Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ມາເບິ່ງໂຮງຮຽນສິນລະປະສິນ ແຫ່ງໃໝ່
Anonymous

Date:
ມາເບິ່ງໂຮງຮຽນສິນລະປະສິນ ແຫ່ງໃໝ່




ວຽດນາມກໍາລັງກໍ່ສ້າງ ໂຮງຮຽນສິນລະປະດົນຕີແຫ່ງຊາດ ໃຫ້ກັບລາວ
ຫຍິ່ງໃຫຍ່ ແລະ ສວຍງາມ ອີ່ຫຼີເດີ້
ເບິ່ງຮູບເອົາ biggrin

__________________
Anonymous

Date:



ຈະເລີ່ມປຸກສ້າງອາຄານໂຮງຮຽນ ສິລະປະດົນຕີແຫ່ງຊາດ ໃນທ້າຍເດືອນພະຈິກ 2009 ເປັນຕົ້ນໄປ ໂດຍໄດ້ຮັບທຶນຊ່ວຍເຫຼືອລ້າຈາກລັດຖະບານ ແຫ່ງ ສ.ສ ຫວຽດນາມ.

ສະຖານທີ່ປຸກສ້າງແມ່ນຢູ່ບໍລິເວນໂຮງຮຽນຫຼັງເກົ່າ ບ້ານໂພນປ່າເປົ້າ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ດ້ວຍເນື້ອທີ່ການກໍ່ສ້າງທັງໝົດ 8.200 ຕາແມັດ ຜູ້ລົງທຶນແມ່ນສະຖາບັນດົນຕີແຫ່ງຊາດ ສ.ສ ຫວຽດນາມ ຜູ້ຮັບເໝົາກໍ່ສ້າງແມ່ນບໍລິສັດກໍ່ສ້າງໂຄງການສະໜາມບິນ ACC ສ.ສ ຫວຽດນາມ ເຈົ້າຂອງໂຄງການ ແມ່ນກະຊວງວັດທະນະທຳ ກີລາ ແລະ ທ່ອງທ່ຽວ ສ.ສ ຫວຽດນາມ ແລະ ກະຊວງຖະແຫຼ່ງຂ່າວ ແລະ ວັດທະນະທຳ ແຫ່ງ ສປປ ລາວ ສ່ວນຜູ້ຈັດການໂຄງການ ແມ່ນໂຮງຮຽນສິລະປະດົນຕີແຫ່ງຊາດ.

ການກໍ່ສ້າງແມ່ນຈະເລີ່ມເປັນ 2 ໄລຍະ ເຊິ່ງໄລຍະ 1 ຕົ້ນຕໍແມ່ນກໍ່ສ້າງອາຄານຮຽນ ຫ້ອງສະໝຸດ ພະແນກວັດທະນະທຳ ແລະ ພະແນກດົນຕີ ພະ ແນກຟ້ອນເຝິກແອບ ຫ້ອງປະຊຸມ ຫ້ອງສະແດງ ລະບົບໂຄງລ່າງ ປະກອບອຸປະກອນຮັບໃຊ້ ໃນການສິດສອນ ລວມມູນຄ່າການລົງທຶນທຳອິດ ປະ ມານ 77 ຕື້ດົງ (ເງິນຫວຽດນາມ) ສ່ວນໂຄງການໄລຍະ 2 ແມ່ນຈະໄດ້ນຳສະເໜີ ແລະ ຂໍອະນຸມັດຈາກລັດຖະບານທັງສອງປະເທດ.

ໂຄງການດັ່ງກ່າວ ແມ່ນຄວາມມຸ້ງຫວັງຂອງສອງປະເທດ ກໍຄືສອງກະຊວງ ໂດຍສະເພາະກໍແມ່ນຄວາມຄອງຄອຍ ຂອງບັນດາພະນັກງານ ນັກຮຽນ ນັກສຶກສາ ໃນຂະແໜງດົນຕີ ເວົ້າສະເພາະ ເວົ້າລວມ ກໍແມ່ນປະຊາຊົນສອງຊາດ ກາຍເປັນຂີດໝາຍແຫ່ງຄວາມສາມັກຄີ ຮ່ວມມື ໃນການພັດທະນາ ແບບຍືນຍົງ ລະຫວ່າງ ສອງພັກ ສອງລັດ ແລະ ສອງກະຊວງ ໃຫ້ຈະເລີນກ້າວໜ້າຍິ່ງໆຂຶ້ນໄປ.

ພິທີວາງສີລາເລີກ ການກໍ່ສ້າງໂຮງຮຽນສິລະປະດົນຕີແຫ່ງຊາດ ໄດ້ຈັດຂຶ້ນໃນວັນທີ 18 ພະຈິກ 2009 ຢູ່ທີ່ໂຮງຮຽນດັ່ງກ່າວ ເປັນກຽດເຂົ້າຮ່ວມງານມີ ທ່ານ ບົວເງິນ ຊາພູວົງ ລັດຖະມົນຕີຊ່ວຍວ່າການ ກະຊວງຖະແຫຼງຂ່າວ ແລະ ວັດທະນະທຳ ທ່ານ ຮສຈ ດຣ. ສິນລະປິນແຫ່ງຊາດ ລີວກວາງມິງ ຮອງຫົວໜ້າວິທະຍາຄານດົນຕີແຫ່ງຊາດ ສ.ສ ຫວຽດນາມ ທ່ານອຸປະທູດ ສ.ສ ຫວຽດນາມ ປະຈຳລາວ ບັນດາທ່ານຈາກກະຊວງ ສຳນັກງານ ອົງ ການ ແຂກຖືກເຊີນ ພະນັກງານ ຄູ-ອາຈານ ແລະ ນັກຮຽນ-ນັກສຶກສາ ພາຍໃນໂຮງຮຽນເຂົ້າຮ່ວມ.



__________________
Anonymous

Date:

ຂໍສະແດງຄວາມດີໃຈນຳນ້ອງນຸ່ງລູກຫລານເຫລັນຫລ້ອນທີ່ຢູ່ເມືອງລາວທຸກໆຄົນເດີທີ່ຈະໄດ້ມີໂອກາດໄດ້ສຶກສາຮ່ຳຮຽນໃນໂຮງໂຮງໃຫຍ່ໆແລະທັນສະໃໝແລະຂໍຂອບໃຈນຳລັດຖະບານແລະປະຊາຊົນວຽດນາມທຸກຄົນເດີທີ່ເສັຍສະຫລະນ້ຳໃຈແລະຊັບສິນຊ່ອຍສ້າງສາອະນາຄົດຂອງປະຊາຊົນລາວ,  ຂໍຊົມເຊີຍ.

__________________
ຄົນລາວ

Date:

ພັກແລາະຣັຖບານຫວຽດນາມ ຍາມໃດ໋ເພີ່ນກໍ່ເປັນຫ່ວງແລາະເປັນໄຍນຳປະຊາຊົນລາວເຮົາ ເຊຶ່ງຂ້າພະເຈົ້າຕ້ອງ
ສະແດງຄວາມດີໃຈເປັນຍ່າງຍີ່ງຕໍ່ສອງພັກ ສອງຣັຖບານແລາະມີຄວາມຫັວງວ່າ ສະຖາບັນແຫ່ງນີ້ຄົງຈະເປັນແຫຼ່ງ
ສຶກສາຫຼືອົບຮົມທີ່ເປັນປະໂຫຍດອັນແທ້ຈິງຕໍ່ປະເທດຊາດຂອງພວກເຮົາໃນອະນາຄົດປາສຈາກການແຊກແຊງໃດ
ໝົດທາງດ້ານສິນລະປະແລາະວັດທະນະທຳລາວ. ຂໍໄຫ້ສີນລະປະແລາະວັດທະນະທຳລາວຈົ່ງປະສົບຄວາມກ້າວໜ້າ
ແລາະກ້າວໄປຕາມຄວາມມູ້ງຫັວງຂອງຄົນລາວທີ່ແທ້ຈິງ.


__________________
Khon Lao

Date:

MITTAPHAB   LAO-VIET JONK MAN-YEUN..........SOMSEUY....AI NONG VIETNAM.

Thank you comarade Vietnam, you made thing happen and have been done so many many......for our country. I wish Laos-Vietnam friendship and will you stand up by our side for ever and ever. 



__________________
Anonymous

Date:

ຫວຽດນາມເອົາໄມ້ຈາກເມືອງລາວໄປເຮັດເຟີນິເຈີແລ້ວສົ່ງໄປຂາຍ Europe ແລະ America ໄດ້ກຳໄລຂີ້ແຕ້ກຂີ້ແຕນ ແລ້ວກະມາອອຍໃຈນ້ອງລາວ ດວ້ຍອາຄານຕາຍໆ 2 - 3 ຫລັງ???no.gif

ຫນ້າສັງເວດ!!!


__________________
Anonymous

Date:

puppet of Vietname

__________________
Anonymous

Date:

Anonymous wrote:

puppet of Vietname




00515.jpg IT GOOD YOU KNOW WHO IS YOUR MASTER biggrin



__________________
Anonymous

Date:

Anonymous wrote:

Anonymous wrote:

puppet of Vietname




00515.jpg IT GOOD YOU KNOW WHO IS YOUR MASTER biggrin



I knew you Mr. Lan Xang. No better idea in your mind? You like to bark like puppy but no bike. You're a puppy bark an elephant " MA HAO XANG"

Khon Lao. 



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard