Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ມາເບິ່ງຮູບຕະຫຼາດຫຼັກຊັບລາວ
Anonymous

Date:
ມາເບິ່ງຮູບຕະຫຼາດຫຼັກຊັບລາວ


Tatalt Laksap

ພິທີວາງສີລາເລີກການກໍ່ສ້າງອາຄານຕະຫຼາດຫຼັກຊັບລາວ ໄດ້ມີຂຶ້ນວັນທີ 29 ກັນຍາ 2009 ນີ້ ໂດຍການເຂົ້າ
ຮ່ວມຂອງທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ປະທານຄະນະກຳມະການ
ຄຸ້ມຄອງຫຼັກຊັບ ແລະ ຕະຫຼາດຫຼັກຊັບ ບັນດາທ່ານໃນຄະນະກຳມະການຄຸ້ມຄອງຫຼັກຊັບ ແລະ ຕະຫຼາດຫຼັກຊັບ ພ້ອມດ້ວຍ
ແຂກຖືກເຊີນ.
ໃນພິທີທ່ານ ພູເພັດ ຄຳພູນວົງ ຜູ້ວ່າການທະນາຄານ ແຫ່ງ ສປປ ລາວ ຮອງປະທານຄະນະກຳມະການຄຸ້ມ
ຄອງຫຼັກຊັບ ແລະ ຕະຫຼາດຫຼັກຊັບ ໄດ້ຂຶ້ນມີຄຳເຫັນ ຊຶ່ງບາງຕອນທ່ານໄດ້ກ່າວວ່າ: ເສດຖະກິດ ສປປ ລາວ ໄດ້ມີການຂະ
ຫຍາຍຕົວຢ່າງຕໍ່ເນື່ອງ ໃນໄລຍະ 5 ປີຜ່ານມາ ຄວາມຕ້ອງການທຶນຮອນຢ່າງຫຼວງຫຼາຍ ເພື່ອລົງທຶນພັດທະນາ ໂດຍສະ
ເພາະທຶນໄລຍະຍາວ ແຕ່ການຕອບສະໜອງຍັງຢູ່ໃນຂອບເຂດຈຳກັດ ຍ້ອນພວກເຮົາຍັງບໍ່ທັນມີຕະຫຼາດທຶນ ຫຼື ຕະຫຼາດ
ຫຼັກຊັບ ເຊິ່ງເປັນແຫຼ່ງທຶນໄລຍະຍາວ ສຳລັບການລົງທຶນເປີດກວ້າງການຜະລິດ ທຸລະກິດຂອງບັນດາວິສາຫະກິດ ປັດຈຸບັນ
ນີ້ ສປປ ລາວ ມີແຕ່ຕະຫຼາດເງິນເທົ່ານັ້ນ ເຊິ່ງສາມາດຕອບສະໜອງແຫຼ່ງທຶນໄລຍະສັ້ນ ເປັນຕົ້ນ ແຕ່ກໍຍັງຢູ່ໃນຂອບເຂດຈຳ
ກັດຫຼາຍ ດອກເບ້ຍຍັງສູງ ເງື່ອນໄຂເຂົ້າຫາແຫຼ່ງທຶນທະນາຄານຍັງຫຍຸ້ງຍາກ ບັນຫາດັ່ງກ່າວຊີ້ໃຫ້ເຫັນຄວາມຈຳເປັນຕ້ອງ
ພັດທະນາຕະຫຼາດທຶນ.
ການກໍ່ສ້າງອາຄານຕະຫຼາດຫຼັກຊັບລາວນີ້ແມ່ນສ່ວນໜຶ່ງຂອງແຜນການກະກຽມສ້າງຕັ້ງຕະຫຼາດຫຼັກຊັບ ຊຶ່ງ
ຕ້ອງໃຫ້ສຳເລັດຊ້າສຸດແມ່ນບໍ່ກາຍເດືອນມິຖຸນາ 2010 ໂດຍແມ່ນທະນາຄານແຫ່ງ ສປປ ລາວ ເປັນຜູ້ຮັບຜິດຊອບໂດຍກົງ
ໃນການລົງທຶນກໍ່ສ້າງຕາມອັດຕາສ່ວນ 51% ທີ່ໄດ້ຕົກລົງຮ່ວມທຶນກັບຕະຫຼາດຫຼັກຊັບ ສາທາລະນະລັດ ເກົາຫຼີ ຕາມທີ່ໄດ້
ເຊັນບົດບັນທຶກຄວາມເຂົ້າໃຈຂອງສອງຝ່າຍ ຢູ່ ສ.ເກົາຫຼີ ຄັ້ງວັນທີ 19 ກັນຍາ 2007 ແລະ ສັນຍາຮ່ວມທຶນສອງຝ່າຍທີ່ໄດ້
ເຊັນຮ່ວມກັນຢູ່ແຂວງຫຼວງພະບາງ ສປປ ລາວ ຄັ້ງວັນທີ 22 ກໍລະກົດ 2009.
ອາຄານດັ່ງກ່າວເປັນອາຄານ 7 ຊັ້ນ ກວ້າງຂວາງ ມີທີ່ຕັ້ງຢູ່ບ້ານໂພນທັນເໜືອ ເມືອງໄຊເຊດຖາ ໃກ້ກັບຖະໜົນ
ກຳແພງເມືອງ (T4) ຫຼື ກົງກັນຂ້າມກັບສູນການຄ້າລາວ-ໄອເຕັກ.





__________________
Anonymous

Date:

ດີຫຼາຍ ລູງເອີຍ ດີໃຈນຳເດີ biggrin

__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard