Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ມັດທະຍົມຕົ້ນ ປ່ຽນຈາກ3 ເປັນ4 ປີແລ້ວ
Anonymous

Date:
ມັດທະຍົມຕົ້ນ ປ່ຽນຈາກ3 ເປັນ4 ປີແລ້ວ

ແມ່ນໃຜເຫັນດີກັບການປ່ຽນແປງລະບົບນີ້ແດ່
ຜູ້ປົກຄອງຕ້ອງເສຍເງີນເພິ່ມຂຶ້ນອີກແລ້ວບາດນີ້

ໃນສົກ
2010-2011 ສປປ ລາວ ກໍ່ໄດ້ມີການນຳໃຊ້ຫລັກສູດການຮຽນ-ການສອນສຳລັບນັກຮຽນຊັ້ນ ມ.7 ຫມາຍຄວາມວ່າສົກປີນີ້ (2009-2010) ຈະບໍ່ມີການສອບເສງຈົບມ.6 ໃນຂະນະທີ່ສົກປີຜ່ານມາ ແມ່ນບໍ່ໄດ້ມີການສອບເສງຈົບຂັ້ນມ.3 ເຊິ່ງກໍ່ໄດ້ປະຕິບັດເປັນທີ່ ຮຽບຮ້ອຍແລ້ວ.

   ສຳລັບຊັ້ນມັດທະຍົມຕົ້ນ ທາງກະຊວງສຶກສາທິການກໍ່ໄດ້ປ່ຽນຈາກລະບົບສາມປີເປັນ 4 ປີ. ຈິ່ງເປັນຜົນໃຫ້ຊັ້ນມັດທະຍົມຕອນປາຍ ຕ້ອງເພີ່ມຂຶ້ນເປັນປີທີ 7 ຈິ່ງສາມາດຢັ້ງຢືນຈົບລະບົບສາມັນ ເຊິ່ງບັນດາຜູ້ປົກຄອງ, ນັກຮຽນ, ນັກສຶກສາລວມທັງພໍ່ແມ່ປະຊາຊົນທົ່ວໄປ ກໍ່ໄດ້ໃຫ້ທັດສະນະທີ່ແຕກຕ່າງກັນ ໃນນັ້ນ ທ່ານນາງ ສຸກັນ ອາຊີບພະນັກງານຢູ່ບ້ານດົງໂດກ ເມືອງໄຊທານີ ນະຄອນຫລວງວຽງຈັນ ກໍ່ໄດ້ໃຫ້ທັດສະນະວ່າ: ການທີ່ບໍ່ມີການສອບເສັງຈົບຂັ້ນມ.6 ສົກນີ້ກໍ່ເປັນຜົນດີອີກຢ່າງຫນຶ່ງທີ່ບັນດານ້ອງນັກຮຽນຈະຕ້ອງໄດ້ເພີ່ມຄຸນນະ ພາບໃນການສຶກສາ ເພື່ອສືບຕໍ່ຮຽນວິຊາຊີບທີ່ຜ່ານມາການສຶກສາພາຍໃນບ້ານຂອງພວກເຮົານີ້ລະຫວ່າງປະລິມານ ແລະ ຄຸນນະພາບ ຍັງບໍ່ທັນສົມຄູ່ກັນ, ສຳລັບນາງຫລ້ານັກຮຽນຢູ່ບ້ານທົ່ງປົ່ງ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ກໍ່ໄດ້ກ່າວວ່າ: ຕົນເອງກໍ່ຮຽນ ຮອດຊັ້ນມ.5 ແລ້ວຄິດວ່າ ປີຫນ້າກໍ່ຮຽນຈົບລະບົບສາມັນ ແຕ່ກໍ່ຕ້ອງຮຽນເພີ່ມອີກປີຫນຶ່ງຈິ່ງຈະຈົບເຖິງວ່າຈະຊິ້ນເປືອງລາຍຈ່າຍພໍ່ແມ່ ຕື່ມອີກຂັ້ນຫນຶ່ງ ແຕ່ກໍ່ຈະຕັ້ງໃຈຮຽນຈົນສຸດຄວາມສາມາດຄິດວ່າ ຄົງຈະບໍ່ເປັນເລື່ອງຍາກເກີນໄປໃນການທີ່ເພິ່ນເພີ່ມອີກຂັ້ນຫນຶ່ງເວົ້າສະ ເພາະມ.7, ເພື່ອນຜູ້ໃດກໍ່ຢ້ານແຕ່ການຮຽນຈະຫຍຸ້ງຍາກເກີນໄປ ແຕ່ຈະພະຍາຍາມ. ສ່ວນຜູ້ປົກຄອງທ່ານຫນຶ່ງບໍ່ປະສົງອອກນາມກໍ່ໄດ້ ໃຫ້ທັດສະນະວ່າ: ໃນການເພີ່ມຂັ້ນມ. 7 ແລ້ວກໍ່ຮຽກຮ້ອງໃຫ້ພາກສ່ວນກ່ຽວຂ້ອງປັບປຸງຄືນດ້ານຂີດຄວາມສາມາດຂອງນັກຮຽນ, ພ້ອມ ເອົາໃຈໃສ່ຕິດຕາມປະເມີນຜົນການຮຽນ-ການສອນລັກສະນະເພີ່ມຂັ້ນຫນຶ່ງແລ້ວກໍ່ຕ້ອງໄດ້ເພີ່ມພາລະຂຶ້ນຕື່ມ.

   ສຳລັບປຶ້ມຄູ່ມືລວມທັງປຶ້ມແບບຮຽນແຕ່ຂັ້ນປໍ 1 ຈົນຮອດຂັ້ນມໍ 7 ປະຈຸບັນທາງກະຊວງສຶກສາທິການເວົ້າສະເພາະກໍ່ແມ່ນສະຖາບັນ ຄົ້ນຄວ້າວິທະຍາສາດການສຶກສາກໍ່ໄດ້ແຈ້ງຮູ້ວ່າ: ທາງສະຖາບັນໄດ້ສຳເລັດການຈັດພິມ ແລະ ແຈກຢາຍປຶ້ມແບບຮຽນ ແລະ ຄູ່ມືແຕ່ຂັ້ນ ປ.1-ປ.4 ໃນທຸກວິຊາສຳເລັດແລ້ວ, ສ່ວນຂັ້ນມ.1-ມ.4 ແມ່ນສາມາດບັນລຸໄດ້ 70% ໂດຍຄາດວ່າໃຫ້ສຳເລັດໃນເດືອນມັງກອນ 2010 ທີ່ມາເຖິງນີ້. ສຳລັບຊັ້ນມັດທະຍົມຕອນປາຍມ.5-ມ.7 ແມ່ນຈະທັນນຳໃຊ້ໄດ້ໃນສົກຮຽນ 2010- 2011ທີ່ຈະມາເຖິງນີ້ ຈິ່ງຮຽກຮ້ອງໃຫ້ ນ້ອງນັກຮຽນທັງຫລາຍຈົ່ງຕັ້ງຫນ້າເອົາໃຈໃສ່ສຶກສາຮ່ຳຮຽນທັງປະຕິບັດກົດລະບຽບທີ່ທາງໂຮງຮຽນວາງອອກຢ່າງເຂັ້ມງວດ.

__________________
Anonymous

Date:

Very good, it is international system. First I come to Australia, they mentioned about Year 12 which didn't have, we had only year 11. Now is good step to develop our educational system to meet international.

__________________
Anonymous

Date:

ຂພະເຈົ້າ ສະແດງຄວາມ ຍິນດີເປັນພິເສດ ຫັວງຢ່າງຍິ່ງວ່າ ພັກ-ລັດ ໄຫ້ເຫັນຄວາມສຳຄັນແລາະຈຳເປັນຕໍ່
ການສ້າງສັບພະຍາກອນມະນູດ. ຂາດເຂົ້າກິນ ຫາກິນໄດ້ ຫາກຂາດຄວາມຮູ້ ຈະຫາຍາກ

__________________
Anonymous

Date:
RE:

ໄດ້ຍິນບາງຄົນເວົ້າວ່າເພິ່ນຈະເອົາພາສາຕ່າງປະເທດເຂົ້າສອນໃນຊັ້ນປະຖົມ, ນີ້ແມ່ນຄວາມຈິງບໍ? ມີພາສາຫຍັງແດ່?

__________________
Anonymous

Date:
RE: ມັດທະຍົມຕົ້ນ ປ່ຽນຈາກ3 ເປັນ4 ປີແລ້ວ

Anonymous wrote:

ໄດ້ຍິນບາງຄົນເວົ້າວ່າເພິ່ນຈະເອົາພາສາຕ່າງປະເທດເຂົ້າສອນໃນຊັ້ນປະຖົມ, ນີ້ແມ່ນຄວາມຈິງບໍ? ມີພາສາຫຍັງແດ່?

Great to hear that!

Is good if this news is true. If they do, I belive they will teach 2 international languages like Franch and English.

In my generation, they teach Franch when I was 2nd grader, and English on 7th grader, it was long time, last 50 yrs ago.   

ພາສາຫວຽດ ຄິດວ່າຄົງມີ

__________________
Anonymous

Date:

Anonymous wrote:

Very good, it is international system. First I come to Australia, they mentioned about Year 12 which didn't have, we had only year 11. Now is good step to develop our educational system to meet international.

when i was school boy, my school was 6 yrs elementary school

4 yrs middle school

3 yrs high school

total :            13 yrs basic school (samanh school)

when was lao education system change to 11 yrs, just wadering ?

__________________
Anonymous

Date:
RE:

ຊັ້ນປະຖົມສຶກສາເປັນຊັ້ນທີ່ເຮັດໃຫ້ນັກຮຽນມີພື້ນຖານແຂງແກ່ນ ຄວນຮະເຮັດເປັນ6ປີ

__________________
Anonymous

Date:
RE: ມັດທະຍົມຕົ້ນ ປ່ຽນຈາກ3 ເປັນ4 ປີແລ້ວ

Laos education is 3 steps behind from the West countries and 2 steps behind Laos before 1975 if comparing to today's.   12th grade ( Matta-yom pai ) is same as 9th grade ( Matta-yom ton ) of last 40 years of Laos general education levels.  Laos Education Ministry needs to change to new basic of teaching and learn from the west education systems. You added 1 more year in high school don't mean that you have a step higher then your previous grade of your educating.  12 years is most maximum basic of general education ( saman suksa ) in the Europe, North America and modern countries in Asia, after that continue in university or college for skills and professionals degree ( asivar suksa ).  Laos needs new basic and system of education, is the most.

__________________
Anonymous

Date:
RE:

ຕອນອ້າຍນ້ອງເຂົ້າມາໃໝ່ໆ(1975 - 1985 ) ເພິ່ນໄດ້ຍຸບຊັ້ນປະຖົມ6 ຍຸບມໍ4 ແລ້ວເອົາຄູທີ່ສອນຫ້ອງປໍ6ໄປສອນມັດທະຍົມ ເອົາອາຈານສອນຊັ້ນມໍ4ໄປສອນຊັ້ນອຸດົມແລະໄປປະຕິຮູບລະບົບການສອນທັງໝົດ, ຈາກນັ້ນມານັກຮຽນທີ່ຜະລິດໄດ້ຈາກຊັ້ນສາມັນສຶກສາກໍ່ກາຍເປັນນັກຮຽນທີ່ອ່ອນຄຸນນະພາບ. ໃນສະໃໝນັ້ນນັກຮຽນຈົບຊັ້ນມັດທະຍົມ3ຜູ່ທີ່ມີຄຸນສົມບັດດີຮຽນບໍ່ໄດ້ກໍ່ສາມາດໄປຮຽນຕໍ່ຕ່າງປະເທດໄດ້. ນີ້ແມ່ນສາເຫດທີ່ເຮັດໃຫ້ບ້ານເຮົາຂາດປັນຍາຊົນແລະສົມໃສ່ແນວຄິດຄຽດແຄ້ນຂອງບັນດາຜູ່ນຳເຮັດໃຫ້ປະເທດເຮົາກາຍເປັນປະເທດ Brain-Drain.

__________________
Anonymous

Date:
RE: ມັດທະຍົມຕົ້ນ ປ່ຽນຈາກ3 ເປັນ4 ປີແລ້ວ

Anonymous wrote:

ຕອນອ້າຍນ້ອງເຂົ້າມາໃໝ່ໆ(1975 - 1985 ) ເພິ່ນໄດ້ຍຸບຊັ້ນປະຖົມ6 ຍຸບມໍ4 ແລ້ວເອົາຄູທີ່ສອນຫ້ອງປໍ6ໄປສອນມັດທະຍົມ ເອົາອາຈານສອນຊັ້ນມໍ4ໄປສອນຊັ້ນອຸດົມແລະໄປປະຕິຮູບລະບົບການສອນທັງໝົດ, ຈາກນັ້ນມານັກຮຽນທີ່ຜະລິດໄດ້ຈາກຊັ້ນສາມັນສຶກສາກໍ່ກາຍເປັນນັກຮຽນທີ່ອ່ອນຄຸນນະພາບ. ໃນສະໃໝນັ້ນນັກຮຽນຈົບຊັ້ນມັດທະຍົມ3ຜູ່ທີ່ມີຄຸນສົມບັດດີຮຽນບໍ່ໄດ້ກໍ່ສາມາດໄປຮຽນຕໍ່ຕ່າງປະເທດໄດ້. ນີ້ແມ່ນສາເຫດທີ່ເຮັດໃຫ້ບ້ານເຮົາຂາດປັນຍາຊົນແລະສົມໃສ່ແນວຄິດຄຽດແຄ້ນຂອງບັນດາຜູ່ນຳເຮັດໃຫ້ປະເທດເຮົາກາຍເປັນປະເທດ Brain-Drain.

i see, remember a lot of my classmates were very happy for their 2-3 yrs paid excursion to CCCP or in some of the Eastern Europe countries.  and m still remember one of my classmate (one of the best mathematics, science and chemist  score of the whole school) when he got sabsone at DongDork, said one day will be my day. at the time i was not sure what he meant, but now. on the same token as a lot of my schoolmates i was sabsone in the first in VTE communication institute with promising to get the second 2 yrs to some of eastern europe countries, but never happened. i learned, that 3 yrs later that school really existed. too late for me. i was already kicking dirt around and make a lot of friends and did not think about school at all, but now. ....................... i will enroll in some department in NUOL when i retire.

__________________
Anonymous

Date:

Kick dirt ( Tae Foon ) after came home from CCCP.

My friend ( Arloune S. Rajsaphack ) came to my house and told me that he saw my name on the list of people ( studens ) go to study in Moscow CCCP, in 1976. I was so happy and jumped in his Austin then he drove me to see that result at our University ( IRDA ).     2 months later, I was in Moscow. 4 years in CCCP, I had haven't heart news from my best friend Arloune S. Rajsaphack, and can't contact with him after I got to Moscow.

1980, I came back home.  A month later, I went to ask about my job at education Minisrty but had nothing for me yet. 2....3....and 4 months passed by still heart nothing from Khan Theung.       I recieved a mail of my friend, Arloune S. Rajsaphack from France.  He told me that Khan Theung's not going to offer a good job and let me live in Vientine. They will sending me to the north like Samneua, Sieng Khouang or go south to Attapeu, Saravanh?  He said I am a son and grand son of top rank of Lao Patikan ( not military ), they are not Sab Sone myself to a good spot in the capital city.    My 10th months that Tae Foonwith no income, finally Khan Theung called me up and told me that I got Sab Sone to be Assistant Chao Muong Muong Vieng say, Khoueng Huaphan.   2 weeks later Iwas in Thailand, and 6 months later here in the U.S. 

__________________
Anonymous

Date:
RE:

ນັກສຶກສາລາວທີ່ຈົບມາຈາກຕ່າງປະເທດບໍ່ໄດ້ຖືກສັບຊ້ອນສ່ວນຫລາຍແມ່ນພວກທີ່ໄປຮຽນດ້ານອຸດສະຫະກຳ ຖ້າໄປຮຽນດ້ານກະສິກຳຫລືດ້ານການປົກຄອງຢູ່ວຽດນາມ ສ່ວນຫລາຍແມ່ນໄດ້ສັບຊ້ອນໃນຕໍາແໜ່ງທີ່ດີແລະມີເງິນຄໍາໃຊ້ຈ່າຍສະບາຍ.

__________________
Anonymous

Date:
RE: ມັດທະຍົມຕົ້ນ ປ່ຽນຈາກ3 ເປັນ4 ປີແລ້ວ

Anonymous wrote:

ນັກສຶກສາລາວທີ່ຈົບມາຈາກຕ່າງປະເທດບໍ່ໄດ້ຖືກສັບຊ້ອນສ່ວນຫລາຍແມ່ນພວກທີ່ໄປຮຽນດ້ານອຸດສະຫະກຳ ຖ້າໄປຮຽນດ້ານກະສິກຳຫລືດ້ານການປົກຄອງຢູ່ວຽດນາມ ສ່ວນຫລາຍແມ່ນໄດ້ສັບຊ້ອນໃນຕໍາແໜ່ງທີ່ດີແລະມີເງິນຄໍາໃຊ້ຈ່າຍສະບາຍ.

ນີ້ແມ່ນຄວາມຈິງ. ເພາະທູກຢ່າງ ສ່ວນຫຼາຍດຳເນີນໄປດ້ວຍເສັ້ນສາຍ ຫຼື ບໍ່ດັ່ງນັ້ນກໍໄຊ້ເງີນເປັນອຳນາດ ຄືຈ້າງ
ເຂົ້າເຮັດວຽກທີ່ຕົນພໍໃຈ. ນີ້ລະ ເປັນບັນຫາທ່ວງດຶງຄວາມກ້າວໜ້າຂອງປະເທດຊາດ. ຕ້ອງມີວິທີແກ້ໄຂເດີ !!!

ARE YOU SURE?   I DON'T THINK IT'S TRUE.            MY GRANDPA WAS A DISTRICT COURT JUDGE, AND MY DAD WAS A LAWYER BEFORE LAOS PDR. THEY DON'T WANT PATIKAN SON LIKE ME TO WORK FOR THEM, THAT WAS A REASON I DON'T GET A JOB AFTER I CAME HOME FROM CCCP.        ANY WAY I AM STILL LOVE AND WORRY ABOUT MY MOTHERLAND, ALWAYS.

__________________
Anonymous

Date:
RE

ຜູ່ໃດ໋ເປັນລູກຂ້າຣາດຊະການເກົ່າມີໂອກາດນ້ອຍຫລາຍທີ່ຈະໄດ້ເຂົ້າຮ່ວມການຈັດຕັ້ງຕ່າງໆເຊັ່ນ ອົງການຈັດຕັ້ງເຍົາວະຊົນ ຊາວໜຸ່ມ ກໍາມະບານແລະສະມາຊິກພັກ, ເມື່ອບໍ່ໄດ້ຢູ່ໃນການຈັດຕັ້ງໂອກາດທີ່ຈະໄດ້ຝຶກຝົນຫລໍ່ຫລອມຕົນເອງກໍ່ມີນ້ອຍ.
ແຕ່ໂຊກຍັງດີ ວິນຍານຂອງບັນພະບຸຣຸດລາວຍັງມີຄວາມເປັນທັມ ລຸກຫລາຍເຈົ້ານາຍເກົ່າຫລາຍໆຄົນໄດ້ແຕ່ງງານສ້າງຄອບຄົວກັບລູກຫລານຄັອມມຸຍນິດ

__________________
Anonymous

Date:
RE: ມັດທະຍົມຕົ້ນ ປ່ຽນຈາກ3 ເປັນ4 ປີແລ້ວ

Anonymous wrote:

ຜູ່ໃດ໋ເປັນລູກຂ້າຣາດຊະການເກົ່າມີໂອກາດນ້ອຍຫລາຍທີ່ຈະໄດ້ເຂົ້າຮ່ວມການຈັດຕັ້ງຕ່າງໆເຊັ່ນ ອົງການຈັດຕັ້ງເຍົາວະຊົນ ຊາວໜຸ່ມ ກໍາມະບານແລະສະມາຊິກພັກ, ເມື່ອບໍ່ໄດ້ຢູ່ໃນການຈັດຕັ້ງໂອກາດທີ່ຈະໄດ້ຝຶກຝົນຫລໍ່ຫລອມຕົນເອງກໍ່ມີນ້ອຍ.
ແຕ່ໂຊກຍັງດີ ວິນຍານຂອງບັນພະບຸຣຸດລາວຍັງມີຄວາມເປັນທັມ ລຸກຫລາຍເຈົ້ານາຍເກົ່າຫລາຍໆຄົນໄດ້ແຕ່ງງານສ້າງຄອບຄົວກັບລູກຫລານຄັອມມຸຍນິດ

ຄວາມຈິງ. ຂພະເຈົ້າ ມີຄວາມຫັວງວ່າ ຄົນລາວທົ່ວໄປຄົງເຂົ້າໄຈ ແລາະທອດຖອນ ຈາກອະດີດມາເປັນບົດຮຽນ

ໂດຍສະເພາະ ບູກຄົນທີ່ມີໂອກາດ ເຂົ້າມາໄນວົງການ ຂໍຄວາມເປັນທຳ ເພື່ອຊາດ ແລາະເພື່ອປະຊາຊົນ. ປະເທດ

ລາວຕ້ອງການ ລະດັບການສຶກສາທີ່ແທ້ຈິງ ເພື່ອເປັນກຳລັງແຮງໃນການສ້າງສາປະເທດຊາດ. ຖ້າບັນຫານີ້ແກ້ໃຂ

ບໍ່ໄດ້ ຄຳວ່າ  ລາວ  ກໍ່ຈະບໍ່ໝາຍເຖີງຄວາມໝາຍເປັນຊາດ ຫຼື ເຜົ່າຊົນໄດ້ຕໍ່ໄປ ຄືຈະກາຍເປັນພຽງສັບໄຊ້ຂອງກູ່ມ

ຄົນທີ່ມີເຈດຕະນາດູຖູກຄວາມເປັນມະນູດເທົ່ານັ້ນ. ຂພະເຈົ້າຄິດວ່າ ທູກຄົນຄົງເຂົ້າໃຈ. ໂລກເຂົາພັດຖານາ. ຕຶ່ນ

ສາ !! yawn

__________________
Anonymous

Date:

Laos needs educated people to rebuild or develop the country. Education is #1 priority for developing and growing economy. Education must be step ahead of every element factors of rebuilding the nation after the country was torn by the war.

Over 100 years Laos is still in the list of Third World Country and poorless country in the world.  When can we take our country's name out of that list?  Now is time for Lao people from every where in the world to regroup and give hands together to rebuild our motherland. The government is opening door for Lao in oversea to reunite and work side by side as one Laos power to fight against poverty in our country to disappear.  

__________________
Anonymous

Date:
RE:

ຖືກຕ້ອງ ເຖິງເວລາແລ້ວທີ່ທ່ານຜູ່ນໍາເຮົາຄວນອ້າແຂນອອກກ້ວາງກ່ວານີ້ເພື່ອໃຫ້ລູກຫລານອົບພະຍົບລາວທີ່ເກີດໃຫຍ່ໃນຕ່າງແດນໄດ້ມີໂອກາດເຂົ້າມາໃຊ້ຄວາມຮູ້ຄວາມສາມາດໃນການສ້າງສາປະເທດຊາດ.

__________________
Anonymous

Date:
RE: ມັດທະຍົມຕົ້ນ ປ່ຽນຈາກ3 ເປັນ4 ປີແລ້ວ

Anonymous wrote:

ຖືກຕ້ອງ ເຖິງເວລາແລ້ວທີ່ທ່ານຜູ່ນໍາເຮົາຄວນອ້າແຂນອອກກ້ວາງກ່ວານີ້ເພື່ອໃຫ້ລູກຫລານອົບພະຍົບລາວທີ່ເກີດໃຫຍ່ໃນຕ່າງແດນໄດ້ມີໂອກາດເຂົ້າມາໃຊ້ຄວາມຮູ້ຄວາມສາມາດໃນການສ້າງສາປະເທດຊາດ.

ຄົນລາວ, ລູກຫຼານລາວ ທີ່ເຕີບໃຫ່ຍ ຢູ່ ຕ່າງປະເທດ ລ້ວນແລ້ວແຕ່ໄດ້ຮັບການສຶກສາດີໆ ທັງນັ້ນ. ນີ້ຄວນຄິດ ຊຶ່ງ
ຖືໄດ້ວ່າ ເປັນກ້ອນພະລັງງານຂອງການພັດທະນາອີກສ່ວນນຶ່ງທີ່ລີ້ຊ້ອນ. ປະເທດລາວ ເປັນປະເທດທີ່ມີຊັບສີນພະຍາ
ກອນທຳມະຊາດຢ່າງຫຼວງຫຼາຍ  ພຽງແຕ່ຂາດນັກວິຊາການ ຂາດກຳລັງແຮງງານທີ່ມີຄູນນະພາບທາງການສຶກສາ
ເທົ່ານັ້ນ. disbelief

Yes, we are ready whenever our parents are ready so.

Look lane khon lao nai tang dan.

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard