Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ພະຍານາກ ຢູ່ກ້ອງຂົວມິດຕະພາບສອງ !!!
Anonymous

Date:
ພະຍານາກ ຢູ່ກ້ອງຂົວມິດຕະພາບສອງ !!!



ຊ່າລື ພະຍານາກຢູ່ກ້ອງຂົວມິດຕະພາບສອງ ສະຫວັນ-ມຸກດາຫານ



 ຂ່າວ: ແກ້ວປັນຍາ


  ຂ່າວລືຫນາຫູເລື່ອງພະຍານາກຂຶ້ນ ຢູ່ບໍລິເວນກ້ອງຂົວມິດຕະພາບ 2 ສະຫວັນນະເຂດ-ມຸກດາຫານ ກຳລັງແພ່ລາມໄປຢ່າງກວ້າງ ວາງເວົ້າສະເພາະແມ່ນໃນແຂວງ ສະຫວັນນະເຂດ ເຊິ່ງປະຊາຊົນໃນທົ່ວທຸກສາລະທິດໄດ້ແຫ່ກັນມາເບິ່ງປາກົດການ ພະຍານາກຂຶ້ນຈາກ ການໄດ້ຍິນຂ່າວລືປາກຕໍ່ປາກ ແລະ ຈາກການກະຈາຍ ຂ່າວຂອງຄື້ນວິທະຍຸແຫ່ງຫນຶ່ງຈາກປະເທດໃກ້ຄຽງວ່າມີປາກົດການພະຍານາກ ຂຶ້ນໃນວັນທີ 1 ກຸມພານີ້ ໂດຍປະຊາຊົນຜູ້ທີ່ບໍ່ຮູ້ຂໍ້ມູນຄວາມເປັນຈິງຈຳນວນ ຫລວງຫລາຍພາກັນຫລັ່ງໄຫລ ມາເບິ່ງປາກົດການດັ່ງກ່າວ ຢ່າງຫລວງຫລາຍນັບແຕ່ວັນທີ 1 ກຸມພາ 2010 ນີ້ເປັນຕົ້ນມາ ເຊິ່ງແຕ່ລະຄົນທີ່ເດີນທາງມາທັງໃກ້ ແລະ ໄກຕ່າງກໍ່ມີຄວາມຫວັງຢາກ ເຫັນກັບຕາຕົນເອງວ່າມັນເປັນແນວໃດແທ້ ແຕ່ຫນ້າເສຍດາຍປາກົດການດັ່ງກ່າວມັນບໍ່ເປັນຄວາມຈິງແຕ່ຢ່າງໃດ ເພາະບໍ່ມີຄົນໃດທີ່ເຫັນ ແທ້ເພາະສິ່ງທີ່ທຸກຄົນເຫັນເປັນພຽງປາກົດການປາຂຶ້ນເທົ່ານັ້ນ.


   ຕໍ່ກັບເລື່ອງນີ້, ທີມງານນັກ ຂ່າວພວກເຮົາຈິ່ງໄດ້ລົງສະຫນາມໄປສອບຖາມຂໍ້ມູນຕ່າງໆ ເພື່ອນຳມາຊີ້ແຈງຄວາມເປັນຈິງ ໂດຍຕາມ ການສຳພາດ ທ່ານ ນາງ ແກ້ວມະນີ ກັດຕິຍະລາດ ຮອງນາຍບ້ານນາແກ ບອກວ່າ: ໃນຊ່ວງຕົ້ນອາທິດກໍ່ຄືໃນລະຫວ່າງວັນທີ 1 ກຸມ ພານີ້ ໄດ້ມີປະຊາຊົນທີ່ມາຈາກທົ່ວທຸກສາລະທິດຂອງແຂວງ ສະຫວັນນະເຂດໄດ້ຫລັ່ງໄຫລກັນມາ ເບິ່ງພະຍານາກຂຶ້ນໃນບໍລິເວນເພຍທີ 11 ເສົາທີ 11 ຂອງຂົວມິດຕະພາບ 1 ຢ່າງຫລວງຫລາຍທັງທີ່ບໍ່ຮູ້ວ່າຂ່າວດັ່ງກ່າວ ມີມູນຄວາມຈິງຫນ້ອຍຫລາຍພຽງໃດ ແຕ່ຕາມຕົນ ເອງ ແລະ ບັນດາອ້າຍນ້ອງໃນຫ້ອງການບ້ານນາແກ ທີ່ມີຫ້ອງການຕິດກັບກ້ອງຂົວ ມິດຕະພາບແມ່ນບໍ່ມີໃຜ ເຫັນປາກົດການດັ່ງທີ່ຊ່າລື ກັນຈັກຄົນ ຈາກການທີ່ເອົາກ້ອງສ່ອງທາງໄກເບິ່ງ ແລະ ຈາກການສອບຖາມປະຊາຊົນທີ່ຢູ່ໃນບໍລິເວນດັ່ງກ່າວກໍ່ເວົ້າເປັນສຽງດຽວກັນວ່າ ສິ່ງທີ່ເຫັນມັນບໍ່ແມ່ນພະຍານາກຂຶ້ນ ແຕ່ມັນເປັນພຽງປາກົດການປາຂຶ້ນເທົ່ານັ້ນ ເພາະຊ່ວງນີ້ເປັນຊ່ວງທີ່ປາຂຶ້ນມາປະສົມພັນກັນແຕ່ມັນພິ ເສດບ່ອນວ່າ ປາສ່ວນໃຫຍ່ເປັນປະເພດປາທີ່ມີຂະຫນາດໃຫຍ່ເຊັ່ນວ່າ:  ປາໄນ, ປາຝາ... ເວລາມັນຂຶ້ນໄລ່ກັນເຮັດໃຫ້ນ້ຳເປັນຄື້ນເປັນ ຄູນ້ຳທີ່ໃຫຍ່ ຈິ່ງເຮັດໃຫ້ຄົນເຂົ້າໃຈຜິດວ່າເປັນພະຍານາກ ແລະ ພິເສດໃນປີນີ້ບັນດາປາກົດການເຫລົ່ານີ້ແມ່ນປ່ຽນ ບ່ອນຂຶ້ນໃຫມ່ຈາກ ໃນແຕ່ລະປີເຄີຍຂຶ້ນໃນບໍລິເວນທ່າໂຮງຫມໍ ແຂວງມາຂຶ້ນຢູ່ກ້ອງຂົວ ຈິ່ງເຮັດໃຫ້ປະຊາຊົນຜູ້ທີ່ບໍ່ຮູ້ເທົ່າເຖິງການເຂົ້າໃຈຜິດແລະປ່ອຍຂ່າວ ອອກໄປກາຍເປັນຂ່າວຊ່າລືທົ່ວບ້ານທົ່ວເມືອງຄືເຊັ່ນນີ້ ເພາະສະນັ້ນ ຈິ່ງຂໍໃຫ້ບັນດາທ່ານຈົ່ງພິຈາລະນາກ່ຽວກັບຂ່າວລືດັ່ງກ່າວຢ່າງຄັກ ແນ່.




__________________
Anonymous

Date:


Today 11 Feb 2010 I called home and was informed with story of the news.
I guess the embedded website can testify your explanation.

Can anyone explain what will be the sign of having such phenomena?
I am appreciate if you could share!






__________________
Anonymous

Date:

Anonymous wrote:


Today 11 Feb 2010 I called home and was informed with story of the news.
I guess the embedded website can testify your explanation.

Can anyone explain what will be the sign of having such phenomena?
I am appreciate if you could share!






Big catfish fighting for food.

PA BUK GNATH ARHARN, BOR MAN PHA-YA NARK DORK.
SAO SEUA KHUAM NGOM NGAY THORN PHEE NONG EUY.
GNOOK NEE GNOOK DAI LEO?

 



__________________
Anonymous

Date:

http://www.youtube.com/watch?v=7sL4B8_NnUw&feature=player_embedded

__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard