Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຄວນຈະຈັດປະເພດຫນັງທີ່ສາຍຢູ່ລາວ
ກິໂນ້

Date:
ຄວນຈະຈັດປະເພດຫນັງທີ່ສາຍຢູ່ລາວ


ຂ້ອຍໄດ້ມີໂອກາດເຂົ້າມາວຽງຈັນປີກາຍນີ້ແລະໄດ້ໄປເບິ່ງຮູບເງົາທີ່ ລາວໄອເຕັກ. ຫນັງທີ່ເບິ່ງມື້ນັ້ນເປັນຫນັງໄທ ມີສາກທີ່ ພະເອກ-ນາງເອກມີເພດສຳພັດກັນ ແລະ ມີຫລາຍສາກ ທີ່ມີການຕໍ່ສູ້ໃຊ້ອາວຸດ ຕັດຄໍກັນ... ສິ່ງເຫລົ່ານີ້ເປັນເລື່ອງທີ່ເຫັນເປັນປະຈຳໃນຫນັງ ແຕ່ສິ່ງທີ່ຂ້ອຍກັງວົນກໍ່ຄືວ່າ ຜູ້ຊົມໃນມື້ນັ້ນ ມີທັງເດັກນ້ອຍແລະຊາວຫນຸ່ມ ເຊິ່ງຫນັງປະເພດນີ້ບໍ່ເຫມາະສົມກັບໄວພວກເຂົາ. ຂ້ອຍເຊື່ອວ່າ ຫນັງທີ່ເອົາມາສາຍຢູ່ໂຮງຫນັງໄອເຕັກບໍ່ມີການຈັດປະເພດ (ສຳລັບຜູ້ຊົມທົ່ວໄປ, ຜູ້ໃຫຍ່...) ສະນັ້ນໃຜກໍ່ຕາມທີ່ມີເງິນຊື້ປີ້ກໍ່ສາມາດເຂົ້າເບິ່ງໄດ້.

ທ່ານຄິດເຫັນແນວໃດກ່ຽວກັບເລື່ອງນີ້? ຫນັງທີ່ເຂົ້າສາຍຄວນຖືກຈັດປະເພດບໍ?


__________________
Anonymous

Date:

i think you are talking about rated r movie, parents should know better. kids should not allowed into r rated movie and next time you should complaint to the management, really i blame on the parents.

__________________


Member

Status: Offline
Posts: 20
Date:

ແນ່ນອນທີ່ສຸດທີ່ໜັງແຕ່ລະເຣື່ອງຕອ້ງໄດ້ໃສ່ປະເພດເພື່ອໃຫ້ທ່ານຜູ່ຊົມໄດ້ຮູ້ວ່າໜັງເຣື່ອງນັ້ນເປັນໜັງເຣດ PG-13, ເຣດG, ຫລືເຣດR ແລະສຳຄັນທີ່ສຸດພວກເຮັດວຽກຢູ່ໂຮງໜັງຄວນເຂັ້ມງວດກວດຂັນ ຖ້າເປັນໜັງເຣດRກໍ່ບໍ່ຄວນຂາຍປີ້ໃຫ້ຜູ່ທີ່ມີອາຍຸຕໍ່າກວ່າ21ປີ.

__________________
Anonymous

Date:

www.bangkokcitythumbs.com



Oddish and  Oddity,



mostly  thai movie  had   rate   R  & x   make  for business,money



Why  Lao  don't make the rule.......

__________________
ກິໂນ້

Date:

ຫລາຍໆປະເທດ ຂະຫນາດລາຍການໂທລະທັດ ຍັງມີການຈັດປະເພດ.  ຂ້ອຍວ່າລາວເຮົາກໍ່ໜ້າຈະຈັດປະເພດໜັງທີ່ເຂົ້າສາຍ ເພື່ອໃຫ້ຜູ້ເບິ່ງຮູ້ປະເພດໜັງ ແລະ ຕັດສິນໃຈເອງວ່າຈະເບິ່ງຫລືບໍ່ເບິ່ງ. ຍົກຕົວຢ່າງວ່າ ຖ້າໜັງຢູ່ໃນໝວດ M(ສຳລັບຜູ້ໃຫຍ່) ຫລື NC16 (ຜູ້ທີ່ອາຍຸຕຳ່ກວ່າ 16 ປີ ບໍ່ອະນຸຍາດໃຫ້ເບິ່ງ) ພໍ່ແມ່ທີ່ພາລູກຫລານຂອງຕົນໄປເບິ່ງກໍ່ຈະຮູ້ວ່າ ຕົນບໍ່ຄວນພາຄອບຄົວເຂົ້າໄປເບິ່ງ.

__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard