Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ເຄື່ອນແມ່ນໍ້າຂອງໃຫຍ່ທີ່ສຸດ ຈະສ້າງໃນລາວ
Anonymous

Date:
ເຄື່ອນແມ່ນໍ້າຂອງໃຫຍ່ທີ່ສຸດ ຈະສ້າງໃນລາວ

4.jpg

    ຫລັງຈາກມີການສຳຫລວດຄວາມເປັນໄດ້ ໃນການກໍ່ສ້າງໂດຍພື້ນຖານໃນ 1 ປີຜ່ານມາ. ໂຄງການສ້າງເຂື່ອນໄຟຟ້ານ້ຳຂອງທີ່ໃຫຍ່ ກວ່າຫມູ່ໃນລາວອາດເກີດຂຶ້ນໃນອີກບໍ່ດົນທີ່ແຂວງຫລວງພະບາງ ເຂດບ້ານຄົກ ເມືອງປາກອູ ອາດເປັນແຂວງທຳອິດທີ່ຈະສ້າງເຂື່ອນໄຟ ຟ້ານ້ຳຂອງເຂື່ອນຜະລິດສູງເຖິງ 1.410 ເມກາວັດ (MW) ຄາດວ່າຈະໃຊ້ເງິນລົງທຶນສູງເຖິງ 2.000 ລ້ານໂດລາສະຫະລັດ.

   ໂຄງການເຂື່ອນໄຟຟ້າດັ່ງກ່າວ ໄດ້ເລີ່ມລົງມືທຳການສຳຫລວດຄວາມເປັນໄປໄດ້ແຕ່ປີ 2007 ຕາມບົດບັນທຶນຊ່ວຍຈຳທີ່ເຊັນກັນລະ ຫວ່າງລັດຖະບານລາວ ແລະ ສະຫະບໍລິສັດນ້ຳມັນອາຍແກ໊ສ ສສ ຫວຽດນາມ; ມາໃນວັນທີ 24 ຕຸ ລາ 2008 ທີ່ຜ່ານມານີ້ ໄດ້ມີການ ຈັດງານສະຫລຸບຜົນງານ 1 ປີ ຂຶ້ນຢູ່ທີ່ໂຮງແຮມດອນຈັນພາເລດ ນະຄອນຫລວງວຽງຈັນ. ເຂົ້າຮ່ວມໃນພິທີມີທ່ານ ດຣ. ດວງສະຫວັດ ສຸພານຸວົງ ລັດຖະມົນຕີ ປະຈຳສຳນັກງານນາຍົກລັດຖະມົນຕີ, ທ່ານ ສົມບູນ ລາຊາສົມບັດ ລັດຖະມົນຕີຊ່ວຍວ່າການ, ຮັກສາການກະ ຊວງພະລັງງານ ແລະບໍ່ແຮ່, ທ່ານ ບຸນເຮືອງ ດວງພະຈັນ ເຈົ້າແຂວງໆຫລວງພະບາງ, ທ່ານ ວູຮູກວາງ ປະທານສະຫະບໍລິສັດໄຟຟ້າອາຍແກ໊ສ ສສ ຫວຽດນາມ ພ້ອມພະນັກງານທັງສອງຝ່າຍທີ່ກ່ຽວຂ້ອງເຂົ້າຮ່ວມ.

   ໃນບົດສະຫລຸບລາຍງານການຈັດຕັ້ງປະຕິບັດບົດບັນທຶກຊ່ວຍຈຳ 1 ປີຜ່ານມາລະບຸວ່າ: ໂຄງການດັ່ງກ່າວ ມີຄວາມສຳຄັນທາງດ້ານ ແນວທາງນະໂຍບາຍ, ເສດຖະກິດ ແລະ ສັງຄົມບໍ່ພຽງແຕ່ສຳລັບ ສປປ ລາວ ແຕ່ຫາກຍັງເປັນການຄ້ຳປະກັນ ທາງດ້ານພະລັງງານໃຫ້ ແກ່ ສສ. ຫວຽດນາມ ອີກດ້ວຍ. ບົດລາຍງານຍັງແຈ້ງອີກວ່າ: ໂຄງການເຂື່ອນໄຟຟ້າດັ່ງກ່າວອາດໃຊ້ເວລາໃນການດຳເນີນການຍາວພໍ ສົມຄວນ(ຄາດວ່າຈະເລີ່ມລົງມືກໍ່ສ້າງໃນຕົ້ນປີ 2010, ອາດຈະເລີ່ມຜະລິດເຄື່ອງທີ 1 ໃນຕົ້ນປີ 2014 ແລະຄາດວ່າຈະສຳເລັດທັງຫມົດ ໃນທ້າຍປີ 2016). ໂຄງການດັ່ງກ່າວ ບໍ່ພຽງແຕ່ຈະເປັນຜົນດີໃຫ້ແກ່ເຂດພາກເຫນືອຂອງລາວແຕ່ຫາກຍັງເປັນຜົນດີໃຫ້ກັບບັນດາ 6ປະ ເທດອ່າງແມ່ນ້ຳຂອງອີກດ້ວຍ.

Ecom

__________________
Anonymous

Date:

what the meaning of ເຄື່ອນ.....(ຂ)

__________________
Anonymous

Date:

Anonymous wrote:

what the meaning of ເຄື່ອນ.....(ຂ)

ເຄື່ອນ= ເຄື່ອນທີ່, ເຄື່ອນຍ້າຍ(ສົງໄສເພິ່ນສິຍ້າຍແມ່ນໍ້າຂອງຕິບໍ 55555)

Sat (animal ) 4 Tin yang hoo palat
Nak pat yang hoo long khoam.
Jonk api hi kan, Yom euy!!!!!!! Attama kor phone num der yom..........

__________________
Anonymous

Date:

Anonymous wrote:

4.jpg

    ຫລັງຈາກມີການສຳຫລວດຄວາມເປັນໄດ້ ໃນການກໍ່ສ້າງໂດຍພື້ນຖານໃນ 1 ປີຜ່ານມາ. ໂຄງການສ້າງເຂື່ອນໄຟຟ້ານ້ຳຂອງທີ່ໃຫຍ່ ກວ່າຫມູ່ໃນລາວອາດເກີດຂຶ້ນໃນອີກບໍ່ດົນທີ່ແຂວງຫລວງພະບາງ ເຂດບ້ານຄົກ ເມືອງປາກອູ ອາດເປັນແຂວງທຳອິດທີ່ຈະສ້າງເຂື່ອນໄຟ ຟ້ານ້ຳຂອງເຂື່ອນຜະລິດສູງເຖິງ 1.410 ເມກາວັດ (MW) ຄາດວ່າຈະໃຊ້ເງິນລົງທຶນສູງເຖິງ 2.000 ລ້ານໂດລາສະຫະລັດ.

   ໂຄງການເຂື່ອນໄຟຟ້າດັ່ງກ່າວ ໄດ້ເລີ່ມລົງມືທຳການສຳຫລວດຄວາມເປັນໄປໄດ້ແຕ່ປີ 2007 ຕາມບົດບັນທຶນຊ່ວຍຈຳທີ່ເຊັນກັນລະ ຫວ່າງລັດຖະບານລາວ ແລະ ສະຫະບໍລິສັດນ້ຳມັນອາຍແກ໊ສ ສສ ຫວຽດນາມ; ມາໃນວັນທີ 24 ຕຸ ລາ 2008 ທີ່ຜ່ານມານີ້ ໄດ້ມີການ ຈັດງານສະຫລຸບຜົນງານ 1 ປີ ຂຶ້ນຢູ່ທີ່ໂຮງແຮມດອນຈັນພາເລດ ນະຄອນຫລວງວຽງຈັນ. ເຂົ້າຮ່ວມໃນພິທີມີທ່ານ ດຣ. ດວງສະຫວັດ ສຸພານຸວົງ ລັດຖະມົນຕີ ປະຈຳສຳນັກງານນາຍົກລັດຖະມົນຕີ, ທ່ານ ສົມບູນ ລາຊາສົມບັດ ລັດຖະມົນຕີຊ່ວຍວ່າການ, ຮັກສາການກະ ຊວງພະລັງງານ ແລະບໍ່ແຮ່, ທ່ານ ບຸນເຮືອງ ດວງພະຈັນ ເຈົ້າແຂວງໆຫລວງພະບາງ, ທ່ານ ວູຮູກວາງ ປະທານສະຫະບໍລິສັດໄຟຟ້າອາຍແກ໊ສ ສສ ຫວຽດນາມ ພ້ອມພະນັກງານທັງສອງຝ່າຍທີ່ກ່ຽວຂ້ອງເຂົ້າຮ່ວມ.

   ໃນບົດສະຫລຸບລາຍງານການຈັດຕັ້ງປະຕິບັດບົດບັນທຶກຊ່ວຍຈຳ 1 ປີຜ່ານມາລະບຸວ່າ: ໂຄງການດັ່ງກ່າວ ມີຄວາມສຳຄັນທາງດ້ານ ແນວທາງນະໂຍບາຍ, ເສດຖະກິດ ແລະ ສັງຄົມບໍ່ພຽງແຕ່ສຳລັບ ສປປ ລາວ ແຕ່ຫາກຍັງເປັນການຄ້ຳປະກັນ ທາງດ້ານພະລັງງານໃຫ້ ແກ່ ສສ. ຫວຽດນາມ ອີກດ້ວຍ. ບົດລາຍງານຍັງແຈ້ງອີກວ່າ: ໂຄງການເຂື່ອນໄຟຟ້າດັ່ງກ່າວອາດໃຊ້ເວລາໃນການດຳເນີນການຍາວພໍ ສົມຄວນ(ຄາດວ່າຈະເລີ່ມລົງມືກໍ່ສ້າງໃນຕົ້ນປີ 2010, ອາດຈະເລີ່ມຜະລິດເຄື່ອງທີ 1 ໃນຕົ້ນປີ 2014 ແລະຄາດວ່າຈະສຳເລັດທັງຫມົດ ໃນທ້າຍປີ 2016). ໂຄງການດັ່ງກ່າວ ບໍ່ພຽງແຕ່ຈະເປັນຜົນດີໃຫ້ແກ່ເຂດພາກເຫນືອຂອງລາວແຕ່ຫາກຍັງເປັນຜົນດີໃຫ້ກັບບັນດາ 6ປະ ເທດອ່າງແມ່ນ້ຳຂອງອີກດ້ວຍ.

Ecom

How about Pha Mong Dam? Did Laos government cancelled this 50 years old project of power plant?  How many more Mekong dam will be built after this one in Luang Prabang?  How many power dams had been built in Laos right now?

__________________
Anonymous

Date:

please put a number each statement
so we can easily understand who was asking
and who was answering
example number 5. is praise number 2.
or number 3. is against 4.

thank you

__________________
Anonymous

Date:

Good, I agree

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard