Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ວັດທະນາທໍາເກົາຫຼີ ກັບສັງຄົມລາວ
Anonymous

Date:
ວັດທະນາທໍາເກົາຫຼີ ກັບສັງຄົມລາວ



 ໂດຍ: ຕາດຳ


ປະຈຸບັນຮູບແບບການແຕ່ງໂຕຂອງເກົາຫລີກຳລັງຕີຕະຫລາດບ້ານເຮົາຫລາຍບໍ່ວ່າຈະເປັນເຄື່ອງນຸ່ງ, ເກີບ, ເຄື່ອງສຳອາງ, ຮູບແບບ ເພງ, ເຄື່ອງປະດັບ ແລະ ອື່ນໆລວມໄປເຖິງເລື່ອງຂອງຜົນງານດ້ານການສະແດງເຊັ່ນ: ຮູບເງົາ ຫລືລະຄອນກໍ່ໄດ້ຮັບຄວາມນິຍົມຫລາຍ ເຊັ່ນດຽວກັນ. ຫລ້າສຸດ ທາງສະຖານີໂທລະພາບຊ່ອງລາວສະຕາຣ໌ແຊນແນວຂໍເກາະກະແສຄວາມນິຍົມ ໃນຕອນນີ້ດ້ວຍການນຳເອົາລະ ຄອນທີ່ດັງທີ່ສຸດໃນເກົາຫລີໄດ້ແກ່ເລື່ອງ "F4" ນັ້ນເອງ ມາອອກສາຍໃນບ້ານເຮົາໃຫ້ໄດ້ຊົມກັນແລ້ວ ເຊິ່ງກໍ່ໄດ້ຮັບການຕອບຮັບດີຫລາຍ ຈາກໄວຫນຸ່ມບ້ານເຮົາ.

 ຕອນນີ້ ຖ້າຜູ້ໃດບໍ່ໄດ້ຊົມລະຄອນເລື່ອງ "Boys Over Flowers" ຫລືຊື່ທີ່ເຮົາຮູ້ຈັກກັນດີໃນນາມວ່າ " F4" ຫລືຊື່ພາສາລາວ ວ່າ "ຮັກໃສໆຫົວໃຈ 4 ດວງ" ເຊິ່ງເປັນລະຄອນທີ່ໄດ້ຮັບຄວາມນິຍົມຫລາຍທີ່ເກົາຫລີ ແລະ ປະຈຸບັນນີ້ລະຄອນເລື່ອງນີ້ກໍ່ກຳລັງໄດ້ຮັບການ ເວົ້າເຖິງຫລາຍໃນບັນດາກຸ່ມໄວຫນຸ່ມບ້ານເຮົາເກືອບຈະເວົ້າໄດ້ວ່າຖ້າໃຜບໍ່ໄດ້ຊົມຖືວ່າເປັນຄົນບໍ່ທັນສະໄຫມເລີຍກະວ່າໄດ້.

ເປັນຫຍັງລະຄອນເລື່ອງນີ້ ຈິ່ງໄດ້ຮັບຄວາມນິຍົມຫລາຍຂະຫນາດນີ້ ເຊິ່ງຈາກການໄປສອບຖາມກຸ່ມນັກຮຽນຫລາຍຄົນທີ່ໄດ້ຊົມລະ ຄອນກໍ່ຕອບເປັນສຽງດຽວກັນວ່າ "ຍ້ອນວ່າ ນັກສະແດງຫນ້າຕາດີບວກກັບເນື້ອຫາທີ່ເວົ້າເຖິງເລື່ອງຂອງຄວາມຮັກລະຫວ່າງຫນຸ່ມສາວທີ່ ຢູ່ໃນໄວຮຽນ ເຊິ່ງກໍ່ຢູ່ໄວດຽວກັນກັບພວກເຮົາຈິ່ງບໍ່ແມ່ນເລື່ອງແປກທີ່ໄວຫນຸ່ມລາວສ່ວນຫລາຍຈະມັກຊົມລະຄອນເລື່ອງນີ້".

ເລື່ອງ F4 ໄດ້ສາຍອອກອາກາດໄປໄດ້ຫລາຍຕອນແລ້ວ ລະກໍ່ໄດ້ຮັບການຕອບຮັບດີຫລາຍສັງເກດໄດ້ຈາກຂໍ້ຄວາມສະແດງຄວາມ ຄິດເຫັນ (SMS) ທີ່ສົ່ງເຂົ້າມາຢ່າງລຽນຕິດທີ່ທາງຊ່ອງລາວສະຕາຣ໌ແຊນແນວໄດ້ເປີດໂອກາດໃຫ້ທຸກຄົນໄດ້ສົ່ງຂໍ້ຄວາມແບບສົດໆ ໂດຍ ຂໍ້ຄວາມທີ່ສົ່ງໄປນັ້ນຈະປາກົດອອກຢູ່ເທິງຫນ້າຈໍໂທລະພາບໃຫ້ໄດ້ອ່ານກັນ ເຊິ່ງຂໍ້ຄວາມທີ່ສົ່ງມາ.

 ເລື່ອງນີ້ ຍັງໄດ້ສາວ ເລດີ້ ນັກຮ້ອງ-ພິທີກອນຊື່ດັງມາພາກສຽງຂອງນາງເອກໃນເລື່ອງນຳອີກໃຜທີ່ເປັນແຟນເພງຂອງສາວເລດີ້ ກໍ່ ສາມາດຕິດຕາມຜົນງານການພາກຂອງນາງໄດ້ໃນລະຄອນເລື່ອງ F4 ສາຍອອກອາກາດທຸກໆວັນພຸດ ແລະ ວັນພະຫັດເວລາ 18:00- 18:30 ນາທີ.






[video=]

[video=]




__________________
Anonymous

Date:

ນາງເອກໜ້າຮັກດີເນາະ

__________________
Anonymous

Date:

dekaze.com ບັນເທີງລາວ ເກົາຫລີ ແລະ ອາຊີ ໂຫລດເພງ ລົມກັນ ເບິ່ງຄລິບ ແລະ ອື່ນຯ

__________________
Anonymous

Date:

I'm cool with that, Korean musics and sop are not corny.

__________________
Anonymous

Date:

ຈະເບິ່ງຫນັງນີ້ ພາກພາສາອັງກິດໄດ້ຢູ່ໃສ ບອກແດ່
confuse



__________________
Anonymous

Date:

Anonymous wrote:

ຈະເບິ່ງຫນັງນີ້ ພາກພາສາອັງກິດໄດ້ຢູ່ໃສ ບອກແດ່
confuse



ສຳລັບເລືອງນີ້ ຂໍສະແດງຄວາມຄິດເຫັນດັງນີ້
1.ທີ່ຈິງແລ້ວ ວັດທະນາທຳເກົາຫຼີ ຫຼື ຍີ່ປຸ່ນທັງຫຼາຍນັ້່ນ ເຊັ່ນການແຕ່ງຕົງ, ຊົງຜົມ ແລະ ອື່ນ ລ້ວນແຕ່ເອົາມາຈາກ ວັດທະນາທຳຂອງນັກຮ້ອງນັກສະແດງອາເມລິກາໝົດ, ເຊີ່ງຖ້າສັງເກດດີ ເບີງ ເຊັ່ນ: ຊົງຜົມຂອງນັກຮ້ອງອາເມລິກາ, ນັກສະແດງອາເມລິກາໃນປີກາຍນີ້ ກໍຈະເຫັນເກົາຫຼີ ເອົາມາດັດແປງໃນປີນີ້ ເປັນຕົ້ນ.
2. ສຳລັບໃນເລືອງ ແອປ 4 ນີ້, ພະເອກ ຈະຫຼໍ ແລະ ນັກງາມກໍຈິງ ແຕ່ເນື້ອຫາຂອງເລືອງແລ້ວ ບາງອັນແມ່ນບໍ່ເໝາະສົມປານໃດ ເພື່ອມັນໃຫ້ຄ່ານີຍົມ ຜິດໆ ເຊັ່ນ: ພະເອກບໍ່ໝັກຜູ້ໃດຜູ້ໜຶ່ງ ຈຳຕ້ອງກັນແກ້ງ ໃຫ້ຜູ້ນັນອອກໂຮງຮຽນເປັນຕົ້ນ.....




 



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard