Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ມາເບິ່ງຮູບຕະຫຼາດຫຼັກຊັບ ຂອງລາວ
Anonymous

Date:
ມາເບິ່ງຮູບຕະຫຼາດຫຼັກຊັບ ຂອງລາວ


tr>
1_115.jpg

 ຂ່າວ: ຄອນສະຫວັນ


   ໂຄງການກໍ່ສ້າງຕະຫລາດຫລັກຊັບແຫ່ງ ສປປ ລາວ ໄດ້ຮັບການວາງສິລາລືກກໍ່ສ້າງອາຄານຢ່າງເປັນທາງການ, ເຊິ່ງອາຄານດັ່ງ ກ່າວແມ່ນສ່ວນຫນຶ່ງຂອງແຜນກະກຽມສ້າງຕັ້ງຕະຫລາດຫລັກຊັບ ແລະຈະໃຊ້ເວລາໃນການກໍ່ສ້າງຊ້າສຸດບໍ່ໃຫ້ກາຍເດືອນມິຖຸນາ 2010.


   ພາຍຫລັງທີ່ໄດ້ມີການແຕ່ງຕັ້ງຄະນະຮັບຜິດຊອບກະກຽມສ້າງຕັ້ງຕະຫລາດຫລັກຊັບຂຶ້ນ ໃນວັນທີ 22 ມັງກອນ 2008 ເພື່ອກະກຽມ ປັດໄຈຕ່າງໆທີ່ຈຳເປັນສຳລັບການສ້າງຕັ້ງຕະຫລາດຫລັກຊັບເພື່ອຍູ້ແຮງວຽກງານໃຫ້ມີຄວາມພ້ອມສູງດັ່ງນັ້ນໃນວັນທີ 29 ກັນຍາ 2009 ຈິ່ງໄດ້ຈັດໃຫ້ມີພິທີວາງສິລາລືກການກໍ່ສ້າງອາຄານຕະຫລາດຫລັກຊັບຂຶ້ນທີ່ຖະຫນົນເຕ4 ບ້ານໂພນທັນເຫນືອເມືອງໄຊເສດຖາ ນະຄອນ ຫລວງວຽງຈັນ ກົງກັນຂ້າມກັບສູນການຄ້າລາວ-ໄອເຕັກ ໂດຍການເຂົ້າຮ່ວມຂອງທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະ ມົນຕີ, ຜູ້ປະຈຳການລັດຖະບານ, ປະທານຄະນະກຳມະການຄຸ້ມຄອງຫລັກຊັບ ແລະ ຕະຫລາດຫລັກຊັບ, ທ່ານ ພູເພັດ ຄຳພູນວົງ ຜູ້ ວ່າການທະນາຄານແຫ່ງ ສປປ ລາວ, ທັງເປັນປະທານຄະນະກຳມະການຄຸ້ມຄອງຫລັກຊັບ ແລະ ຕະຫລາດຫລັກຊັບແຫ່ງ ສປປ ລາວ ໂດຍມີບັນດາຄະນະກຳມະການຄຸ້ມຄອງຫລັກຊັບ ແລະ ຕະຫລາດຫລັກຊັບເຂົ້າຮ່ວມ.


none;text-autospace:none">   ໃນພິທີດັ່ງກ່າວທ່ານ ພູເພັດ ຄຳ ພູນວົງ ໄດ້ກ່າວວ່າ: "ການກໍ່ສ້າງຕະຫລາດຫລັກຊັບລາວນີ້ແມ່ນສ່ວນຫນຶ່ງຂອງແຜນການກະກຽມ ສ້າງຕັ້ງຕະຫລາດຫລັກຊັບເຊິ່ງຕ້ອງໃຫ້ສຳເລັດຊ້າສຸດແມ່ນບໍ່ໃຫ້ກາຍເດືອນມິຖຸນາ 2010 ໂດຍແມ່ນທະນາຄານແຫ່ງ ສປປ ລາວ ເປັນ ຜູ້ຮັບຜິດຊອບໂດຍກົງໃນການລົງທຶນກໍ່ສ້າງຕາມອັດຕາສ່ວນ 51% ທີ່ໄດ້ຕົກລົງຮ່ວມທຶນກັບຕະຫລາດຫລັກຊັບສາທາລະນະລັດເກົາຫລີ ຫລື ເອີ້ນຫຍໍ້ວ່າ "KRX" ຕາມທີ່ໄດ້ເຊັນບົດບັນທຶກຄວາມເຂົ້າໃຈຂອງສອງຝ່າຍຢູ່ ສ.ເກົາຫລີ ຄັ້ງວັນທີ 19 ກັນຍາ 2007 ແລະ ສັນ ຍາຮ່ວມທຶນສອງຝ່າຍເຊັນຮ່ວມກັນຢູ່ແຂວງຫລວງພະບາງສປປ ລາວ ຄັ້ງວັນທີ 22 ກໍລະກົດ 2009. ການເປີດພິທີວາງສິລາລືກໃນຄັ້ງ ນີ້ແມ່ນບາດກ້າວອັນສຳຄັນຍິ່ງອີກບາດກ້າວຫນຶ່ງຂອງການກະກຽມສ້າງຕັ້ງຕະຫລາດຫລັກຊັບສະນັ້ນທັງຄະນະກຳມະການຄຸ້ມຄອງຫລັກ ຊັບ ແລະ ຕະຫລາດຫລັກຊັບ ແລະ ທະນາຄານແຫ່ງ ສປປ ລາວ ຈິ່ງໄດ້ຖືເອົາເຊົ້າຂອງວັນທີ 29-9-2009 ເວລາ 7 ໂມງເປັນລືກ ງາມຍາມດີໃນການວາງສີລາລືກຂອງການກໍ່ສ້າງອາຄານຕະຫລາດຫລັກຊັບລາວຂຶ້ນ.

   ໃນພິທີດັ່ງກ່າວທາງຄະນະຮັບຜິດຊອບພິທີກໍ່ໄດ້ເຊີນທ່ານ ສົມສະຫວາດ ເລັ່ງສະຫວັດ ພ້ອມທັງຜູ້ນຳຂັ້ນສູງ, ໃຫ້ກຽດວາງສິລາລືກ, ຕັກຊາຍເງິນ ແລະ ຫີນຄຳລົງສິລາລືກ ພ້ອມທັງຕີຄ້ອງ 9 ບາດ ແລະ ປ່ອຍປຸ່ມເປົ້າ 99 ຫນ່ວຍ ແລະປູກຕົ້ນດອກຈຳປາໃນສະຖານທີ່ ດັ່ງກ່າວນຳອີກ.


ecom

 




__________________
Anonymous

Date:

ຂໍອວ່ຍພອນໃຫ້ຣັດຖະບານລາວຈົ່ງຊື້ໄດ້ຂາຍໝານ ໃຫ້ໄດ້ກຳໄຣຫລາຍໆມາສ້າງໂຮງຮຽນ ໂຮງໝໍຢູ່ເມືອງດັກຈຶງດວ້ຍເຖີ້ນ.

__________________
Kino

Date:

Anonymous wrote:

ຂໍອວ່ຍພອນໃຫ້ຣັດຖະບານລາວຈົ່ງຊື້ໄດ້ຂາຍໝານ ໃຫ້ໄດ້ກຳໄຣຫລາຍໆມາສ້າງໂຮງຮຽນ ໂຮງໝໍຢູ່ເມືອງດັກຈຶງດວ້ຍເຖີ້ນ.




ທ່ານຢູ່ເມືອງດັກຈຶງບໍ? ເປັນແນວໃດ ໄດ້ຂ່າວວ່າຈະມີວິທະຍຸຊຸມຊົນໄປຕັ້ງຢູ່ຫັ້ນ?



__________________
Anonymous

Date:

Kino wrote:
ຢາກໃຫ້ສ້າງຢູ່ເມືອງລາວຫລາຍກວ່າ

 

Anonymous wrote:

ຂໍອວ່ຍພອນໃຫ້ຣັດຖະບານລາວຈົ່ງຊື້ໄດ້ຂາຍໝານ ໃຫ້ໄດ້ກຳໄຣຫລາຍໆມາສ້າງໂຮງຮຽນ ໂຮງໝໍຢູ່ເມືອງດັກຈຶງດວ້ຍເຖີ້ນ.




ທ່ານຢູ່ເມືອງດັກຈຶງບໍ? ເປັນແນວໃດ ໄດ້ຂ່າວວ່າຈະມີວິທະຍຸຊຸມຊົນໄປຕັ້ງຢູ່ຫັ້ນ?

 




 



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard