Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ພູເບ້ຍ
Anonymous

Date:
ພູເບ້ຍ


ພູເບ້ຍເປັນພູທີ່ສູງທີ່ສຸດໃນປະເທດລາວ. ຂ້ອຍໄດ້ຍິນແຕ່ຊື່ ບໍ່ເຄີຍເຫັນພູດັ່ງກ່າວຈັກເທື່ອ. ຖ້າໃຜເຄີຍເຫັນແລະມີພາບຖ່າຍ ຊ່ວຍເອົາລົງໃນສະມາຄົມລາວໃຫ້ເບິ່ງແດ່.

__________________
Anonymous

Date:

ເຫັນດີທີ່ສຸດ

ຂ້ອຍກໍ່ຢາກເຫັນຄືກັນ

ເກີດມາໄດ້ຍິນແຕ່ຊື່ ຢາກຮູ້ວ່າ ມັນເປັນຮູບຮ່າງແບບໃດກັນ

__________________
Anonymous

Date:

ຢາກເບິ່ງກະມາທ່ຽວລາວເອີ້ຍ ດຽວນີມັນສະບາຍແລ້ວ ບໍ່ຫຍຸ້ງຍາກຄືແຕ່ກ່ອນ

__________________
Anonymous

Date:

ຕາມທີ່ຈື່ໄດ້ຕອນຮຽນວິຊາພູມິສາຕ ເພິ່ນບອກວ່າພູເບັ້ຍເປັນພູທີ່ສູງແລະອຸດົມສົມບູນກວ່າໝູ່ໃນປະເທດລາວ ບໍ່ຄຳຢູ່ພູເບັ້ຍບໍ່ດຽວສາມາດສ້າງປະເທດລາວໃຫ້ຈະເຣີນຮຸ່ງເຮືອງເໝືອນປະເທດເພື່ອນບ້ານ, ແຕ່ໜ້າເສັຍດາຍທີ່ຄົນລາວບໍ່ມີໂອກາດໄດ້ຊົມໃຊ້ຄວາມອຸດົມສົມບູນດັ່ງກ່າວດ້ວຍຕົນເອງ.



__________________
Anonymous

Date:

ແຕ່ກ່ອນກໍເຄີຍໃດ້ຍິນຄວາມຊ່າລືເຖີງຄວາມອຸດົມ ສົມບູນຂອງພູກູດ ແລະພູເບັ້ຽນີ້ວ່າ ເປັນພູຜາ ທີ່ປະກອບດ້ວຽບໍ່ແຮ່ຈົນເຖິງຂັ້ນວ່າ ຍີ່ປຸ່ນຂໍຊື້ເອົາແລ້ວຈະສ້າງເມືອງລາວໃຫ້
ຈະເລີນເໝືອນດັ່ງປະເທດເຂົາ ແຕ່ລັດຖະບານລາວໃນສະໄໝນັ້ນບໍ່ອະນຸຍາດໃຫ້ ເພາະປະໄວ້ໃຫ້ລູກລາວ ຫຼານລາວມີຕວາມຮູ້ກ່ອນຈຶ່ງຄ່ອຍຂຸດຄົ້ນເອົາເອງ.


__________________
Anonymous

Date:

ເຄີຍເຫັນແຕ່ດອກມັນ (ດອກເບ້ຍ)

__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard