນື້ອຮ້ອງບາງວັກຂອງເພງ "ຂາດເຈົ້າ ບໍ່ໄດ້" ເຊິ່ງຕອນນີ້ກາຍເປັນປະໂຫຍກເວົ້າຕິດປາກຂອງຜູ້ຟັງທົ່ວປະເທດໄປແລ້ວ.

 ເພງ  "ຂາດເຈົ້າບໍ່ໄດ້" ໄດ້ປ່ອຍອອກອາກາດເມື່ອທ້າຍເດືອນທັນວາ ປີ 2009 ພຽງອາທິດດຽວກໍ່ສາມາດຂຶ້ນມາຢູ່ອັນດັບ 1 ຕາຕະລາງ ເພງຍອດນິຍົມຂອງຄື້ນວິທະຍຸຕ່າງໆໄດ້ແບບບໍ່ຍາກເລີຍເທົ່ານັ້ນຍັງບໍ່ພໍເພງນີ້ຍັງສາມາດຄອງອັນດັບ 1ຕິດຕໍ່ກັນມາໄດ້ 7 ອາທິດແລ້ວຂອງ ຄື້ນວິທະຍຸໃນລາຍການ Music Lover, ລາຍການ Climax Radio ແລະ ລາຍການຝັນດີເຣດີໂອທາງ FM 97.25 MHz , ລາຍການ Hotwave Radio ທາງ FM 105.5 MHz ແລະ ລາຍການ Climax  Boom FM 103.7 MHz.

none;text-autospace:none;vertical-align:middle">   ຫນຸ່ມ ຕ້ອມ ໂຄສົກລາຍການHotwave Radio ກ່າວວ່າ: ຕ້ອງຍອມຮັບວ່າເພງຂອງ ບູຣາ ຕິໂນ້ ໄດ້ຮັບຄວາມນິຍົມສູງຫລາຍ ປະຈຸ ບັນ ກໍ່ມີເພງໃຫມ່ທີ່ປ່ອຍອອກມາຫລາຍເພງ ແຕ່ຍັງບໍ່ສາມາດລົ້ມແຊ໋ມເກົ່າໄດ້ເທື່ອ ສາມາດເວົ້າໄດ້ວ່າມາແຮງແບບບໍ່ເກງໃຈໃຜເລີຍ.

  ບູຣາ ຕິໂນ້ ໄດ້ໂທມາກ່າວ ຄວາມຮູ້ສຶກຕໍ່ກັບຜົນຕອບຮັບຄັ້ງນີ້ ໃຫ້ຜູ້ຂຽນຟັງດ້ວຍນ້ຳສຽງທີ່ຕື່ນເຕັ້ນດີໃຈວ່າ "ຕົນເອງບໍ່ຄິດ ວ່າຜົນງານ ເພງນີ້ຈະໄດ້ຮັບຄວາມນິຍົມ ສູງຂະຫນາດນີ້ມາກ່ອນຮູ້ສຶກດີໃຈສຸດໆ ຕ້ອງຂໍຂອບໃຈແຟນເພງທຸກໆຄົນທີ່ຊ່ວຍສະຫນັບສະຫນູນໂທມາຂໍຟັງ ເພງໃນລາຍການຕ່າງໆ ຂໍຂອບໃຈອີກເທື່ອຫນຶ່ງ"

 ສຳລັບເພງ "ຂາດເຈົ້າບໍ່ໄດ້" ເປັນແນວເພງ  J-POP ທີ່ມີເນື້ອຫາຟັງສະບາຍໆເຂົ້າໃຈງ່າຍມີຈັງຫວະ ແລະດົນຕີທີ່ມ່ວນແຖມຍັງມີເນື້ອ ຮ້ອງເປັນພາສາຍີ່ປຸ່ນສອດ ແຊກເຂົ້າມານຳ, ນີ້ເປັນຜົນງານເພງທີ 4 ແລ້ວ ຫລັງຈາກກ່ອນຫນ້ານີ້ ບູຣາຕິໂນ້ ໄດ້ປ່ອຍເພງ "ວຽງຈັນເກມ", ເພງ "ດາຣລິ້ງ" ແລະ ເພງ "ຄຳສັນຍາ" ເຊິ່ງແຕ່ລະເພງລ້ວນແຕ່ໄດ້ຮັບຄວາມນິຍົມໄດ້ເປັນຢ່າງດີ.

 ບູຣາຕິໂນ້ ເປັນສິລະປິນທີ່ມາຄວາມຊຳນານໃນແນວເພງ J-POP  ແລະ ເປັນສິລະປິນຄົນທຳອິດທີ່ນຳເອົາດົນຕີແນວນີ້ເຂົ້າມາເຜີຍແຜ່ ໃນວົງການເພງບ້ານເຮົາກໍ່ວ່າໄດ້. ຫນຸ່ມຄົນນີ້ຮຽນຈົບຈາກປະເທດຍີ່ປຸ່ນ ປະຈຸບັນ ນອກຈາກຈະເປັນນັກຮ້ອງແລ້ວຍັງເປັນຄູສອນພາສາຍີ່ປຸ່ນ ຢູ່ສະຖານສຶກສາແຫ່ງຫນຶ່ງ ແລະ ຍັງເຮັດວຽກເບື້ອງຫລັງວົງການເພງນຳອີກ.



__________________
Anonymous

Date:

ສີນລະປະດົນຕີ ກໍ່ແມ່ນສ່ວນນື່ງຂອງຄວາມສາມາດຂອງບູກຄົນ ແລາະຄວາມສາມາດແຕ່ລະຄົນບໍ່ເໝືອນກັນ
ຜູ້ມີພອນສະຫັວນດ້ານໃດກໍ່ສົງເສີມເຂົາດ້ານນັ້ນ ຢ່າໄປບັງຄັບຄົນແບບບໍ່ຖືກຕ້ອງ ສ່ວນບາງຄົນທັງທີ່ຮູ້ສຶກຕົວດີ
ທີ່ຕົນບໍ່ມີຄວາມສາມາດ ແຕ່ບໍ່ຍອມສະລະສິດ ຫຼືຫັນທິດຕົວເອງ ຄິດເຖີງແຕ່ຜົນປະໂຫຍດສ່ວນຕົວຫຼາຍກ່ວາ
ສ່ວນລວມ ສົ່ງເສີມກັນແລາະກັນ


__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard