Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ເຂົ້າຫນົມແປ້ງ....ກໍ່ມີອັນຕະລາຍ !!!
Anonymous

Date:
ເຂົ້າຫນົມແປ້ງ....ກໍ່ມີອັນຕະລາຍ !!!


ເຂົ້າຫນົມແປ້ງ....ກໍ່ມີອັນຕະລາຍ ຖ້າກິນບໍ່ເປັນ

74864.jpg

    ອາຫານ ຄື ຕົ້ນເຫດການແກ້ໄຂກໍ່ຄວນໃຫ້ຄວາມສຳຄັນກັບອາຫານ ໂດຍສະເພາະອາຫານປະເພດ "ແປ້ງແປຮູບທີ່ຜ່ານຫລາຍ ຂະ ບວນການຜະລິດ" ເຊັ່ນ ຂະຫນົມປັງ, ເຄັກ, ສາລະເປົ໋າ, ຈັບກ້ວຍ, ເສັ້ນເຂົ້າປຽກ, ເສັ້ນສະປາເກັດຕີ້ ແລະ ອື່ນໆທີ່ມີກິ່ນຫອມເປັນຕາ ຮັບປະທານ ແຕ່ການຮັບປະທານອາຫານໃນກຸ່ມນີ້ເປັນປະຈຳຕິດຕໍ່ກັນຈະເຮັດໃຫ້ຈຸລັງທົ່ວຮ່າງກາຍເສື່ອມສະມັດຕະພາບອ່ອນເພຍເນື່ອງ ຈາກຮ່າງກາຍບໍ່ໄດ້ໄດ້ຮັບສານອາຫານທີ່ເປັນປະໂຫຍດ ແຖມຍັງມີສານເຄມີຊະນິດຕ່າງໆ ທີ່ປະສົມເຂົ້າໃນຂັ້ນຕອນການແປຮູບອາຫານ ປະເພດນີ້ເຊັ່ນ ສານກັນບູດ, ສີປະສົມອາຫານ, ສານເຄມີສັງເຄາະຊະນິດອື່ນໆ ຖ້າຮັບປະທານຫລາຍຈະເກີດເປັນພະຍາດຕຸ້ຍ ຫລືອາດ ເປັນມະເຮັງໄດ້.


   ສຳລັບຜູ້ຊາຍ ຖ້າຮັບປະທານແປ້ງສຳເລັດຮູບຈຳນວນຫລາຍຈະເຮັດໃຫ້ຕ່ອມລູກຫມາກໃຫຍ່ ເຊິ່ງອາການເລີ່ມຕົ້ນສັງເກດໄດ້ຈາກ ການຕື່ນຂຶ້ນມາຕອນກາງຄືນ ເພາະປວດເບົາເປັນປະຈຳ ຖ້າຕ່ອມລູກຫມາກໄຂ່ບວມຫລາຍ ຈະເຮັດໃຫ້ການຖ່າຍເບົາບໍ່ສະດວກ ແລະ ອາດຈະຖ່າຍເບົາບໍ່ອອກເລີຍ.


   ສຳລັບແມ່ຍິງທີ່ຮັບປະທານອາຫານຈຳພວກນີ້ຈຳນວນຫລາຍຈະເຮັດໃຫ້ສີຜິວຫນັງບໍລິເວນແກ້ມຈະປ່ຽນເປັນສີດຳກ່ຳ ແລະ ຍັງສ່ຽງຕໍ ການເກີດເນື້ອງອກໃນມົດລູກ ແລະ ມະເຮັງຕົ້ມນົມນຳອີກ.


   ວິທີທີ່ດີທີ່ສຸດຄືການຫລຸດຈຳນວນການຣັບປະທານໃຫ້ຫນ້ອຍລົງ ຫລື ຜູ້ໃດທີ່ຮູ້ວ່າຕົນເອງວ່າເປັນພະຍາດທີ່ເວົ້າມາຂ້າງເທິງນັ້ນຄວນ ຢຸດຮັບປະທານແປ້ງເປັນເວລາ 120 ວັນ ເພື່ອຂັບສານພິດຕົກຄ້າງອອກຈາກຮ່າງກາຍ ເນື່ອງຈາກຮ່າງກາຍຈະປ່ຽນເລືອດຊຸດໃຫມ່.


   ແນວໃດກໍ່ດີ ການຮັບປະທານອາຫານທີ່ຜ່ານການແປຮູບ ບໍ່ແມ່ນສະເພາະປະເພດແປ້ງເທົ່ານັ້ນ ຍັງລວມເຖິງອາຫານປະເພດອື່ນໆ ລ້ວນ ແຕ່ບໍ່ໄດ້ໃຫ້ຜົນປະໂຫຍດແກ່ຮ່າງກາຍໄດ້ເທົ່າທີ່ຄວນ ເມື່ອປຽບທຽບກັບການຮັບປະທານອາຫານຈາກທຳມະຊາດທີ່ຜ່ານການປຸງ ແຕ່ງຫນ້ອຍທີ່ສຸດ.


ecom


__________________
Anonymous

Date:
RE:ເຂົ້າໜົມ...


ຂອບໃຈທີ່ມາຊ່ອຍບອກ.

__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard