Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຈ້າວ ກັບ ໂດຍ ໃຊ້ຕ່າງກັນແນວໃດ
Anonymous

Date:
ຈ້າວ ກັບ ໂດຍ ໃຊ້ຕ່າງກັນແນວໃດ


"Yes" ມີຄວາມໝາຍໃນພາສາລາວແມ່ນ ຈ້າວ ຫຼື ໂດຍ
ເຫັນຄົນລາວຫຼາຍຄົນເລີ້ມໃຊ້ສອງຄໍານີ້ ສັບປົນເປກັນ ເວລາສົນທະນາ ໃນທໍລະທັດ
ເວລາໃດ ຈຶ່ງເວົ້າ ຈ້າວ ເວລາໃດຈຶ່ງເວົ້າໂດຍ
ແມ່ນໃຜຮູ້ ບອກກັນມາ

__________________
ຊຽງກະເລັນ

Date:

Yes  ແປວ່າ  ເຈົ້າ ຫຼື ໂດຍ.    ບໍ່ແມ່ນຈ້າວ(ພາສາລາວ)

ຕາມທັດສະນະສ່ວນຕົວແລ້ວ ທັງສອງແມ່ນມີຄວາມໝາຍທີ່ຄ້າຍຄືກັນເກືອບຈະແຍກບໍ່ອອກເລີຍ, ແຕ່ຄຳວ່າໂດຍ ຟັງແລ້ວ ຈະເປັນຄຳທີ່ສຸພາບຫຼາຍກວ່າ ຄຳວ່າ  ເຈົ້າ   ອີກລະດັບໜຶ່ງ. ສ່ວນຫຼາຍໃນເມື່ອກ່ອນ ຄົນລາວຈະໃຊຄຳວ່າ ໂດຍ ກັບຜູ້ທີ່ມີຖານະທາງດ້ານສັງຄົມສູງເຊັ່ນ: ສາຍເຈົ້າຊີວິດ, ອິດທິພົນ.​.​.​.​.​.​.​..​.​; ສ່ວນຄຳວ່າ ເຈົ້າ ຈະເປັນຄຳເວົ້າທີ່ໃຊ້ສຸພາບສ່ວນທົ່ວໆໄປ.  ແຕ່ໃນປັດຈຸບັນ ຄຳວ່າໂດຍ ໄດ້ກາຍເປັນຄຳທີ່ໄວໜຸ່ມ, ໄວນ້ອຍທີ່ຢູ່ໃນເມືອງໃຫຍ່ ເຊັ່ນ ນະຄອນຫຼວງວຽງຈັນ   ເອົາມານິຍົມໃຊ້  ດັ່ງນັ້ນ ຈິ່ງເຫັນວ່າ ຄຳວ່າໂດຍ ຈະເປັນຄຳທີ່ຂານຕອບທີ່ສຸພາບ ແລະບົ່ງບອກເຖິງກິລິຍາ ມາລະຍາດ ຫຼືລະດັບວັດທະນພທຳທີ່ດີໃນປະຈຸບັນໄປສາແລ້ວ.
ໝາຍເຫດ:  ນີ້ເປັນ ຄວາມຄິເຫັນສ່ວນຕົວ   ຫ້າມພວກບໍ່ດີຈັບເປັນຄວາມຜິດແລ້ວວິຂານໃຫ້ຜິດກັນທາງເວບບອດນີ້

ຈາກ   ຊຽງກະເລັນ  Real lao in abroad





__________________
Anonymous

Date:

ເຈົ້າ ພາສາອັງກິດແມ່ນ YOU
ຈ້າວ ພາສາອັງກິດແມ່ນ YES
aww



__________________
ຊຽງກະເລັນ

Date:

ຂອບໃຈຄຳເຫັນຂ້າງເທິງ, ແຕ່ຢາກໃຫ້ທ່ານເຈົ້າໃຈຕື່ມວ່າ ເຈົ້າ ໃນພາສາລາວມີຄວາມໝາຍຢູ່ 2 ຢ່າງຄື: ແປວ່າ You ແລະ ແປໄດ້ທັງ Yes.  ສ່ວນຄຳວ່າ ຈ້າວ ແປວ່າ ຈ້າວເຂົ້າ(ກຸງເຂົ້າຈ້າວ)    ຢ່າຫຼົງກັນ  ບໍ່ເຊື່ອໄປອ່ານເບິ່ງກ່ອນກໍໄດ້ເດີ.

ຈາກ: ຊຽງກະເລັນ   Real lao in abroad

__________________
ຄົນລາວ100%

Date:

ສະໄໝກ່ອນ  ກອ່ນການປົດປອ່ຍ ປະເທດລາວ ໄຊ້ ໂດຍ  (yes) ໄຊ້ໂດຍທົ່ວໆໄປ ມີແຕ່ຊາວຫລວງພະບາງໄຊ້ເຈົ້າ ຫລັງຈາກປົດປອ່ຍແລ້ວ ພວກແນວລາວ ຫ້າມບໍ່ໄຫ້ໃຊ້ໂດຍ  ຫລັງຈາກປີ1975 ເປັນຕົ້ນມາ ໄຊ້ໄດ້ແຕ່ ເຈົ້າ  ແຕ່1998 ປະເທດລາວໄດ້ເປິດປະຕູອອກ ໄຫ້ແກ່ທຶນນິຍົມ  ແລະໄດ້ມິຄົນລາວທິ່ລົບໝີໄນສະໃໝນັ້ນ ມິໂອກາດໄດ້ໄປຍາມບ້ານນັບມື້ນັບຫລາຍຂື້ນ ພວກຂະເຈົ້າໄດ້ເອົາໂດຍໄປໄຊ້ຄືນ ຄົນລາວສະໃໝນິ້ກະເລິ່ມໄຊ້ໂດຍຫລາຍຂື້ ແຕ່ເປັນທາງການແລ້ວ ບໍ່ໄດ້ໄຊ້ໂດຍເທື່ອ   ຄືກັນກັບ ທາ່ນ ແລະ ສະຫາຍ
ແຕ່ກອ່ນມິແຕ່ລາວສູງໄຊ້ສະຫາຍ ລາວລຸ່ມແມ່ນໄຊ້ທາ່ນ ດຽວນິ້ແມ່ນໄຊ້ທັງສອງ

__________________
Anonymous

Date:

ໃຜເວົ້າແນວໃດ ກໍ່ພໍຟັງ ເພາະພາສາລາວ ແຕ່ເໜືອເຖີງໄຕ້ ຍັງໄຊ້ຕາມຄວາມຊິນເຄີຍ ຕາມຂ້າພະເຈົ້າ ໄດ້ສັງເກດ
ຮູ້ສືກວ່າ ແຕ່ເຂດຫຼວງພະບາງໄປທາງເໜືອ ຈະໄຊ້ແບບນື່ງ ແຕ່ວຽງຈັນລົງໄປໄຕ້ ເຖີງສີພັນດອນ ກໍ່ແບບນື່ງ.
ຍ້ອນປະເທດເຮົາ ອາດມີຜົນສະທ້ອນຈາກການປະຕິວັດ


__________________
ຊຽງກະເລັນ

Date:

ທ່ານ ທີ່ໃສ່ນາມວ່າ ຄົນລາວ 100% ເວົ້ານັ້ນ ກໍມີເຫດຜົນທີ່ໜ້າຈະເຊື່ອຖືໄດ້ໃນລະດັບໃດໜຶ່ງຢູ່. ແຕ່ຄົງຍາກທີ່ຈະສະຫຼຸບໄດ້ວ່າ ມີທີ່ໄປທີ່ມາກັນແທ້!!  ເພາະວ່າ ຍັງບໍ່ມີໜັງສືເຫຼັ້ມໃດທີ່ເວົ້າສະເພາະເຖິງຈຸດທີ່ມາຢ່າງລະອຽດ(Root) ຕາທີ່ຂ້າພະເຈົ້າເດົາ ນັກພາສາສາດຢູ່ລາວກໍຍັງບໍ່ທັນກຳແໜ້ນພໍປານໃດ. ຟັງແລ້ວຍາກທີ່ຈະເປັນເອກພສັນໃນການນຳໃຊ້ພາສາລາວເຮົາເອງນໍ???

By: Xiengkalen

__________________
Anonymous

Date:

Anonymous wrote:

ເຈົ້າ ພາສາອັງກິດແມ່ນ YOU
ຈ້າວ ພາສາອັງກິດແມ່ນ YES
aww



ແມ່ນຫຍັງອີກນໍ້ບາດນິ໋ ເຈົ້າ ມີຫລາຍຄວາມຫມາຍ ມີຄວາມວ່າ ບຸຫລຸດທີສອງ,ເຈົ້ານາຍ ຫລື ເຈົ້າຈອມ, ເຈົ້າແຜ່ນດິນ,ໃຊ້ໃນການຕອບຂານ ເຊັ່ນ: ເຈົ້າມັກຟັງເພັງບໍ່? ເຈົ້າ.ຂ້ອຍມັກຟັງເພັງ
ສ່ວນຄໍາວ່າ ຈ້າວ ກໍ່ມີຄວາມຫລາຍເຊັ່ນກັນ ຫຸງ,ຫຸງເຂົ້າ ເອີ້ນວ່າ ຈ້າວເຂົ້າ,ເຂົ້າຈ້າວ,ຖ້າເປັນຄໍາວະລີ ຈະເເປວ່າ ຂະຫຍັນ,ຫນັກຫນ່ວງ,ເລັ່ງ ເຊັ່ນ:ພາຍເຮືອ ເຮັດບາດໄວໆ ເອີ້ນວ່າ ຈ້າວເຮືອ

ຈ້າວ ບໍ່ໄດ້ແປວ່າ: yes  



__________________
Anonymous

Date:


ຄຳວ່າເຈົົ້າມີຄວາມຫມາຍຫຼາຍແບ່ບຄືຕົວຢາງແມ່ນ
1) ເຈົ້າເປັນຄົນທີ່ຫນ້າຮັກຫຼາຍ 2) ຂອບໃຈເດີ້ທິ່ເຈົ້າໃຫ້ຄວາມຊອ່ຍເຫຼືອຂອ້ຍ= ເຈົ້າບໍ່ເປັນຫຽັງ ຕອ່ບແບ່ບນີ້ສູພາ້ມກອ່ນວ່າ ເອີ້ບໍ່ເປັນຫຽັງ

ໂດຍ ເປັນຄວາມເວົ້າໃນລະວາ່ງເຈົ້ານາຍກັບລູ້ກນອ້ງຫຼືວາ່ຢູ່ໃນຄອ້ບຄົວຂອງຜູ້ດີມີຕະກຸນ
ໃນລະວາ່ງລູ້ກກັບພໍ່ແມ່ທີ່ລົມກັນ ຕົວຢາ່ງແມ່ນ:
1) ພໍ່ແລະແມ່ຂໍໃຫ້ລູ້ກມັ່ນຮຽນຫນັງສືເດີ້= ໂດຍພໍ່ໂດຍແມ່  2) ເຈົ້ານາຍເອີ້ນລູ້ກນອ້ງ " ສິງ"
ລູ້ກນນອ້ງຕອ່ບ= ໂດຍຫຼືວ່າໂດຍຂະນອ້ຍ


__________________
Anonymous

Date:

ທ່ານ ທີ່ໃສ່ນາມວ່າ ຄົນລາວ 100% ເວົ້ານັ້ນ ກໍມີເຫດຜົນທີ່ໜ້າຈະເຊື່ອຖືໄດ້ໃນລະດັບໃດໜຶ່ງຢູ່. ແຕ່ຄົງຍາກທີ່ຈະສະຫຼຸບໄດ້ວ່າ ມີທີ່ໄປທີ່ມາກັນແທ້!!  ເພາະວ່າ ຍັງບໍ່ມີໜັງສືເຫຼັ້ມໃດທີ່ເວົ້າສະເພາະເຖິງຈຸດທີ່ມາຢ່າງລະອຽດ(Root) ຕາທີ່ຂ້າພະເຈົ້າເດົາ ນັກພາສາສາດຢູ່ລາວກໍຍັງບໍ່ທັນກຳແໜ້ນພໍປານໃດ. ຟັງແລ້ວຍາກທີ່ຈະເປັນເອກພສັນໃນການນຳໃຊ້ພາສາລາວເຮົາເອງນໍ???

By: Xiengkalen.............................................................

Xiengkalen.......your statement is right only for yourself. i suspect you are under 35 yrs old.  i m old enoff to say, that ຄົນລາວ 100% is right. he is 56 yrs old. m i right ai ຄົນລາວ 100% ?   hahahaha j/k


__________________
Anonymous

Date:

ຂອບໃຈທ່ານຂ້າງເທິງທີ່ເດົາຖືກ  ຂ້າພະເຈົ້າຍອມຮັບວ່າ ບໍ່ມີຄວາມໝັ້ນໃຈພໍປານໃດໃນເວລາທີ່ສົນທະນາກ່ຽວກັບ
ການໃຊ້ພາສາລາວ ເພາະກຳຫຼັກການບໍ່ແໜ້ນຄືກັບຫຼາຍໆທ່ານ. ແຕ່ກໍພະຍາຍາມສຶກສາຢູ່ວ່າ ຄຳໃດຜິດ, ຄຳໃດຖືກ ເພາະວ່າຂ້າພະເຈົ້າເປັນຄົນຫາກໍເຫັນຟ້າມາໄດ້ 24 ປີ. ແຕ່ທ່ານໃດທີ່ມີເຄັດລັບດີດີໆກະແ່ບ່ງປັນລົງກະທູ້ນີ້ແດ່ເດີ!!
ຂອບໃຈ

ຈາກ ຊຽງກະເລັນ

__________________
Anonymous

Date:

ຄຳວ່າເຈົ້າມີທັງແປວ່າ You ແລະ Yes, ຂຽນຄືກັນ.
ຜູ້ຕັ້ງກະທູ້ຂຽນບໍ່ຖືກ ຫນ້າຈະຂຽນວ່າ: ຄຳວ່າເຈົ້າກັບໂດຍໃຊ້ຕ່າງກັນແນວໃດ.
ຂໍອະທິບາຍດັ່ງນີ້,
ລຽງຕາມຄຳສຸພາບ: ໂດຍ>ເຈົ້າ>ເອີ
- ເຈົ້າໃຊ້ເວລາຄົນທີ່ມີສັກນ້ອຍກ່ອນຕອບຜູ້ທີ່ມີສັກໃຫຍ່ກ່ອນ,ເຊັ່ນຫົວຫນ້າກັບລູກນ້ອງ,
ຫຼືກັບຄົນທີ່ມີຕຳແຫນ່ງສູງກ່ອນ.
- ຄຳວ່າໂດຍເປັນຄຳລາຊາສັບກໍ່ວ່າໄດ້,ໃຊ້ກັບຄົນທີ່ສູງສັກກ່ອນຫຼືກັບຄົນທີ່ເຮົາເທີດທູນ
ເຊັ່ນ: ເມື່ອເວລາຕອບກັບພໍ່ກັບແມ່, ຕອບກັບຄູບາ,ຫຼືຕອບກັບເຈົ້າເມືອງ,ເຈົ້າແຂວງ,
ນາຍົກ,...ໃຊ້ຕອບກັບຜູ້ທີ່ສູງສັກກ່ອນຫຼືຜູ້ທີ່ເຮົາເຄົາລົບສັດທາ.
- ເພີ່ມເຕີມຄຳວ່າຈ້າວ,
(1)ເຂົ້າຈ້າວ,
(2) ຈ້າວໂຕນີ້ແມ່ນເປັນຄຳໄທຍທີ່ໃຊ້ຮ້ອງມ່ອມຈ້າວ...
ແຕ່ຖ້າເປັນພາສາລາວແມ່ນໃຊ້ຄຳວ່າເຈົ້າເມືອງ, ບໍ່ແມ່ນຈ້າວເມືອງ.

ຢາກໃຫ້ໄປຊື້ວັດຈະນານຸກົມລາວແປລາວຂອງມະຫາສີລາມາເປີດເບິ່ງເພີ່ມເຕີມ.ເພາະຖ້າຖາມຢູ່ໃນເວບ
ແບບບໍ່ມີເອກະສານອ້າງອີງມັນຈະບໍ່ມີມື້ຊິ້ນສຸດ. ທີ່ແນະນຳເປັນປື້ມມະຫາສີລາເພາະເພີ່ນແຕ່ຜູ້ທຳອິດ
ທີ່ຄົ້ນຄ້ວາພາສາລາວ.


__________________
Anonymous

Date:

ເພີ່ມເຕີມອີກຫນ້ອຍຫນຶ່ງ,
ເວລາຄົນທີ່ມີອາຍຸນ້ອຍກ່ອນຕອບກັບຄົນທີ່ມີອາຍຸໃຫຍ່ກ່ອນ,ແມ່ນຈະໃຊ້ເຈົ້າ.

__________________


Newbie

Status: Offline
Posts: 2
Date:

ປັດຈຸບັນນີ້ ຄົນລາວເຮົາໃຊ້ຄຳວ່າໂດຍ,ບໍ່ສົມຄວນປານໃດ, ຄຳວ່າເຈົ້າ(ບໍ່ແມ່ນຈ້າວ) ແລະໂດຍຄວາມມີໝາຍຄ້າຍກັນແຕ່ໃຊ້ບໍ່ຄືກັນ. ໂດຍ,ເພີ່ນໃຊ້ກັບຜູ້ທີ່ມີວັນສຸດທິແລະຄຸນວຸດທິທີ່ສູງກວ່າ, ເຈົ້າ,ໃຊ້ກັບຜູ້ທີ່ມີຄຸນວຸດທິແລະວັຍວຸດທິທີ່ສະເໝີຫຼືດ້ອຍກວ່າ.
ແຕ່ດຽວນີ້ພາກັນໂດຍຮອດເດັກນ້ອຍນັກຮຽນ. ອັນນີ້ແມ່ນຄວາມຄຶດສ່ວນໂຕຂອງຄົນທີ່ຜ່ານປະສົບການມາທົວ 2 ລະບົບ. ຜິດພາດປະການໃດກະຂໍອະພັຍມາໃນທີ່ນີ້ດ້ວຍ.

__________________
D.Sianth.


Newbie

Status: Offline
Posts: 2
Date:

ແກ້ໄຂ, ວັຍວຸດທິ

__________________
D.Sianth.
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard