Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: L.O.G ຈະອອກໃໝ່ໄວໆນີ້
Anonymous

Date:
L.O.G ຈະອອກໃໝ່ໄວໆນີ້



 ໂດຍ: ຕາດຳ

  ຂ່າວນີ້ຄົງຈະເຮັດໃຫ້ບັນດາແຟນເພງແນວຮິບຮ໋ອບດີໃຈຢ່າງແນ່ນອນ ເພາະວ່າເມື່ອວັນອາທິດທີ່ຜ່ານມາ ສິລະປິນກຸ່ມຮິບຮ໋ອບຊື່ດັງ ໄດ້ແກ່ວົງ "LOG"ໄດ້ໄປຮ່ວມສະແດງຄອນເສີດຮ່ວມກັບສິລະປິນຮ່ວມຄ້າຍດຽວກັນອີກຫລາຍໆຄົນໃນງານມື້ນັ້ນ LOG ໄດ້ນຳເພງໃຫມ່ ຫລ້າສຸດມາຮ້ອງເທິງເວທີທີ່ມີຊື່ວ່າ "ຮັກ" ເພື່ອເອົາໃຈແຟນເພງ ແລະເປັນການບອກໃຫ້ຮູ້ວ່າອາລະບຳໃຫມ່ຂອງພວກເຂົາໃກ້ຈະສຳເລັດ ໃນໄວໆນີ້.

 ຜ່ານໄປເປັນທີ່ຮຽບຮ້ອຍແລ້ວສຳລັບງານຄອນເສີດທິໂກຍອດນິຍົມເທື່ອທີ 2 ທີ່ໄດ້ຈັດຂຶ້ນເມື່ອຕອນບ່າຍຂອງວັນທີ 11 ຕຸລາທີ່ຜ່ານ ມາທີ່ຕະຫລາດເຊົ້າຊອບປິງມໍ ເຊິ່ງສິລະປິນທີ່ມາຮ່ວມສະແດງຄອນເສີດໃນເທື່ອນີ້ ນຳໂດຍກຸ່ມສິລະປິນຮິບຮ໋ອບຊື່ດັງທີ່ທຸກຄົນຮູ້ຈັກເປັນ ຢ່າງດີແຫ່ງຄ້າຍເພງອິນດີເຣັກຂອດ ໄດ້ແກ່ວົງ "LOG" ທີ່ເປີດສາກດ້ວຍເພງ "ຫວານຕົ້ນຈືດປາຍ" ລວມເຖິງເພງອື່ນໆທີ່ແຟນເພງທຸກ ຄົນສາມາດຮ້ອງນຳພວກເຂົາໄດ້ແຕ່ການຂຶ້ນຄອນເສີດເທື່ອນີ້ LOG ໄດ້ສົ່ງສັນຍານພິເສດຫາແຟນເພງນັ້ນຄືການນຳເອົາເພງ"ຮັກ" ເຊິ່ງ ເປັນເພງໃຫມ່ຫລ້າສຸດມາຂັບຮ້ອງໃຫ້ແຟນເພງໄດ້ຟັງກັນໃນມື້ນັ້ນນຳອີກ.

  ເພງ "ຮັກ"ເປັນຫນຶ່ງເພງທີ່ຈະບັນຈຸໃນອາລະບຳຊຸດໃຫມ່ຂອງ LOG ທີ່ມີຊື່ຊຸດວ່າ "LOG  1,5" ເຊິ່ງເພງນີ້ປະຈຸບັນໄດ້ປ່ອຍອອກ ອາກາດໄປທາງຄື້ນວິທະຍຸຕ່າງໆ ແລະ ທາງໂທລະພາບໃຫ້ໄດ້ຊົມກັນທົ່ວປະເທດເປັນທີ່ຮຽບຮ້ອຍແລ້ວ. ທາງຜູ້ຈັດການຄ້າຍເພງອິນດີ ເຣັກຂອດໄດ້ເປີດເຜີຍວ່າ "ໃນໄວໆນີ້ ອິນດີເຣັກຂອດກຽມຈະນຳສະເຫນີຜົນງານເພງຊຸດໃຫມ່ຄາດວ່າອາລະບຳດັ່ງກ່າວ ຈະສຳເລັດກາງ ເດືອນພະຈິກນີ້ຢ່າງແນ່ນອນ.

 ນອກຈາກນີ້ ສິລະປິນທີ່ມາຮ່ວມສະແດງຄອນເສີດຍັງມີຫນຸ່ມ "ສຸກ" ເຊິ່ງຫນຸ່ມຄົນນີ້ ກໍ່ຂົນເອົາບົດເພງດັງຂອງຕົນທີ່ຢູ່ໃນອາລະບຳ "ສຸກ" ມາຕ້ອນມາຝາກແຟນເພງບໍ່ວ່າຈະເປັນເພງ "ຄຳຖາມ ແທງໃຈ" ແລະ ເພງ "ຖາມຟ້າ" ແລະ ຍັງມີສິລະປິນຫນ້າໃຫມ່ເປັນວົງຮິບ ຮ໋ອບ2 ວົງ ຄືວົງ "ເຂົ່າລອຍ" ແລະ ວົງ " RED GAME " ກໍ່ສ້າງຄວາມມ່ວນຊື່ນໃຫ້ກັບແຟນເພງ, ພໍ່ຄ້າ, ແມ່ຄ້າ ແລະ ປະຊາຊົນ ທີ່ມາຊື້ສິນຄ້າໃນມື້ນັ້ນຫລາຍພໍສົມຄວນ.




__________________
Anonymous

Date:

ຊົມເຊີຍ! LOG ຍອມຮັບວ່າເກັ່ງອີ່ຫຼີ   ສົມເປັນວົງຮິຮັອບທີ່ດີເດັ່ນ

__________________
Anonymous

Date:

ຖ້າເກ່ງແທ້ ຄືບໍ່ໄດ້ຮ້ອງເພັງຊີເກມ ຄື ນັກຮ້ອງອື່ນໆ

__________________
Anonymous

Date:

ເຈົ້າຄືມາເວົ້າແບບນີ້?  ຄວາມໝາຍຄຳວ່າເກັ່ງບໍ່ແມ່ນຊິເກັ່ງໝົດທຸດ້ານດອກ ເພງຫຍັງກະຊິໃຫ້ LOG ຮ້ອງໝົດທຸກງານບໍ?  ເຂົ້າໃຈຄົນລະດານຕິ!  ກຳກະທູ້ໃຫ້ມັນແໜ້ນກ່ອນຈິ່ງອອກຄຳເຫັນແມ໋ ໃຫ້  LOG ໄປຮ້ອງເພງທີ່ບໍ່ແມ່ນແນວລາວຖະນັດກະຊິເປັນບໍ?    ເຈົ້າກະດາຍເນາະ

__________________
Anonymous

Date:

Anonymous wrote:

ຖ້າເກ່ງແທ້ ຄືບໍ່ໄດ້ຮ້ອງເພັງຊີເກມ ຄື ນັກຮ້ອງອື່ນໆ



Hey! don't criticized this ppl ? even I like to listen to them and in U.S. I don't even listen to this kind of music played by a multi million dollar famous American singer and some how I liked L.O.G isn't it wiered? They must be GOOD! and got my attention.biggrinbiggrin

 



__________________
Anonymous

Date:

ດຽວ ຊິຫາມາໃຫ້ອາດຍາຄົນຕ່າງປະເທດຟັງແລ້ວຕັດສິນເດີ່ວ່າ ອັນຜູ້ມີຄຳເຫັນວ່າ LOG ເປັນຫຍັງຄືບໍ່ໄດ້ເຂົ້າຮ່ວມຮ້ອງເພງຊີເກມ

__________________
Anonymous

Date:

Anonymous wrote:

ຖ້າເກ່ງແທ້ ຄືບໍ່ໄດ້ຮ້ອງເພັງຊີເກມ ຄື ນັກຮ້ອງອື່ນໆ



How do you know the comment above me is from Lao jark pa thate naurk?
It is only in your head all bad comments made by Lao naurk.
STOP BEING SO NARROW MINDED!

 



__________________
Anonymous

Date:

ຖ້າທ່ານເປັນຄົນລາວແທ້ທ່ານຕ້ອງຂຽນເປັນພາສາລາວມາໂລດ   ຂ້ອຍກະເປັນນັກສຶກສາລາວຢູ່ນອກປະເທດຄືກັນ, ແຕ່ຂ້ອຍຮັກລາວ ຂ້ອຍກະຂຽນເປັນພາສາລາວ.

ຂອບໃຈ ທ່ານອາດຍາຕ່າງປະເທດ

__________________
Anonymous

Date:

Anonymous wrote:

ຖ້າທ່ານເປັນຄົນລາວແທ້ທ່ານຕ້ອງຂຽນເປັນພາສາລາວມາໂລດ   ຂ້ອຍກະເປັນນັກສຶກສາລາວຢູ່ນອກປະເທດຄືກັນ, ແຕ່ຂ້ອຍຮັກລາວ ຂ້ອຍກະຂຽນເປັນພາສາລາວ.

ຂອບໃຈ ທ່ານອາດຍາຕ່າງປະເທດ



yawnyawnyawnyawnyawnyawnyawnyawnyawnyawnyawnyawnyawnyawnyawnyawnyawnyawnyawnyawnyawnyawnyawnyawnyawnyawnyawnyawnyawnyawnyawnyawnyawnyawnyawnyawn

 



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard