Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: 5 ສາວ Benjalin ເກີດແລ້ວ
Anonymous

Date:
5 ສາວ Benjalin ເກີດແລ້ວ




ຮຽບຮຽງ: ຕາດຳ


   ຖືເປັນຂ່າວດີຂອງແຟນເພງທັງ 5 ສາວ "ເບນຈາລິນ" ຫລ້າສຸດມີຂ່າວອອກມາວ່າ: ອາລະບຳ "Dance L.A" ຂອງພວກເຂົາຈະ ວາງຈຳຫນ່າຍພ້ອມກັບປ່ອຍມິວສິກວີດີໂອເພງ "ຕ່າງຝ່າຍຕ່າງມີແຟນ" ກາງເດືອນພຶດສະພານີ້.


   ຫລັງຈາກທີ່ປ່ອຍເພງຊ້າ "ຜູ້ຊາຍແມງເມົ່າ" ໃນອາລະບຳລວມ "Top Hit" ມາໃຫ້ໄດ້ຟັງກັນແລ້ວຂອງນັກຮ້ອງກຸ່ມທີ່ມີແຕ່ສາວໆ ຫນ້າຮັກກັບວົງ "ເບນ ຈາລິນ" ສັງກັດໃນຄ້າຍລາວ


   ອາຈານ ຜິວພອນ ພົມມີໄຊ ຜູ້ຜະລິດເພງ ແລະ ຜູ້ຄວບຄຸມງານການສະແດງຂອງລາວອາທ໌ມີເດຍ ກ່າວວ່າ "ອາລະບຳໃຫມ່ຂອງ ເບນ ຈາລິນກຳລັງຈະອອກວາງຈຳຫນ່າຍປະມານກາງເດືອນພຶດສະພານີ້ ເປັນອາລະບຳລວມຊື່ຊຸດວ່າ: " Dance L.A" ໃນອາລະບຳ ເບນຈາລິນຈະຮ້ອງ 3 ເພງເຊິ່ງເປັນເພງໄວຄືເພງ "ຮັກແທ້ສຳບໍ", ເພງ "ຕ່າງຝ່າຍຕ່າງມີແຟນ" ແລະ ເພງ "ບໍ່ຢາກມີແຟນ".


   ປະຈຸບັນ ອາລະບຳ Dance L.A ໃນຮູບແບບວີຊີດີ, ຄາລາໂອເກະແມ່ນສຳເລັດແລ້ວ ດ້ານການອັດເພງ ແລະ ການຖ່າຍທຳມິວ ສິກວີດີໂອຖືວ່າສຳເລັດໄປໄດ້ 95% ຍັງເຫລືອພຽງແຕ່ຂັ້ນຕອນການຕັດຕໍ່ເທົ່ານັ້ນແຕ່ຄາດວ່າແຟນເພງຂອງ 5 ສາວເບນຈາລິນຄົງຈະ ໄດ້ຊົມກັນກາງເດືອນພຶດສະພາ ແນ່ ນອນໃນຮູບແບບວີຊີດີຄາລາໂອເກະ ນອກຈາກນີ້ ແຟນເພງກຽມຊົມມິວສິກວີດີໂອເພງ "ຕ່າງຝ່າຍ ຕ່າງມີແຟນ" ທີ່ຈະສາຍອອກອາກາດທາງສະຖານີໂທລະພາບກ່ອນມື້ວາງຈຳຫນ່າຍອາລະບຳປະມານວັນທີ 16 ຫລື 17 ພຶດສະພານີ້.


  ວົງ "ເບນຈາລິນ" ປະກອບມີສະມາຊິກທັງຫມົດ 5 ຄົນ ຄື ນ. ສີລິມາ ພະກາສີ(ເບ່ເບ້) ບ້ານວັດນາກ ເມືອງສີສັດຕະນາກ ນະຄອນ ຫລວງວຽງຈັນ ຮຽນຢູ່ໄອຊິດເຊັນເຕີປີ 1, ນ. ອຳໄພວັນ ພົມມະປັນຍາ (ນຸດ) ບ້ານທົ່ງສ້າງນາງ ເມືອງຈັນທະບູລີ ນະຄອນຫລວງວຽງ ຈັນ ຈົບ ມ.6 ກຽມຕໍ່ວິຊາຊີບ, ນ. ທິບພາ ວັນ ບຸນຍາວົງ (ນ້ອຍ) ບ້ານ ໂພນທັນໃຕ້ເມືອງໄຊເສດຖາ ນະຄອນຫລວງວຽງຈັນຈົບ ມ.6 ກຽມຕໍ່ວິຊາຊີບ, ນ. ອຳພອນ ຈັນທະລາ (ຫນິງ) ບ້ານດົງນາໂຊກເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ກຳລັງສຶກສາທີ່ປາກປ່າ ສັກປີ1 ແລະ ນ.ສົມ ສະໄຫມ ວໍລະກິດ (ນ້ອຍນ່າ) ບ້ານຫນອງແຕ່ງ ເມືອງນາຊາຍທອງນະຄອນຫລວງວຽງຈັນ ກຳລັງສຶກສາທີ່ມະຫາ ວິທະຍາ ໄລແຫ່ງຊາດຄະນະເສດຖະສາດບໍລິຫານທຸລະກິດປີ 2.




ເສດຖະກິດສັງຄົມ

__________________
Anonymous

Date:

Lovely girls with no sense of style those ties are a fashion no no and the glove? what's the meaning behind it? I only saw Micheal Jackson wore that way back in the day this it look ridiculous on anyone .


__________________
Anonymous

Date:

ໃຜໃຫ່ຽຂຶ້ນມາ ກະມີແຕ່ນັກຮ້ອງ ແນວອື່ນດີໆ ກວ່ານີ້ບໍ່ມີບໍສິເຮັດບໍ ນັກຮ້ອງລົ້ນບ້ານລົ້ນເມືອງ ໄປບ່ອນໃດໂລດເໝັນແຕ່ຂີ້ນັກຮ້ອງ ບໍ່ເປັນຕາສະແຕກ ຮ້ອງອອກມາ ວ່າແມ່ນງົວຫຼົງແມ່ເອົາໂລດ ເຮັດດີມີຄຸນນະພາບຂ້ອຍກະບໍ່ວ່າຈັກຄວາມດອກ ອັນນີ້ແມ່ນອີ່ຫັຽງ ຮ້າຍກ່ວາຮ້ານເດີນແບບເອົາໂລດ.



__________________
Anonymous

Date:

Anonymous wrote:

 

ໃຜໃຫ່ຽຂຶ້ນມາ ກະມີແຕ່ນັກຮ້ອງ ແນວອື່ນດີໆ ກວ່ານີ້ບໍ່ມີບໍສິເຮັດບໍ ນັກຮ້ອງລົ້ນບ້ານລົ້ນເມືອງ ໄປບ່ອນໃດໂລດເໝັນແຕ່ຂີ້ນັກຮ້ອງ ບໍ່ເປັນຕາສະແຕກ ຮ້ອງອອກມາ ວ່າແມ່ນງົວຫຼົງແມ່ເອົາໂລດ ເຮັດດີມີຄຸນນະພາບຂ້ອຍກະບໍ່ວ່າຈັກຄວາມດອກ ອັນນີ້ແມ່ນອີ່ຫັຽງ ຮ້າຍກ່ວາຮ້ານເດີນແບບເອົາໂລດ.

 



I don't even call this deun bemb or cat walk, run way, and fashion show? this is more like fashion don't !even I'm not a big fan of Hannah Montana who is a country singer here in U.S.A. I think these girls would project a nicer image with her kind of cloths. As for their song? They need alot of work on it and exstansive acting lessons. I hope to see a new and improve Benjarin Girls in the nearest future. Good luck to you all.

 



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard