Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ພາສາຈີນໃຫຍ່ກ່ວາ ພາສາລາວ
Anonymous

Date:
ພາສາຈີນໃຫຍ່ກ່ວາ ພາສາລາວ

ເຫັນປ້າຍໂຄສະນາ ຢູ່ຄາຊິໂນ ເມືອງບໍ່ແກ້ວ ແລ້ວເປັນຫ່ວງ
ຢ້ານພາສາລາວຖືກກືນກິນ
ຕາມກົດໜາຍ ໃນປ້າຍໂຄສະນາຕ່າງໆ ພາສາລາວ ຕ້ອງໃຫ່ຍກ່ວາພາສາອື່ນໆ ບໍ່ແມ່ນຫວະ

__________________
Anonymous

Date:

Anonymous wrote:

ເຫັນປ້າຍໂຄສະນາ ຢູ່ຄາຊິໂນ ເມືອງບໍ່ແກ້ວ ແລ້ວເປັນຫ່ວງ
ຢ້ານພາສາລາວຖືກກືນກິນ
ຕາມກົດໜາຍ ໃນປ້າຍໂຄສະນາຕ່າງໆ ພາສາລາວ ຕ້ອງໃຫ່ຍກ່ວາພາສາອື່ນໆ ບໍ່ແມ່ນຫວະ

kot my lao man bor mee khuam sack sit thee jar pi sy kub chinh lair vietnam dy dork. Laos PDR di yolk lar dab khong chinh lair vietnam soung kua kot my khong laos you leo. yar war tair chinh jar kuin kin phasa lao. marn see kuin kin thang khon lair thang patheth lao phun leo. bor war tair phasa chinh thee gnay kua phasa lao, hort chinh phun man kor gnay kua lao you leo.  

__________________
Anonymous

Date:
RE: ເຫັນປ້າຍ

ເຂົາຂຽນໂຕໜັງຈີນໃຫຍ່ກ່ວາກໍ່ຍ້ອນເຂົາມີລູກຄ້າຊາວຈີນຫລາຍກ່ວາ, ຢ່າເປັນຫ່ວງໄປເລີຍ ໜ້າທີ່ຂອງຄົນລາວເຮົາແມ່ນນັ່ງກິນເບຍກອດສາວນ້ອຍ ເລື່ອງວຽກບ້ານການເມືອງນັ້ນຍົກໃຫ້ເປັນໜ້າທີ່ຂອງເຈົ້ານາຍເພິ່ນສາ, ຍົກໆໆໆໆໆໆໆ.

__________________
Anonymous

Date:
RE: ພາສາຈີນໃຫຍ່ກ່ວາ ພາສາລາວ

Yes i agree with you 100%no

__________________

Veteran Member

Status: Offline
Posts: 88
Date:

Anonymous wrote:

ເຫັນປ້າຍໂຄສະນາ ຢູ່ຄາຊິໂນ ເມືອງບໍ່ແກ້ວ ແລ້ວເປັນຫ່ວງ
ຢ້ານພາສາລາວຖືກກືນກິນ
ຕາມກົດໜາຍ ໃນປ້າຍໂຄສະນາຕ່າງໆ ພາສາລາວ ຕ້ອງໃຫ່ຍກ່ວາພາສາອື່ນໆ ບໍ່ແມ່ນຫວະ

ຮູບຫັ້ນມັນຢູ່ແຂວງຫລວງນ້ຳທາ  ຊາຍແດນລາວ-ຈີນ, ບໍ່ເຕນ-ບໍ່ຫ່ານ, ບໍ່ແມ່ນເມືອງບໍ່ແກ້ວbiggrin

__________________
Ms. Soudavanh

Date:

ເຫັນເເບບນີ້ມາເເຕ່ດົນເເລ້ວ ເເຕ່ບໍ່ມີໃຜໃຫ້ຄວາມສົນໃຈເລີຍ ໂດຍສະເພາະເເລ້ວກໍ່ເເມ່ນບັນດາເຈົ້າໜ້າທີ່ຂັ້ນເທິງທັງຫລາຍຫັ້ນເເລ້ວທີ່ຄວນຈະຍົກຂຶ້ນມາເວົ້າກັນເເດ່. ຖ້າເປັນໄປໄດ້ ບໍ່ຄວນໃຫ້ມີໂຕໜັງສືຈີນເລີຍ ບໍ່ວ່າຈະຢູ່ໃນສະຖານທີ່ເເຫ່ງໃດກໍ່ຕາມຂອງດິນເເດນພາຍໃນປະເທດລາວ ນັບຕັ້ງເເຕ່ຮ້ານຄ້າ, ສະຖານທີ່, ເຄື່ອງຂອງໄຊ້ຕ່າງໆ... ເພາະໃນປະເທດໃດໜຶ່ງກໍ່ຕາມ ຖ້າຫາກມີການເປີດກ້ວາງເເລ້ວ ກໍ່ຄວນຈະມີເເຕ່ ພາສາທີ່ສອງຮອງຈາກພາສາຊາດເທົ່ານັ້ນທີ່ໃຊ້ເປັນສື່ກາງເຊັ່ນ "ພາສາ English, ຫລື French ຕົວຢ່າງ". ອັນນີ້ໂລດເປັນໄປທົ່ວທີບ, ຄັນຄົນຈີນເຮັດຄ້າ ເຮັດຂາຍກໍ່ເຕັມເເຕ່ພາສາ ຈີນ ຍິ່ງໂຕໃຫຍ່ເທົ່າໃດ ຍິ່ງຄັກ. ຂ້ອຍຄິດວ່າ: ຊາໃຈຂອງພວກນັ້ນເເລ້ວ ເເຮງຢາກໃຫ້ມັນໃຫຍ່ ເເລະບໍ່ມີພາສາລາວເລີຍເເຮງດີພຸ້ນລ່ະ. ອີກຢ່າງ, ຄັນບ່ອນໃດທີ່ມີການພົວພັນຂອງຄົນຫວຽດເຂົ້າມາກ່ຽວຂ້ອງ ບ່ອນນັ້ນກໍ່ມີພາສາຫວຽດໃຫ້ເຫັນໆໂລດ ຕົວຢ່າງ: ຫ້ອງວ່າການສູນກາງພັກ (ຕຶກທີ່ສ້າງຂຶ້ນໃໝ່ຫວ່າງ 4-5 ປີຫລັງ) ເຫັນໂຕໜັງສືຫວຽດນາມຕິດປະເຈີ້ຢູ່, ເບິ່ງຄັກໆ ເບິ່ງເເລ້ວເບິ່ງອີກ ຄິດວ່າ ຕົນເອງເບິ່ງຜິດ ເເຕ່ກໍ່ຍັງຄືເກົ່າ. ຖາມຄົນຮູ້ຈັກທີ່ຢູ່ເເຖວນັ້ນ ເພິ່ນບອກວ່າ "ທີ່ມີໂຕໜັງສືຫວງດຢູ່ນໍາກັບພາສາລາວກໍ່ຍ້ອນວ່າ ມີຂັ້ນນໍາຈາກຫວງດນາມມາຮ່ວມເຮັດວຽກ ເເລະປະຈໍາການຢູ່ທີ່ນີ້ນໍາດ້ວຍ"????????? ມັນເຮັດໃຫ້ຂ້ອຍງົງປານເປັດຖືກຄ້ອນຕີຫົວ...ມັນເເມ່ນອີຫຍັງນໍ້ ປະເທດລາວ ໂດຍສະເພາະເເມ່ນຫ້ອງການສູນກາງພັກ ເຊິ່ງເປັນສູນກາງຂອງຣັຖະບານ ເເລະປະເທດ ພັດມີຄົນຫວຽດນາມມາເປັນເຈົ້າໜ້າທີ່ ເເລະປະຈໍາການຢູ່ທີ່ນີ້ນໍາ? ຄັນມີຫາງສຽງທັກທ້ວງຂຶ້ນມາວ່າ "ບໍ່ເເມ່ນປະເທດລາວຢູ່ໄຕ້ການປົກຄອງຂອງຫວຽດນາມເເລ້ວບໍ?" ເພິ່ນພັດຕອບໂລດໃດວ່າ ບໍ່ເເມ່ນ. "ບໍ່ເເມ່ນມີການຈອບມອງ, ສັ່ງຊາ ເເລະສັ່ງການຈາກຣັຖບານຫວຽດນາມບໍ?" ເພິ່ນກໍ່ຕອບໂລດວ່າບໍ່ມີ, ລາວເເມ່ນເຮັດດ້ວຍຕົນເອງທຸກຢ່າງ ພຽງເເຕ່ຖອດຖອນບົດຮຽນຈາກຣັຖບານຫວຽດນາມເທົ່ານັ້ນ ວ່າຊັ້ນໜາ. ຄັນກັບກ້ຽວມາເວົ້າກ່ຽວກັບຈີນອີກ. ຍິ່ງມີການລົງທຶນຈາກຈີນຫລາຍປະນໃດ, ບັນດາຜູ້ນໍາທັງຫລາຍທີ່ຫັນໄປທາງຈີນເເດ່ກໍ່ຍິ່ງຮັ່ງມີ ລໍ້າລວຍຂຶ້ນເລື້ອຍໆ. ຍິ່ງເປັນອ້າຍ ຈູມ, ຍິ່ງມີດິນ ມີເຮືອນ ມີລົດຫລາຍຄັນ ມີເງິນຫລາຍໆລ້ານ ດອລ໌ລາ. ບັນດາລູກໆ, ຫລານໆ ຍາຕິພີ່ນ້ອງຄ້ອງປາຍ ເເລະຂະຫຍາຍອອກໄປໃນວົງເຄືອຍາຕ ເກາະກ່າຍກັນໄປຕາມກິ່ງກ້ານສາຂາ ຂອງລໍາຕົ້ນນັ້ນກໍ່ມີໄປຄືໆກັນ (ມີໃຜຢາກຖຽງບໍ ທີ່ຂ້ອຍວ່ານິ?) ເເລະຍິ່ງໄດ້ຮັບໃບປະກາດສະນີຍະບັດຂັ້ນປຼິນຍາເອກໃນຖານະທີ່ເປັນ ບຸກຄົນເດັ່ນທີ່ສ້າງຜົນປະໂຫຍດໃຫ້ເເກ່ສັງຄົມ (ສັງຄົມເພື່ອຄົນຈີນ). ເພາະສະນັ້ນເເລ້ວ ໃຜຈະມາເຮັດໜ້າທີ່ເພື່ອປະເທດຊາດຂອງລາວຢ່າງເເທ້ຈິງ? ໃນເມື່ອເພິ່ນຜູ້ທີ່ກໍາອໍານາດ, ເປັນປາມຸກຂອງປະເທດກໍ່ຍັງເປັນເເນວນັ້ນເເລ້ວ ຍິ່ງເປັນຕໍາເເໜ່ງຮອງລົງມາ ກໍ່ຍິ່ງເກາະກ່າຍກັນໄປເປັນຂັ້ນໆ ເໝືອນດັ່ງຂັ້ນໄດທີ່ຖືກຕ້ອງກັນທຸກມຸມສາກ ເພື່ອເປັນຂັ້ນໃຫ້ບັນດານາຍທຶນຕ່າງດ້າວ (ຣັຖບານ ເເລະພົນລະເມືອງຂອງພວກມັນ)ເຂົ້າມາ ໄຕ່ຂຶ້ນ ເພື່ອຫາຜົນປະໂຫຍດ ເເລະເມື່ອເຖິງຍາມນັ້ນ ມັນກໍ່ຈະກິນບ້ານກິນເມືອງຂອງເຮົາໄປ ເເລະເຫລືອໄວ້ເເຕ່ພຽງຊື່.
ທີ່ຂ້ອຍເວົ້າມານີ້ ບໍ່ເເມ່ນຂ້ອຍເວົ້າເພື່ອຕໍາໜິ ຫລືໂຈມຕີ, ເເຕ່ຂ້ອຍເວົ້າໃນຖານະທີ່ຂ້ອຍເປັນຄົນລາວ ເກີດ, ເຕີບໃຫຍ່, ຮຽນເເຕ່ຂັ້ນອະນຸບານົນ-ຈົບມະຫາວິທະຍາໄລ (ໝາຍຄວາມວ່າ ຮຽນຮູ້ຈາກການເມືອງການປົກຄອງໃໝ່ ຫລືທີ່ຮຽກກັນວ່າ:ລະບອບໃໝ່ນັ້ນເອງ). ບໍ່ມີຜູ້ໃດມາເເນະນໍາ ຫລືສະໜັບສະໜຸນດອກ ເເຕ່ຫາກເຫັນຈາກສະພາບຕົບຈິງທີ່ເປັນຢູ່, ຮູ້ສຶກເບື່ອໜ່າຍ ເເລະເສຍໃຈກັບການນໍາຂັ້ນສູງສຸດໃນທຸກມື້ນີ້. ປາຊາຊົນຜູ້ນ້ອຍຄືຜູ້ເຮົາເຈົ້າຂ້ອຍຈະເຮັດຫຍັງໄດ້? ໃນເມື່ອອໍານາດພັດຢູ່ນໍາປາຍປືນ...ຢ່າລືມຄໍານີ້ເດີ້ "ພາສາ ບອກຊາດ, ມາລະຍາດ ບອກຕະກຸນ, ບຸນປະເພນີ ເເລະວັທນະທັມ ບອກຖິ່ນກໍາເໜີດ, ຄົນຊື່ສັຕ ເເລະປະເສີດ ເທົ່ານັ້ນ ທີ່ຈະພາຊາດຈະເລີນ ເເລະພົ້ນໄພ (ໄພຣາວີ)"
...ຄົນລາວທຸກຽຄົນໃນຊາດລາວ ເປັນຄົນດີໄດ້, ເປັນຜູ້ນໍາໄດ້.

ປ.ລ: ຂໍຮ້ອງນໍາ webmaster ເເລະທຸກທ່ານທີ່ກ່ຽວຂ້ອງ ຈົ່ງຢ່າລຶບຂໍ້ຄວາມນີ້ເລີຍ...

__________________
Anonymous

Date:
RE:

ຢາກໃຫ້ປະເທດລາວມີຄົນກ້າປາກກ້າເວົ້າຄືທ່ານຫລາຍໆເດ໋ ຈັ່ງແມ່ນຊາດເວ້ົາຖືກໃຈຜູ່ຂ້າແທ້. ຂໍຊົມເຊີຍເດີ

__________________
Anonymous

Date:
RE: ພາສາຈີນໃຫຍ່ກ່ວາ ພາສາລາວ

ທັດສະນະຂອງລັຖະບານລາວຕອນນີ້ ເຫັນໄດ້ເຖີງຄວາມ ປລາໄຊທູກຢ່າງ ເພື່ອການລົງທຶນຂອງຕ່າງປະເທດ ຂາດ
ຄວາມເປັນເຈົ້າຂອງ ຂອງຕົວເອງ ກໍຄືຂອງຊາດເວົ້າທົ່ວໄປ ຫຼື ເປັນເພາະລະດັບຂອງບູກຄົນທີ່ມີຕຳແໜ່ງປັດຈູບັນ
ຕ້ອງຍອມໂງ່ ຫຼືໂງ່ເອງ ທີ່ສ້າງໄຫ້ຄົນອື່ນເຂົາບໍ່ເກງໄຈເຮົາno ມະຕິການເມືອງທີ່ສຳມະນາປະຈຳ: ຕ້ອງຍາດແຍ່ງການ
ຊ່ວຍເຫຼືອຈາກຕ່າງປະເທດ (ຄວາມໝາຍວ່າ ຂໍແດ່ ) ກົ້ມຫົວລົງ ກົ້ມລົງໄປ  ແລ້ວຖາມຕົວເອງແລ້ວບໍ ມື້ໄດຫວຽດ
ຫຼື ຈີນເຂົາຈະກົ້ມໜ້າໄຫ້ຄົນຂໍທານລະ??? ປະເທດລາວຕ້ອງມີການປ່ຽນແປງລະບົບການປົກຄອງແລາະລົບລ້າງມະ
ຕິໂງ່ຈ້າທັງຫຼາຍທີ່ສູມເຈືອໄນມັນສະໝອງ ໄຫ້ສິດປະຊາທິປະໄຕອັນແທ້ຈິງໄຫ້ຄົນ ຕ້ອງສົ່ງເສີມລະດັບການສຶກສາທີ່
ແທ້ຈິງ ເພື່ອເປັນກ້ອນກຳລັງແກ່ຕົວເອງ. ຄວາມຮູ້ ຄືຄວາມສະຫຼາດ ຄວາມຮູ້ ຄືຄວາມມີບົດບາດ ຄວາມມີບົດ
ບາດ ເທົ່ານັ້ນ ຈິ່ງເປັນການນັບຖືໄຫ້ແກ່ຕົວເອງ ແລາະປະເທດຊາດນຳດ້ວຍ. ລາວບໍ່ໂງ່ທູກຄົນ ແຕ່ຄົນໂງ່ມີປືນ
ມີອຳນາດ ອັນຕະລາຍ

__________________
Anonymous

Date:

Anonymous wrote:

ຢາກໃຫ້ປະເທດລາວມີຄົນກ້າປາກກ້າເວົ້າຄືທ່ານຫລາຍໆເດ໋ ຈັ່ງແມ່ນຊາດເວ້ົາຖືກໃຈຜູ່ຂ້າແທ້. ຂໍຊົມເຊີຍເດີ

 YOU BEHAEDED IF YOU DARE OPEN YOUR MOUNTH AGAINST THE GOVERNMENTS IN LAOS.

KHOR KHART LOOK DIO THAR PHAI KAR AR PARK WOW HI
PHACK PASASON PATIVAT LAO.

__________________
Anonymous

Date:

ຕາມຂໍ້ກຳນົດ ຂອງກະຊວງ ຖະແຫຼງຂ່າວ-ວັດທະນາທຳ ແລ້ວປ້າຍໂຄສະນາ ບໍ່ໄດ້ກຳນົດຕາຍໂຕໜັງສືພາສາລາວ ໃຫຍ່ກວ່າພາສາຕ່າງຊາດດອກ, ພຽງແຕ່ຂຽນພາສາລາວຢູ່ເທິງສູງສຸດກວ່າພາສາຊາດອື່ນເທົ່ານັ້ນ. ສ່ວນໃນພາບນັ້ນ ກໍ່ເຫັນວ່າ ຖຶກຕ້ອງຕາມຂໍ້ກຳນົດແລ້ວເດ່.....

__________________
Anonymous

Date:

ຈັ່ງແມ່ນຫ່ວງແນວບໍ່ເຂົ້າເລື່ອງ ຄົນທີ່ຍັງມີຄວາມຄິດຈັ່ງຊີ້ ຄວນກັບໄປຢູ່ຕູບໃບຕອງກ້ວຍ ກັບຂ້າຕອງເຫລືອງພຸ້ນຈັ່ງຊິເໝາະສົມ.

__________________

Veteran Member

Status: Offline
Posts: 88
Date:

Anonymous wrote:

ຈັ່ງແມ່ນຫ່ວງແນວບໍ່ເຂົ້າເລື່ອງ ຄົນທີ່ຍັງມີຄວາມຄິດຈັ່ງຊີ້ ຄວນກັບໄປຢູ່ຕູບໃບຕອງກ້ວຍ ກັບຂ້າຕອງເຫລືອງພຸ້ນຈັ່ງຊິເໝາະສົມ.

ເວົ້າໄດ້ຄັກໃຈຜູ້ຂ້າຫລາຍbiggrin ຜູ້ຂ້າເບິ່ງແລ້ວ ບໍ່ເຫັນມັນຊິເຈັບຊິປວດບ່ອນໃດ ປ້າຍຊຳນັ້ນ ຖ້າມັນຂຽນໄດ້ຮອດ 100 ພາສາກະໃຫ້ມັນຂຽນໄປທະແມ້smile
ເບິ່ງຍີ່ປຸ່ນແຫ່ງເອົາຮອດຖວດພາສາຈີນພຸ້ນຕົວະມາໃຊ້ ຄົນຍີ່ປຸ່ນເຂົາຍັງບໍ່ຖຽງກັນ ກ໋ອກກະຕິ ແກ໋ກກະພາກັນຕິ ເລີບເປັນນິດໃສbiggrin ເຫັນອີ່ຫຍັງກາຍຕາບໍ່ໄດ້ ແມ່ນມີອັນຕິໃຫ້ໄດ້ ຫນ້າເປັນຫ່ວງ 

-- Edited by laolamleuak on Tuesday 23rd of February 2010 08:45:43 PM

__________________
Kha Tong Leuang

Date:

I agree with you , Sir !yawn

__________________
Lao-China Friendship

Date:

ລາວ​ກຽມ​ຕົວ​ເພື່ອ​ຮອງ​ຮັບ​ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນ

(GMT+08:00) 2010-01-13 18:56:13     cri

ຈາກການ​ສ້າ​ງສາ​ມາເປັນ​ເວລາ 10 ປີ, ວັນ​ທີ 1 ມັງກອນ 2010, ​ເຂດ​ການ​ຄ້າ​ເສລີ​ຈີນ​ອາຊ​ຽນ​ໄດ້​ສ້າງ​ສຳ​ເລັດ​ຕາມ​ເວລາ​ກຳນົດ. ຫວ່າງ​ມໍ່ໆ​ນີ້, ​ໃນ​ເວລາ​ເຂົ້າ​ຮ່ວມ​ເວທີ​ປຶກສາ​ຫາລື​​ເຂດ​ການ​ຄ້າ​ເສລີ​ຈີນ​ອາຊ​ຽນ,​ ທ່ານ​ສົມ​ສະຫວາດ ​ເລັ່ງສະຫວັດ, ຮອງ​ນາຍົກລັດຖະມົນຕີ, ຜູ້​ປະຈຳການ​ລັດຖະບານ​ລາວ​ໄດ້ໃຫ້​ສຳພາດ​ຕໍ່​ນັກ​ຂ່າວວິທະຍຸ​ພວກ​ເຮົາວ່າ, ການ​ສ້າງ​​ເຂດ​ການ​ຄ້າ​ເສລີ​ຈີນ​ອາຊຽນມີ​ບົດບາດ​ອັນ​ສຳຄັນ​ໃນ​ການ​ຊຸກ​ຍູ້​ ການ​ຮ່ວມ​ມື​ເສດຖະກິດ​ການ​ຄ້າ​ແລະ​ການ​ລົງທຶນ​ລະຫວ່າງຈີນ​ກັບປະ​ເທດ​ ອາຊຽນຕ່າງໆ​ເຊິ່ງລວມທັງ​ປະ​ເທດ​ລາວ. ​ໃນ​ຖານະ​ເປັນປະ​ເທດ​ສະມາຊິກ​ອາຊຽນ​ໃໝ່, ​ເພື່ອຮອງ​ຮັບ​ເຂດ​ການ​ຄ້າ​ເສລີຈີນ​ອາຊຽນ, ລາວ​ໄດ້​ຕັ້ງໜ້າ​ເຂົ້າຮ່ວມການ​ສ້າງ​ເຂດ​ການ​ຄ້າ​ເສລີ​ຕ່າງໆ​ມາ​ໂດຍ​ຕະຫຼອດ, ​ໄດ້​ທຳ​ການ​ກະກຽມ​ໃນ​ດ້ານການ​ອອກ​ກົດໝາຍ​ແລະ​ຂໍ້​ກຳນົດ​ກົດ​ລະບຽບ​ຈົນ​ ຮອດການ​ສ້າງ​ພື້ນຖານ​ໂຄງ​ລ່າງ.

ເພື່ອ​ສະ​ເຫຼີມສະຫຼອງ​ເຂດ​ການ​ຄ້າ​ ເສລີ​ຈີນ​ອາຊ​ຽນ​ໄດ້​ສ້າ​ງສຳ​ເລັດຢ່າງຮອບດ້ານ​ຕາມ​ເວລາ​ກຳນົດ, ວັນ​ທີ 7 ຫາ​ວັນ​ທີ 8 ມັງກອນ​ນີ້, ​​ເວທີ​ປຶກສາ​ຫາລື​ເຂດ​ການ​ຄ້າ​ເສລີ​ຈີນ​ອາຊຽນ​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນ​ນານ​ ນິງ, ​ເທດສະບານ​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈວ້າງກວາງຊີ. ທ່ານ​ສົມ​ສະຫວາດ ​ເລັ່ງສະຫວັດ, ຮອງ​ນາຍົກລັດຖະມົນຕີ, ຜູ້​ປະຈຳ​ການ​ລັດຖະບານ​ລາວ​ໄດ້​ເຂົ້າ​ຮ່ວມ​ເວທີ​ປຶກສາ​ຫາລື​ເທື່ອ​ນີ້, ​ໃນ​ເວລາ​ກ່າວ​ເຖິງ​ຄາດໝາຍ​ຂອງ​ການຮ່ວມ​ມື​ລະຫວ່າງ​ຈີນ​ກັບ​ລາວ​ພາຍ​ຫຼັງ​ ເຂດ​ການ​ຄ້າ​ເສລີ​ຈີນ​ອາຊຽນສ້າງ​ສຳ​ເລັດ​ແລ້ວ, ທ່ານ​ກ່າວ​ວ່າ:

ຈຸດ​ ສຸມ​ຂອງ​ການ​ຮ່ວມ​ມື​ລາວ​ຈີນ​ແບບ​ສອງ​ຝ່າຍ​ໃນ​ຂອບ​ຂອງ​ເຂດ​ການ​ຄ້າ​ເສລີຈີນ​ ອາຊຽນນີ້, ພວກ​ເຮົາ​ຄິດ​ວ່າ, ອັນ​ທີໜຶ່​ງ​ແມ່ນ​ທາງ​ດ້ານ​ກະສິກຳ, ຄວນ​ສຸມ​​ໃສ່​ສົ່ງ​ເສີມ, ​ແລ້ວ​ການ​ເຊື່ອມ​ຕໍ່​ຕາໜ່າງ​ໄຟຟ້າ​ລະຫວ່າງ​ກັນ, ​ແລ້ວ​ການ​ຂຸດ​ຄົ້ນ​ບໍ່​ແຮ່, ພ້ອມໆ​ກັບ​ການຮ່ວມ​ມື​ທາງ​ດ້ານ​ເສດຖະກິດ​ການ​ຄ້າ​ນີ້, ກໍ່​ແຫ່ງ​ຕ້ອງ​ສົ່ງ​ເສີມ​ການທ່ອງທ່ຽວ​ລະຫວ່າງ​ກັນ​ອີກ.

ສະ​ເພາະ​ໃນ​ ດ້ານການ​​ສົ່ງ​ເສີມ​ການຮ່ວມ​ມື​​ໃນ​ຂະ​ແໜງ​ການທ່ອງທ່ຽວ​ລະຫວ່າງ​ຈີນ​ກັບ​ ລາວ, ທ່ານ​ສົມ​ສະຫວາດ ​ເລັ່ງສະຫວັດ​ກ່າວ​ວ່າ:

ຂ້າພະ​ເຈົ້າຮູ້​ວ່າ, ປະຈຸ​ບັນ​ນີ້, ປະ​ເທດ​ຈີນ​ນັບ​ມື້​ນັບ​ມີ​ຄົນທ່ອງ​ທ່ຽວ​ອອກ​​ນອກປະ​ເທດຫຼາຍ, ​ແຕ່ວ່າໄປ​ປະ​ເທດ​ລາວ​ນີ້​ຍັງ​ບໍ່​ທັນ​ຫຼາຍ​ເທື່ອ, ​ແຕ່​ວ່າ​ຫາກ​ໄດ້​ມີ​ທ່າ​ອ່ຽງ​ເພີ່ມ​ຂຶ້ນ​ທຸກ​ປີ, ຄວາມ​ຫຍຸ້ງຍາກ​ບໍ່​ແມ່ນ​ຍ້ອນ​ຝ່າຍ​ລາວ, ​ແມ່ນ​ຍ້ອນ​ສອງ​ຝ່າຍ​ບໍ່​ທັນ​ຕົກລົງ​ກັນ​ເທື່ອ​ກ່ຽວ​ກັບ​ຈະ​ຍົກ​ ເວັ້ນວິຊາຫຼືບໍ່​ຍົກ​ເວັ້ນວິຊາ. ຂ້າພະ​ເຈົ້າ​ໄດ້​ຮັບ​ຂ່າວວ່າ, ​ແຂວງ​ໄຫຫຼໍ້າ, ຂະ​ເຈົ້າ​ດຽວ​ນີ້, ຕົກລົງວ່າ, ປະ​ເທດ​ໂຢລົບ​ຈຳນວນ​ໜຶ່ງ​ມາ​ໄຫຫຼໍ້າ, ຂະ​ເຈົ້າ​ກໍ່​ຍົກ​ເວັ້ນວິຊາ, ສະ​ນັ້ນ, ລາວ​ກໍ່​ຍິນ​ດີ​ຊິ​ເຈລະຈາ​ກັບ​ຈີນ​ເພື່ອ​ປຶກສາ​ຍົກ​ເວັ້ນວິຊາລະຫວ່າງ​ກັນ, ສະ​ນັ້ນ, ກໍ່​ຫວັງ​ວ່າ, ສອງ​ຝ່າຍ​ຈະ​ໄດ້​ເຈລະຈາ​ກັນ​ໃນ​ໄລຍະ​ໄວໆ​ນີ້​ແລ້ວ, ​ເຮັດ​ໃຫ້ການ​ໄປມາຫາ​ສູ່​ກັນ​ມີ​ຄວາມ​ສະດວກ.

ໃນ​ດ້ານ​ການ​ດຶງ​ດູດ​ ນັກທຸລະກິດ​ຕ່າງ​ປະ​ເທດ​ໄປ​ລົງທຶນ​ຢູ່​ລາວ, ທ່ານ​ສົມ​ສະຫວາດ ​ເລັ່ງສະຫວັດ​ເຜີຍ​ໃຫ້ຮູ້​ວ່າ, ລາວ​ຈະ​ອອກ​ກົດ​ໝາຍວ່າ​ດ້ວຍ ການ​ສົ່ງ​ເສີມ​ການ​ລົງທຶນ​ຂອງ​ຕ່າງປະ​ເທດສະບັບ​ໃໝ່​, ​ແລະ​ຈະ​ພິຈາລະ​ນາ​ນະ​ໂຍບາຍ​ພາສີ​ອາກອນ​ໃໝ່, ​ເພື່ອ​ສ້າງ​ສະພາບ​ແວດ​ລ້ອມ​​ສະດວກ​ກວ່າ​ເກົ່າ​ໃຫ້​ແກ່​ນັກທຸລະກິດ​ຕ່າງປະ​ ເທດ​ໄປ​ລົງທຶນ​ຢູ່​ລາວ, ທ່ານ​ກ່າວ​ວ່າ:

ການ​ສົ່ງ​ເສີມ​ການ​ລົງທຶນ​ ຂອງ​ຕ່າງປະ​ເທດພວກ​ເຮົາ​ແມ່ນ​ວາງລວມໝົດ​ສຳລັບທຸກ​ປະ​ເທດ​ທີ່​ມີ​ຄວາມ​ມຸ້ງ​ ຫວັງ​​ໄປລົງທຶນ​ຢູ່​ລາວ, ດຽວ​ນີ້, ສະພາ​ແຫ່ງ​ຊາດ​ກຳລັງ​ພິຈາລະນາ​ເພື່ອ​ອະນຸມັດກົດໝາຍ​ວ່າ​ດ້ວຍ​ການ​ສົ່ງ​ເສີມ​ ການ​ລົງທຶນ​ຂອງ​ຕ່າງປະ​ເທດສະບັບ​ໃໝ່, ນອກ​ຈາກ​ນັ້ນ, ກະຊວງ​ການ​ເງິນ​ກໍ່​ໄດ້​ສຶກສານະ​ໂຍບາຍ​ດ້ານ​ພາສີ​ອາກອນ. ຂ້າພະ​ເຈົ້າ​ເຊື່ອ​ວ່າ, ກົດໝາຍສົ່ງ​ເສີມ​ການ​ລົງທຶນ​ຂອງ​ຕ່າງປະ​ເທດ​ເມື່ອ​ສະພາ​ໄດ້​ຮັບຮອງ​ເອົາ​ ແລ້ວ, ຕ່າງປະ​ເທດ​ຄົງ​ຈະ​ມີ​ຄວາມ​ພໍ​ໃຈຫຼາຍຂຶ້ນ. ປະຈຸ​ບັນ​ນີ້, ນັກ​ລົງທຶນ​ຕ່າງປະ​ເທດ​ເຂົ້າ​ມາ​ຕິດຕາມຮູ້​ວ່າ, ​ເປັນ​ທີ່​ດຶງ​ດູດ​ຈິດ​ໃຈ​ຂະ​ເຈົ້າ, ຂະ​ເຈົ້າ​ກໍ​ຂໍ​ອະນຸມັດ​ມາ​ລົງທຶນ​ຢູ່​ລາວຫຼາຍຂຶ້ນ​ແລ້ວ, ​ໃນ​ນັ້ນ​ກໍ່​ລວມທັງ​ນັກທຸລະກິດ​ຈີນຫຼວງຫຼາຍ.

ລາວ​ແມ່ນ​ສະມາຊິກ​ໃໝ່ ​ຂອງ​ອາຊຽນ, ຮອດ​ປີ 2015, ສິນຄ້າ 90% ຂອງ​ລາວ​ທີ່​ສົ່ງ​ເຂົ້າ​ຈີນຈຶ່ງ​ຈະ​ຍົກ​ເວັ້ນພາສີ, ກ່ອນ​ໜ້າ​ນີ້, ​ເພື່ອນຳ​​ໃຊ້​ເຂດ​ການ​ຄ້າ​ເສລີ​ຈີນ​ອາຊຽນສົ່ງ​ເສີມ​ການ​ຄ້າ​ລະຫວ່າງ​ຈີນ​ ກັບ​ລາວ, ທ່ານ​ສົມ​ສະຫວາດ ​ເລັ່ງສະຫວັດ​ເຫັນ​ວ່າ, ບັນຫາ​ທີ່​ຕ້ອງ​ແກ້​ໄຂ​ດ່ວນ​ກວ່າ​ໝູ່​ກໍ່​ແມ່ນ ການ​ເຊັນ​ສັນຍາ​ໃໝ່ກ່ຽວ​ກັບ​ມາດ​ຕະການ​ໃນ​ການ​ກວດກາ​ຄຸນ​ນະພາ​ບ​ຜ່ານ​ດ່ານ​ ຕໍ່​ສິນຄ້າ​ລາວ​ທີ່ສົ່ງ​ເຂົ້າ​ຈີນ, ທ່ານ​ກ່າວ​ວ່າ:

ບັນຫາ​ແມ່ນ​ວ່າ, ການ​ສ້າງ​ເຂດ​ການ​ຄ້າ​ເສລີ​, ປະຈຸ​ບັນ​ນີ້, ບໍ່​ທັນ​ໄດ້​ນຳ​ຜົນ​ປະ​ໂຫຍດມາ​ໃຫ້​ປະ​ເທດ​ລາວຫຼາຍ​ເທົ່າ​ໃດ​ເທື່ອ, ​ເພາະວ່າ​ປະ​ເທດ​ລາວ​ຍັງ​ບໍ່​ທັນ​ເປັນ​ສະມາຊິກ​ອົງການ​ການ​ຄ້າ​ໂລກ​ເທື່ອ, ການຈະ​ສົ່ງ​ສິນຄ້າຫຼາຍອັນ​ມາ​ຈີນ​ນີ້, ຈຳ​ເປັນ​ຕ້ອງ​ມີ​ການກຽມຫຼາຍອັນ​ເພື່ອ​ໃຫ້​ເປັນຕາ​ມກົດ​ຂໍ້​ບັງຄັບ​ຂອງ​ ອົງການ​ການ​ຄ້າ​ໂລກ. ສະ​ນັ້ນ, ຈີນ​ກັບ​ລາວ​ຍັງ​ຈະ​ຕ້ອງ​ໄດ້​ສືບ​ຕໍ່​ເຈລະຈາ​ກັນ​ເຊັນ​ສັນຍາ​ກັນ, ​ໃນນັ້ນ, ລວມທັງ​ສັນຍາ​ກ່ຽວ​ກັບ​ການ​ກວດກາພືດ​ແລະ​ສັດ. ຂ້າ​ພະ​​ເຈົ້າ​ຄິດ​ວ່າ​ອັນ​ນີ້​ແມ່ນ​ຈຸດ​ສຸມ​ທີ່​ຕ້ອງ​ແກ້​ໄຂ​ດ່ວນ.

ເພື່ອ​ຕັ້ງໜ້າຮອງ​ຮັບ​ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນ, ລາວ​ໄດ້​ກຽມ​ປັບ​ຕົວ​ໃນ​ດ້ານ​ຕ່າງໆ​, ທ່ານ​ສົມ​ສະຫວາດ ​ເລັ່ງສະຫວັດ​​ກ່າວ​ວ່າ:

ຂ້າ​ພະ​ເຈົ້າ​ຄິດ​ວ່າການ​ສ້າງ​​ເຂດ​ການ​ຄ້າ ​ເສລີ​ຈີນ​ອາຊຽນ​ແມ່ນ​ມີ​ຄວາມ​ໝາຍ​ສຳຄັນທີ່​ສຸດ​ຕໍ່​ທາງ​ຈີນ​ແລະ​ອາຊຽນ​ໃນ​ ການ​ສົ່ງ​ເສີມ​ການ​ຮ່ວມ​ມື​ທາງ​ດ້ານ​ເສດຖະກິດ​ການ​ຄ້າ​ແລະ​ການ​ລົງທຶນ​ ລະຫວ່າງ​ກັນ, ສຳລັບ​ປະ​ເທດ​ລາວ, ​ເພື່ອ​ຮອງ​ຮັບ​ການ​ສ້າງ​ຕັ້ງ​ເຂດການ​ຄ້າ​ເສລີ​ນີ້, ລັດຖະບານ​ລາວ​ກໍ່​ໄດ້​ມີ​ການ​ກະກຽມ​ໃນຫຼາຍໆ​ດ້ານ. ທາງ​ດ້ານ​ນິຕິ​ກຳ, ພວກ​ເຮົາ​ກໍ່​ໄດ້​ມີ​ການ​ດັດ​ແປງ​ກົດໝາຍ​ຕ່າງໆ​ເພື່ອ​ໃຫ້​ສອດ​ໂຄ່ງ​ກັບ​ເຂດ​ ການ​ຄ້າ​ເສລີ. ຢູ່​ເຂດ​ຊາຍ​ແດນ, ພວກ​ເຮົາ​ກໍ່​ໄດ້ປຶກສາ​ຫາລື​ກັບ​ຝ່າຍ​ຈີນ, ​ໃນ​ຂອບ​ສອງ​ຝ່າຍ, ກໍ່​ຄື​ໃນ​ຂອບ​ຂອງ GMS, ​ເພື່ອ​ອຳນວຍ​ຄວາມ​ສະດວກ​ໃນ​ການ​ຂົນ​ສົ່ງ, ການ​ໄປມາຫາ​ສູ່​ກັນ. ກ່ຽວ​ກັບ​ເສັ້ນທາງ​ເຊື່ອມ​ຕໍ່​ກັນ​ນີ້, ພວກ​ເຮົາກໍ່​ໄດ້​ສຳ​ເລັດ​ການ​ສ້າງ​ເສັ້ນທາງ​ເລກ 3 ບົນ​ເສັ້ນທາງ​ດ່ວນ​ຄຸນ​ມິ​ງ-ບາງກອກ, ບໍລິສັດ​ຂອງ​ຈີນ​ແລະ​ໄທ​ໄດ້​ຮ່ວມ​ກັນ​ປະມູນສ້າງ​ຂົ້ວ​ຂ້າມ​ນ້ຳຂອງ​ ລະຫວ່າງຫ້ວຍ​ຊາຍ​ກັບ​ຊຽງ​ຂອງ, ສຳ​ເລັດ​ໃນ​ວັນ​ທີ 8 ມັງກອນ​ນີ້.

__________________
Anonymous

Date:

Anonymous wrote:

Anonymous wrote:

ຢາກໃຫ້ປະເທດລາວມີຄົນກ້າປາກກ້າເວົ້າຄືທ່ານຫລາຍໆເດ໋ ຈັ່ງແມ່ນຊາດເວ້ົາຖືກໃຈຜູ່ຂ້າແທ້. ຂໍຊົມເຊີຍເດີ

YOU BEHAEDED IF YOU DARE OPEN YOUR MOUNTH AGAINST THE GOVERNMENTS IN LAOS.

KHOR KHART LOOK DIO THAR PHAI KAR AR PARK WOW HI
PHACK PASASON PATIVAT LAO.

some where you could saying the truth
but some where you could not say the truth

do you know he became rich and richer
because he never say the truth.555555

YOU BEHAEDED IF YOU DARE OPEN YOUR MOUNTH AGAINST THE GOVERNMENTS IN LAOS.

KHOR KHART LOOK DIO THAR PHAI KAR AR PARK WOW HI
PHACK PASASON PATIVAT LAO.

__________________
Anonymous

Date:

Anonymous wrote:
I belief that without good relationship you can not develope your country.

a west best philosophy:

Anonymous wrote:

Anonymous wrote:

Anonymous wrote:

ຢາກໃຫ້ປະເທດລາວມີຄົນກ້າປາກກ້າເວົ້າຄືທ່ານຫລາຍໆເດ໋ ຈັ່ງແມ່ນຊາດເວ້ົາຖືກໃຈຜູ່ຂ້າແທ້. ຂໍຊົມເຊີຍເດີ

some where you could saying the truth
but some where you could not say the truth

YOU BEHAEDED IF YOU DARE OPEN YOUR MOUNTH AGAINST THE GOVERNMENTS IN LAOS.

KHOR KHART LOOK DIO THAR PHAI KAR AR PARK WOW HI
PHACK PASASON PATIVAT LAO.

some where you could saying the truth
but some where you could not say the truth

__________________
Anonymous

Date:

Anonymous wrote:
I belief that without good relationship with your neibours you can not develope your country.

KKM

Date:

1267603492_300194.jpg

__________________
BPWaterRise

Date:
RE: someone out there

KKM wrote:

1267603492_300194.jpg

ເຂົາບໍ່ຖືກົດໝາຍບ້ານເຂົາກໍ່ຈິງ ແຕ່ເຈົ້ານາຍບ້ານເຮົາຄວນທຳໂຕໃຫ້ເຂົານັບຖືກົດໝາຍບ້ານເຮົາ, ແມ່ນບໍ່ແມ່ອາ?

__________________
Anonymous

Date:
RE: ພາສາຈີນໃຫຍ່ກ່ວາ ພາສາລາວ

KKM wrote:

1267603492_300194.jpg

Hey man, I like your original lao writing
Your writing looks awsom and makes me
see myself in the past when I were starting
learn how to write lao in my pre-school year.  Keep it up your writing.

ຂອບໃຈສຳລັບຍອ້ງ  ເວົ້າບໍ່ແມ່ນຂິ້ໂມ້ ສະໃໝຮຽນມັດທະຍົມລາຍມືຂອງຂອ້ຍໃນແຖວຕົ້ນໆຂອງ ຮຮ ເລີຍ$

__________________
Anonymous

Date:

A good business relationship doesn't mean you have to bend over for your ass to be kick and compromised the dignity of your country and nationality in a western policy ok!no

__________________
Anonymous

Date:

BPWaterRise wrote:

KKM wrote:

1267603492_300194.jpg

ເຂົາບໍ່ຖືກົດໝາຍບ້ານເຂົາກໍ່ຈິງ ແຕ່ເຈົ້ານາຍບ້ານເຮົາຄວນທຳໂຕໃຫ້ເຂົານັບຖືກົດໝາຍບ້ານເຮົາ, ແມ່ນບໍ່ແມ່ອາ?

ຄວາມຄິ່ດຄວາມເຫັນຂອງຜູ້ນີ້ຖຶ່ກຕ້ອງຕາມລະບ່ຽບວິໃນດີຂອງຫຼາຍໆປະເທດທັງນັ້ນມີແຕ່ປະເທດລາວນີ້ແລ້ວ
ຍັງບໍ່ທັນຮັ່ບຮູ້ຫຼືຮຽນຮູ້ເທື່ອ.

__________________
Anonymous

Date:

Anonymous wrote:
I belief that without good relationship with your neibours you can not develope your country.

a west best philosophy:

____________________________________________________________________

which you shouldn't have to compromise the law of your country no country in the world will ever lose their dignity like this especially in the WEST!!
All the business signs were written in English letter big and bold follow by native language of business owners. THIS IS A TRUE PHILOSOPHY OF THE WEST PEOPLE.

__________________
zodiac

Date:
RE: PHILOSOPHY OF THE WEST PEOPLE

ຢູ່ປະເທດໃດ໋ເຂົາກໍ່ຂຽນພາສາຂອງປະເທດນັ້ນໃຫຍ່ກ່ວາພາສາຕ່າງຊາດ. ໃນກໍລະນີ້ນີ້ເຈົ້າເມືອງຄົງຈະຖືກຊື້ຈ້າງຫລາຍສົມຄວນຈຶ່ງປິດຕາປິດປາກໂຕເອງໄວ້. ກິນຫລາຍທ້ອງແຕກເດີຂ້ານ້ອຍ

__________________
ຄົນໄຕ້

Date:
RE: ພາສາຈີນໃຫຍ່ກ່ວາ ພາສາລາວ

ຮຽນ ທ່ານ Webmaster ກະລຸນາຢ່າລຶບ Comment ຂອງນ້ອງສາວ Soudavan ຂ້າພະເຈົ້າໄດ້ຍິນຊື່ຂອງລາວ
ຄິດວ່າລາວຕ້ອງເປັນຄົນເວົ້າຈາສຸພາບຮຽບຣ້ອຍດີ. ແລະຂ້າພະເຈົ້າໄດ້ອ່ານ Comment ຂອງລາວຫຼາຍຫຼົບເພື່ອ
ນຳມາວິເຄາະເຖິງຄວາມເປັນຈິງແລະຂ້າພະເຈົ້າຂໍມີຄຳເຫັນຕອບນ້ອງສາວທີ່ຊື່ Soudavan ດັ່ງນີ້:
1. ໃນກົດຫມາຍວ່າດ້ວຍສື່ໂຄສະນາຕ່າງໆ ຂອງສປປ ລາວ ບໍ່ໄດ້ລະບຸວ່າໃຫ້ຂຽນຕົວອັກສອນໃຫຍ່ຫຼືນ້ອຍແຕ່ຈະຕ້ອງໃຫ້
ເອົາພາສາລາວໄວ້ເທິງທຸກເທື່ອ.
2. ການທີ່ປ້າຍນັ້ນຂຽນເປັນພາສາຈີນ , ບໍ່ມີພາສາສາກົນອື່ນກໍເຫນື່ອງຈາກສະພາບແວດລ້ອມເຂດນັ້ນແມ່ນຊາຍແດນ
ຕິດກັບຈີນແລະນັກທຸລະກິດຄ້າຂາຍສ່ວນໃຫຍ່ກໍເປັນຊາວຈີນແລະລາວຖືວ່າມັນກໍບໍ່ແປກທີ່ຈະຂຽນພາສາຈີນກັບລາວ.
3. ນ້ອງ Soudavan ຈະຕ້ອງເບິ່ງໃນສອງມຸມ. ຈະກ່າວຫາແຕ່ລັດຖະບານຢ່າງດຽວກໍບໍ່ຖືກ.ບໍ່ມີປຸຖຸຊົນຄົນລາວຄົນໃດທີ່ບໍ່ຮັກປະເທດຊາດ,ຮັກຜືນແຜ່ນດິນແລະຮັກປະຊາຊົນຂອງຕົນ. ຍິ່ງແມ່ນຜູ້ນຳແລ້ວເພີ່ນແຫ່ງ
ມີຄວາມຮັບຜິດຊອບສູງຕໍ່ຊາຕາກຳຂອງປະເທດຊາດ. ລັດຖະບານພະຍາຍາມທຸກວິທີທາງທີ່ຈະພັດທະນາປະເທດຊາດ
ບໍ່ວ່າຈະເປັນການວາງແຜນພັດທະນາເສດຖະກິດສັງຄົມ (NSESP) National Social Economic Plan ແລະປະຈຸ
ບັນນີ້ລັດກຳລັງເລັ່ງໃສ່ເພື່ອບັນລຸເປົ້າຫມາຍສະຫາສະວັດເພື່ອການພັດທະນາ MDG ທັງຫມົດນີ້ລັດຖະບານເພີ່ນແນໃສ່
ໃຫ້ປະຊາຊົນຫຼຸດພົ້ນອອກຈາກຄວາມທຸກຍາກ. ແນ່ນອນ ການດຳເນີນກິດຈະກຳໃດຫນຶ່ງບໍ່ມີໄຜປະຕິເສດໄດ້ເຖິງ
ຄວາມຜິດພາດ,ຄວາມຄວາມບໍ່ເຂົ້າໃຈຈາກຝ່າຍໃດຫນຶ່ງແລະກໍປະຕິເສດບໍ່ໄດ້ໃນຂະບວນການສໍ້ລາດບັງຫຼວງຂອງພະ
ນັກງານບາງຫມ່ວຍງານຊຶ່ງມັນກໍບໍ່ພຽງແຕ່ໃນປະເທດເຮົາຢູ່ປະເທດເພື່ອນບ້ານແຮ່ງໂກງກັນຕັ້ງຫຼາຍພັນລ້ານ.
4. ການທີ່ມີພະນັກງານຂອງຫວຽດນາມມາປະຈຳຢູ່ທີ່ຫ້ອງການຂອງລັດຖະບານນັ້ນບໍ່ຫມາຍວ່າລາວຈະຕ້ອງເປັນຫົວ
ເມືອງຂຶ້ນຂອງຫວຽດ(ຂໍໃຫ້ນ້ອງເຂົ້າໃຈວ່າລາວເຮົາມີເອກະລາດແລ້ວ) ນັ້ນມັນເປັນພຽງການແລກປ່ຽນບົດຮຽນນຳກັນຊື່ໆ
ບໍ່ວ່າແຕ່ຫວຽດເດີນ້ອງເດີຢູ່ຫ້ອງການສຳນັກງານນາຍົກນັ້ນມີຮອດ ຝຮັ່ງ,ໄທ,ຍີ່ປຸ່ນ ຄັນຄິດຄືນ້ອງຊາດນີ້ປະເທດເຮົາແມ່ນເປັນຫົວເມືອງຂຶ້ນຂອງເຂົາທັງຊາດ. ກະລຸນາໃຫ້ນ້ອງຄິດຄັກໆຢ່າຟັງຄວາມ
ຄົນບາງກຸ່ມທີ່ພະຍາຍາມທ່ວງດຶງຄວາມພັດທະນາ,ໃສ່ຮ້າຍປ້າຍສີໂອຍບໍ່ມີເຫດຜົນໃຫ້ນ້ອງເບິ່ງໂລກໃນແງ່ດີຊ່ວຍກັນພັດ
ທະນາບ້ານເຮົາໃຫ້ກ້າວໄປ.
ໂຊກດີ

__________________
SpringRolls

Date:
RE: Guys on Mars

ຄົນໄຕ້ wrote:

ຄົນບາງກຸ່ມທີ່ພະຍາຍາມທ່ວງດຶງຄວາມພັດທະນາ,ໃສ່ຮ້າຍປ້າຍສີໂດຍຍບໍ່ມີເຫດຜົນໃຫ້ນ້ອງເບິ່ງໂລກໃນແງ່ດີຊ່ວຍກັນພັດ
ທະນາບ້ານເຮົາໃຫ້ກ້າວໄປ.
ໂຊກດີ

ຂອບໃຈທ່ານທີ່ສະຫລະເວລາອັນມີຄຸນຄ່າມາຕອບຂໍ້ຂ້ອງໃຈ.
1. ໃນກົດໝາຍວ່າດ້ວຍການສື່ໂຄສະນາມີຊ່ອງວ່າງເພື່ອອຳນວຍຄວາມຄວາມສະດວກແກ່ນັກລົງທຶນຊາວຕ່າງດ້າວເຂົ້າມາຂະຫຍາຍອິດທິພົນທາງດ້ານວັດທະນະທຳໃນລາວ.
2. ຊາຍແດນຈີນ-ລາວ ບໍ່ມີພຽງແຕ່ຄົນລາວ ຄົນຈີນຂ້າມຜ່ານ, ມີນັກທ່ອງຈາກທົ່ວທຸກມຸມໂລກເຂົ້າມື້ລະຫລາຍພັນຄົນ.
3. ອັນນີ້ມັນແນ່ນອນຢູ່ແລ້ວ ບໍ່ວ່າຈະເປັນປຸຕຸຊົນຄົນທຳມະດາຫລືປັນຍາຊົນຄົນທີ່ມີຄວາມຮູ້ ທຸກຄົນລ້ວນແຕ່ຮັກປະເທດລາວ ຮັກຊາດລາວ ແລະຢາກເຫັນປະເທດລາວກ້າວໄປສູ່ຄວາມວັດທະນາຖາວອນຕາມຄຳຂວັນທີ່ຂຽນໄວ້ ແຕ່ໃນເວລາດຽວກັນກໍ່ມີສັດກາຝາກທີ່ຄອຍດູດເອົາຜົນປະໂຫຍດເຂົ້າໄປໃນກະເປົ໊າຂອງຕົນເອງ.
4. ຫ້ອງການສູນກາງພັກແມ່ນໝາກຫົວໃຈຂອງປະເທດລາວ. ແຕ່ລະເທື່ອກ່ອນທີ່ລັດຖະບານດລາວຈະມີນະໂຍບາຍໃດ່ນຶ່ງອອກມາ ຈະສັງເກດເຫັນວ່າຜູ່ນຳລາວຕ້ອງໄດ້ບິນໄປຮ່າໂນ໊ຍເພື່ອ " ແລກປ່ຽນບົດຮຽນ "
ທ່ານລາວໃຕ້(ຂໍໂທດທີ່ປ່ຽນຈາກສະຫລະໄອໄມ້ມາຍມາເປັນໄມ້ມ້ວນ) ຖ້າມີເວລາລອງໄປນັ່ງສະມາທິຢູ່ພູສະເຫລົ້າທິດໜຶ່ງສອງທິດ ແລ້ວທ່ານຈະຮູ້ສິ່ງທີ່ທ່ານຢາກເວົ້າ.
ນັບຖືແລະຮັກແພງ

__________________
Anonymous

Date:
RE: ພາສາຈີນໃຫຍ່ກ່ວາ ພາສາລາວ

ໃນສະໝອງຂອງຄົນຈີນ ຄິດແຕ່ເລື້ອງການຄ້າ ເພື່ອເຂົາຈະໄດ້ຮັ່ງມີ
ປະໂຫຍດກໍຄື ເຂົາຈະໄດ້ມີຫນ້າມີຕາໃນສັງຄົມ. ແລະຈະໄດ້ຊື້ຈ້າງ
ນັກການເມືອງ ເພື່ອປະໂຫຍດຂອງເຂົາເຈົ້າເອງ.  ຂະຫນາດ ອະເມລິກາ
ຍັງຕົກເປັນບ້ຽຍການຄ້າກັບຈີນ( ຂາດຄວາມສົມດຸນ ທາງການຄ້າ )
ຄົນຈີນເຂົາຢາກປະກາດວ່າ ເປັນຊົນຊາດທີ່ຍິ່ງໃຫຍ່ໃນໂລກ.

ຄົນຈີນ ເຂົາຈະບໍ່ຖີ້ມພາສາ ແລະ ເຊື້ດຊາດ ຂອງເຂົາ ໄປຢູ່ປະເທດໃດກໍຕາມ
ເຂົາຈະສາມັກຄີກັນ ຊ່ວຍເຫຼືອກັນ. ບໍ່ຄືກັບຄົນລາວ ຂະຫນາດມາຢູ່ ອະເມຣີກາ
ກາຍັງຜິດກັນ ແບ່ງພັກແບ່ງພວກ ຜູໃດກາວ່າ ຕົນເອງເກັ່ງ. ໃນຣັດດຽວ ມີ
ຮອດ 2 - 3 ສະມາຄົມ.

ເດັກນ້ອຍ ລາວ.

ໂອ້ຍອານນີ້ນໍ້ກະເຈົ້າວ່າເດັກນ້ອຍຍັງດູ່ດແວ້ຢູ່. ບໍ່ວ່າເຈັກ, ອາແມຣິກາ, ຫຼືເກົ່າຫຼີ ໃຜໆກໍ່
ຜິດກັບຄົນຊ້າດດຽວກັນຄືກັນກັບລາວເຮົາຈັ່ງຊັ້ນລະ.
[video=http://www.youtube.com/watch?v=SJdZ0To]

[video=http://www.youtube.com/watch?v=vlXKBrib]

__________________
ຄົນໃຕ້

Date:

ຂອບໃຈນ້ອງ Soudavan ທີ່ອຸດສາມາ Correct ພາສາລາວໃຫ້ເພາະອ້າຍໍ່ຄ່ອຍ
ເກັ່ງປານໃດກ່ຽວກັບໄວຍະ
ກອນແຕ່ຫວັງວ່ານ້ອງຄົງເຂົ້າໃຈ.ກ່ອນຈະຕອບ Comment ຂອງນ້ອງອ້າຍຂໍອ່ວຍພອນນ້ອງເຫຂື່ອງໃນວັນແມ່ຍິງສາກົນຄົບຮອບ 100 ປີ.ໃຫ້ມີສຸຂະພາບເຂັ້ມແຂງຈະເລີນໃນຫນ້າທີ່ວຽກງານເພື່ອມີໂອກາດຈະໄດ້ເຈີກັນບາງເວລາ. ສະເພາະ Comment ຂອງນ້ອງທີ່ຕອຍມາອ້າຍກໍບໍ່ຫມາຍວ່າມັນຜິດດອກອ້າຍກໍຖືວ່ເປັນຄວາມຄິດເຫັນທີ່ແຕກຕ່າງກັນແຕ່ຢ່າໃຫ້ເປັນ
ຄືເສື້ອເຫຼືອງກັບເສື້ອແດງກໍແລ້ວກັນ.ແນວໃດເຮົາກໍຄົນລາວຄືກັນ. ມືນີ້ອ້າຍຈະບໍ່ຕອບ Comment ນ້ອງເພາະບໍ່ຄ່ອຍສະບາຍປານໃດ.ເຫນື່ອງຈາກແມ່ຍິງເພີ່ມໃຊ້ລິນເບຍໃຫ້ເພີ່ນໃນວັນແມ່ຍິງສາກົນກໍເລີຍຍັງຄ້າງຢູ່ເອົາໄວ້ມື້ຫນ້າຈິ່ງຈະມາລົມນຳອີກ
ມື້ນີ້ຈະຂຶ້ນໄປພູມະໂລງກ່ອນ ຊອກສັດປ່າຈັກໂຕມາມ່າເພັ້ຍກ່ອນ. 
ຖ້າບໍ່ລັງກຽດຂໍທີ່ຢູ່ Email ແດ່ເພື່ອຈະໄດ້ແລກປ່ຽນບັດຮຽນນຳກັນ
O'K ໂຊກດີເດີ ຕຽມຂຶ້ນພູກ່ອນບໍ່ໄປດອກພູສະເຫຼົ້າຊິຂຶ້ນໄປນັ່ງຄິດຢູ່ຫຼັງພູມະໂລງພຸ້ນມັນຈິ່ງສູງ 

__________________
Red Lobster

Date:
RE:ຄົນໃຕ້

ຄົນໃຕ້ wrote:

ທາງການເພິ່ນລົນນະລົງໃຫ້ສະຫງວນສັດປ່າ ເຫດໃດ໋ທ່ານຈຶ່ງຈະໄປລ້າມາເປັນອາຫານ? ຫລືວ່າຊີ້ນສັດປ່າມີໄວຕາມິນຫລາຍກ່ວາສັດບ້ານບໍ? ຖ້າຈະໄປແທ້ໆກໍ່ຂໍໃຫ້ທ່ານໂຊກດີ

__________________
ຄົນໃຕ້

Date:
RE: ພາສາຈີນໃຫຍ່ກ່ວາ ພາສາລາວ

ໂອຍເວົ້າຫຼິ້ນຊື່ດອກອາວ.ຂ້ອຍບໍ່ກິນສັດປ່າຈັກເທື່ອກິນແຕ່ສັດບ້ານ. ກັບ ສ ຮ້ານ

__________________
ຄົນໃຕ້

Date:

ນ້ອງ Soudavanh ໄປໃສແລ້ວ ຄິດຮອດ????

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard