Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ກິນແປ້ງນົວ ເປັນອັນຕະລາຍແທ້ບໍ ?
Anonymous

Date:
ກິນແປ້ງນົວ ເປັນອັນຕະລາຍແທ້ບໍ ?

ໃນ​ປະ​ຈຸ​ບັນ​ການ​ປຸງ​ແຕ່ງ​ອາ​ຫານ​ທຸກ​ຊະ​ນິດ​ບໍ່​ວ່າ​ຈະ​ເປັນ​ການ​ປຸງ​ແຕ່ງ​ອາ​ຫານ​ພາຍ​ໃນ​ຄອບ​ຄົວ​ ຫລື ຕາມ​ຮ້ານ​ຂາຍ​ອາ​ຫານ​ຕ່າງໆ​ ມັກ​ຈະ​ໃຊ້​ແປ້ງ​ນົວ​ເພາະ​ ເຊື່ອ​ວ່າ​ຈະ​ເພີ່ມ​ລົດ​ຊາດ​ຂອງ​ອາ​ຫານ ຫລາຍ​ຄົນ​ໃຫ້​ເຫດ​ຜົນ​ງ່າຍໆ​ວ່າ​ຕິດ​ໃຈ​ໃນ​ລົດ​ ຊາດ​ຂອງ​ອາ​ຫານ ​ທີ່​ໃສ່ ​ແປ້ງ​ ນົວ​ເລີຍ​ເຮັດ​ໃຫ້​ຕົນ​ເອງ​ກາຍ​ ເປັນ​ຄົນ​ທີ່​ຕິດ​ ແປ້ງ​ນົວ​ ໄປ​ຢ່າງ​ບໍ່​ຮູ້​ສຶກ​ຕົວ. ການ​ໃຫ້​ຄວາມ​ສຳ​ຄັນ​ຕໍ່​ແປ້ງ​ນົວ​ໃນ​ການ​ປຸງ​ ແຕ່ງ​ອາ​ຫານ ​ທຸກ​ ​ເທື່ອຈົນ​ເບິ່ງ​ຄື​ວ່າແປ້ງ​ນົວ​ກາຍ​ເປັນ​ປັດ​​ໄຈ​ຫລັກ​ທີ່​ ເຮັດ​ໃຫ້​ອາ​ຫານ ​ນັ້ນ ​ແຊບ ແຕ່​ມີ​ໃຜ​ຄິດ​ບໍ່​ວ່າ​ແປ້ງ​ນົວ​ມີ​ປະ​ໂຫຍດ​ຕໍ່​ຮ່າງ​ກາຍ ​ເຮົາ​ ແທ້​ບໍ່?.

ແປ້ງ​ນົວ​ເປັນ​ສານ​ປຸງ​ແຕ່ງ​ອາ​ຫານ​ປະ​ເພດ​ໜຶ່ງ​ທີ່​ຜະ​ລິດ​ຈາກ​ແປ້ງ​ມັນ​ຕົ້ນ ຫລື ກາກ​ນ້ຳ​ຕານ. ​ແປ້ງ​ນົວ​ຈະ​ມີ 3 ປະ​ເພດ​ຄື: ແປ້ງ​ນົວ​ແທ້​ ທີ່​ມີ​ລັກ​ສະ​ນະ​ເປັນ​ເມັດ​ສີ​ ຂາວ​ຂຸ່ນ​ມີ​ລົດ​ຊາດ​ຄ້າຍ​ຄື​ຊີ້ນ​ຕົ້ມ​ເມື່ອ​ນຳ​ລົງ​ໄປ​ປະ​ສົມ​ອາ​ຫານ​ຈະ​ຊ່ວຍ​ໃຫ້​ອາ​ຫານ​ນັ້ນ​ນົວ​ຂຶ້ນ. ນອກ​ນັ້ນ​ຍັງ​ມີ​ແປ້ງ​ນົວ​ແບບ​ປະ​ສົມ ແລະ ແປ້ງ​ນົວ​ຊະ​ນິດ​ຝຸ່ນ ​ອີກ. ​ໂດຍ​ທົ່ວ​ໄປ​ແລ້ວປະ​ໂຫຍດ​ຂອງ​ແປ້ງ​ນົວ​ແມ່ນ ​ມີ​ພຽງ​ແຕ່ຊ່ວຍ​ເພີ່ມ​ລົດ​ ຊາດ​ຂອງ​ອາ​ຫານ​ເທົ່າ​ນັ້ນ, ​ແຕ່​ພວກ​ມັນ​ບໍ່​ແມ່ນ​ສິ່ງ​ຈຳ​ເປັນ​ສຳ​ລັບ​ຮ່າງ​ກາຍ​ເລີຍ; ​ໃນ​ທາງ​ກົງກັນຂ້າມ​ຖ້າ​ຮ່າງ​ກາຍໄດ້​ຮັບ​ແປ້ງ​ ນົວ ​ຫລາຍ​ເກີນ​ໄປ​ກໍ່​ຈະ​ເປັນ​ອັນ​ຕະ​ລາຍ​ໄດ້. ອັນ​ຕະ​ລາຍ​ຈາກ​ການ​ກິນ​ແປ້ງ​ນົວ​ໃນ​ປະ​ລິ​ມານ​ຫລາຍ​ນັ້ນ​ຈະ​ເຮັດ​ ໃຫ້​ ຜູ້ ກ່ຽວ​ມີ​ອາ​ການ​ປວດ​ຮາກ, ເຈັບ​ຫົວ, ອ່ອນ​ເພຍ ແລະ ອາດ​ເຮັດ​ໃຫ້​ລະ​ບົບ​ບາງ​ສ່ວນ​ຂອງ​ປະ​ສາດ​ໂດຍ​ສະ​ເພາະ​ປະ​ສາດ​ກ່ຽວ​ກັບ​ຄວາມ​ ຮູ້​ສຶກ​ປະ​ຕິ​ບັດ​ໜ້າ​ທີ່​ຜິດ ​ພາດ​ ຊຶ່ງ​ເກີດ​ຜົນ​ບໍ່​ດີ​ຕໍ່​ສຸ​ຂະ​ພາບ ແຕ່​ອາ​ການ​ນີ້ອາດ​ຈະ​ເປັນ​ກັບ​ບາງ​ຄົນ​ເທົ່າ​ນັ້ນ​ທີ່​ຮ່າງ​ກາຍ​ມີ​ຄວາມ​ຮູ້​ສຶກ​ໄວ​ຕໍ່​ສານ​ປະ​ເພດ​ນີ້.

ອາ​ຫານ​ຖ້າ​ຈະ​ກິນ​ໃຫ້​ແຊບ​ນັ້ນ​ແມ່ນ​ຕ້ອງ​ຂຶ້ນ​ກັບການ​ຄົວ​ກິນ, ​ການ​ປຸງ​ແຕ່ງ ແລະ ການ​ເລືອກ​ຊື້​ອາ​ຫານ​ທີ່​ສົດ​ໃໝ່ບໍ່ວ່າ​ຈະ​ເປັນ​ຜັກ ຫລື ຊີ້ນ. ​ຄວາມ​ແຊບ​​ແບບ ທຳ​ມະ​ ຊາດ​ເຮັດ​ໃຫ້​ອາ​ຫານ​ຊວນ​ກິນ​ ​ແລະ ​ປອດ​ໄພ​ ,​ ແຕ່​ບໍ່​ແມ່ນ​ຂື້ນ​ຢູ່​ກັບ​ແປ້ງ​ນົວ​ຊະ​ນິດ​ໃດ​ຊະ​ນິດ​ໜຶ່ງ​ຢ່າງ​ດຽວ. ສຳ​ລັບບາງ​ຄອບ​ຄົວ​​ທີ່​ຢາກ​ເຊົາ​ກິນ​ແປ້ງ​ນົວ​ ກໍ່​ຄ່ອຍໆ​ຫລຸດ​ຜ່ອນ​ປະ​ລິ​ມານ​ລົງ ​ແລ້ວ​ຄ່ອຍໆ​ກ້າວ​ສູ່​ການ​ເຊົາ​ກິນ​ຂາດ​ຕົວ. ຢ່າງ​ໃດ​ກໍ່​ດີ່ຖ້າຈຳເປັນຕ້ອງ​ຊື້ ແລະ ບໍ​ລິ​ໂພກ​ແປ້ງ​ນົວ​ກໍ​ຄວນ​ພິ​ຈາ​ລະ​ນາ​ໃຫ້​ຄັກ ​ແນ່​, ຖົງ​ທີ່​ບັນ​ຈຸ​ແປ້ງ​ນົວ​ຍັງ​ຢູ່​ໃນ​ສະ​ພາບ​ດີ ຫລື ບໍ່, ບໍ່​ຖືກ​ຈີກ​ຂາດ, ມີ​ສະ​ ຫລາກ​ບອກ​ຊື່​ຂອງ​ແປ້ງ​ນົວ, ສ່ວນ​ປະ​ກອບ​ໃນ​ການຜະ​ລິດ, ວັນ​ເດືອນ​ປີ​ທີ່​ຜະ​ລິດ​ທີ່​ຍັງ​ ຮັບ​ປະ​ ກັນ​ວ່າ​ບໍ່​ທັນ​ໝົດ ​ອາ​ຍຸ​ການ​ນຳ​ໃຊ້ ແລະ ສຳ​ຄັນ​ແມ່ນ​ເຄື່ອງ​ໝາຍ​ຮັບ​ຮອງ​ຄຸນ​ນະ​ພາບ​ຈາກ​ອາ​ຫານ ແລະ ຢາ ຂອງ​ປະ​ເທດ​ທີ່​ຜະລິດ./.

__________________
Anonymous

Date:

Anonymous wrote:

ຕອບຈົນໝົດຈົນສ້ຽງແລ້ວ ກະຈັກສິມາຖາມອີກເຮັດອີ່ຫັຽງ. ຄັນບໍ່ຢາກກິນແປ້ງນົວ
ແຕ່ຢາກໃຫ້ອາຫານມີ ຣົດຊາດດີ (good cars,good nations)ມັນກະ
ຈັກຊິຍາກຫັຽງ ໃຫ້ພາກັນຫັນ ມາກີນປາແດກງົວເດີ ເພາະປາແດກງົວ ແຊບນົວດີ.

__________________
Anonymous

Date:

ໄດ້ຍິນເຂົາເຈົ້າເວົ້າວ່າ ກິນແປງນົວຫຼາຍ
ແລ້ວຈະເຮັດໃຫ້ນົກເຂົາມັນບໍ່ຂັນ

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard