Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ງານຄອນເສີດ ເປີດໂຕສິນລະປິນໃຫມ່ ມາແລ້ວ
Anonymous

Date:
ງານຄອນເສີດ ເປີດໂຕສິນລະປິນໃຫມ່ ມາແລ້ວ



Big2_Concert_bai_piew_copy_1.jpg

 ຕາດຳ


   ທຸກຄົນກຽມຕົວມາມ່ວນກັນໃນງານຄອນເສີດເປີດຕົວອາລະບຳໃຫມ່ ທີ່ເປັນການລວບລວມ ເອົາຜູ້ທີ່ມີໃຈຮັກໃນດ້ານການຮ້ອງເພງ ແລະ ການເຕັ້ນເປັນຊີວິດຈິດໃຈຈິ່ງເຮັດໃຫ້ເກີດມີອາລະບຳ "First Step" ແລະ ໃນວັນນີ້ພວກເຂົາເຫລົ່ານີ້ ກຳລັງຈະກ້າວຂຶ້ນສູ່ເວທີໃນ ຖານະເປັນສິລະປິນເຕັມຕົວຢ່າງເປັນທາງການໃນວັນທີ 27 ກຸມພານີ້.


   ຫລັງຈາກຜ່ານການຝຶກຊ້ອມຢ່າງຫນັກທັງເລື່ອງການຮ້ອງເພງ, ການເຕັ້ນ ແລະ ການສະແດງເທິງເວທີ ມາເປັນເວລາກວ່າ 2 ປີ ຖືໄດ້ວ່ານ້ອງໆເຫລົ່ານີ້ໄດ້ສຳເລັດຫລັກສູດການຮຽນຄົບທຸກຢ່າງແລ້ວ ໃນຖານະນັກຮ້ອງມືອາຊີບຈາກຄວາມອົດທົນ ແລະ ຄວາມຕັ້ງໃຈຈິ່ງເຮັດໃຫ້ພວກເຂົາສ້າງຄວາມຝັນຕົນເອງໃຫ້ກາຍເປັນຈິງໄດ້ ກັບຜົນງານຊຸດທຳອິດໃນຊີວິດທີ່ມີຊື່ວ່າ ບາດກ້າວທຳອິດ " First Step " ເຊິ່ງເປັນອາລະບຳລວມ ປະກອບມີ 3 ສາວ ວົງ "ຄາລາເມລ", "VIP", "CO2", "ລ໋ອກເກັດ", "ອໍລະພິນ", ສາວ "ຕ່າຍ", "ຕ້າ", ແລະ "ຫລ້າ" ເຊິ່ງເພງເປີດຕົວອາລະບຳ ເປັນຜົນງານເພງຂອງ 3 ສາວເຕັ້ນເກ່ງ ຄາລະເມລ ນັ້ນເອງໃນບົດເພງທີ່ມີຊື່ວ່າ "Oh" ເຊິ່ງ ເປັນເພງທີ່ມີຈັງຫວະມ່ວນໆ ສາມາດເຕັ້ນໄດ້ບວກກັບຄວາມຫນ້າຮັກສົດໃສຂອງພວກນາງທີ່ເຮັດອອກມາໄດ້ຢ່າງລົງຕົວ, ປະຈຸບັນເພງ ນີ້ໄດ້ປ່ອຍອອກອາກາດທາງວິທະຍຸ ແລະ ທາງໂທລະພາບຮຽບຮ້ອຍແລ້ວ ຕອນນີ້ເພງນີ້ສາມາດເຂົາມາຕິດ 5 ເພງຍອດນິຍົມລາຍການ ມິວສິກບູມ ລວມເຖິງທຸກຄື້ນວິທະຍຸ ແລະ ເພງໃຫມ່ຫລ້າສຸດທີ່ຫາກໍ່ປ່ອຍອອກມາທ້າຍອາທິດນີ້ ເປັນຜົນງານການຮ້ອງຂອງສາວສຽງໃສ ທີ່ມີເອກກະລັກໃນການເອື້ອນສຽງນັ້ນກໍ່ຄືສາວ "ຕ່າຍ" ໃນເພງທີ່ຊື່ວ່າ "ຄົນໃຈງ່າຍ".


   ສຳລັບເພງຂອງສິລະປິນຄົນອື່ນໆ ແມ່ນຈະຄ່ອຍປ່ອຍອອກມາໃຫ້ແຟນເພງໄດ້ຟັງກັນເປັນໄລຍະໆຕ້ອງຕິດຕາມກັນຕໍ່ໄປ ແຕ່ຖ້າໃຜ ຢາກຟັງຄົບທຸກເພງສາມາດໄປຊົມຄອນເສີດເປີດຕົວອາລະບຳ ໃນວັນທີ 27 ກຸມພາທີ່ຈະມາເຖິງນີ້ທີ່ຕະຫລາດເຊົ້າມໍເວລາ 13:00 ໂມງ ເປັນຕົ້ນໄປ.


   ງານນີ້ຄ້າຍເພງວາເລນທາຍມິວສິກພູມໃຈນຳສະເຫນີໃນຜົນງານເພງຊຸດນີ້ທີ່ເປັນການບົ່ມຊ້ອນຝຶກສອນມາເປັນເວລາຫລາຍປີ ນອກ ຈາກທ່ານຈະໄດ້ຮັບຟັງເພງມ່ວນໆ ຈາກສິລະປິນແລ້ວ ຍັງໄດ້ຊົມການສະແດງສຸດພິເສດຂອງເຫລົ່າສິລະປິນນຳອີກ ເວົ້າແບບນີ້ແລ້ວຢ່າ ລືມໄປຊົມໄປເຊຍກັນໃຫ້ໄດ້ເດີ້!! 




__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard