Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ມາເບິ່ງຮູບ ທະນາຄານຮ່ວມພັດທະນາຫຼັງໃໝ່
Anonymous

Date:
ມາເບິ່ງຮູບ ທະນາຄານຮ່ວມພັດທະນາຫຼັງໃໝ່




ທະນາຄານຮ່ວມພັດທະນາ ເປັນທະນາຄານຮ່ວມທຶນລະຫວ່າງລັດຖະບານ ແຫ່ງ ສປປ ລາວ ກັບກຸ່ມບໍລິສັດພົມສຸວັນ ໄຊໂລ ແລະ ອົບພືດ ຈຳກັດ ເຊິ່ງໄດ້ດຳເນີນງານມາແຕ່ວັນທີ
3 ຕຸລາ 1989 ລວມເປັນເວລາ 20 ປີ ໂດຍໄດ້ຮັບການແນະນຳຊ່ວຍເຫຼືອຈາກພາກລັດ ແລະ ເອກະຊົນທີ່ໃຫ້ຄວາມ ເຊື່ອໝັ້ນໃນການໃຫ້ການບໍລິການ ອັນໄດ້ເຮັດໃຫ້ທະນາຄານໄດ້ຮັບການພັດທະນາມາໂດຍຕະຫຼອດ ເປັນຕົ້ນມີການພັດທະນາລະບົບການໃຫ້ການບໍລິ ການບັດວີຊາ ຊິ່ງສາມາດນຳໃຊ້ໄດ້ທົ່ວໂລກ ມີຄວາມປອດໄພ.

 

ນອກຈາກນີ້ ການບໍລິການໃນປັດຈຸບັນ ມີການບໍລິການເງິນຝາກຖອນເງິນທຸກຮູບແບບ ບໍລິການເງິນຝາກລະຫວ່າງປະເທດ ບໍລິການບັດ ATM ເຊິ່ງສາ ມາດຖອນເງິນຈາກຕູ້ ATM ຂອງທະນາຄານ ໄດ້ຕະຫຼອດ 24 ຊົ່ວໂມງ ແລະ ການບໍລິການອື່ນໆອີກ ຈາກການພັດທະນາ ແລະ ຂະຫຍາຍຕົວຄືດັ່ງ ກ່າວ ຈຳຕ້ອງໄດ້ມີການພັດທະນາຕົວອາຄານໃຫ້ມີຄວາມເໝາະສົມ ດັ່ງນັ້ນ ຈຶ່ງໄດ້ມີການສ້າງສຳນັກງານໃໝ່ຂຶ້ນຢູ່ບ່ອນເກົ່າແທນ ສຳນັກງານເດີມເປັນ ອາຄານ 6 ຊັ້ນ ເຊິ່ງໃນແຕ່ລະຊັ້ນໄດ້ຈັດສັນຄວາມສະດວກສະບາຍໃນການບໍລິການໃຫ້ແກ່ລູກຄ້າ ໄປພ້ອມກັນນີ້ ໃນກາງປີ 2009 ທີ່ຜ່ານມາ ທາງທະ ນາຄານຍັງໄດ້ເປີດໜ່ວຍບໍລິການຢູ່ທາດຫຼວງ ນະຄອນຫຼວງ ແລະ ຢູ່ແຂວງຫຼວງພະບາງ ພ້ອມທັງມີແຜນທີ່ຈະປັບປຸງພັດທະນາ ແລະ ຂະຫຍາຍການ ບໍລິການແກ່ລູກຄ້າ ທັງພາຍໃນ ແລະ ຕ່າງປະເທດໃຫ້ກວ້າງຂວາງອອກໄປອີກ ໃນເວລາອັນໃກ້ນີ້.

 

ພິທີເປີດສຳນັກງານຫຼັງໃໝ່ຂອງທະນາຄານຮ່ວມພັດທະນາ ໄດ້ຈັດຂຶ້ນໃນວັນທີ 23 ພະຈິກ 2009 ຢູ່ທີ່ສຳນັກງານຕໍ່ໜ້າຕະຫຼາດເຊົ້ານະຄອນຫຼວງວຽງ ຈັນ ເປັນກຽດເຂົ້າຮ່ວມງານຄັ້ງນີ້ມີທ່ານ ສີສະຫວາດ ແກ້ວບຸນພັນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ ພ້ອມນີ້ ມີທ່ານຜູ້ວ່າການທະນາຄານ ແຫ່ງ ສປປ ລາວ ກຳມະການ ແລະ ປະທານສະພາບໍລິຫານທະນາຄານຮ່ວມພັດທະນາ ພ້ອມດ້ວຍບັນດາທ່ານຈາກສຳ ນັກງານ ອົງການ ໜ່ວຍງານທີ່ກ່ຽວຂ້ອງ ແລະ ພະນັກງານພາຍ ໃນສຳນັກງານທະນາຄານຮ່ວມພັດທະນາເຂົ້າຮ່ວມ.



__________________
Anonymous

Date:

ໃຫຍ່ແລະງາມດີ ເສຍດາຍທີ່ບໍ່ມີທາງໃຫ້ພວກນັ່ງລົດເຂັນໃຊ້.

__________________
Anonymous

Date:

Wow.....Nice building. Where's location?

__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard