Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຊາວໜຸ່ມເດີນທະເລຂອງລາວ ມາຮອດຢີ່ປຸ່ນແລ້ວ
ທາເກຊິ

Date:
ຊາວໜຸ່ມເດີນທະເລຂອງລາວ ມາຮອດຢີ່ປຸ່ນແລ້ວ


ໂດຍຕອບສະໝອງຕາມຄຳເຊີນຂອງກະຊວງການຕ່າງປະເທດຍີ່ປຸ່ນ ທີ່ໄດ້ເຊີນຄະນະຊາວໜຸ່ມລາວ ຈຳນວນ 29 ຄົນ ເຂົ້າຮ່ວມໂຄງການເດີນທະເລ ຄັ້ງທີ 36 ປີ 2009. 

ຈາກນັ້ນໃນຕົ້ນເດືອນກໍລະກົດ 2009 ສູນກາງ ຊປປ ລາວ ໄດ້ຈັດການຄັດເລືອກຊາວໜຸ່ມລາວ ເພື່ອເຂົ້າຮ່ວມ ໂຄງການຢູ່ 3 ພາກ ຄື: ພາກເໜືອທີ່ ແຂວງຫຼວງພະບາງ ພາກກາງ ນະຄອນຫຼວງ ແລະ ພາກໃຕ້ ແຂວງຈຳປາສັກ ໂດຍມີເງື່ອນໄຂເປັນສະມາຊິກຊາວໜຸ່ມໃນລະຫວ່າງອາຍຸ 18-30 ປີ ຜ່ານການຄັດເລືອກ ຕາມມາດຖານທີ່ວາງໄວ້ ສາມາດຄັດໄດ້ຄົບຕາມຈຳນວນ ແລະ ໃນວັນທີ 20 ກໍລະກົດ 2009 ກໍໄດ້ມີການ ເຕົ້າໂຮມເພື່ອກຽມ ຄວາມພ້ອມໃນການເຄື່ອນໄຫວ 9 ກິດຈະກຳ ເຊິ່ງແຕ່ລະກິດຈະກຳກໍຈະເນັ້ນໜັກໄປ ທາງການແຜ່ວັດທະນະທຳ ຄວາມຮູ້ຄວາມສາມາດຂອງຊາວໜຸ່ມ ລາວ ລວມທັງການນຸ່ງຖື ການໂຄສະນາປະຊາສຳພັນ ເຊິ່ງແຕ່ລະກິດຈະກຳໄດ້ມີການເຝິກແອບ ແລະ ກວດສອບກ່ອນ ຈະນຳໄປເຜີຍແຜ່ໃນໂຄງການ ຄັ້ງນີ້ ມາເຖິງປັດຈຸບັນຖືວ່າຊາວໜຸ່ມຊຸດດັ່ງກ່າວ ແມ່ນມີຄວາມພ້ອມສົມບູນທຸກຢ່າງ ແລະ ໄດ້ອອກເດີນໃນວັນທີ 26 ຕຸລາ 2009 ນີ້ ແລະ ຈະກັບຄືນປະເທດໃນວັນທີ 18 ທັນວາ 2009.
ຈະມີການອັບເດດສົດໆ ຈາກຢີ່ປຸ່ນມາໃຫ້ບັນດາທ່ານໄດ້ຊົມກັນເດີ້



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard