Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ພາສາລາວເຂົ້າຂັ້ນ ໂຄມ້າ
Anonymous

Date:
ພາສາລາວເຂົ້າຂັ້ນ ໂຄມ້າ


ດີເຈຍັງໃຊ້ພາສາລາວ ບໍ່ຖືກຕ້ອງ

 ໂດຍ: ໄກ່ແກ້ວ


ພາສາແມ່ນມູນເຊື້ອພູມປັນຍາອັນສະຫລາດສະຫລຽວຂອງບັນພະບຸລຸດ ໃນໂລກຂອງພວກເຮົາກໍ່ມີຫລາຍພາສາ ແລະ ບາງປະເທດ ກໍ່ມີພາສາເປັນຂອງຕົນເອງ ແຕ່ບາງປະເທດ ບໍ່ມີກໍ່ຕ້ອງຢືມພາສາຂອງປະເທດອື່ນມາໃຊ້. ສຳລັບຊາດລາວແມ່ນຊາດຫນຶ່ງທີ່ມີປະຫວັດ ຄວາມເປັນມາຍາວນານ ແຕ່ສະໄຫມດຶກດຳບັນ ແລະ ພາສາລາວຂອງພວກເຮົາທີ່ໃຊ້ປາກເວົ້າຂີດຂຽນໃນທຸກມື້ນີ້ລ້ວນແຕ່ແມ່ນມູນມໍລະ ດົກອັນລ້ຳຄ່າຈາກບັນພະບຸລຸດລາວເຊິ່ງໄດ້ເຄົ້າມາຈາກພາສາບາລີ-ສັນສະກິດ.

ໃນປະຈຸບັນ ສື່ຕ່າງໆຈາກປະເທດໃກ້ຄຽງມີອິດທິພົນຫລາຍເຮັດໃຫ້ການ ພົວພັນແລກປ່ຽນທາງດ້ານພາສາວ່ອງໄວ ສະດວກເຂົ້າໃຈ ງ່າຍພ້ອມທັງກາຍເປັນຄ່ານິຍົມທີ່ຄົນເຮົາຮັບມານຳໃຊ້ຕໍ່ກັນຢ່າງບໍ່ພິຈາລະນາ ເຊິ່ງມີອັນຖືກ
-ຜິດ ຫລື ບໍ່ສອດຄ່ອງກັບເງື່ອນໄຂ ແລະ ໂອກາດທີ່ຈະໃຊ້ ໂດຍສະເພາະຈະສັງເກດເຫັນກຸ່ມໄວຫນຸ່ມ ຫລື ດີເຈຕ່າງໆ ທີ່ຈັດເພງຕາມຮ້ານບັນເທີງ ຫລື ໂທລະພາບ ແລະ ວິທະ ຍຸ ເຊິ່ງຍັງມີຈຳນວນຫນຶ່ງທີ່ຍັງໃຊ້ພາສາຊອດກະຈາຢູ່ ເຊັ່ນວ່າ: ແພ້ກັບຊະນະ, ສີມືກັບຝີມື, ບ້ານກັບເຮືອນ... ໃນຄວາມຈິງແລ້ວ ຜູ້ຈັດ ລາຍການບໍ່ວ່າຈະເປັນພິທີກອນລາຍການໂທລະພາບ, ວິທະຍຸ, ໂຄສົກຕາມງານຕ່າງໆ ແລະ ຕາມຮ້ານບັນເທີງຜູ້ຈັດລາຍການຫລາຍ ຄົນທີ່ມີພອນສະຫວັນມີຄວາມສາມາດ ສະເພາະຕົວໃນການເວົ້າທີ່ດີ ແລະ ມີພິກໄຫວທີ່ດີເປັນຜູ້ເຕີມສີສັນໃນແຕ່ລະງານໄດ້ດີ ເຊິ່ງປຽບ ເຫມືອນການໂຄສະນາອັນຫນຶ່ງ ແລະທຸກຄົນໃນງານກໍ່ຈະໃຫ້ກຽດ ແລະ ເຊື່ອໃນຄຳເວົ້າຂອງຜູ້ນັ້ນ ແລະຍັງເປັນແຮງບັນດານໃຈໃຫ້ກັບ ໄວຫນຸ່ມຮຽນແບບນຳອີກ. ຕາມທີ່ຜູ້ຂຽນເອງໄດ້ໄປເຫັນສະຖານທີ່ຕ່າງໆກໍ່ໄດ້ສັງເກດເຫັນ ແລະເຄີຍໄດ້ຍິນດີເຈເພິ່ນມັກເວົ້າພາສາເພື່ອນ ບ້ານເປັນປະຈຳ ຫລື ເວົ້າແບບຊອດກະຈາ ແລະ ຫມູ່ເພື່ອນຫລາຍໆຄົນກໍ່ມັກມາຖາມຜູ້ຂຽນວ່າ: "ເປັນດີເຈເປັນຫຍັງ ຈິ່ງມັກເວົ້າຄວາມ ໄທ" ຫລື ບາງເທື່ອກໍ່ມັກມີຄົນຖາມວ່າ: "ດີເຈເວົ້າຫຍັງເບາະບໍ່ເຂົ້າໃຈ" ແລະ ຜູ້ຂຽນເອງກໍ່ຮູ້ສຶກວ່າເປັນແນວນັ້ນແທ້ ເພາະວ່າໃນເວລາ ໄດ້ຟັງແຕ່ລະເທື່ອກໍ່ມັກຈະຕັ້ງໃຈຟັງເວລາດີເຈເພິ່ນເວົ້າ ແຕ່ກໍ່ຍັງບໍ່ເຂົ້າໃຈຄັກຈັກເທື່ອສາເຫດດັ່ງກ່າວນີ້ ຜູ້ຂຽນເອງກໍ່ຫາຂໍ້ສະຫລຸບອັນ ແທ້ຈິງບໍ່ໄດ້ກໍ່ຢາກຂໍຝາກ ເຖິງພາກສ່ວນທີ່ກ່ຽວຂ້ອງໃຫ້ຄວາມກະຈ່າງແຈ້ງຕໍ່ບັນຫາດັ່ງກ່າວ.

   ຂໍຝາກເຖິງບັນດາພໍ່ແມ່ພີ່ນ້ອງ ເພື່ອນຜູ້ອ່ານທີ່ຮັກແພງ ຈົ່ງພ້ອມກັນອະນຸຮັກພາສາລາວຂອງພວກ ເຮົາໄວ້ໃຫ້ຢູ່ຄູ່ກັບຄົນລາວຕະ ຫລອດໄປ ຈົ່ງນຳໃຊ້ພາສາຢ່າງຖືກຕ້ອງແທດເຫມາະ ແລະ ຢືມຄຳຈາກພາສາອື່ນແຕ່ສະເພາະທີ່ຈຳເປັນແທ້ໆຖ້າພາສາລາວມີຄຳທີ່ສາ ມາດສື່ສານກັນເຂົ້າໃຈ ດັ່ງນັ້ນ ຈະມີຄວາມຈຳເປັນຫຍັງຈິ່ງຕ້ອງໃຊ້ພາສາອື່ນມາທົດແທນ ເຊັ່ນວ່າ: "ຂອບກັບກອບ" ນັ້ນ ເພາະພາສາ ປຽບເຫມືອນເຄື່ອງຫມາຍຂອງຄວາມເປັນຊາດ ດັ່ງຄຳສຸພາສິດທີ່ວ່າ: " ພາສາບອກຊາດ ມາລະຍາດບອກຕະກູນ" ຖ້າສູນເສຍພາສາກໍ່ ຄືສູນເສຍຄວາມເປັນຊາດ.


ອີຄອມ



__________________
Anonymous

Date:

ອາ່່້້ວເວົ້້າແຕ່່່່ເຂົາບາດໂຕເອັງຍັງເຮັດຢູ່່່່     ໂຄມ້້າ = COMA ???? confuse



__________________
Anonymous

Date:

ຕ້ອງຮີບດ່ວນແກ້ໄຂ.   ກະໂຕພວກເຮົາເອງກະຍັງໃຊ້ບໍ່ຖືກ ເພາະບໍ່ມີແມ່ແບບອ້າງອີງ.



__________________
Anonymous

Date:

Anonymous wrote:

ຕ້ອງຮີບດ່ວນແກ້ໄຂ.   ກະໂຕພວກເຮົາເອງກະຍັງໃຊ້ບໍ່ຖືກ ເພາະບໍ່ມີແມ່ແບບອ້າງອີງ.



It's about time that one of us can accept and face the truth to acknowledge that a large number of Laotians speak Lao language so incorrectly& improperly.
This is a good start in improving Lao language so that it is can be taught to the younger/ new generations effectively in order to preserve our language and culture.

Lao oversea



__________________
Anonymous

Date:

ຂ້ອຍເປັນນັກກົດໝາຍໜຸ່ມ, ຄຳຖາມທີ່ຄາໃຈຕົວເອງມາຕະຫຼອດກໍຄື ການໃຊພາສາພາສາລາວ ຮູ້ສຶກວ່າຍາກຫຼາຍຖ້າທຽບໃສ່ພາສາອັງກິດ. ເພາະບັນພະບູລຸດຂອງເຮົາລຸ້ນກາງ ເຮັດໃຫ້ພາສາລາວຍາກເອງ.

__________________
Anonymous

Date:

ຄົນລາວເຮົາສ່ວນໃຫຍ່ມັກງ່າຍໂພດໃນເວລານຳໃຊ້ພາສາ ບໍ່ສະເພາະແຕ່ໃນເວລາເວົ້າເທົ່ານັ້ນ ແຕ່ລວມທັງໃນເວລາຂຽນ. ຍົກຕົວຢ່າງວ່າ ປະໂຫຍກສົມບູນຫນຶ່ງຕ້ອງມີຄຳປະທານ, ກຳມະ ແລະ/ຫລື ຄຳປະກອບ. ແຕ່ບາງຄົນຂຽນປະໂຫຍກ ບໍ່ມີຮອດປະທານຫລືກຳມະ. ອີກປັນຫາໜຶ່ງ ກໍ່ຄືການໃຊ້ຈຸດຈຳ້ແລະຍະຫວ່າງ. ຄົນລາວເຮົາຍັງມັກໃຊ້ບໍ່ຖືກຕ້ອງ. ຍົກຕົວຢ່າງ: ຢານີ້ກິນແລ້ວແຂງ     ແຮງບໍ່ມີ      ພະຍາດບຽດບຽນ.

__________________
Anonymous

Date:

Anonymous wrote:

ຂ້ອຍເປັນນັກກົດໝາຍໜຸ່ມ, ຄຳຖາມທີ່ຄາໃຈຕົວເອງມາຕະຫຼອດກໍຄື ການໃຊພາສາພາສາລາວ ຮູ້ສຶກວ່າຍາກຫຼາຍຖ້າທຽບໃສ່ພາສາອັງກິດ. ເພາະບັນພະບູລຸດຂອງເຮົາລຸ້ນກາງ ເຮັດໃຫ້ພາສາລາວຍາກເອງ.



ທ່ານຄວນຈະໄປຊື້ປື້ມວັດຈະນານຸກົມ ລາວແປລາວ ມາປະກອບໃນການໃຊ້ຄຳສັບໃຫ້ຖືກຕ້ອງ.

 



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard