Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ສະມາຊິກຄົນໃດ ມີຜົມຂາວ ອ່ານດ່ວນ
Anonymous

Date:
ສະມາຊິກຄົນໃດ ມີຜົມຂາວ ອ່ານດ່ວນ




ຜົມເປັນອະໄວຍະວະພາຍນອກ ຂອງຮ່າງກາຍຄົນເຮົາ ມີສ່ວນສຳຄັນຕໍ່ບຸກຄະລິກ ລັກສະນະຈຸດພິເສດ ຂອງບຸກຄົນ ແຕ່ຜົມກໍມີໄລຍະທີ່ຈະປ່ຽນແປງ ໄປສູ່ສີຂາວ ຫຼື ຫຼົ່ນກ່ອນໄວອາຍຸໄດ້ ຖ້າວ່າມີການເອົາໃຈໃສ່ບົວລະບັດ ປະຕິບັດຫຼັກການຈຳເປັນ ຜົມກໍຈະຮັກສາຄວາມດົກດຳໄດ້ນານ ດັ່ງນັ້ນ ຄົນທີ່ຜົມຫຼົ່ນກ່ອນໄວ ຈະຕ້ອງບຳລຸງຮັກສາຮ່າງກາຍ ໃຫ້ໄດ້ຮັບອາຫານທີ່ຈຳເປັນໃຫ້ຫຼາຍທີ່ສຸດ ເພື່ອຮ່າງກາຍຈະມີຄວາມສົມບູນ ແລະ ຊອກຫາວິທີ ເຮັດໃຫ້ການໄຫຼວຽນຂອງເລືອດ ໄປຍັງໜັງຫົວໄດ້ດີ ສິ່ງທີ່ຄວນລະມັດລະວັງມີຄື:

1. ຄວາມເຄັ່ງຄຽດ: ຕ້ອງມີວິທີຈັດການ ກັບຄວາມເຄັ່ງຄຽດໃຫ້ໄດ້ ດ້ວຍການອອກກຳລັງ ເຮັດໃຫ້ການໄຫຼວຽນຂອງເລືອດ ດີປົກກະຕິ ພັກຜ່ອນ ແລະ ສາມາດນຳອາຫານ ແລະ ວິຕາມິນໄປລ້ຽງຜິວໜັງ ແລະ ເສັ້ນຜົມດີຂຶ້ນ.

2. ການຍ່ອງຜົມ: ການຍ່ອງຍີຜົມໃຫ້ກູດ ກໍ່ໃຫ້ເກີດອັນຕະລາຍຕໍ່ເສັ້ນຜົມ ແລະ ຮາກ ຍິ່ງການໃຊ້ສະເປສີດແລ້ວ ຈະເຮັດໃຫ້ຜິວໜັງຫົວອັບ ອົບເອົ້າ ມີຄວາມຮູ້ສຶກໜັກ ແລະ ບໍ່ປອດໂປ່ງ ເຮັດໃຫ້ຜົມຜິດທຳມະຊາດ.

3. ການຍ້ອມຜົມ.

4. ການຈົ່ງຜົມຍາວ: ຜູ້ຍິ່ງບາງຄົນ ມັກເປຍຜົມດຶງຈົນແໜ້ນຕະຫຼອດເວລາ ຖ້າດຶງເລື້ອຍໆ ສະພາບຂອງຮາກຜົມຈະບໍ່ແຂງແຮງ ພ້ອມທີ່ຈະຫຼົ່ນອອກໄດ້ ດັ່ງນັ້ນ ຕ້ອງຫວີຜົມ ແຕ່ງຜົມໃນຊົງແບບສະບາຍ ສະຜົມ ແລະ ຮັກສາຜົມໃຫ້ສະອາດ ບໍ່ຄວນແລ່ນນຳຊົງຜົມ ທີ່ເຂົາອອກແບບມາໃໝ່ໆ ແຕ່ມີສ່ວນເຮັດໃຫ້ ສະພາບຮາກຜົມຖືກກັ່ນ ຊົງຜົມທຳມະຊາດ ອາດມີສະເໜ່ກ່ວາຊ້ຳ.

5. ອາຫານບາງຢ່າງ ອາດເຮັດໃຫ້ຜົມຫຼົ່ນເຊັ່ນ: ນ້ຳຕານຊາຍຂາວ ແປ້ງ ຫຼື ຂະໜົມປັງຂາວ ເຄັກຄຸກກີ ຄວນກິນນ້ຳຕານຊາຍ ແດງ ຫຼື ເຂົ້າໜົມ ທີ່ຜະລິດຈາກແປ້ງເຂົ້າສາລີ.

ສິ່ງທີ່ຕ້ອງປະຕິບັດ ເພື່ອໃຫ້ເລືອດໄຫຼວຽນ ໄປລ້ຽງໜັງຫົວດີຂຶ້ນ.

1. ຫວີຜົມທຸກໆວັນ ແຕ່ຖ້າວ່າຜົມຫຼົ່ນຫຼາຍ ຄວນຢຸດຫວີໄລຍະໜຶ່ງ ດ້ວຍການໃຊ້ນີ້ວນວດແທນ ເມື່ອໃດຜົມຫຼົ່ນໜ້ອຍ ຈຶ່ງຄ່ອຍຫວີໃໝ່.

2. ນວດໜັງຫົວ ບໍ່ແມ່ນຖູ ຫຼື ເກົາ ຫຼື ດຶງ.

3. ກຳເອົາຜົມຄືຈະເຮັດເກົ້າຜົມຂຶ້ນ ຕັ້ງດ້ວຍມືເບົາໆ ເພື່ອສັງເກດ.

4. ເຮັດທ່າໃດກໍໄດ້ ເພື່ອໃຫ້ເລືອດໄຫຼໄປລ້ຽງໜັງຫົວເຊັ່ນ: ໂຍຄະ ນອນຍາວເທິງຕຽງ ເຮັດຫົວຢ່ອນໜ້ອຍໜຶ່ງ ຈະນວດ ຫຼື ຄ່ອຍໆດຶງຜົມເປັນບາດໆ (ດຶງເປັນກຳ) ຈົນຮູ້ສຶກວ່າເລືອດໄຫຼຜ່ານ.

5. ສະຜົມ ຖ້າວ່າເຮັດວຽກໃນບ່ອນມີຝຸ່ນ ຫຼື ບ່ອນມີຄວັນສົກກະປົກ ກໍໃຫ້ໝັ່ນສະຜົມດ້ວຍແຊມພູ ທີ່ທ່ານສາມາດເຂົ້າໃຈວ່າ ມີປະໂຫຍດ ຕໍ່ການຮັກສາເສັ້ນຜົມ.

ການປະຕິບັດດັ່ງກ່າວ ບໍ່ແມ່ນຈະເກີດຂຶ້ນໃຫ້ທັນຕາເຫັນ ຕ້ອງໃຊ້ຄວາມພະຍາຍາມ ໃຫ້ກາຍເປັນນິໄສ ແຕ່ຫຼັງຈາກການກິນອາຫານ ທີ່ມີຄຸນຄ່າຕໍ່ຜົມ ແລະ ປະຕິບັດດັ່ງກ່າວທຸກວັນ ເປັນເວລາ 6 ເດືອນ ກໍຫວັງວ່າຜົມຂອງທ່ານຈະຢຸດຫຼົ່ນ ແລະ ດົກດຳໄດ້ ແຕ່ຖ້າອາຍຸຫຼາຍກ່ວາ 50 ປີໄປແລ້ວ ກໍບໍ່ໃຫ້ຖືວ່າເປັນກົດເກນ ຊຶ່ງເຮົາລໍຄອຍມາ ຈຶ່ງໄດ້ຜົມຂາວຄືແນວນີ້.

ຮຽບຮຽງ: ຊຽງກະເລັນ
    ວຽງຈັນໃໝ່



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard