Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ແມ່ຫຍິງລາວ ລະວັງ !!!
Anonymous

Date:
ແມ່ຫຍິງລາວ ລະວັງ !!!




 ໂດຍ: ດ້ວງຄູນກຸນ


ຂໍຝາກມາຍັງບັນດາເອື້ອຍນ້ອງແມ່ຍິງທັງຫລາຍຄວນ ເພີ່ມຄວາມລະວັງໃນການໄປ-ມາຍາມ ເດິກດື່ນທ່ຽງຄືນ ໂດຍສະເພາະແມ່ນນັກສຶກສາຍິງທີ່ມີການສຶກສາ-ຮ່ຳຮຽນພາກຄ່ຳກໍ່ຍິ່ງມີຄວາມສຳຄັນຫາຍ ເພາະປະຈຸບັນໄດ້ເກີດມີຄົນ ບ້າ ຫລື ເສຍຈິດອອກເຄື່ອນໄຫວແມ່ຍິງໃນຍາມຄ່ຳຄືນ.

 ຕາມການພົບເຫັນຂອງຜູ້ຂຽນເອງໃນຫວ່າງບໍ່ດົນມານີ້ ໄດ້ມີເຫດການຫນຶ່ງເກີດຂຶ້ນກັບນັກສຶກສາຍິງຄົນຫນຶ່ງ ທີ່ກຳລັງເລີກຮຽນມາໃນ ເວລາປະມານ 20:30 ໂມງ ທີ່ກຳລັງຍ່າງກັບບ້ານລາວກໍ່ຍ່າງກັບຫມູ່ຍິງອີກຫນຶ່ງຄົນ ພໍນັກສຶກສາທັງ 2 ຄົນຍ່າງເຂົ້າຮ່ອມໃກ້ຈະຮອດ ບ້ານຂອງເຂົາເຈົ້າ ແລະ ຮ່ອມນັ້ນກໍ່ບໍ່ມີໄຟເຍືອງທາງຈິ່ງເຮັດໃຫ້ພວກກຸ່ມຄົນບໍ່ດີຄົນຫນຶ່ງຄາດວ່າມີອາຍຸປະມານ 25-28 ປີ ໄດ້ຂີ່ລົດຈັກ ຕາມມາເບື້ອງຫລັງຍິງສອງຄົນນັ້ນ ແລະ ເມື່ອຊາຍຄົນນັ້ນຂັບຂີ່ມາຮອດເປົ້າຫມາຍ ກໍ່ໄດ້ຈອດໂດຍບໍ່ມອດຈັກແລ້ວກໍ່ລົງມານັ່ງເທິງລົດລໍ ຖ້າລວນລາມນັກສຶກສາຍິງ 1 ໃນ 2 ຄົນນັ້ນ, ດ້ວຍຄວາມຕື່ນເຕັ້ນຕົກໃຈຍິງທັງ 2 ຈິ່ງໄດ້ຮ້ອງຂຶ້ນ, ສ່ວນຊາຍຄົນດັ່ງກ່າວກໍ່ໄດ້ຂັບລົດ ຫນີໂດຍໄວ. ສຳລັບເຫດການດັ່ງກ່າວ ຍິງທັງສອງກໍ່ບໍ່ມີການແຈ້ງຄວາມຕໍ່ອຳນາດການປົກຄອງບ້ານແຕ່ຢ່າງໃດ.


ຈາກເຫດການທີ່ໄດ້ຍົກໃຫ້ເຫັນຂ້າງເທິງນັ້ນມັນແມ່ນການປະພຶດຂອງບຸກຄົນບໍ່ດີທີ່ເປັນອັນຕະລາຍຕໍ່ສັງຄົມທົ່ວໆໄປ ໂດຍສະເພາະ ແມ່ນເອື້ອຍນ້ອງແມ່ຍິງເຮົາ ສະນັ້ນ
ຈິ່ງຢາກຮຽກຮ້ອງໃຫ້ພາກສ່ວນກ່ຽວຂ້ອງ ຫລື ອຳນາດການປົກຄອງແຕ່ລະບ້ານຈົ່ງເພີ່ມການເຄື່ອນ ໄຫວກວດກາເວນຍາມບ້ານຂອງຕົນໃຫ້ເປັນລະບຽບຮຽບຮ້ອຍ ແລະ ທັນກັບເຫດການ ຖ້າພົບເຫັນກຸ່ມຄົນບໍ່ດີດັ່ງກ່າວກໍ່ນຳຕົວມາສຶກສາ ອົບຮົມ ເພື່ອໃຫ້ບ້ານເມືອງມີຄວາມສະຫງົບສຸກ, ຫລຸດຜ່ອນປາກົດການຫຍໍ້ທໍ້ທາງສັງຄົມ ແລະ ຫລຸດຫນ້ອຍຖອຍລົງເທື່ອລະກ້າວໄປສູ່ ການພັດທະນາບ້ານເມືອງໃຫ້ຈະເລີນຮຸ່ງເຮືອງໃນອະນາຄົດ ແລະ ກໍ່ຢາກຝາກໃຫ້ບັນດານັກສຶກສາຍິງທີ່ມີການສຶກສາຮ່ຳຮຽນພາກຄ່ຳທຸກ ສະຖາບັນການສຶກສາທຸກໆຄົນຈົ່ງໄດ້ເພີ່ມຄວາມລະມັດລະວັງໃນການໄປ-ມາຕອນເລີກຈາກໂຮງຮຽນທາງທີ່ດີບໍ່ຄວນເດີນໄປ-ມາຄົນດຽວ ຕາມລຳພັງໃຈຂອງຕົນເອງ; ທັງຫມົດນີ້ກໍ່ເພື່ອຮັກສາຊັບສິນ, ຊີວິດ ແລະ ຄວາມປອດໄພຂອງທ່ານເອງ.



__________________
Anonymous

Date:

ເຫດເກີດຢູ່ໃສເນາະ? ຖ້າເຂົາໂທແຈ້ງຕຳຣວດອາດຈະເປັນການດີຫລາຍ ເພາະເພິ່ນຈະໄດ້ຕາມຈັບຄົນບໍ່ດີແບບນີ້ມາລົງໂທດ.



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard