Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຕິດບວກ ຫຼື ຕິດລົບດີ ?
Anonymous

Date:
ຕິດບວກ ຫຼື ຕິດລົບດີ ?

ນັບແຕ່ຕົ້ນປີເປັນຕົ້ນມາອັດຕາເງິນເຟີ້ຂອງລາວໄດ້ຫລຸດລົງຢ່າງຕໍ່ເນື່ອງ ກ້າວໄປເຖິງເງິນຝາກຕິດລົບຄັ້ງທຳອິດໃນປະຫວັດສາດ ນັບແຕ່ ມີການຈັດດັດຊະນີເປັນຕົ້ນມາ ເມື່ອເງິນເຟີ້ໃນເດືອນເມສາ ຕິດລົບ ແລະ ຍັງສືບຕໍ່ຕິດລົບຈົນມາເຖິງເດືອນກັນຍາຜ່ານມາເຖິງ ມີຕົວເລກຫລຸດລົງຈາກເດືອນສິງຫາ ແຕ່ນັກເສດຖະສາດສະແດງຄວາມເປັນຫ່ວງຫາກຍັງສືບຕໍ່ແກ່ຍາວ

ອີງຕາມ ຂໍ້ມູນຂອງກົມນະໂຍບາຍເງິນຕາຈາກເວັບໄຊຂອງທະນາຄານແຫ່ງ ສປປ ລາວ ໃຫ້ຮູ້ວ່າ: ໃນເດືອນກັນຍາ ເງິນເຟີ້ຍັງສືບຕໍ່ຕິດ ລົບຢູ່ເຮັດໃຫ້ອັດຕາເງິນເຟີ້ຂອງລາວຕິດລົບເປັນເດືອນທີ ຕິດຕໍ່ກັນຫລັງຈາກທີ່ມີການຕິດລົບຄັ້ງປະຫວັດສາດໃນເດືອນເມສາ ດ້ວຍລະ ດັບຕິດລົບ ໃນເດືອນພຶດສະພາ ແລະສູງສຸດໃນເດືອນສິງຫາດ້ວຍລະດັບຕິດລົບ ກ່ອນ ຈະຫລຸດລົງມາຕິດລົບຢູ່ ໃນເດືອນກັນຍາທີ່ຜ່ານມານັກເສດຖະສາດ ຈາກສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດກະຊວງແຜນການ ແລະ ການລົງທຶນໄດ້ກ່າວເຖິງກໍລະນີເງິນເຟີ້ຕິດລົບ ວ່າ: ອັດຕາເງິນເຟີ້ຕິດລົບແມ່ນມີທັງສອງແງ່ທັງດ້ານບວກ ແລະ ດ້ານລົບ ໂດຍໃນດ້ານບວກນັ້ນລາຄາສິນຄ້າຈະຖືກລົງເຮັດໃຫ້ສັງຄົມ ມີຄວາມສາມາດຊື້ສິນຄ້າໄດ້ຫລາຍຂຶ້ນ ກົງກັນຂ້າມເງິນເຟີ້ຕິດລົບກໍ່ເປັນສັນຍານບໍ່ດີຕໍ່ການຜະລິດກໍ່ຄືຜູ້ຂາຍເພາະ ເມື່ອລາຄາຖືກຈະເຮັດ ໃຫ້ລາຍຮັບຕ່ຳລົງ ແລະ ບໍ່ເປັນການຊຸກຍູ້ສົ່ງເສີມການຜະລິດແນວໃດກໍ່ດີ ກໍ່ຄວນເບິ່ງປັດໄຈທີ່ເຮັດໃຫ້ເງິນເຟີ້ຕິດລົບນຳ ແຕ່ກໍ່ບໍ່ຄວນ ປ່ອຍໃຫ້ເງິນເຟີ້ຕິດລົບແກ່ຍາວ ເພາະຈະສ້າງຜົນເສຍຕໍ່ລະບົບເສດຖະກິດໄດ້

__________________
Anonymous

Date:

ສະແດງວ່າຄວບຄຸມລະບົບເງິນຕາ ແລະກົນໄກເສດຖະກິດບໍ່ໄດ້, ມີການນຳສິນຄ້າເຂົ້າມາຈາກຕ່າງປະເທດເພີ່ມຂຶ້ນ.....  ສົ່ງຜົນໃຫ້ເງິນກີບອ່ອນຄ່າລົງ!!!ອີກຢ່າງໜຶ່ງແມ່ນມີໜີ້ສິນຄຸມເຄືອ. ພວກເຮົາ, ລູກ, ຫຼານ, ເຫຼນ, ຫຼອດ.....  ກຽມພ້ອມໃຊ້ແທນໜີ້ສິນທີ່ລັດຖະບານຂອງພວກເຮົາໄປກູ້ຢືມເງິນຈາກຕ່າງປະເທດເປັນຈຳນວນຫຼາຍສັນຍາ!!!

ຍັງຕ້ອງທຸກ ທຸກ ທຸກ ທຸກ ແລະກະທຸກໄປອີກເລື້ອຍໆ ນັບຈານີ້ໄປອີກ 50 ຊາດພວກເຮົາຈິ່ງຊິບໍ່ໄດ້ໃຊ້ໜີ້ຕ່າງປະເທດ

ຂໍຂອບໃຈ.

__________________
Anonymous

Date:

Anonymous wrote:

 ຄົນທີ່ບໍ່ຮູ້ກ່ຽວກັບ ທິດສະດີ ເສດຖະສາດ ຈຶ່ງເວົ້າແບບນີ້.

ທີ່ຈີງແລ້ວ ສຳລັບບ້ານເຣົານັ້ນ ເງິນເຝີ້ ຕິດລົບແມ່ນບໍ່ດີ ດອກ ເພາະປະເທດ ເຮົາເປັນປະເທດ ກຳລັງພັດທະນາ. ເງິນເຝີ້ຄວນຈະຢູ່ປະມານ ສາມ ຫາ ສີ ຕໍ່ປີ.

__________________
Anonymous

Date:

ຂອບໃຈທີ່ທ່ານແນະນຳ ຂ້າພະເຈົ້າບໍ່ແມ່ນນັກເສດຖະສາດຄືທ່ານ ສິ່ງທີ່ຂ້າພະເຈົ້າລົງຄວາມເຫັນໄປນັ້ນບໍ່ຖືກຈັກປະເດັນເລີຍແມ່ນບໍ່    ຊັ້ນທ່ານນັກເສດຖະສາດ ອະທິບາຍແຈ້ງກວ່ານີ້ໄດ້ບໍວ່າ ເງິນເຟີ້ແມ່ນຫັຍງ?  ມີຈັກສາເຫດ? ສິ່ງທີ່ຂ້າພະເຈົ້າເວົ້າໄປນັ້ນມັນໃກ້ຄຽງບໍ່  ແລ້ວທ່ານເຂົ້າໃຈບໍ່......... ມັນມີຄວາມໝາຍວ່າແນວໃດ?

__________________
Anonymous

Date:

ຄົນຮຽນວິສະວະກໍາຄືຂ້ອຍ ງົງໄປເລີຍ confuse

__________________
Anonymous

Date:

Anonymous wrote:

ສະແດງວ່າຄວບຄຸມລະບົບເງິນຕາ ແລະກົນໄກເສດຖະກິດບໍ່ໄດ້, ມີການນຳສິນຄ້າເຂົ້າມາຈາກຕ່າງປະເທດເພີ່ມຂຶ້ນ.....  ສົ່ງຜົນໃຫ້ເງິນກີບອ່ອນຄ່າລົງ!!!ອີກຢ່າງໜຶ່ງແມ່ນມີໜີ້ສິນຄຸມເຄືອ. ພວກເຮົາ, ລູກ, ຫຼານ, ເຫຼນ, ຫຼອດ.....  ກຽມພ້ອມໃຊ້ແທນໜີ້ສິນທີ່ລັດຖະບານຂອງພວກເຮົາໄປກູ້ຢືມເງິນຈາກຕ່າງປະເທດເປັນຈຳນວນຫຼາຍສັນຍາ!!!

ຍັງຕ້ອງທຸກ ທຸກ ທຸກ ທຸກ ແລະກະທຸກໄປອີກເລື້ອຍໆ ນັບຈານີ້ໄປອີກ 50 ຊາດພວກເຮົາຈິ່ງຊິບໍ່ໄດ້ໃຊ້ໜີ້ຕ່າງປະເທດ

ຂໍຂອບໃຈ.

Tuk Radab. Antalay

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard