Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຄົນລາວ ບ້າກາມຫຼາຍຂຶ້ນ
Anonymous

Date:
ຄົນລາວ ບ້າກາມຫຼາຍຂຶ້ນ



ໂດຍ: ໄກ່ແກ້ວ


   ທ່ານຜູ້ອ່ານທີ່ຮັກແພງມື້ນີ້ ຜູ້ຂຽນມີເລື່ອງທີ່ເປັນຄະຕິເຕືອນໃຈມາເລົ່າສູ່ຟັງ. ທ່ານຜູ້ອ່ານທີ່ຮັກແພງສັງຄົມຂອງພວກເຮົາໃນປະຈຸບັນ ນີ້ ແມ່ນມີຄວາມສັບສົນວຸ້ນວາຍໃນການຊ່ວງຊີງແຂ່ງຂັນກັນໃຫ້ມີຢູ່ມີກິນຈາກຄົນທີ່ເຮົາໄດ້ຮັບການກະຕຸ້ນຈາກຫລາຍໆດ້ານມັນໄດ້ຮັດໃຫ້ ຈິດໃຈຄົນເຮົາປ່ຽນໄປສາມາດຂ້າໄດ້ລວມທັງແຟນຕົນເອງ...


   ນາງ ນິດຕິຍາ ນັກສຶກສາມະຫາວິທະຍາໄລແຫ່ງຫນຶ່ງໄດ້ເລົ່າໃຫ້ຜູ້ຂຽນຟັງວ່າ: ຫວ່າງບໍ່ດົນມານີ້ໄດ້ເກີດມີເຫດການສະຫຍອງຂວັນ ຄື: ມີແມ່ຍິງຄົນຫນຶ່ງເປັນຄົນງາມຫລາຍ ແຕ່ເວົ້າຈາບໍ່ມ່ວນຫູປານໃດ, ມື້ຫນຶ່ງລາວໄດ້ໄປທ່ຽວສະຖານບັນເທີງກາງຄືນແຫ່ງຫນຶ່ງ ແລະ ກໍ່ໄດ້ໄປພົບກັບຊາຍ (ເຄີຍຮູ້ຈັກກັນມາກ່ອນ) ແລະ ກໍ່ໄດ້ໂອ້ລົມເວົ້າຈາກັນຕາມພາສາຜູ້ບ່າວຜູ້ສາວຫັ້ນແຫລະ ເບິ່ງຄືວ່າເຫດການຈະບໍ່ມີ ຫຍັງ ແຕ່ສຸດທ້າຍເລື່ອງອັນຫນ້າເສົ້າກໍ່ໄດ້ເກີດຂຶ້ນຍ້ອນເມື່ອເວລາເລີກຈາກການທ່ຽວແລ້ວກໍ່ໄດ້ພາກັນກັບບ້ານ, ແຕ່ຜູ້ຊາຍຄົນນັ້ນຜັດພະ ຍາຍາມຈະຂືນໃຈຍິງຄົນນັ້ນ ແຕ່ແມ່ຍິງຂັດຂືນຍ້ອນຄວາມບ້າກາມ ຫລື ວ່າມີຫຍັງຄຽດຢູ່ໃນໃຈຂອງຊາຍຄົນນັ້ນກໍ່ບໍ່ຮູ້ ຊາຍຄົນດັ່ງກ່າວ ໄດ້ເອົາກ້ອນຫີນທຸບຫົວຍິງຄົນນັ້ນຈົນຕາຍແລ້ວ ກໍ່ຂົ່ມຂືນນາງຕໍ່ຢ່າງບໍ່ຮູ້ບາບ ບຸນຄຸນໂທດ ເມື່ອຮຸ່ງເຊົ້າມາຄົນລ້ຽງແບ້ຢູ່ເຂດເກີດເຫດກໍ່ ຈິ່ງໄປພົບເຫັນ; ຈາກນັ້ນເພິ່ນຍັງໄດ້ເລົ່າຕໍ່ອີກເລື່ອງຫນຶ່ງທີ່ມີລັກສະນະດຽວກັນນີ້ອີກວ່າ: ມີຊາຍ-ຍິງຄູ່ຫນຶ່ງເຊິ່ງເປັນຄູ່ຮັກກັນໄດ້ອອກໄປ ທ່ຽວຫລິ້ນນຳກັນ ແຕ່ຍ້ອນເຫດຜົນອັນໃດກໍ່ບໍ່ຮູ້ຊາຍຄົນນັ້ນໄດ້ລໍ້ລວງຍິງສາວທີ່ເປັນແຟນຂອງຕົນເອງໄປຂົ່ມຂືນຊ້ຳບໍ່ພໍ ຍັງຊວນເອົາຫມູ່ ທີ່ເປັນຜູ້ຊາຍໄປຂົ່ມຂືນແຟນຂອງຕົນເອງນຳອີກ ຫລັງຈາກຂົ່ມຂືນແລ້ວພວກເຂົາກໍ່ໄດ້ຂ້າແມ່ຍິງຄົນນັ້ນຖິ້ມ.


   ທ່ານຜູ້ອ່ານເຫດການລັກສະນະແບບນີ້ ຍັງບໍ່ຫມົດພຽງເທົ່ານີ້ ທ້າວ ຕູ່ (ນາມສົມມຸດ) ໄດ້ເລົ່າຕໍ່ຜູ້ອ່ານວ່າເຫດການໄດ້ເກີດຢູ່ແຂວງ ຄຳມ່ວນ ມີຊາຍຄົນຫນຶ່ງທີ່ດື່ມເຫລົ້າ ແລະ ມຶນເມົາສຸດຂີດໄດ້ໄປຂົ່ມຂືນແມ່ຍິງແລ້ວກໍ່ປິດຊີວິດຢ່າງເລືອດເຢັນ.


   ທັງ 3 ເຫດການນີ້ແມ່ນເຫດການທີ່ຖືວ່າເປັນການກະທຳທີ່ໂຫດຮ້າຍ ແລະ ປ່າເຖື່ອນຫລາຍບໍ່ວ່າຈະດ້ວຍເຫດຜົນອັນໃດກໍ່ຕາມ, ສັງ ຄົມລາວເຮົາບໍ່ເຄີຍມີການກະທຳເຊັ່ນນີ້ມາແຕ່ສະໄຫມກ່ອນພຸ້ນ ແຕ່ໃນປະຈຸບັນສັງຄົມປ່ຽນໄປໃນຫລາຍດ້ານ ສັງຄົມນັບມື້ນັບສີວິໄລ ແຕ່ ເປັນຫຍັງຈິດໃຈຂອງຄົນເຮົາຊ້ຳຜັດເສື່ອມໂຊມລົງ, ດັ່ງນັ້ນ ຈິ່ງຂໍຝາກເລື່ອງທີ່ໄດ້ກ່າວມານັ້ນໄວ້ເປັນອຸທາຫອນສອນໃຈໃຫ້ບັນດາທ່ານຈົ່ງ ເບິ່ງແຍງລູກຫລານຂອງທ່ານ ແລະເບິ່ງແຍງຕົນເອງໃຫ້ດີ ແລະຂໍຝາກເຖິງບັນດາຄູ່ຮັກຈົ່ງຮັກກັນແບບພໍດີ, ທຸກບັນຫາມີທາງອອກກ່ອນ ຈະລົງມືເຮັດຫຍັງຂໍໃຫ້ພວກທ່ານຈົ່ງຢຸດຄິດກ່ອນ ຢ່າແກ້ໄຂບັນຫາດ້ວຍການຈົບຊີວິດຜູ້ອື່ນເລີຍ.


ອີຄອມ



__________________
Anonymous

Date:

ຜູ່ຣ້າຍທັງສາມຣາຍນີ້ຖືກຈັບແລະໄດ້ລົງໂທດແນວໃດ໋?

__________________
Anonymous

Date:

ຢາກຮູ້ວ່າໄກ່ແກ້ວເຮັດວຽກກັບຫຍັງນໍ ຈິ່ງມີຄົນເອົາເລື່ອງແບບນີ້ມາເລົ່າສູ່ຟັງເລື້ອຍໆ?

ເຄີຍໄດ້ຍິນເລື່ອງລັກສະນະນີ້ ເກີດຂື້ນຢູ່ແຂວງພາກເໜືອຫວ່າງບໍ່ດົນມານີ໊. ຜົວໄປຫລີ້ນຊູ້ ແລ້ວໃຊ້ກ້ອງວິດີໂອໃນໂທລະສັບຖ່າຍຕົນເອງ ໃນຂະນະມີເພດສຳພັນກັບຊູ້ໃນລົດ. ເມຍຜູ້ກ່ຽວເຫັນວິດີໂອດັ່ງກ່າວ ກໍ່ເກີດຄວາມໂມໂຫ ກໍ່ເລີຍສົ່ງຄລິບດັ່ງກ່າວ ໃຫ້ຄົນອື່ນໆເບິ່ງເພື່ອເປັນການວິຈານຜົວຂອງຕົນ. ເຊິ່ງຜົນກໍ່ຄື ວິດີໂອດັ່ງກ່າວຖືກເຜີຍແຜ່ຢ່າງກວ້າງຂວາງ ແລະ ສ້າງຄວາມເສຍຫາຍໃຫ້ທັງຝ່າຍຊາຍ ແລະ ຝ່າຍຍິງ (ທັງຜູ້ເປັນຊູ້ ແລະ ເມຍ).

ສາເຫດອາດເກີດມາຈາກບໍລິໂພກສື່ແລະການເຂົ້າເຖິງທີ່ງ່າຍດາຍ ແລະ ມີລາຄາຖືກ ເຊັ່ນ ໜັງ, ອິນເຕີເນັດ...


__________________
ko

Date:

ພວກທີ່ທຳເຮັດຜິກກົດຫມາຍແບບນີ້ຄວນຈະໄດ້ຮັບໂທດຢ່າງສະສົມຫລຶປະຫານຊີວິດໄປເລີຍ  ຈະບໍ່ໄດ້ເປັນຕົວຢ່າງທີ່ບໍ່ດີແກ່ສັງຄົມ  ກົດຫມາຍລາວບໍ່ສັກສິດ  ຢູ່ລາວມີຄຳເວົ້າທີ່ວ່າ 
ຄົນລວຍ ບໍ່ໄດ້ເຂົ້າຄຸກ ຄົນທຸກບໍ່ໄດ້ເຂົ້າໂຮງຫມໍ     ຖ້າເປັນລູກຄົນລວຍໄປເຮັດຜິດເອົາເງີນຈ້າງເຈົ້າຫນ້າທີ່ກະບໍ່ໄດ້
ຖືກຄຸກ  ຖ້າຄົນຈົນເຮັດ ຜິດແດ່ບໍ່ຜິດປານໃດກະຖືກໂທດ  ທີ່ສຳຄັນ  ລູກເຈົ້າລູກນາຍໄປເຮັດຜິດ ກໍ່ບໍ່ໄດ້ຕິດຄຸກ ເພາະພໍ່ແມ່ເປັນຄົນລັດທະບານ  ພໍ່ແມ່ເປັນຄົນລວຍ   ບາງທີລູກຄົນລວຍຂີ່ລົດໄປຕາມທາງເຮັດຜິດຈາລາຈອນຕຳ
ຫລວດຈັບກໍ່ອ້າງນາມສະກຸນ ຕຳຫລວດກະບໍ່ກ້າຢ້ານຕົກຕຳແຫນ່ງອັນນີ້ກະຫນ້າເຫ້ນໃຈຕຳຫລວດຫລາຍ
ແຕ່ຕຳຫລວດຊົ່ວ ໆໆກໍ່ມີຫລາຍ ມັນຈັບລູກເຈົ້າລູກນາຍບໍ່ໄດ້ມັນກໍ່ຫາຈັບລົດປະຊາຊົນຕາດຳ ໆໆນີ້ລະບາງທີຜຶດຫນ່ອຍດຽວກໍ່ເວົ້າເອົາເງີນບັກຫລາຍ 

__________________


Veteran Member

Status: Offline
Posts: 56
Date:

ຄວນໄດ້ຮັບໂທດຢ່າງສາສົມ

__________________
Anonymous

Date:

Anonymous wrote:

 

ໂດຍ: ໄກ່ແກ້ວ


   ທ່ານຜູ້ອ່ານທີ່ຮັກແພງມື້ນີ້ ຜູ້ຂຽນມີເລື່ອງທີ່ເປັນຄະຕິເຕືອນໃຈມາເລົ່າສູ່ຟັງ. ທ່ານຜູ້ອ່ານທີ່ຮັກແພງສັງຄົມຂອງພວກເຮົາໃນປະຈຸບັນ ນີ້ ແມ່ນມີຄວາມສັບສົນວຸ້ນວາຍໃນການຊ່ວງຊີງແຂ່ງຂັນກັນໃຫ້ມີຢູ່ມີກິນຈາກຄົນທີ່ເຮົາໄດ້ຮັບການກະຕຸ້ນຈາກຫລາຍໆດ້ານມັນໄດ້ຮັດໃຫ້ ຈິດໃຈຄົນເຮົາປ່ຽນໄປສາມາດຂ້າໄດ້ລວມທັງແຟນຕົນເອງ...


   ນາງ ນິດຕິຍາ ນັກສຶກສາມະຫາວິທະຍາໄລແຫ່ງຫນຶ່ງໄດ້ເລົ່າໃຫ້ຜູ້ຂຽນຟັງວ່າ: ຫວ່າງບໍ່ດົນມານີ້ໄດ້ເກີດມີເຫດການສະຫຍອງຂວັນ ຄື: ມີແມ່ຍິງຄົນຫນຶ່ງເປັນຄົນງາມຫລາຍ ແຕ່ເວົ້າຈາບໍ່ມ່ວນຫູປານໃດ, ມື້ຫນຶ່ງລາວໄດ້ໄປທ່ຽວສະຖານບັນເທີງກາງຄືນແຫ່ງຫນຶ່ງ ແລະ ກໍ່ໄດ້ໄປພົບກັບຊາຍ (ເຄີຍຮູ້ຈັກກັນມາກ່ອນ) ແລະ ກໍ່ໄດ້ໂອ້ລົມເວົ້າຈາກັນຕາມພາສາຜູ້ບ່າວຜູ້ສາວຫັ້ນແຫລະ ເບິ່ງຄືວ່າເຫດການຈະບໍ່ມີ ຫຍັງ ແຕ່ສຸດທ້າຍເລື່ອງອັນຫນ້າເສົ້າກໍ່ໄດ້ເກີດຂຶ້ນຍ້ອນເມື່ອເວລາເລີກຈາກການທ່ຽວແລ້ວກໍ່ໄດ້ພາກັນກັບບ້ານ, ແຕ່ຜູ້ຊາຍຄົນນັ້ນຜັດພະ ຍາຍາມຈະຂືນໃຈຍິງຄົນນັ້ນ ແຕ່ແມ່ຍິງຂັດຂືນຍ້ອນຄວາມບ້າກາມ ຫລື ວ່າມີຫຍັງຄຽດຢູ່ໃນໃຈຂອງຊາຍຄົນນັ້ນກໍ່ບໍ່ຮູ້ ຊາຍຄົນດັ່ງກ່າວ ໄດ້ເອົາກ້ອນຫີນທຸບຫົວຍິງຄົນນັ້ນຈົນຕາຍແລ້ວ ກໍ່ຂົ່ມຂືນນາງຕໍ່ຢ່າງບໍ່ຮູ້ບາບ ບຸນຄຸນໂທດ ເມື່ອຮຸ່ງເຊົ້າມາຄົນລ້ຽງແບ້ຢູ່ເຂດເກີດເຫດກໍ່ ຈິ່ງໄປພົບເຫັນ; ຈາກນັ້ນເພິ່ນຍັງໄດ້ເລົ່າຕໍ່ອີກເລື່ອງຫນຶ່ງທີ່ມີລັກສະນະດຽວກັນນີ້ອີກວ່າ: ມີຊາຍ-ຍິງຄູ່ຫນຶ່ງເຊິ່ງເປັນຄູ່ຮັກກັນໄດ້ອອກໄປ ທ່ຽວຫລິ້ນນຳກັນ ແຕ່ຍ້ອນເຫດຜົນອັນໃດກໍ່ບໍ່ຮູ້ຊາຍຄົນນັ້ນໄດ້ລໍ້ລວງຍິງສາວທີ່ເປັນແຟນຂອງຕົນເອງໄປຂົ່ມຂືນຊ້ຳບໍ່ພໍ ຍັງຊວນເອົາຫມູ່ ທີ່ເປັນຜູ້ຊາຍໄປຂົ່ມຂືນແຟນຂອງຕົນເອງນຳອີກ ຫລັງຈາກຂົ່ມຂືນແລ້ວພວກເຂົາກໍ່ໄດ້ຂ້າແມ່ຍິງຄົນນັ້ນຖິ້ມ.


   ທ່ານຜູ້ອ່ານເຫດການລັກສະນະແບບນີ້ ຍັງບໍ່ຫມົດພຽງເທົ່ານີ້ ທ້າວ ຕູ່ (ນາມສົມມຸດ) ໄດ້ເລົ່າຕໍ່ຜູ້ອ່ານວ່າເຫດການໄດ້ເກີດຢູ່ແຂວງ ຄຳມ່ວນ ມີຊາຍຄົນຫນຶ່ງທີ່ດື່ມເຫລົ້າ ແລະ ມຶນເມົາສຸດຂີດໄດ້ໄປຂົ່ມຂືນແມ່ຍິງແລ້ວກໍ່ປິດຊີວິດຢ່າງເລືອດເຢັນ.


   ທັງ 3 ເຫດການນີ້ແມ່ນເຫດການທີ່ຖືວ່າເປັນການກະທຳທີ່ໂຫດຮ້າຍ ແລະ ປ່າເຖື່ອນຫລາຍບໍ່ວ່າຈະດ້ວຍເຫດຜົນອັນໃດກໍ່ຕາມ, ສັງ ຄົມລາວເຮົາບໍ່ເຄີຍມີການກະທຳເຊັ່ນນີ້ມາແຕ່ສະໄຫມກ່ອນພຸ້ນ ແຕ່ໃນປະຈຸບັນສັງຄົມປ່ຽນໄປໃນຫລາຍດ້ານ ສັງຄົມນັບມື້ນັບສີວິໄລ ແຕ່ ເປັນຫຍັງຈິດໃຈຂອງຄົນເຮົາຊ້ຳຜັດເສື່ອມໂຊມລົງ, ດັ່ງນັ້ນ ຈິ່ງຂໍຝາກເລື່ອງທີ່ໄດ້ກ່າວມານັ້ນໄວ້ເປັນອຸທາຫອນສອນໃຈໃຫ້ບັນດາທ່ານຈົ່ງ ເບິ່ງແຍງລູກຫລານຂອງທ່ານ ແລະເບິ່ງແຍງຕົນເອງໃຫ້ດີ ແລະຂໍຝາກເຖິງບັນດາຄູ່ຮັກຈົ່ງຮັກກັນແບບພໍດີ, ທຸກບັນຫາມີທາງອອກກ່ອນ ຈະລົງມືເຮັດຫຍັງຂໍໃຫ້ພວກທ່ານຈົ່ງຢຸດຄິດກ່ອນ ຢ່າແກ້ໄຂບັນຫາດ້ວຍການຈົບຊີວິດຜູ້ອື່ນເລີຍ.


ອີຄອມ

 



                   

       pVKEJQA EKiDX~AOpD, eT’K} KWMik>KCN

 

             koNL~UNEKo’A,


 



__________________
Anonymous

Date:

ສອງສາມຕົວຢ່າງນີ້ມັນກະບໍ່ສາມາດເວົ້າໄດ້ວ່າຄົນລາວບ້າກາມຫຼາຍຂື້ນ

__________________
Anonymous

Date:

Anonymous wrote:

ສອງສາມຕົວຢ່າງນີ້ມັນກະບໍ່ສາມາດເວົ້າໄດ້ວ່າຄົນລາວບ້າກາມຫຼາຍຂື້ນ




ຂ້ອຍກໍ່ວ່າຄືກັນ. ພຽງຕົວຢ່າງສອງສາມຕົວຢ່າງບໍ່ໄດ້ໝາຍຄວາມວ່າຄົນລາວບ້າກາມຫລາຍຂື້ນກວ່າເກົ່າ. ອາດຈະມີຫລາຍຢູ່ແລ້ວ ພຽງແຕ່ວ່າບໍ່ມີຜູ້ເວົ້າເຖິງ ຫລືຖືກນຳມາເຜີຍແຜ່ຜ່ານທາງສື່ເທົ່ານັ້ນເອງ.



__________________
Anonymous

Date:

ສັງຄົມລາວເປັນສັງຄົມທີ່ນ້ອຍ ຖ້າມີເລື່ອງຫຍັງເກີດຂື້ນຢູ່ບ້ານເໜືອມັນຈະດັງມາຮອດ
ບ້ານໃຕ້ທັນທີ. ເມື່ອຄວາມຈະເລີນທາງດ້ານວັດຖຸເຂົ້າມາຫຼາຍຂື້ນ ຄວາມຈະເລີນທາງດ້ານ
ຈິດໃຈຈະຕ່ຳລົງ. ເປັນໄປໄດ້ ຜູ້ເຖົ້າຜູ້ແກ່ ພໍ່ແມ່ ຕ້ອງໝັ່ນເອົາລູກເຂົ້າວັດຟັງທັມ ເຮັດບຸນ
ເລ່ົານິທານເລື່ອງກັມເວນ ໃຫ້ລູກຫຼານຟັງຕັ້ງແຕ່ນ້ອຍໆ, ຄືພໍ່ແມ່ພວກເຮົາເຄີຍເຮັດມາ.
ສັງເກດວ່າພໍ່ແມ່ລຸ້ນໃໝ່ ຈະບໍ່ຄ່ອຍມີເວລານະຈຸດນີ້ໃຫ້ລູກ ຄືກັບຄົນສະໃໝກ່ອນເຂົາໃຊ້ເວລາ
ໃຫ້ຄວາມຮັກລ້ຽງດູແລະອົບຮົມ.
ຖ້າເດັກນ້ອຍທີ່ໃຫຍ່ມາບົນພື້ນຖານຄວາມຮັກຄວາມອົບອຸ່ນຂອງຄອບຄົວ ຈະໄປຂ້າຄົນໄດ້ຄືຊິຍາກ
(ຄວາມຄິດເຫັນສ່ວນໂຕ).

__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard