Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຮູ້ສຶກແນວໃດທີ່ໄປພົວພັນວຽກກັບພະນັກງານລັດ?
Anonymous

Date:
ຮູ້ສຶກແນວໃດທີ່ໄປພົວພັນວຽກກັບພະນັກງານລັດ?


ໃນເວລາທີ່ໄປພົວພັນວຽກກັບພະນັກງານລັດທຸກໆຄັ້ງ ພວກເຮົາຈະເຫັນໄດ້ວ່າ ພະນັກງານລັດບາງທ່ານ ເວົ້າຈາບໍ່ສຸພາບ ແລະວາງທ່າທີຄືວ່າຕົນເອງເປັນເຈົ້າຂອງຕົວເຮົາເອງແມ່ນບໍ?  ບາງຄັ້ງເອກະສານຄວນຈະໄດ້ພາຍໃນ 5 ນາທີ ກະເປັນ 2 ມື້ເນາະ

__________________
Anonymous

Date:
aa


ມີແຕ່ຢາກໄດ້ເງິນເຂົ້າກະເປົາຕົນເອງ
ແລ່ນເອກະສານ ມີການແບ່ງປະເພດ ຢາກໄດ້ໄວໄດ້ຊ້າ ຢາກໄດ້ໄວ ແມ່ນໃຫ້ຈ່າຍເງິນເປັນ 2-3 ເທົ່າ ເຮັດຄືແມ່ນທຸລະກິດຂອງຕົນເອງ ໂດຍສະເພາະແມ່ນ ກະຊວງການຕ່າງປະເທດເດີ້

__________________


Veteran Member

Status: Offline
Posts: 56
Date:
ມີແຕ່ຢາກໄດ້ເງິນເຂົ້າກະເປົາຕົນເອງ


ແມ່ນແທ້ຫວາ ຄັນເປັນແນວນີ້ຍາມໃດລາວຈຶ່ງຈະກ້າວຫນ້າທັນປະເທດອື່ນ

-- Edited by Lao Tae on Wednesday 14th of October 2009 08:24:49 PM

__________________
Anonymous

Date:
goodluck


ຂ້ອຍຄິດວ່າເປັນນຳເຫດຄືຫົວຫ້ນາພາເຮັດລູກນ້ອງກໍ່ເລີຍເຮັດຕາມເຮົາຕ້ອງແກ້ທີ່ເຫດ ຂ້ອຍກໍ່ເຄີຍເຮັດຫັນງສືຄືກັນ
ຍາກຫລາຍແຕ່ເອົາເງີນໃຫ້ໄວປານຫັຍງຖ້າຍັງເປັນແບບນີ້ປະເທດເຮົາຈະເລີນທັນປະເທດອື່ນໄດ້ແນວໃດ
ຖ້າເຮົາເບີງເຫັນແຕ່ເງີນເຫັນແກ່ຕົວແລ້ວປະເທດຊາດບ້ານເມືອງປະຊາຊົນຕາດຳໆຂອງເຮົາຈະຢູ່ແນວໃດ
ມີຄຳກ່ອນເພີນເວົ້າວ່າ ( ຊີວິດບໍ່ພໍກັບຕັນຫາ ເງີນຄຳບໍ່ພໍກັບຄວາມຕ້ອງການ) ຖ້າເຮົາຄິດເຫັນແກ່ຕົວ ຈົນບໍ່ດຽວ
ເຫັນຫົວປະເທດລາວເຮົາແລ້ວ ສັງຄົມຈະວຸ້ນວາຍ ເກີດມີຈາລະໂຈນຂ້າພັນລັນແທງກັນ ດັ່ງນັ້ນ ໃຫ້ເຮົາຮັກປະເທດ
ເຮົາແດ່ເດີ້ ມີທຳມະມາຝາກ ໃຫ້ເຮົາຄິດວ່າທີ່ເຮົາເກີດມາມີຊີວິດຢູ່ໃນໂລກນີ້ບໍ່ດົນດອກແລ້ວເຮົາກໍ່ຈາກໄປ ແຕ່ໃນເມື່ອ
ເຮົາໄດ້ເກີດມາແລ້ວໃຫ້ເຮົາຄິດສະເຫີມວ່າເຮົາເກິດມາສ້າງບຸນຍາປາລະມີສ້າງຄຸນງາມຄວາມດີເອົາໄວ້ໃຫ້ໂລກໄດ້
ຍ້ອງຍໍສັນລະເສີນ ເປັນຕົວຢ່າງທີ່ດີໃວ້ໃຫ້ລູກໃຫ້ຫລາຍໃຫ້ບ້ານໃຫ້ເມືອງ ບໍ່ແມ່ນວ່າໃຫ້ເຊື່ອເດີເວົ້າໃຫ້ຄິດນຳກັນເບິງ
ວ່າມັນແມ່ນບໍ່.. ຂອບໃຈຫລາຍໆ ນຳຜູ້ຕັ້ງຄຳຖາມ...



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard