Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ອະນຸສາວະລີ ປະທານ ສຸພານຸວົງ ສຳເລັດ ແລ້ວ !!
Anonymous

Date:
ອະນຸສາວະລີ ປະທານ ສຸພານຸວົງ ສຳເລັດ ແລ້ວ !!




ປັດຈຸບັນ ຂະບວນການກະກຽມສະເຫຼີມສະຫຼອງ ວັນຄ້າຍວັນເກີດຂອງທ່ານປະທານ ສຸພານຸວົງ ຄົບຮອບ 100
ປີ ໄດ້ມີຂະບວນການຟົດຟື້ນໃນທົ່ວປະເທດ ໂດຍສະເພາະຢູ່ແຂວງຫຼວງພະບາງ ຊຶ່ງເປັນຖິ່ນກຳເນີດຂອງທ່ານປະທານ ສຸ
ພານຸວົງ ແມ່ນໄດ້ມີຫຼາຍຂະບວນການ ທີ່ຫ້າງຫາກະກຽມໃນມື້ສະເຫຼີມສະຫຼອງນີ້.

   ທ່ານ ອຸດອນ ຈັນທະວົງ ຫົວໜ້າຮັບຜິດຊອບອາະຸສາວະລີ ປະທານ ສຸພານຸວົງ ໄດ້ລາຍງານໃຫ້ຮູ້ວ່າ: ການກໍ່
ສ້າງອະນຸສາວະລີສຸພານຸວົງ ຢູ່ແຂວງຫຼວງພະບາງ ແມ່ນໄດ້ກຳນົດເອົາສະຖານທີ່ຕະຫຼາດເກົ່າ ຢູ່ບ້ານນາວຽງຄຳ ໃນເນື້ອທີ່
ທັງໝົດ 13.000 ກ່ວາຕາແມັດ ເຊິ່ງເລີ່ມລົງມືກໍ່ສ້າງມາແຕ່ກາງເດືອນພະຈິກ ປີ 2007 ຊຶ່ງໄດ້ແບ່ງອອກເປັນສອງຂັ້ນຕອນ
ການກໍ່ສ້າງ ໂດຍແມ່ນບໍລິສັດຫຸ້ນສ່ວນຊຳເໜືອກໍ່ສ້າງ ເປັນຜູ້ຮັບເໝົາກໍ່ສ້າງ ແລະ ເຈົ້າຂອງໂຄງການ ພັກ ລັດຖະບານ ໄດ້
ມອບໃຫ້ຄະນະຮັບຜິດຊອບຫໍພິພິຕະພັນ ໄກສອນ ພົມວິຫານ ແຂວງຫຼວງພະບາງ ເປັນເຈົ້າຂອງໂຄງການ ໃນມູນຄ່າ 10
ກ່ວາຕື້ກີບ ຊຶ່ງການກໍ່ສ້າງຂັ້ນຕອນທີໜຶ່ງ ແມ່ນໄດ້ກໍ່ສ້າງແທ່ນຢອງ ພ້ອມປະດັບປະດາລວດລາຍບໍລິເວນແທ່ນຢອງ ແລະ ກໍ່
ສ້າງສຳເລັດແລ້ວ ກໍໄດ້ຮູບຫຼໍ່ທ່ານປະທານ ສຸພານຸວົງ ປະດິດໄວ້ເທິງແທ່ນ ຊຶ່ງຮູບຫຼໍ່ທ່ານປະທານ ສຸພານຸວົງ ນີ້ໄດ້ຮັບການ
ຊ່ວຍເຫຼືອຫຼໍ່ຈາກລັດຖະບານ ສາທາລະນະລັດ ປະຊາຊົນຈີນ ດ້ວຍທອງສຳລິດ ມີນ້ຳໜັກ 4 ໂຕນ ລວງສູງ 5,4 ແມັດ ມອບ
ໃຫ້ລັດຖະບານແຫ່ງ ສປປ ລາວ ຫຼັງຈາກນັ້ນ ຂັ້ນຕອນທີສອງນີ້ແມ່ນເປັນວຽກທີ່ປິ່ນອ້ອມທີ່ມີທັງປະດັບປະດາບໍລິເວນກໍ່ສ້າງ
ຫ້ອງນ້ຳ ຫ້ອງວາງສະແດງຮູບພາບຊີວິດ ແລະ ການເຄື່ອນໄຫວປະຕິວັດຂອງທ່ານປະທານ ສຸພານຸວົງ ການປູກຫຍ້າ ຕິດຕັ້ງ
ແສງສະຫວ່າງ ແລະ ວຽກອື່ນໆ ຊຶ່ງມາຮອດປັດຈຸບັນນີ້ ແມ່ນສຳເລັດ 100% ປັດຈຸບັນມີແຕ່ຈະຈັດພິທີມອບ-ຮັບ ຊຶ່ງພິທີ
ມອບ-ຮັບນີ້ ອີງຕາມການຄົ້ນຄ້ວາຂອງສູນກາງສົມທົບກັບແຂວງ ຈະເອົາມື້ສະເຫຼີມສະຫຼອງເປັນມື້ພິທີເປີດປ້າຍອະນຸສາວະ
ລີ ປະທານ ສຸພານຸວົງ ນີ້ ຊຶ່ງຄາດວ່າຈະຈັດຂຶ້ນໃນວັນທີ 7 ກໍລະກົດນີ້ ເປັນມື້ສະຫຼອງ.

   ທ່ານ ອຸດອນ ຈັນທະວົງ ຍັງໄດ້ລາຍງານໃຫ້ຮູ້ຕື່ມວ່າ: ນອກຈາກສຳເລັດການກໍ່ສ້າງອະນຸສາວະລີທ່ານປະທານ
ສຸພານຸວົງ ນີ້ແລ້ວ ທົ່ວແຂວງຫຼວງພະບາງກໍໄດ້ປຸກລະດົມຂະບວນການຕ່າງໆ ເອົາໃຈໃສ່ຄວາມເປັນລະບຽບຮຽບຮ້ອຍ ເປັນ
ຕົ້ນແມ່ນຄວາມສະອາດສວຍງາມໃນຕົວເມືອງ ການປະດັບປະດາ ການອະນາໄມ ການປ້ອງກັນຄວາມສະຫງົບ ຄວາມເປັນ
ລະບຽບຮຽບຮ້ອຍ ໃນການສັນຈອນ ແລະ ອື່ນໆ ພິເສດຍັງໄດ້ມີການເຄື່ອນໄຫວສະແດງສິລະປະ ດ້ວຍການກວດສອບບັນດາ
ຂັບລຳ ຮ້ອງເພງ ການຟ້ອນ ເພື່ອຮັບໃຊ້ເຂົ້າໃນງານສະແດງສະເຫຼີມສະຫຼອງ ວັນຄ້າຍວັນເກີດໃນມື້ນັ້ນ ທີ່ມີການສະແດງ
ມ່ວນຊື່ນຕະຫຼອດ 24 ຊົ່ວໂມງ ນອກຈາກນີ້ ກໍຍັງມີຫຼາຍໆລາຍການ.

   ສະນັ້ນ ໃນນາມຄະນະຮັບຜິດຊອບງານສະເຫຼີມສະຫຼອງ ວັນຄ້າຍວັນເກີດ ຄົບຮອບ 100 ປີນີ້ ຂໍເຊີນຊວນພໍ່ແມ່
ພີ່ນ້ອງປະຊາຊົນບັນດາເຜົ່າໃນທົ່ວປະເທດ ພ້ອມກັນເຂົ້າຮ່ວມງານສະຫຼອງໃນປີນີ້



__________________
Anonymous

Date:

ເຫັນຮູບປັ້ນ ໃນທ່າຕົບມື ມີຄວາມໝາຍຫຍັງ. ຫຼືວ່າທ່າຮ້ອງເພງຊົມເຊີຍ ຊົມເຊີຍ ໄຊຊະນະ.

__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard