Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ອຸກໃຈຢ້ານບໍ່ມີດິນຢູ່
ຊຽງກະເລັນ

Date:
ອຸກໃຈຢ້ານບໍ່ມີດິນຢູ່
Permalink Closed


ໃນປະຈຸບັນ ລາວເຮົາກຳລັງປະເຊີນກັບບັນຫາທີ່ຢູ່ອາໄສ ໂດຍສະເພາະແມ່ນທີ່ດິນໃນເມືອງ, ຊານເມືອງ ແລະເນື້ອທີ່ທຳການຜະລິດຂອງປະຊາຊົນແຕ່ເໜືອຕະຫຼອດໃຕ້ຈຳນວນໜຶ່ງ ຖືກລັດຖະບານລາວເວນຄືນ(ເອົາເປັນຂອງລັດ ແລ້ວທົດແທນເງິນໃຫ້ໂດຍແບບບັງຄັບ) ເພື່ອກໍ່ສ້າງໂຄງການຕ່າງໆຂອງລັດ ແລະໃຫ້ກັບນາຍທຶນຕ່າງປະເທດເຂົ້າມາສຳປະທານທີ່ດິນດັ່ງກ່າວ. ຊ້ຳບໍ່ໜຳເມື່ອເມື່ອເອົາດິນປະຊາຊົນໄປແລ້ວ ແທນທີ່ຈະສ້າງຕາມແຜນການ ແຕ່ພັດກາຍເປັນກຳມະສິດຂອງຊົນຊັ້ນຜູ້ທີ່ມີອິດທິພົນ ນອກນັ້ນ, ຍັງໃຫ້ພວກນາຍທຶນເຂົ້າມາປັ່ນລາຄາທີ່ດິນ ໂດຍເອົາໜ້າຄົນລາວເປັນຜູ້ຖືກຳມະສິດ ພວກນີ້ແພງເທົ່າໃດແສນດ່ອນລ່າເຂົາເຈົ້າກໍສາມາດຊື້ໄດ້ ສົ່ງຜົນໃຫ້ລາຄາທີ່ດິນທີບຕົວສູງຂຶ້ນ  ເຮັດໃຫ້ຊົນຊັ້ນໃນລາວຈຳນວນຫຼາຍບໍ່ມີທີ່ດິນຢູ່ ປະຊາຊົນບໍ່ສາມາດອອກຄຳເຫັນ ຫຼື ຕໍ່ວ່າກັບລັດໄດ້ ຄັນໄດ້ກະໄປກິນເຂົ້າລີງຢູ່ຄຸກຳ ກະບໍ່ມີໃຜຢາກໄປ.    ອັນນີ້ລັດຖບານລາວຄິດຖືກ ຫຼືຄິດຜິດນໍ່    ຕ່າງປະເທດເຂົ້າມາສຳປະທານແຕ່ລະຄັ້ງ ຜູ້ມີອຳນາດທີ່ກ່ຽວຂ້ອງໄດ້ຜົນປະໂຫຍດສ່ວນຕົວຫຼາຍປານໃດນໍ່

ອຸກໃຈເດ່ ອຸກໃຈເດ່

__________________
Anonymous

Date:
Permalink Closed

ແມ່ນແທ້ຫວະນີ
ນ່າເປັນຫ່ວງນໍ
ໄຄແຕ່ພວກເຮົາມີວັດຫຼາຍແຫ່ງ
ໃນອະນາຄົດ ຖ້າບໍ່ມີບ່ອນຢູ່ ກໍ່ຈະໄດ້ໄປອາໄສວັດໄດ້ confuse

__________________
Anonymous

Date:
Permalink Closed

ຄົນຣວຍມີເຮືອນເຫຼືອ   ຄົນທຸກເຊົ່າເຮືອນຄົນຣວຍ ເຂົາເວົ້າແພງກະຈຳເປັນ ເພາະບໍ່ມີບ່ອນຢູ່



ຣັຖະບານລາວຍັງບໍ່ທັນຄິດ ຍັງບໍ່ມີຄວາມຮູ້ດ້ານນີ້ເທື່ອ ເອົາເພິ່ນໄປຝຶກອົບຮົມກ່ອນ

__________________
lao boy

Date:
Permalink Closed

ພວກລັດທະບານລາວຫນ້າຈະມີຄວາມຄິດເພື່ອປະຊາຊົນແດ່  ຫາເອົາແຕ່ເງີນເຂົ້າກະເປົາຕົວເອງ
ຄົນຈົນ ຫາແນວສິກຶນບໍ່ມີ  ຄົນລວຍສ່ວນຫລາຍກະແມ່ນພວກພະນັກງານລັດແລະນາຍທືນຫລືຄົນຕ່າງປະເທດມາຢູ່
ໃນລາວ  ລັດທະບານລາວບໍ່ມີມັນສະຫມອງມີແຕ່ຄວາມໂລບ ຕັ້ງແຕ່ປົດປ່ອຍມາບໍ່ເຫັນລັດທະບານລາວສ້າງບ່ອນໃດ
ໃຫ້ຈະເລິນຕາແກ່ປະຊາຊົນແດ່  ສະຖານທີ່ງາມ ໆ ແດ່ກະມີແຕ່ຕ່າງປະເທດມາຊ່ວຍ ໂຮງຮຽນ ໂຮງຫມໍ ສວນສາທາລະນະ ຫລືຖະຫນົນຫົນທາງ  ມີແຕ່ຕ່າງປະເທດ ມາຊ່ວຍອອກເງີນໃຫ້ ລັດທະບານລາວມີປັນຍາ
ແຕ່ ຕັດໄມ້ຂາຍ ໃຫ້ຕ່າງປະເທດມາສ້າງເຂື່ອນ ຫືຂູດເອົາຊັບໃນດີນໄປຂາຍ ແລ້ວຕົນເອງກໍ່ໄດ້ເງີນ ເງີນທີ່ເຂົາມາໃຫ້ກະບໍ່ແມ່ນມາສ້າງປະເທດ ແມ່ນເອົາເຂົ້າຖົງຂອງລັດທະບານລາວ ປະເທດຂະເຫມນເຂົາໄປໄດ້ໃກ
ແລ້ວ ບ້ານເຂົາມີສົງຄາມ ມີຫລາຍຢ່າງທີ່ລຳບາກກວ່າລາວ ແຕ່ເຂົາປົດປ່ອຍ ແລະສ້າງຄວາມສະຫງົບໄດ້ບໍ່ພໍເທົ່າໃດປີ ເຂົາກໍ່ເຮັດໃຫ້ບ້ານເຂົາຈະເລີນ ມີສັກກະຍາພາບ ສ້າງຄວາມຫນ້າເຊື່ອຖືໃຫ້
ຕ່າງປະເທດໄດ້ເຄົາລົບຢ່ຳເກງ ແຕ່ປະເທດລາວ  ມີແຕ່ຂໍ ກັບຂໍ  ລັດທະບານລາວມີຄວາມສາມາດທີ່ສຸດຄື
ຂໍຄວາມຊ່ວຍເຫລືອຈາກຕ່າງປະເທດ ແລະຂູດຮີດປະຊາຊົນ ຕ່າງປະເທດສິວິຈານປານໃດບໍ່ສົນ ເຮັດແບບບໍ່ສົນໃຈ
ເອົາຫູໄປນາເອົາຕາໄປໄຮ່  ໄປປະຊຸມກັບຕ່າງປະເທດ ລັດທະບານປະເທດອື່ນເຂົາມີແນວຄິດແລະແຜນການ
ສ້າງປະເທດແລະເຮັດໃຫ້ປະຊາຊົນຢູ່ດີກິນດີ ນັກຂ່າວກ້ອງຈັບຖ່າຍອອກທາງໂທລະທັດ ແຕ່ລັດທະບານລາວ
ຂື້ນກ່າວຍາມໃດກະຍັງຂາດແຄນ ຂໍຄວາມຊ່ວຍເຫລືອ ກ້ອງນັກຂ່າວເຂົາຖ່າຍມາຮອດນາຍຍົກລາວເຂົາຜ່ານໄປ
ເລີຍ ແບບບໍ່ມີສັກສີ  ບໍ່ມີລາສີ ເພາະມີແຕ່ຂໍ ໄປປະຊຸມເປັນສ່ວນປະກອບເທົ່ານັ້ນບໍ່ໄດ້ມີບົດບາດຫຍັງທີ່ສຳຄັນເລີຍ
ຕໍ່ໄປຄົນລາວສິດັງເຂົ້າໄປເທດຂະເຫມນ ວຽດນາມ ໄປຫາເຮັດວຽກ ຢູ່ລາວຄົນລາວມີປັນຍາມີມັນສະຫມອງ
ແຕ່ເຮັດຫຍັງບໍ່ໄດ້ ສິເຮັດຫຍັງ ພະນັກງານລັດກະໄດ້ແຕ່ກົດຂີ່ເກັບພາສີ ແພງ ຕັ້ງຕົວບໍ່ໄດ້ຈັກເທື່ອ ຖ້າຄົນລວຍ
ໃຄແນ່ ເອົາເງີນຟາດຫົວ ຈັກກ້ອນລັດທະບານລາວກະຍອມໃຫ້ເຮັດ ໃຫ້ລົງທືນ ແຕ່ປະຊາຊົນຜູ້ທຸກຍາກ
ເຮັດນາກະຄ່າປຸຍກະແພງ ຄ້າຂາຍກະສີພາສີແພງ ສິໄປເຮັດໄຮ່ເຮັດສ່ວນກະບໍ່ມີ ເພາະພວກເຂົາມີດີນ ມີນາ
ລັດທະບານລາວກະໄລ່ຫນີບອກວ່າຖືກໂຄງການຂອງລັດປະຊາຊົນກະປາກບໍ່ໄດ້
ເຮັດຫຍັງບໍ່ຊັດເຈນ  ນາຍບ້ານກໍ່ຫາວິທີເກັບແຕ່ເງີນປະຊາຊົນ ຫນ່ອຍລະເກັບນັ້ນເກັບນີ້  ຖ້າປະຊາຊົນບໍ່ໃຫ້ກໍເຊີນຂື້ນໄປເມືອງ  ແລ້ວແບບນີ້ລັດທະບານລາວ ຊ່ວຍຫຍັງແດ່ປະຊາຊົນ  ແລະປະຊາຊົນ
ໄດ້ຜົນປະໂຍດຫຍັງແດ່  ຖ້າຈະເວົ້າໃນປະຈຸບັນເຫັນວ່າປະຊາຊົນ ຢູ່ຕາມມີຕາມເກິດ ລັດທະບານລາວບໍ່ຊ່ວຍກະບໍ່ວ່າຫຍັງ ແຕ່ລັດທະບານລາວມີບັງບຽດປະຊາຊົນ ນີ້ລະມັນຍາກ

__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard