Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ມາລະຍາດໃນ ຮ້ານຂາຍເຝີ
Anonymous

Date:
ມາລະຍາດໃນ ຮ້ານຂາຍເຝີ


ຂ້ອຍໄດ້ພາຊ່ຽວຊານຕ່າງປະເທດ ທີ່ຫາກໍ່ມາລາວ ໄປກິນອາຫານທ່ຽງ
ບໍ່ຮູ້ຈະພາໄປກິນອາຫານແບບໃດ ກໍ່ເລີຍຕັດສິນໃຈ ພາໄປກິນເຝີ ທີ່ຮ້ານຊື່ດັງຮ້ານໜື່ງ
ທີ່ນະຄອນຫຼວງເຮົານີ້ແຫຼະ

ສິ່ງທີ່ຄົນຕ່າງປະເທດ ເຂົ້າເຈົ້າຕົກໃຈ ແລະ ຖາມຂ້ອຍກໍ່ຄື ເປັນຫຍັງເຈ້ຍທິຊູ ຄືມາຖິ້ມຢັງຢາຍ ກັນໄປໝົດ ຕາມກ້ອງໂຕະ ແລະພື້ນຮ້ານໂດຍ ທົ່ວໄປ

ບອກພະນັກງານເສີບໃຫ້ທໍາຄວາມສະອາດໃຫ້ແດ່ ແຕ່ເພິ່ນບອກວ່າ ຢ້ານຂີ້ຝຸ່ນ ຕົກໃສ່ຖ້ວຍເຝີ ຂອງລູກຄ້າຄົນອື່ນ ເວລາປິດຮ້ານ ຈຶ່ງອະນາໄມເທື່ອດຽວ

ປະຕິໂທ ນັ່ງກິນເຝີ ປານນັ່ງເທິງກອງເຈ້ຽ ທິດຊູ້
ແມ່ນຢູ່ເວລາກິນເຝີ ອາກາດມັນອາດຈະຮ້ອນ ນໍ້າມູກໄຫຼ ຕ້ອງໄດ້ເຊັດເຫື່ອ ເຊັດໄຄ ແຕ່ເປັນຫຍັງໃຊ້ແລ້ວ ຄົນລາວມັກຖິ້ມລົງກ້ອງໂຕະໂລດ ເອົາໄວເທິ່ງໂຕະ ໃຫ້ພະນັກງານ ເກັບໄປ ມັນກໍ່ບໍ່ເປັນຫຍັງຫຼາຍນ່າ

ມີໃຜມີປະສົບການຄືຂ້ອຍ ເອົາມາລົມໃຫ້ຟັງແນ່ ແລະຈະແກ້ໄຂບັນຫານີ້ແນວໃດ



__________________
Anonymous

Date:

ຄວນຈະໃສ່ຫົວຂໍ້ວ່າ ອະນາໄມໃນຮ້ານເຝີ

__________________
Kino

Date:

ຂ້ອຍກໍ່ເຄີຍເຫັນເລື້ອຍໆ. ບາງຮ້ານຈະວາງກະຕ່າຂີ້ເຫຍື່ອ (ເຫຍື໊ອ) ໄວ້ກ້ອງໂຕະແຕ່ລະຫນ່ວຍ. ແຕ່ສ່ວນໃຫຍ່ພະນັກງານໃນຮ້ານ ຈະກວດຂີ້ເຫຍື່ອເທິງໂຕະລົງພື້ນ ແລະ ເກັບກວດບາດດຽວບາດຊິປິດຮ້ານ ຄືກັບຮ້ານຕັດຜົມ.

ນອກຈາກອາຫານຕ້ອງແຊບແລ້ວ ອາຫານຕ້ອງປຸງແຕ່ງຖືກຫລັກອານາໄມ, ສະຖານທີ່ກໍ່ຕ້ອງສະອາດ ແລະ ການບໍລິການກໍ່ຕ້ອງດີພ້ອມ. ສິ່ງເຫລົ່ານີ້ ມັກຖືກເບິ່ງຂ້າມໂດຍເຈົ້າຂອງຮ້ານອາຫານ ບໍ່ສະເພາະແຕ່ຮ້ານເຝີ ຍ້ອນຄວາມມັກງ່າຍນັ້ນເອງ.


__________________
Anonymous

Date:

Anonymous wrote:

 

ຂ້ອຍໄດ້ພາຊ່ຽວຊານຕ່າງປະເທດ ທີ່ຫາກໍ່ມາລາວ ໄປກິນອາຫານທ່ຽງ
ບໍ່ຮູ້ຈະພາໄປກິນອາຫານແບບໃດ ກໍ່ເລີຍຕັດສິນໃຈ ພາໄປກິນເຝີ ທີ່ຮ້ານຊື່ດັງຮ້ານໜື່ງ
ທີ່ນະຄອນຫຼວງເຮົານີ້ແຫຼະ

ສິ່ງທີ່ຄົນຕ່າງປະເທດ ເຂົ້າເຈົ້າຕົກໃຈ ແລະ ຖາມຂ້ອຍກໍ່ຄື ເປັນຫຍັງເຈ້ຍທິຊູ ຄືມາຖິ້ມຢັງຢາຍ ກັນໄປໝົດ ຕາມກ້ອງໂຕະ ແລະພື້ນຮ້ານໂດຍ ທົ່ວໄປ

ບອກພະນັກງານເສີບໃຫ້ທໍາຄວາມສະອາດໃຫ້ແດ່ ແຕ່ເພິ່ນບອກວ່າ ຢ້ານຂີ້ຝຸ່ນ ຕົກໃສ່ຖ້ວຍເຝີ ຂອງລູກຄ້າຄົນອື່ນ ເວລາປິດຮ້ານ ຈຶ່ງອະນາໄມເທື່ອດຽວ

ປະຕິໂທ ນັ່ງກິນເຝີ ປານນັ່ງເທິງກອງເຈ້ຽ ທິດຊູ້
ແມ່ນຢູ່ເວລາກິນເຝີ ອາກາດມັນອາດຈະຮ້ອນ ນໍ້າມູກໄຫຼ ຕ້ອງໄດ້ເຊັດເຫື່ອ ເຊັດໄຄ ແຕ່ເປັນຫຍັງໃຊ້ແລ້ວ ຄົນລາວມັກຖິ້ມລົງກ້ອງໂຕະໂລດ ເອົາໄວເທິ່ງໂຕະ ໃຫ້ພະນັກງານ ເກັບໄປ ມັນກໍ່ບໍ່ເປັນຫຍັງຫຼາຍນ່າ

ມີໃຜມີປະສົບການຄືຂ້ອຍ ເອົາມາລົມໃຫ້ຟັງແນ່ ແລະຈະແກ້ໄຂບັນຫານີ້ແນວໃດ

 



ຂ້ອຍກະມີປະຊົບປະການຄືກັນກັບເຈົ້ນນັ້ນລະ  ຂ້ອຍໃດ້ໄປຍາມບ້ານເທື່ອສຸດທາ້ຍແມ່ນປີ 2006 ແລະກໍ່ມີຄົນຕ່າງປະເທດໄປນຳ ເຂົາເຈົ້າກໍ່ເຫັນປະກົດການແບບນີ້ແລະ    ຂ້ອຍຄີດວ່າ ອິກບໍ່ດົນສະພາບແບບນິ້ຄົງຈະປຽ່ນໄປ  ໝ້າເສັຽໃຈນຳທີ່ສະພາບນິ້ຍັງຄືເກົ່າ  ຊ້ຳບໍ່ໝຳ ເຈັ້ຽນັ້ນ ໃຊ້ນັ້ນພັດແມ່ນເຈັ້ຽເຊັດກົ້ນອີກ 
ເລື່ອງແບບນິ້ເປັນຫຍັງບໍ່ຄວນດັດແປງແດ່?


__________________
Anonymous

Date:

Anonymous wrote:

ຄວນຈະໃສ່ຫົວຂໍ້ວ່າ ອະນາໄມໃນຮ້ານເຝີ



Khon Ban Hao Mak Xokkapok. Pay Tam Radab disbelief

 



__________________
Anonymous

Date:

ມັນຂື້ນກັບຜູ້ໄປກິນມີລະດັບສ່ຳໃດ

__________________
Anonymous

Date:

Anonymous wrote:

ມັນຂື້ນກັບຜູ້ໄປກິນມີລະດັບສ່ຳໃດ




ໂອຍຈັງແມ່ນເຈົ້າເວົ້າແບບຫລາ້ຫລັງນໍ    ຄົນຕາ່ງປະເທດເຂົ້າໄປລາວນັບມື້ນັບຫລາຍຂື້ນ  ກະໃຫ້ເຂົາຢອ້ງແກ່ທ້ອນ ວ່າເມືອງລາວ ສະອາດ ແລະຄົນລາວມີສັງຄົມສູງ  ເວົ້າແບບນີ້ ສັງຄົມລາວ ກະຊີຍັງຫລ້າຫລັງຄືເກົ່າ



__________________
Anonymous

Date:

ການອານາໄມໃນຮ້ານເຝີ ນັ້ນ ັມນຂື້ນກັບເຈົ້າຂອງຮ້ານຫຼາຍກວ່າມ ແຂກ ກໍ່ມີສວ່ນຮ່ວມນຳກັນໃ ດັ່ງນັ້ນມ 2 ຝ່າຍຕອ້ງຮ່ວມມືກັນ . ຂຽນຕຳເຕືອນໃສ່ແຕ່ລະໂຕະ ກໍ່ອາດຈະດີວິທີ ຫນື່ງທ່ີຂ້າພະເຈົ້າຄິດ.

__________________


Veteran Member

Status: Offline
Posts: 56
Date:

ຫົວຂໍ້ເລຶ້ອງຄວນແມ່ນຄວາມສະອາດຈົບງາມໃນຮ້ານກິນດຶ່ມໃນລາວ

-- Edited by Lao Tae on Sunday 18th of October 2009 02:44:01 PM

__________________
Anonymous

Date:

Anonymous wrote:

ການອານາໄມໃນຮ້ານເຝີ ນັ້ນ ັມນຂື້ນກັບເຈົ້າຂອງຮ້ານຫຼາຍກວ່າມ ແຂກ ກໍ່ມີສວ່ນຮ່ວມນຳກັນໃ ດັ່ງນັ້ນມ 2 ຝ່າຍຕອ້ງຮ່ວມມືກັນ . ຂຽນຕຳເຕືອນໃສ່ແຕ່ລະໂຕະ ກໍ່ອາດຈະດີວິທີ ຫນື່ງທ່ີຂ້າພະເຈົ້າຄິດ.



ມັນຂື້ນນຳແຂກ ຫລາຍກ່ວາ  ແຂກບໍ່ຖີ້ມຊະຊາຍ ເຈົ້າຂອງຮ້ານ ກະບໍ່ໄດ້ອານໄມຍາກ
ຕາມທຳມະດາແລ້ວ ເຈັ້ຽໄຊ້ແລ້ວ ເຮົາຕ້ອງປະໄວ້ເທິງໂຕະ ເຈົ້າຂອງຮາ້ນມິໝ້າທິ່ຢູ່ແລ້ວ ຈະຕ້ອງມາມ້ຽນໂຕະ   ດັ່ງນັ້ນແລ້ວ ການອານາໄມມັນຈື່ງເປັນການງາ່ຍດາຍໃຫ້ເຈົ້າຂອງຮ້ານ

 



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard