Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຮູບເງົາເລື່ອງ ຂໍພຽງຮັກ ຈະອອກສາຍໄວໆນີ້
Anonymous

Date:
ຮູບເງົາເລື່ອງ ຂໍພຽງຮັກ ຈະອອກສາຍໄວໆນີ້


 

 ໄລຍະຜ່ານມາ ບໍລິສັດ ລາວອາດມີເດຍ ຈຳກັດ ໄດ້ມີຜົນງານຮູບເງົາມາແລ້ວ 3 ເລື່ອງ ຄື: ສະບາຍດີຫຼວງພະ
ບາງ ດວງໃຈຂອງພໍ່ ແລະ ບົດຮຽນຊີວິດ ອອກສູ່ສາຍຕາມະຫາຊົນມາແລ້ວ ແລະ ເປັນທີ່ຍອມຮັບຂອງສັງຄົມຫຼາຍກ່ວາໝູ່
ແມ່ນເລື່ອງສະບາຍດີຫຼວງພະບາງ  ໃນປັດຈຸບັນນີ້ ບໍລິສັດ ລາວອາດມີເດຍ ກໍກຳລັງຖ່າຍທຳຮູບເງົາເລື່ອງ "ຂໍພຽງຮັກ"
ເຊິ່ງເປັນເລື່ອງທີ 4 ຄາດວ່າຈະອອກສາຍສູ່ສາຍຕາມະຫາຊົນ ຮອບປະຖົມມະເລີກກ່ອນບຸນນະມັດສະການ ພະທາດຫຼວງ ປີ 2009 ນີ້.

               ຮູບເງົາເລື່ອງ "ຂໍພຽງຮັກ" ແມ່ນທ່ານ ອະນຸສອນ ສິຣິສັກດາ ປະທານບໍລິສັດ ລາວອາດມີເດຍ ຈຳກັດ ເປັນຜູ້
ຂຽນ ແລະ ກຳກັບການສະແດງ ເຊິ່ງທີ່ມາຂອງຮູບເງົາເລື່ອງນີ້ ແມ່ນສະແດງເຖິງການຮຽນ-ການສຶກສານອກໂຮງຮຽນ
ສ່ອງແສງໃຫ້ເຫັນເຖິງຄວາມສຳຄັນຂອງການສຶກສາ ສະທ້ອນໃຫ້ເຫັນແນວຄິດຢາກເຮັດໃຫ້ໂລກເປັນສີຂຽວ ປຸກລະດົມການ
ຕ້ານໄພໂລກຮ້ອນ ໂດຍເຮັດໃຫ້ໂລກປອດສານເຄມີ ແນໃສ່ການສ້າງຝຸ່ນຊີວະພາບ ແລະ ການນຳໃຊ້ຊັບພະຍາກອນແຫຼ່ງນ້ຳ
ຢ່າງຖືກຕ້ອງ ການສ້າງແຫຼ່ງນ້ຳໝູນວຽນ ແລະ ຄວາມສາມັກຄີຂອງຄົນໃນຊຸມຊົນເປັນຫຼັກ ພ້ອມດຽວກັນນີ້ກໍເນັ້ນໃສ່ການ
ສ້າງຊັບພະຍາກອນມະນຸດໃຫ້ໄດ້ຮັບດ້ານສຶກສາ ເພື່ອພັດທະນາຮູບແບບການຜະລິດທີ່ນຳໃຊ້ກະເສດອິນຊີ ແລະ ແນວພັນ
ທີ່ເໝາະສົມ ເພື່ອໃຫ້ໄດ້ຜົນຜະລິດສູງ ເປັນມິດຕໍ່ທຳມະຊາດ ແລະ ຮັກສາສະພາບແວດລ້ອມ ໂດຍມີ ສຸວັນ (ຕົວລະຄອນ
ເອກໃນເລື່ອງ) ຮັບບົດເປັນນັກວິຊາການນຳພາສູນສຶກສາຄົ້ນຄ້ວາ (ສູນສຶກສາຊຸມຊົນ) ແລະ ນາງ ດວງໃຈ (ຕົວລະຄອນ
ເອກຍິງໃນເລື່ອງ) ຮັບບົດເປັນຄູສອນຢູ່ໃນສູນດັ່ງກ່າວ ໂດຍເປັນແຮງໜຶ່ງທີ່ຍາມໃດກໍເປັນກຳລັງໃຈໃຫ້ແກ່ ສຸວັນ ຢູ່ສະເໝີ.

               ຮູບເງົາເລື່ອງດັ່ງກ່າວນຳໃຊ້ວິຊາການຄົນລາວທັງໝົດ ນັບແຕ່ມືກ້ອງ ວິສະວະກອນຕັດຕໍ່ ສິລະປະ ແສງສະ
ຫວ່າງ ແລະ ອື່ນໆ ມີນັກສະແດງທີ່ມີຄວາມສາມາດ ແລະ ມີປະສົບການ ເປັນຕົ້ນ ອາຈານບັບໂບ້ ອາຈານນາລີພອນ ແລະ
ອີກຫຼາຍໆທ່ານ ຮູບເງົາເລື່ອງນີ້ ໄດ້ກະກຽມມາປະມານ 10 ເດືອນ ສ້າງຂຶ້ນໂດຍການຮ່ວມມືລະຫວ່າງກະຊວງສຶກສາທິ
ການ ແລະ ບໍລິສັດ ລາວອາດມີເດຍ ຈຳກັດ ມູນຄ່າການສ້າງທັງໝົດຄາດວ່າຈະບໍ່ໃຫ້ເກີນ 350 ລ້ານກີບ ໂດຍທຶນຈຳນວນ
ໜຶ່ງໄດ້ຮັບຈາກກະຊວງສຶກສາທິການ ຄວາມຍາວຂອງເລື່ອງແມ່ນ 2 ຊົ່ວໂມງ ໄດ້ຖ່າຍທຳຢູ່ນະຄອນຫຼວງວຽງຈັນ ແລະ
ເມືອງວັງວຽງ ແຂວງວຽງຈັນ ໂດຍອີງໃສ່ຄວາມສວຍງາມຂອງທຳມະຊາດ ຮູບເງົາເລື່ອງນີ້ເໝາະສົມກັບທຸກເພດທຸກໄວ
ແລະ ມີຈຸດປະສົງເນັ້ນໃສ່ຕະຫຼາດພາຍໃນປະເທດ.
               ພິທີຖະແຫຼງຂ່າວເປີດຕົວໜ້າກ້ອງຮູບເງົາເລື່ອງ "ຂໍພຽງຮັກ" ໄດ້ມີຂຶ້ນວັນທີ 27 ກໍລະກົດ 2009 ນີ້ ຢູ່ທີ່ເຮືອນ
ຂອງທ່ານ ອະນຸສອນ ສິຣິສັກດາ ປະທານບໍລິສັດ ລາວອາດມີເດຍ ຈຳກັດ ບ້ານດົງນາໂຊກ ເມືອງສີໂຄດຕະບອງ ນະຄອນ
ຫຼວງວຽງຈັນ ໂດຍມີທ່ານຂັນທອງ ມະໂນທຳ ຫົວໜ້າຫ້ອງການກະຊວງຖະແຫຼງຂ່າວ ແລະ ວັດທະນະທຳ ທ່ານ ວິທູນ ສູນ
ດາລາ ຮອງຫົວໜ້າກົມຮູບເງົາ ພ້ອມດ້ວຍພະນັກງານກ່ຽວຂ້ອງ ແລະ ສື່ມວນຊົນເຂົ້າຮ່ວມ.

vientianemai

__________________
Anonymous

Date:

Anonymous wrote:

 



 ລະຂ່າວນີ້ມັນກ່ຽວຫຍັງກັບຮູບນີ້ ຢ່າເຮັດໂລ້ໆເລ້ໆ



__________________
Anonymous

Date:

ດີຫຼາຍ ຢ່າເອົາຄົນໄທເຂົ້າມາຊ່ອຍເດັດຂາດ ມັນຊິເປັນເລື້ອງໃຫມ່

__________________
Anonymous

Date:

Anonymous wrote:

ດີຫຼາຍ ຢ່າເອົາຄົນໄທເຂົ້າມາຊ່ອຍເດັດຂາດ ມັນຊິເປັນເລື້ອງໃຫມ່



ຄັນເອົາໄທຍເຂົ້າມາ ມັນກະຊິມີແຕ່ຕົບຈູບ ກັບຍາດຜົວຍາດແຟນເຂົາຫັ້ນແລ້ວ.

 



__________________
Anonymous

Date:

I can't wait to watch this movie Khai is very pretty indeed.

__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard