Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ໂຮງແຮມນະຄອນສັກ 3 ເປີດແລ້ວ
Anonymous

Date:
ໂຮງແຮມນະຄອນສັກ 3 ເປີດແລ້ວ



2_128.jpg

 ຂ່າວ: ໃສຫລ້າຄຳ


 ອາຄານຫລັງໃຫມ່ 4ຊັ້ນຫລາຍກວ່າ 50 ຫ້ອງນອນຂອງໂຮງແຮມນະຄອນສັກ 3 ທີ່ທຸ່ມເງິນປຸກຂຶ້ນໃຫມ່ຫລາຍຕື້ກີບພ້ອມເຄື່ອງອຳ ນວຍຄວາມສະດວກຕ່າງໆ ເພື່ອຮອງຮັບແຂກໃນງານວຽງຈັນເກມໃກ້ສຳເລັດແລ້ວ, ຄາດທຸກຢ່າງຈະສຳເລັດສົມບູນໃນອາທິດນີ້; ຂະນະ ທີ່ວຽກງານດ້ານອື່ນໆກໍ່ກຽມພ້ອມເຕັມທີ່ ເຊິ່ງປະຈຸບັນມີລູກຄ້າຈອງຫ້ອງໃນອາຄານຫລັງເກົ່າເຕັມຫມົດແລ້ວສ່ວນຫລັງໃຫມ່ກໍ່ມີການຈອງ ເຂົ້າມາແຕ່ຍັງບໍ່ສາມາດຢືນຢັນຈະເປັນຂະບວນ (ຄະນະ) ໃດ.

 ພາຍຫລັງທີ່ ສປປ ລາວ ໄດ້ຮັບກຽດໃຫ້ເປັນເຈົ້າພາບຈັດງານຊີເກມຄັ້ງທີ 25, ໂຮງແຮມນະຄອນສັກ 3 ກໍ່ໄດ້ຕັດສິນໃຈຂະຫຍາຍ ໂຮງແຮມອອກຕື່ມດ້ວຍການປຸກອາຄານຫລັງໃຫມ່ 4 ຊັ້ນມີຫລາຍກວ່າ 50 ຫ້ອງນອນ ພ້ອມປະກອບສິ່ງອຳນວຍຄວາມສະດວກທີ່ທັນ ສະໄຫມທັງລະບົບໂທລະສັບ, ອິນເຕີເນັດ, ມີສະລອຍນ້ຳຂະຫນາດໃຫຍ່ ລວມທັງລະບົບກ້ອງວົງຈອນປິດ ເພື່ອຮັກສາຄວາມປອດໄພ. ນອກນັ້ນ ຍັງໄດ້ປັບປຸງຫລັງເກົ່າຕື່ມອີກລວມເປັນເງິນຫລາຍຕື້ກີບ, ທ່ານ ແສງຈັນ ນະຄອນສັກ ອຳນວຍການໂຮງແຮມນະຄອນສັກ 3 ກ່າວ.

 ຢ່າງໃດກໍ່ຕາມ, ປະຈຸບັນການກໍ່ສ້າງ ແລະ ປັບປຸງກຳລັງເລ່ງມືຢ່າງຂຸ້ນຂ້ຽວຄາດວ່າຈະສຳເລັດຢ່າງສົມບູນ ແລະ ເປີດບໍລິການໄດ້ ຢ່າງເປັນທາງການໃນອາທິດຫນ້າ ເພາະປະຈຸບັນຍັງຢູ່ໃນຂັ້ນຕອນອະນາໄມ ແລະຈັດເຄື່ອງເຂົ້າ. ພາຍຫລັງທີ່ອາຄານຫລັງໃຫມ່ສຳເລັດ ຈະເຮັດໃຫ້ໂຮງແຮມນະຄອນສັກ 3 ມີຫ້ອງນອນເພີ່ມຂຶ້ນເປັນ 100 ກວ່າຫ້ອງນອນເຊິ່ງສາມາດຮອງຮັບແຂກໄດ້ຫລາຍເຖິງ 200-300 ຄົນ ພ້ອມນັ້ນຍັງສາມາດຈັດງານລ້ຽງ ແລະ ກອງປະຊຸມລະດັບໃຫຍ່ໄດ້ ເນື່ອງຈາກໃນຊັ້ນທີ 4 ຈະເປັນຫ້ອງໂຖງໃຫຍ່ເຊິ່ງສາມາດບັນ ຈຸຜູ້ຄົນໄດ້ຫລາຍເຖິງ 600-700 ຄົນ. ນອກນັ້ນ ຍັງປະກອບດ້ວຍຫ້ອງອາຫານຂະຫນາດບັນຈຸ 100 ຄົນ ແລະ ຂະຫນາດ 30 ຄົນ, ທ່ານຜູ້ອຳນວຍການ ກ່າວ.

 ມາຮອດປະຈຸບັນໄດ້ມີລູກຄ້າສັ່ງຈອງຫ້ອງໃນອາຄານຫລັງເກົ່າເຕັມແລ້ວ ສ່ວນອາຄານຫລັງໃຫມ່ກໍ່ເລີ່ມມີການສັ່ງຈອງເຂົ້າ ແຕ່ຍັງບໍ່ ແນ່ນອນເທື່ອຈະເປັນຂະບວນໃດ; ສ່ວນດ້ານລາຄານັ້ນແມ່ນເລີ່ມຕັ້ງແຕ່ 150.000-180.000 ກີບຕໍ່ຄືນ ພ້ອມອາຫານເຊົ້າ. ຢ່າງໃດກໍ່ ຕາມ, ທ່ານ ແສງເພັດ ເນັ້ນວ່າ ສຳລັບລາຄາຄ່າຫ້ອງໃນໄລຍະຊີເກມຫາກມີການປັບຂຶ້ນກໍ່ອາດຂຶ້ນຈາກລາຄາປະຈຸບັນພຽງເລັກຫນ້ອຍ. ສ່ວນດ້ານບຸກຄະລາກອນລວມເຖິງລົດຮັບສົ່ງປະຈຸບັນກໍ່ມີການກຽມ ພ້ອມເປັນທີ່ຮຽບຮ້ອຍ ແລະ ພ້ອມເຕັມທີ່ໃນການຮອງຮັບແຂກ.

ສ່ວນດ້ານອາຫານນັ້ນທາງໂຮງແຮມກໍ່ມີການກະກຽມໂດຍຈະມີທັງອາຫານລາວ, ໄທ ແລະ ເອີຣົບ ໂດຍພໍ່ຄົວທີ່ມີປະສົບການ ແລະ ຜ່ານງານພາຍໃນ ແລະ ຕ່າງປະເທດ 2 ຄົນຄອຍເປັນຄົນເບິ່ງແຍງ. ແນວໃດກໍ່ດີ ຈາກການປັບປຸງໃຫມ່ໃນຄັ້ງນີ້ຈະຊ່ວຍຍົກລະດັບໂຮງ ແຮມນະຄອນສັກ 3 ຂຶ້ນ ແລະຫວັງວ່າບັນດາແຂກຈະໄດ້ຮັບຄວາມປະທັບໃຈໃນການຕົກແຕ່ງທີ່ລົງຕົວຂອງຫ້ອງນອນທີ່ມີສີສັນຮູບແບບ ແຕກຕ່າງກັນໄປໃນແຕ່ລະຫ້ອງ ແລະ ສິ່ງອຳນວຍຄວາມສະດວກຕ່າງໆທີ່ເທົ່າທຽມໂຮງແຮມຊັ້ນນຳ, ທ່ານ ແສງເພັດ ນະຄອນສັກ 3 ກ່າວ.

   ທ່ານໃດທີ່ຕ້ອງການດ້ານທີ່ພັກ ຫລື ຈັດງານປະເພດຕ່າງໆກໍ່ສາມາດໄປສຳຜັດບັນຍາກາດດ້ວຍຕົນເອງໄດ້ທີ່ໂຮງແຮມນະຄອນສັກ 3 ເຊິ່ງເປັນໂຮງແຮມທີ່ເປີດໃຫມ່ໄດ້ ສາມສີ່ປີຕັ້ງຢູ່ບ້ານທົ່ງສ້າງນາງ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ.


Ecom

__________________
Xiengkalen

Date:

How that is link?  It's not important for posting!!

__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard