Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ງານເຕັ້ນຮິບຮ໋ອບສາກົນ ຄັ້ງທຳອິດໃນລາວ !!!
Anonymous

Date:
ງານເຕັ້ນຮິບຮ໋ອບສາກົນ ຄັ້ງທຳອິດໃນລາວ !!!


ກຽມພົບຄວາມມ່ວນຊື່ນງານເຕັ້ນຮິບຮ໋ອບສາກົນ ຄັ້ງທຳອິດໃນລາວ



6_26.jpg

    ກຽມເປີດມະຫາກຳການເຕັ້ນສາກົນ "ຟັງແມ່ຂອງ" ຫລື FANG MAE KHONG  INTERNATIONAL DANCE FESTIVA- L’S ຄັ້ງທຳອິດໃນປະເທດລາວ ເຊິ່ງຈະມີທີມເຕັ້ນທີ່ມີຊື່ສຽງຈາກຫລາຍປະເທດທີ່ຈະມາສະແດງລີລາການເຕັ້ນໃຫ້ເຮົາໄດ້ຊົມກັນພາຍໃນ ງານຈະມີການສະແດງເຕັ້ນ ພ້ອມກັບການເປີດຝຶກອົບຮົບການເຕັ້ນໃຫ້ກັບຄົນທີ່ສົນໃຈນຳອີກ.


   ງານດັ່ງກ່າວຈັດໂດຍສະໂມສອນລາວບັ້ງໄຟກັບA’CORPS ເຊິ່ງເປັນຜູ້ລິເລີ່ມຄວາມຄິດດັ່ງກ່າວ ພ້ອມທັງໄດ້ຮັບການອະນຸຍາດຈັດ ງານຈາກກະຊວງຖະແຫລງຂ່າວ ແລະ ວັດທະນະທຳ ຈິ່ງເຮັດໃຫ້ເກີດມີງານ "ຟັງແມ່ຂອງ" ເພື່ອສະຫນັບສະຫນູນນັກເຕັ້ນຜູ້ທີ່ມີຄວາມສາມາດໃຫ້ເຂົາເຈົ້າໄດ້ມີເວທີສະແດງຄວາມສາມາດໃຫ້ຄົນອື່ນໄດ້ຊົມກັນ ເພື່ອເປັນການເປີດໂອກາດໃຫ້ກັບຜູ້ທີ່ສົນໃຈເລື່ອງການເຕັ້ນໄດ້ ເຂົ້າມາຮຽນຮູ້ແລກປ່ຽນປະສົບການ.


   ງານຈະເລີ່ມຂຶ້ນວັນທີ 20-21 ມັງກອນນິ້ ທີ່ໂຮງກາຍະສິນແຫ່ງຊາດ (ນະຄອນຫລວງວຽງຈັນ), ວັນທີ 26 ມັງກອນ ຈະມີແຂ່ງຂັນ ເຕັ້ນຮິບຮ໋ອບຢູ່ສູນຢູໂດ (ນະຄອນຫລວງວຽງຈັນ) ສຳລັບວັນທີ 23-24 ມັງກອນ ແມ່ນຈະຈັດຂຶ້ນທີ່ແຂວງຫລວງພະບາງ ແລະ ວັນທີ 27-28 ແມ່ນຈະຈັດຂຶ້ນທີ່ຫໍວັດທະນະທຳແຫ່ງຊາດ (ນະຄອນຫລວງວຽງຈັນ).


   ສຳລັບບັດທຳມະດາແມ່ນ 10.000 ກີບ ສາມາດເຂົ້າຊົມໄດ້ 1 ງານ (ຊື້ໄດ້ໃນມື້້ສະແດງຢູ່ຫນ້າງານ) ບັດ VIP ແມ່ນ 150.000 ກີບ (ບັດ1 ສາມາດເຂົ້າໄດ້ 2 ຄົນ) ແລະ ບັດນີ້ຍັງສາມາດເຂົ້າຊົມການສະແດງໄດ້ທຸກງານ ສຳລັບບັດແມ່ນຈະເປີດຈຳຫນ່າຍໃນວັນທີ 17 ມັງກອນ ທີ່ຫໍວັດທະນະທຳແຫ່ງຊາດຮີບຟ້າວຈັບຈອງເປັນເຈົ້າຂອງເດີ້ ເພາະບັດນີ້ມີຈຳນວນຈຳກັດ ແລະ ບໍ່ມີການຈຳຫນ່າຍຢູ່ຫນ້າ ງານ.


   ນັກເຕັ້ນທີ່ຈະມາສະແດງໃນຄັ້ງນີ້ ປະກອບມີປະເທດລາວ, ຫວຽດນາມ, ກຳປູເຈຍ,ມຽນມ້າ, ຝຣັ່ງ ແລະ ໄທເພາະວ່ານອກຈາກເຮົາ ຈະໄດ້ຊົມການເຕັ້ນທີ່ເປັນສາກົນເຊັ່ນຮິບຮ໋ອບ ແດນຊ໌ ບີບອຍ ແລ້ວແຕ່ລະປະເທດກໍ່ຈະນຳເອົາການສະແດງຟ້ອນທີ່ເປັນເອກະລັກຂອງ ປະເທດນັ້ນໆ ເຊິ່ງເປັນການສະແດງທີ່ຫາຊົມໄດ້ຍາກ ນອກຈາກນີ້ພາຍໃນງານທ່ານຍັງຈະໄດ້ຊົມເຄື່ອງຫລິ້ນຕ່າງໆໃນສະໄຫມກ່ອນເຊື່ອ ວ່າໄວຫນຸ່ມໆຫລາຍໆຄົນຄົງບໍ່ເຄີຍເຫັນ ແລະ ຮູ້ຈັກມາກ່ອນ ເພາະສະນັ້ນຖ້າໃຜທີ່ຢາກເຫັນວ່າມັນຈະມີຫນ້າຕາຄືແນວໃດນັ້ນກໍ່ຢ່າພາດ.


   ງານຖະແຫລງຈັດຂຶ້ນເມື່ອວັນທີ 5 ມັງກອນທີ່ສະໂມສອນສະມາຄົມນັກຂ່າວເຂົ້າຮ່ວມຖະແຫລງປະກອບມີ ທ່ານ ສົມສະຫນຸກ ມີໄຊ ຮອງປະທານສະມາຄົມນັກຂ່າວແຫ່ງປະເທດລາວທ. ອານຸຊາ ໂພທິສານ ຫົວຫນ້າສະໂມສອນລາວບັ້ງໄຟ, ທ. ເປເລ້ ຄຳຈັນລາຈາກ A’CORPS DANCE COMPANY  (ຝຣັ່ງ) ພ້ອມດ້ວຍຊື່ມວນຊົນ.


ecom



__________________
Anonymous

Date:

d jai num der lao bang fai

thi mi ngarn beb ni

love lao bang fai


__________________
Anonymous

Date:

DEE JAI TEE SUD TEE DAI HEN KUAM KAO NAR THANG DARN SANG KOM KHONG SAO LAO TARM THIT THANG LAIR NAYOBAY KHONG PHACK LAIR LAAT DAI VANG ORK.

SOM SEUY SAHAY AY NONG SAO NOOM LAO, JONK PHAR KARN KEO PI SOO PARTOO LUCK XAY DUAY THERN.

SOM SEUYyawnyawnyawnyawnyawnyawnyawnyawnyawnyawnyawnXAY-SANA.

__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard