Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ໂຮງຮຽນປະຖົມສົມບູນ ລາວ-ຫວຽດ ເກີດແລ້ວ
Anonymous

Date:
ໂຮງຮຽນປະຖົມສົມບູນ ລາວ-ຫວຽດ ເກີດແລ້ວ




ຕອນເຊົ້າວັນທີ 2 ກັນຍາ 2009 ນີ້ ທີ່ນະຄອນຫຼວງວຽງຈັນ ໄດ້ມີພິທີເປີດການນຳໃຊ້ໂຮງຮຽນມັດທະຍົມສົມບູນ
ມິດຕະພາບ ລາວ-ຫວຽດນາມ ຢ່າງເປັນທາງການຂຶ້ນ  ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງ
ນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ແຫ່ງ ສປປ ລາວ ທ່ານ ສຈ.ດຣ.ຫງວຽນ ທ້ຽນເຢິນ ຮອງນາຍົກລັດຖະມົນຕີ
ລັດຖະມົນຕີວ່າການກະຊວງສຶກສາ ແລະ ກໍ່ສ້າງ ສ.ສ ຫວຽດນາມ ທ່ານ ສົມບັດ ເຢຍລີເຮີ ເຈົ້າຄອງນະຄອນຫຼວງວຽງຈັນ
ບັນດາທ່່ານລັດຖະມົນຕີວ່າການ ຊ່ວຍວ່າການ ທ່ານທູດຫວຽດນາມ ປະຈຳລາວ ການນຳນະຄອນຫຼວງວຽງຈັນ ພະນັກງານ
ຄູ-ອາຈານ ແລະ ນ້ອງນັກຮຽນ.
               ພິທີເປີດການນຳໃຊ້ໂຮງຮຽນແຫ່ງດັ່ງກ່າວ ເປັນເຫດການການເມືອງ ແລະ ປະຫວັດສາດອີກຄັ້ງໜຶ່ງໃນປະຫວັດ
ສາດ ແຫ່ງການເສີມຂະຫຍາຍສາຍພົວພັນມິດຕະພາບ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງ
ພັກ ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວຂຶ້ນຢ່າງບໍ່ຢຸດຢັ້ງ.
               ສຳລັບທຶນກໍ່ສ້າງໂຮງຮຽນມັດທະຍົມສົມບູນມິດຕະພາບ ລາວ-ຫວຽດນາມ ແຫ່ງນີ້ ເຊິ່ງແມ່ນຂອງຂວັນຂອງກົມ
ການເມືອງສູນກາງພັກ ລັດຖະບານແຫ່ງຊາດ ແລະ ປະຊາຊົນຫວຽດນາມ ເຊິ່ງມອບໂດຍສະຫາຍ ນົງດຶກແມັງ ເລຂາທິ
ການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ມອບໃຫ້ແກ່ຊາວນະຄອນຫຼວງວຽງຈັນ ເຊິ່ງເປັນການປະ
ກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນການພັດທະນາຊັບພະຍາກອນມະນຸດ ທັງເປັນການຍົກຄຸນນະພາບການສຶກສາຂອງນະ
ຄອນຫຼວງວຽງຈັນ ໃຫ້ສູງຂຶ້ນ ຍ້ອນວ່າເປັນໂຮງຮຽນທີ່ມີລັກສະນະຄົບຊຸດ ທັນສະໄໝ ມີຕຶກອາຄານປະເພດຕ່າງໆ ແລະ ອຸ
ປະກອນການຮຽນ-ການສອນຄົບຖ້ວນ.
               ໂຄງການດັ່ງກ່າວໄດ້ເລີ່ມລົງມືກໍ່ສ້າງວັນທີ 19/5/2008 ແລະ ລົງມືປະຕິບັດຕົວຈິງວັນທີ 10/9/2008 ແລະ ສຳ
ເລັດ 100% ໃນທ້າຍເດືອນສິງຫາ 2009 ຜ່ານມານີ້ ໂດຍແມ່ນກຸ່ມບໍລິສັດຮ່ວມມືເສດຖະກິດ ສ.ສ ຫວຽດນາມ ເປັນຜູ້ຮັບ
ເໝົາກໍ່ສ້າງ ດ້ວຍມູນຄ່າທັງໝົດ 48,7 ຕື້ດົງ (ສະກຸນເງິນຫວຽດນາມ) ເຊິ່ງໂຮງຮຽນແຫ່ງດັ່ງກ່າວ ແມ່ນຕັ້ງຢູ່ຖະໜົນໄກ
ສອນ ພົມວິຫານ (ຫຼັກ 5) ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ ປະກອບມີອາຄານ 4 ຫຼັງ ໃນນັ້ນ ມີອາຄານຫ້ອງຮຽນ 3
ຊັ້ນ 1 ຫຼັງ ມີ 21 ຫ້ອງຮຽນ ຮອງຮັບນັກຮຽນໄດ້ທັງໝົດ 840 ຄົນ ມີອາຄານຫ້ອງການ 2 ຊັ້ນ 1 ຫຼັງ ອາຄານຫ້ອງສະໝຸດ 2
ຊັ້ນ 1 ຫຼັງ ແລະ ອາຄານສະໂມສອນກີລາໃນຮົ່ມ 1 ຫຼັງ ການກໍ່ສ້າງແມ່ນຖືກຕາມເຕັກນິກການອອກແບບ.
               ເພື່ອໃຫ້ສົມກັບຄວາມເປັນຫ່ວງເປັນໄຍຂອງສອງພັກ-ສອງລັດຖະບານ ຕໍ່ວຽກງານສຶກສາ ໂດຍສະເພາະແມ່ນ
ການຊ່ວຍເຫຼືອຂອງພັກ-ລັດ ແລະ ປະຊາຊົນຫວຽດນາມ ຕໍ່ນະຄອນຫຼວງວຽງຈັນນັ້ນ ນະຄອນຫຼວງ ໃຫ້ຄຳປະຕິຍານຕໍ່ສອງ
ພັກ-ລັດຖະບານ ລາວ-ຫວຽດນາມ ວ່າ: ຈະສ້າງໂຮງຮຽນແຫ່ງນີ້ ໃຫ້ເປັນໂຮງຮຽນພອນສະຫວັນ ໃຫ້ໄດ້ຕາມມາດຕະຖານ
ໂຮງຮຽນຄຸນນະພາບແຫ່ງຊາດ ແລະ ຈະນຳໃຊ້ໂຮງຮຽນແຫ່ງນີ້ໃຫ້ມີປະໂຫຍດສູງສຸດ ເຂົ້າໃນການກໍ່ສ້າງນັກຮຽນ ໃຫ້ກາຍ
ເປັນຜູ້ທີ່ມີຄຸນສົມບັດດີ ຮຽນເກັ່ງ ແລະ ກຽມພ້ອມຮັບໃຊ້ຊາດ ຮັບໃຊ້ປະຊາຊົນໃຫ້ຮັ່ງມີເຂັ້ມແຂງສີວິໄລ ແລະ ທັນສະໄໝ.

Vientianemai




__________________


Member

Status: Offline
Posts: 20
Date:

ດີໃຈນຳ. ອາຄານຫລັງສອງສາມຊັ້ນເພິ່ນກະມີຕູ້ຍົກ(elevator)ສໍາລັບຄົນພິການໃຊ້ຢູ່ບໍ?

__________________
Anonymous

Date:


ໂຮງຮຽນແຫ່ງນີ້ບໍ່ໄດ້ມີໄວ້ໃຫ້ຄົນພິການ
ມີໄວ້ໃຫ້ແຕ່ສະເພາະພວກເຄືອຍາດຣາຊວົງ
ກໍຄືລູກເຈົ້າຫລານນາຍນັ້ນເອງ.


__________________
ກິໂນ້

Date:

ຂ້ອຍຄິດວ່າແມ່ນບ້ານພັກນັກກິລາທີ່ຈະມາແຂ່ງຊີເກມ ບໍ່ແມ່ນຫວາ?

ຖ້າແມ່ນໂຮງຮຽນກໍ່ຄວນເປີດໂອກາດໃຫ້ທຸກຄົນໄດ້ເຂົ້າຮຽນ ທັງຄົນພິການທາງຮ່າງກາຍ, ຄົນຊົນເຜົ່າ, ແມ່ຍິງ, ຕ່າງແຂວງ ແລະ ອື່ນໆ. ຢ້ານເປັນຄືໂຮງຮຽນ SOS ທີ່ມີແຕ່ລູກຄົນຮັ່ງມີໄດ້ເຂົ້າຮຽນ ແທນທີ່ວ່າ ໂຮງຮຽນດັ່ງກ່າວ ຄວນໃຫ້ບຸລິມະສິດແກ່ຄົນທຸກຍາກ, ເດັກກຳພ້າ, ຄົນຊົນເຜົ່າ...ໂຮງຮຽນ SOS ບາງບ່ອນຕ້ອງໄດ້ຈ້າງເຂົ້າ.


__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard