Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ທ່ານມັກທ່າໃດ ຫຼາຍກ່ວາກັນ
Anonymous

Date:
ທ່ານມັກທ່າໃດ ຫຼາຍກ່ວາກັນ


 

    ການນອນເປັນການພັກຜ່ອນທີ່ດີຫລາຍ ແຕ່ທ່ານຮູ້ບໍ່ວ່າທ່ານອນແຕ່ລະທ່ານັ້ນມັນມີຂໍ້ດີ ແລະ ຂໍ້ເສຍຄືແນວໃດ ຖ້າຫາກທ່ານອນນັ້ນ ເປັນທ່ານອນປະຈຳຕົວທ່ານແລ້ວ ຈະຕ້ອງປັບປ່ຽນກັນໃຫມ່ແບບໃດ ດັ່ງນັ້ນ ຈິ່ງມີຄຳແນະນຳດີໆມາຝາກກັນ.
1 ນອນທ່າຫງາຍ: ໂດຍປົກກະຕິແລ້ວ ຄົນທົ່ວໄປນິຍົມນອນຫງາຍຖືໄດ້ວ່າ ເປັນທ່ານອນມາດຕະຖານ ເພາະເວລານອນຫງາຍໂດຍບໍ່ ຫມູນຫມອນ ຫລືໃຊ້ຫມອນຕ່ຳຕົ້ນຄໍຈະຢູ່ໃນແນວດຽວກັນກັບລຳໂຕຈິ່ງເຮັດໃຫ້ບໍ່ປວດຄໍ ແຕ່ຖ້າຫມູນຫມອນຫລາຍຫນ່ວຍປະມານ 2-3 ຫນ່ວຍຈະເຮັດໃຫ້ຄໍກົ້ມມາທາງຫນ້າຫລາຍເຮັດໃຫ້ເກີດອາການປວດຄໍ.
   ແນວໃດກໍ່ດີ ຜູ້ມີອາການດັ່ງຕໍ່ໄປນີ້ຄວນຫລີກລ່ຽງການນອນໃນທ່າຫງາຍ ຫລື ແກ້ໄຂຕາມຄຳແນະນຳດັ່ງນີ້:
   - ຜູ້ທີ່ເປັນພະຍາດປອດ: ບໍ່ຄວນນອນຫງາຍ ເພາະວ່າເຮັດໃຫ້ກ້າມຊີ້ນກະບັງລົມທີ່ຂັ້ນລະຫວ່າງເອິກ ແລະ ທ້ອງກົດທັບປອດ ຈິ່ງ ເປັນສາເຫດໃຫ້ຫາຍໃຈຍາກ ແຕ່ສາມາດແກ້ໄຂໄດ້ໂດຍການຍົກສ່ວນເທິງຂອງຮ່າງກາຍໃຫ້ສູງຂຶ້ນໃນລະສະນະເຄິ່ງນອນເຄິ່ງນັ່ງ ອາດ ຈະໃຊ້ຫມອນ 2-3 ຫນ່ວຍ ມາຫມູນຮອງຫລັງໄວ້ ຫລືຍົກພື້ນຕຽງສ່ວນເທິງຫົວໃຫ້ສູງຂຶ້ນກໍ່ສາມາດຊ່ວຍໄດ້.
   - ຜູ້ທີ່ເປັນພະຍາດຫົວໃຈ: ໂດຍສະເພາະເມື່ອຫົວໃຈວາຍຈະມີອາການນອນ ໃນພື້ນພຽງບໍ່ໄດ້ເນື່ອງຈາກວ່າຮ່າງກາຍບໍ່ສາມາດດູດ ເລືອດອອກຈາກຫ້ອງຫົວໃຈໄດ້ ກໍ່ໃຫ້ເກີດອາການຫອບຫືດ ແລະ ຫາຍໃຈຕິດຂັດ ສະນັ້ນ ຜູ້ທີ່ເປັນພະຍາດດັ່ງກ່າວນີ້ຈິ່ງຕ້ອງນັ່ງ ແລະ ຢືນຕອນກາງຄືນ ເພື່ອເຮັດໃຫ້ຫາຍໃຈໄດ້ສະດວກນັ້ນເອງ.
   ຜູ້ທີ່ມີອາການປວດຫລັງ: ການນອນຫງາຍໃນພື້ນພຽງຍິ່ງເຮັດໃຫ້ອາການປວດຫລັງຮຸນແຮງຂຶ້ນວິທີແກ້ຄື ເວລານອນຄວນໃຊ້ຫມອນ ຫມູນກ້ອງກົກຂາ ຫລື ທ່ານຕ້ອງນອນພື້ນແລ້ວເອົາຂາທັງສອງເບື້ອງພາດໄວ້ເທິງຕຽງນອນ ລວມທັງຕ້ອງອອກກຳລັງກາຍເປັນປະຈຳມື້ ລະ 10-15 ນາທີເພື່ອຊ່ວຍບໍລິຫານກ້າມຊີ້ນ ແລະ ບັນເທົາອາການປວດຫລັງໄດ້ເປັນຢ່າງດີ.
2 ນອນສະແຄງ:
   - ນອນສະແຄງເບື້ອງຊ້າຍ ຊ່ວຍຫລຸດອາການປວດຫລັງ ແຕ່ຄວນຈະນອນກອດຫມອນຂ້າງຫລືເອົາຂາພາດຫມອນຂ້າງໄວ້. ຂໍ້ເສຍ ຄືເຮັດໃຫ້ຫົວໃຈເຮັດວຽກລຳບາກຂຶ້ນ ແລະ ອາຫານໃນກະເພາະທີ່ຍັງຍ່ອຍບໍ່ຫມົດ ເຮັດໃຫ້ມີອາການເຈັບ ແລະ ຮູ້ສຶກມຶນທີ່ຂາຊ້າຍ ຖ້າ ນອນເຕັງເປັນເວລາດົນ ຫລືຖ້າຫມູນຫມອນຕ່ຳເກີນໄປຈະເຮັດໃຫ້ປວດຕົ້ນຄໍໄດ້. ວິທີແກ້ຄືໃຊ້ຫມອນສີ່ຫລ່ຽມທີ່ມີຄວາມສູງເທົ່າກັບຄວາມ ກວ້າງຂອງບ່າຊ້າຍມາຫມູນນອນ.
   - ນອນສະແຄງຂວາ: ເປັນທ່ານອນທີ່ດີທີ່ສຸດ ຖ້າທຽບກັບການນອນໃນທ່າອື່ນໆເພາະຈະເຮັດໃຫ້ຫົວໃຈເຕັ້ນສະດວກ ແລະ ອາຫານ ຈາກກະເພາະຖືກບີບລົງໄສ້ນ້ອຍໄດ້ດີຈິ່ງເຮັດໃຫ້ບໍ່ມີອາຫານເຫລືອຄ້າງໃນກະເພາະຫລາຍເກີນໄປ ນອກຈາກນີ້ຍັງເປັນການນອນທີ່ຊ່ວຍ ບັນເທົາອາການປວດຫລັງໄດ້ເປັນຢ່າງດີ.
3 ນອນຫມູບ: ຈະເຮັດໃຫ້ຫາຍໃຈບໍ່ສະດວກຍັງເຮັດໃຫ້ປວດຕົ້ນຄໍ ເນື່ອງຈາກວ່າຕ້ອງບິດຄໍມາທາງດ້ານຂ້າງ (ຊ້າຍ-ຂວາ) ແຕ່ຖ້າຈຳ ເປັນຕ້ອງນອນທ່ານີ້ ຄວນເອົາຫມອນມາຮອງກ້ອງເອິກ ເພື່ອຊ່ວຍບໍ່ໃຫ້ປວດເມື່ອຍກ້າມຊີ້ນຕົ້ນຄໍ.
   ເລືອກທ່ານອນໃຫ້ເຫມາະສົມເພື່ອສຸຂະພາບທີ່ດີຂອງທ່ານແລ້ວ ທ່ານເອງກໍ່ຕ້ອງຮູ້ຈັກການນອນຫລັບສະຫນິດ ເຊິ່ງຈະຊ່ວຍໃຫ້ຮ່າງ ກາຍໄດ້ພັກຜ່ອນເຕັມທີ່.


ເສດຖະກິດສັງຄົນ

__________________
Anonymous

Date:

ເຫັນຫົວຂໍ້ຊອງກະທູ້ຄິດວ່າ ແມ່ນທ່າອ້າຍນັ້ນຊັ້ນດອກ ຂອບໃຈເອົາຂອງດີມີປະໂຫຽດມາຝາກ

__________________
Anonymous

Date:

ຂ້ອຍມັກທ່າບ້ານຕູ້ເດືອນ ຍາມນຳ້ຂຶ້ນຕາຝັ່ງຊັນດີ ຂຶ້ນກົກຝາງແດງໂດດນຳ້ສູງດີ

__________________
Anonymous

Date:

Anonymous wrote:

ຂ້ອຍມັກທ່າບ້ານຕູ້ເດືອນ ຍາມນຳ້ຂຶ້ນຕາຝັ່ງຊັນດີ ຂຶ້ນກົກຝາງແດງໂດດນຳ້ສູງດີ



ຖ້າເປັນຍາມແລ້ງໃຫ້ໄປຫຼີ້ນທ່າ ບ້ານດອນແດງ ຕໍ່ໃສ່ ທ່າໂຕະໂໝະ ຈົນຮອດ ທ່າບ້ານ ບັກກຶກ ເພາະວ່າເຂດນີ້ ຫາດຊາຍ ສວຍງາມດີ ຖ້າຢາກໃດ້ລາຍລະອຽດໃຫ້ໂທຖາມ ກົມທ່ອງທ່ຽວ ແຂວງຈໍາປາສັກ ເພາະເພິ່ນມັກທ່າ ບ່ານໂຕະໂໝະ.

 



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard