Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ລັດຖະບານລາວ ຂໍຫຼຸດຄາດໝາຍ GDP
Anonymous

Date:
ລັດຖະບານລາວ ຂໍຫຼຸດຄາດໝາຍ GDP




ມື້ທຳອິດຂອງກອງປະຊຸມສະພາຄັ້ງນີ້ ຂໍອະນຸຍາດຍົກເອົາບາງຈຸດໃນບົດລາຍງານທ່ານນາຍົກລັດຖະມົນຕີ ບົວ
ສອນ ບຸບຜາວັນ ມານຳສະເໜີ ເປັນຕົ້ນແມ່ນຕົວເລກ 6 ເດືອນຕົ້ນປີຂອງສົກປີ 2008-2009 ເຊິ່ງລວມຍອດຜະລິດຕະພັນ
ພາຍໃນ (GDP) ສຳລັບໝົດສົກປີຈະເພີ່ມຂຶ້ນ 7,1% (ບໍ່ບັນລຸຄາດໝາຍ 8%) GDP ສະເລ່ຍຕໍ່ຫົວຄົນເທົ່າກັບ 7,8 ລ້ານກີບ
(ແຜນການ 8,3 ລ້ານກີບ) ຫຼື ປະມານ 922 ໂດລາສະຫະລັດ ໃນນັ້ນຂະແໜງກະສິກຳເພີ່ມຂຶ້ນ 3,1% ຂະແໜງອຸດສາຫະ
ກຳເພີ່ມຂຶ້ນ 12,5%  ແລະ ຂະແໜງບໍລິການເພີ່ມຂຶ້ນ 7,7% ສະພາບເສດຖະກິດມະຫາພາກ ເປັນຕົ້ນ ອັດຕາເງິນເຟີ້ໂດຍ
ສະເລ່ຍ 6 ເດືອນເທົ່າກັບ 3,17% (ໃນ 8 ເດືອນ 2,14%) ສ່ວນອັດຕາແລກປ່ຽນກໍມີສະຖຽນລະພາບ ຄ່າຂອງເງິນກີບແຂງ
ຂຶ້ນ 9,11% ເມື່ອທຽບກັບເງິນໂດລາສະຫະລັດ ແລະ 13,12% ເມື່ອທຽບກັບເງິນບາດ.
               ເຖິງຢ່າງໃດກໍຕາມ ຈາກຜົນກະທົບຈາກວິກິດການເງິນໂລກ ແລະ ຜົນກະທົບຈາກໄພນ້ຳຖ້ວມ ຊຶ່ງເຮັດໃຫ້ການ
ປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານໃນ 6 ເດືອນຕົ້ນຂອງສົກປີ 2008-2009 ມີບາງດ້ານບໍ່
ບັນລຸຄາດໝາຍ ແລະ ຄາດຄະເນວ່າໃນ 6 ເດືອນທ້າຍສົກປີນີ້ ສະພາບແວດລ້ອມໂດຍລວມຈະສືບຕໍ່ຜັນແປຢ່າງສັບສົນ
ແລະ ບໍ່ອຳນວຍໃຫ້ແກ່ການບັນລຸຄາດໝາຍຂອງແຜນການ ກໍຄືມະຕິເລກທີ 92/ສພຊ-VI ລົງວັນທີ 19/8/ 2008 ນັ້ນໄດ້
ສະນັ້ນ ລັດຖະບານຈຶ່ງຂໍສະເໜີຕໍ່ກອງປະຊຸມເພື່ອພິຈາລະນາຫຼຸດຄາດໝາຍການເຕີບໂຕຂອງ GDP ໃນສົກປີ 2008-2009
ຈາກ 8% ມາເປັນ 7,5% ໂດຍບໍ່ດັດແກ້ແຜນລາຍຈ່າຍ.
               ຕາມການຄິດໄລ່ຂອງກະຊວງການເງິນ ລາຍຮັບງົບປະມານໃນສົກປີນີ້ ຈະບໍ່ໄດ້ຕາມຄາດໝາຍ ປະມານ 500 ຕື້
ກີບ ເທົ່າກັບ 6,53% ຂອງແຜນການ ອັນນີ້ໝາຍຄວາມວ່າ ຖ້າບໍ່ດັດແກ້ແຜນລາຍຈ່າຍ ການຂາດດຸນຕ້ອງເພີ່ມຂຶ້ນ ສະນັ້ນ
ຈຶ່ງມີຂໍ້ສະເໜີດັດແກ້ແຜນລາຍຈ່າຍ ການຂາດດຸນຕ້ອງເພີ່ມຂຶ້ນ ສະນັ້ນ ຈຶ່ງມີຂໍ້ສະເໜີດັດແກ້ຜົນການຂາດດຸນງົບປະມານ
ຈາກ 4,56% ເປັນ 5% ຂອງ GDP. 
               ເປັນຫຍັງລັດຖະບານ ຈຶ່ງບໍ່ຂໍດັດແກ້ແຜນລາຍຈ່າຍ?
               ລັດຖະບານຖືວ່າ ການປະຕິບັດແຜນລາຍຈ່າຍ ແມ່ນມາດຕະການສຳຄັນສຳລັບຍູ້ການເຕີບໂຕຂອງເສດຖະກິດ
ແລະ ການພັດທະນາສັງຄົມ ຢາກໃຫ້ເສດຖະກິດເຕີບໂຕ ຕ້ອງມີການໃຊ້ຈ່າຍເພື່ອລົງທຶນເຂົ້າໃນຂະແໜງການ ແລະ ໂຄງ
ການທີ່ຈຳເປັນ ສະນັ້ນ ລັດຖະບານຈຶ່ງບໍ່ຂໍດັດແກ້ແຜນລາຍຈ່າຍ ແລະ ຈະຊອກທຸກວິທີເພື່ອຂຸດຄົ້ນລາຍຮັບມາດຸນດ່ຽງແຜນ
ລາຍຈ່າຍດັ່ງກ່າວ.
               ເຮັດແນວໃດ ຈຶ່ງຈະມີລາຍຮັບ 500 ຕື້ ມາດຸນດ່ຽງລາຍຈ່າຍນັ້ນ?
               1/. ລັດຖະບານຈະເພີ່ມທະວີການຊີ້ນຳ ແລະ ຄຸ້ມຄອງການຂຸດຄົ້ນລາຍຮັບ ດ້ວຍຄວາມພະຍາຍາມສຸດຂີດ ໄປ
ຄຽງຄູ່ກັບການສະກັດກັ້ນ ແລະ ກຳຈັດການຮົ່ວໄຫຼຂອງລາຍຮັບ ຂຸດຄົ້ນແຫຼ່ງລາຍຮັບໃໝ່ເພີ່ມເຕີມທີ່ພໍສາມາດຂຸດຄົ້ນໄດ້ ຊຶ່ງ
ທ່ານລັດຖະມົນຕີວ່າການກະຊວງການເງິນ ຈະມີຄຳເຫັນຊີ້ແຈງຕື່ມ.
               2/. ຈະລະດົມແຫຼ່ງທຶນຊ່ວຍເຫຼືອລ້າ ແລະ ການກູ້ຢືມຈາກພາຍນອກ ຊຶ່ງລັດຖະບານເຫັນວ່າຍັງມີຄວາມເປັນ
ໄປໄດ້.
               3/. ຖ້າຫາກຍັງມີຄວາມຈຳເປັນແທ້ໆ ລັດຖະບານຈະອອກພັນທະບັດລະດົມທຶນຈາກສັງຄົມ ເພື່ອປະຕິບັດໂຄງ
ການບູລິມະສິດ ແຕ່ຈະອອກໃນລະດັບທີ່ຈະບໍ່ສ້າງຜົນກະທົບຕໍ່ສະຖຽນລະພາບດ້ານການເງິນ-ເງິນຕາ.
               ນອກຈາກນີ້ ລັດຖະບານກໍຈະສືບຕໍ່ຄົ້ນຄ້ວາດຳເນີນມາດຕະການອື່ນໆທີ່ຈຳເປັນຕື່ມອີກ.

__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard