Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຖາງຫຍ້າ ຖົ່ມຂີ້ຄວາຍ
Anonymous

Date:
ຖາງຫຍ້າ ຖົ່ມຂີ້ຄວາຍ


ຍັບເຂົ້າມາອີກບໍ່ພໍທໍໃດມື້ ກໍ່ຈະແມ່ນມະຫະກໍາກິລາຊີເກມ ທີ່ລາວເຮົາຈະເປັນເຈົ້າພາບ
ຕາມຖະໜົນຫົນທາງ ມີການເອ້ຍ້ອງກັນຢ່າງໃຫຍ່
ອັນບໍ່ຄັກປານໃດ ກໍ່ຄືວ່າ ການເຮັດມີລັກສະນະ ຖາງຫຍ້າ ຖົ່ມຂີ້ຄວາຍ
ຫຍ້າເກີດບໍ່ທັນ ເພິ່ນກໍ່ທາສີຂຽວໃສ
ຕອນຫຍ້າເປັນຕ່ອນໆ ວາງເທິງສີເມັນ
ດອກໄມ້ເກີດບໍ່ທັນ ເພິ່ນກໍ່ແຕ້ມຮູບໃສ່ເອົາ
ປູກແລ້ວ ເພິ່ນພັດບໍ່ຄອຍຫົດນໍ້າ

ຖ້າຊີເກມເບິ່ງລົງ ປະມານອາທິດໜິ່ງ ສົງໃສຫຍ້າຕາຍໝົດ disbelief



__________________
Anonymous

Date:

ເພິ່ນມີປັນຍາແກ້ໄຂເຫດການສະເພາະໜ້າໄດ້ດີຫລາຍ, ຊົມເຊີຍ.

__________________
Anonymous

Date:

Short cut!biggrinbiggrinbiggrin

__________________
Anonymous

Date:

ດີແລ້ວທີ່ເພິ່ນເຮັດໃຫ້ບ້ານເຮົາງາມ ວ່າແຕ່ວ່າເຮົາຄົນລາວຄວນຊ່ວຍກັນເປັນຫູເປັນຕາ ດູແລສິ່ງຕ່າງໆທີ່ເພິ່ນສ້າງຂ້ຶນຊ່ວຍກັນ ເຊື່ອວ່າຕໍ່ໄປປະເທດຊາດຂອງພວກເຮົາກໍ່ຈະສວຍງາມຕະຫຼອດໄປ

__________________
Anonymous

Date:

Phasa Lao Phung Pheuy doesn't have " Thang gnar Thom Khee Khoy "    We have " Sia Gnar Pok Khee Mar " only.

Every body is owner of our country properties, we together take care of them not just blame eachother.



__________________
Anonymous

Date:

Anonymous wrote:

 

ຍັບເຂົ້າມາອີກບໍ່ພໍທໍໃດມື້ ກໍ່ຈະແມ່ນມະຫະກໍາກິລາຊີເກມ ທີ່ລາວເຮົາຈະເປັນເຈົ້າພາບ
ຕາມຖະໜົນຫົນທາງ ມີການເອ້ຍ້ອງກັນຢ່າງໃຫຍ່
ອັນບໍ່ຄັກປານໃດ ກໍ່ຄືວ່າ ການເຮັດມີລັກສະນະ ຖາງຫຍ້າ ຖົ່ມຂີ້ຄວາຍ
ຫຍ້າເກີດບໍ່ທັນ ເພິ່ນກໍ່ທາສີຂຽວໃສ
ຕອນຫຍ້າເປັນຕ່ອນໆ ວາງເທິງສີເມັນ
ດອກໄມ້ເກີດບໍ່ທັນ ເພິ່ນກໍ່ແຕ້ມຮູບໃສ່ເອົາ
ປູກແລ້ວ ເພິ່ນພັດບໍ່ຄອຍຫົດນໍ້າ

ຖ້າຊີເກມເບິ່ງລົງ ປະມານອາທິດໜິ່ງ ສົງໃສຫຍ້າຕາຍໝົດ disbelief

 



ຄົນລາວ ໂດຍສະເພາະ ຄົນລາວໃນປະເທດລາວ ຍັງຈະຕ້ອງຮຽນຮູ້ຫຼາຍໆ ຕໍ່ຄວາມຮັບຜິດຊອບຕໍ່ຕົວເອງ
ແລາະຕໍ່ສັງຄົມ ເພາະຄວາມຊີນເຄີຍເລີຍກາຍເປັນສິ່ງທ່າຍທອດ ຫຼື ເປັນແບບຢ່າງຕໍ່ໆກັນໄນເຊ່ນຄົນ
ຂາດບູກຄົນທີ່ມີເຈດຕະນາດີໆທີ່ບໍ່ເຫັນແຕ່ສິດຜົນປະໂຫຍດສ່ວນຕົວຫຼາຍກ່ວາຕໍ່ຊາດ. ໄຊ້ແຕ່ວ່າ: ເພີ່ນ
ເໝື່ອນງູກິນຫາງຕົວເອງ

 



__________________
Anonymous

Date:

ຄັນເພີ່ນບໍ່ໄດ້ໄປຫົດເຈົ້າກະໄປຫົດຊ່ອຍເພີ່ນແລະ,ປະເທດລາວນຳກັນທຸກຄົນ
ມີຫນ້າທີ່ໃນການຊ່ອຍເຮັດໃຫ້ມັນດີຂື້ນ.
ຄັນເພີ່ນເກນແຮງງານໄປອອກແຮງງານຊ່ອຍກັນ,ກະຊິຕິວ່າເອົາລັດເອົາປຽບ
ນັກຕິຍາມໃດກໍ່ຕິຢູ່ຫັ້ນແລ້ວ,ພາກປະຕິບັດບໍ່ໄດ້ຢູ່ແຕ່ປາກເດີ້,ຊ່ອຍກັນເຮັດ
ຊ່ອຍກັນສ້າງ,ບໍ່ແມ່ນຊ່ອຍກັນປະຈານຫຼືທັບຖົມ.

__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard