Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: FAO ຈະເນລະມິດບຶງທາດຫຼວງ ເປັນສ່ວນນິເວດ
Anonymous

Date:
FAO ຈະເນລະມິດບຶງທາດຫຼວງ ເປັນສ່ວນນິເວດ



2_191.jpg

 ຂ່າວ: ໄພບູນ


   ອົງການອາຫານແລະການກະເສດຂອງສະຫະປະຊາຊາດ (FAO) ກຽມແຜນຈະສ້າງບຶງທາດຫລວງໃຫ້ກາຍເປັນສວນນິເວດ, ສວນ ທຳມະຊາດ ເຊິ່ງປະຈຸບັນຍັງຢູ່ໃນຂັ້ນຕອນການຕົກລົງຈາກລັດຖະບານລາວໂດຍຄາດຄະເນມູນຄ່າທີ່ໃຊ້ຈ່າຍໃນເບື້ອງຕົ້ນປະມານ 1ລ້ານ ກວ່າໂດລາສະຫະລັດ.


   ທ່ານ ເດວິດ ມານນ໌ (David Mann) ວິຊາການພັດທະນາການກະເສດສະໄຫມໃຫມ່ຂອງອົງການ FAO ໄດ້ກ່າວໃນໂອກາດນຳ ພາສື່ມວນຊົນລົງຢ້ຽມຢາມບຶງທາດຫລວງໃນມື້ວານນີ້ວ່າ: ຈຸດປະສົງຂອງການສ້າງໂຄງການດັ່ງກ່າວຂຶ້ນມາກໍ່ເພື່ອປະຕິບັດຕາມແນວທາງ ນະໂຍບາຍຂອງລັດຖະບານ ວ່າດ້ວຍການຫລຸດຜ່ອນຄວາມທຸກຍາກໂດຍການປັບປຸງການສະຫນອງທັນຍາຫານໃຫ້ແກ່ປະຊາຊົນ, ການ ສ້າງວຽກເຮັດງານທຳ ແລະ ການລຶບລ້າງປາກົດການຫຍໍ້ທໍ້ໃນສັງຄົມ, ຍ້ອນຈຸດປະສົງດັ່ງກ່າວ ໂຄງການຈິ່ງໄດ້ສະເຫນີບັນດາຫນ້າວຽກ ຂອງໂຄງການພັດທະນາແບບປະສົມປະສານໃນເຂດບຶງທາດຫລວງ ເຊິ່ງມີເນື້ອທີ່ປະມານ 20 ກິໂລຕາແມັດ, ກວມເອົາ 17 ຫມູ່ບ້ານ ໃນຂອບເຂດເມືອງໄຊເຊດຖາ, ນະຄອນຫລວງວຽງຈັນ ໂດຍມີປະຊາກອນອາໄສຢູ່ເຖິງ 1.739 ຄອບຄົວ, ສຳລັບການຈັດຕັ້ງປະຕິບັດ ໂຄງການນັ້ນ ຖ້າຍາມໃດທີ່ລັດຖະບານລາວຫາກເຫັນດີແລ້ວ ທາງອົງການ FAO ກໍ່ຈະເລີ່ມຂະບວນການດ້ານແຜນແມ່ບົດ ແລະ ຈະມີ ການຫາລືກັບບັນດາຜູ້ມີຜົນປະໂຫຍດຮ່ວມກັນຫລາຍພາກສ່ວນ ດ້ວຍການຊ່ວຍເຫລືອທີ່ປຶກສາທັງພາຍໃນ ແລະ ຕ່າງປະເທດ, ສ່ວນ ຄອບຄົວປະຊາຊົນທີ່ຖືກຜົນກະທົບຈາກໂຄງການນັ້ນ ທາງພາກສ່ວນກ່ຽວຂ້ອງກໍ່ຈະໄດ້ມີການທົດແທນຄືນດ້ວຍການຈັດຫາທີ່ພັກລວມມູນ ຄ່າທີ່ເຫມາະສົມ ໂດຍຄາດຄະເນເບື້ອງຕົ້ງປະມານ 1,283 ລ້ານໂດລາສະຫະລັດ.


   ໃຫ້ກຽດຮ່ວມລົງຢ້ຽມຢາມບຶງທາດຫລວງລວມມີທ່ານ ວຽງແກ້ວ ສຸກສະຫວັດດີ ຮອງຫົວຫນ້າກົມມໍລະດົກກະຊວງຖະແຫລງຂ່າວ-ວັດ ທະນະທຳ, ຜູ້ຊ່ຽວຊານດ້ານຂໍ້ມູນ-ຂ່າວສານ , ຜູ້ປະສານງານຈາກອົງການ FAO, ລວມທັງສື່ມວນຊົນລາວ ຈາກ 5 ພາກສ່ວນ.

ecom


__________________
Anonymous

Date:
RE: FAO...


ຖ້າເພິ່ນເນລະມິໄດ້ກໍ່ດີປະຊາຊົນແຖວນັ້ນຈະມີບ່ອນທຳມາຫາກິນ ແຕ່ຢ້ານເພິ່ນສູ້ເງິນຢ໊ວນບໍ່ໄດ້ທໍ່ນັ້ນລະ.

__________________
Anonymous

Date:
RE: FAO ຈະເນລະມິດບຶງທາດຫຼວງ ເປັນສ່ວນນິເວດ


I SEE MANY JOBS WILL BE OPENED TO OUR COMMUNITIES IN THE FUTURE.

NOW IS ROCKET ERA, IT'S NOT MILLION YEARS TURTLE ERA.

WE WOULD LIKE TO SEE THE REAL NEW VIENTIANE. ALMOST 60 YRS AFTER
FRANCE RETURNED OUR COUNTRY AND FREEDOM TO US, WE DON'T SEE ANYTHING
HAD BEEN REAL CHANGED BUT, ONLY FROM DEMOCRACY TO PDR.

GO LAOS PDR.

__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard