Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຮູບເງົາໃຫມ່ຂອງລາວ
Anonymous

Date:
ຮູບເງົາໃຫມ່ຂອງລາວ




ວັນອາທິດ ທີ 7/6/2009 ແລ້ວນີ້ ໄດ້ມີໂອກາດໄປເບິ່ງຮູບເງົາຢູ່ໂຮງທີ່ສູນການຄ້າລາວ-ໄອເຕັກ ເພື່ອຢາກຮູ້ວ່າ
ສີມືສ້າງ ແລະ ກຳກັບຮູບເງົາຈາກຄົນລາວ ຄົນໜຸ່ມ ຈະເປັນຢ່າງໃດ?.
               ກ່ອນອື່ນ "ແນວລາວ" ຍອມຮັບວ່າ ຕົນເອງບໍ່ຖະໜັດເລື່ອງນີ້ ໂດຍສະເພາະເຕັກນິກການຖ່າຍທຳຕ່າງໆ ສະນັ້ນ
ຈຶ່ງຈະບໍ່ຂໍກ່າວເຖິງ ແຕ່ຢາກເວົ້າເຖິງເນື້ອໃນນໍ?.
               ຜ່ານການຊົມແຕ່ຕົ້ນຈົນຈົບຮູບເງົາເລື່ອງ "ຢາກເປັນທະຫານ" ກໍເຫັນວ່າ ສີມືກໍບໍ່ໜ້ອຍໜ້າ ໂດຍສະເພາະນັກ
ສະແດງ ເຊິ່ງລ້ວນແລ້ວແຕ່ແມ່ນສະໝັກຫຼິ້ນ ບໍ່ເຄີຍຜ່ານໂຮງຮຽນ ບໍ່ເຄີຍຜ່ານການເຝິກອົບຮົມເປັນລະບົບ ແຕ່ທຸກຢ່າງກໍ
ອອກມາຢ່າງດີ ຖ້າທຽບໃສ່ມືອາຊີບ... ອັນເດັ່ນສຳລັບຜູ້ຂຽນ ແມ່ນເພງປະກອບໃນຮູບເງົາເລື່ອງສ້າງອາລົມກະຕຸ້ນຈິດໃຈໃຫ້
ຜູ້ຊົມ ໂດຍສະເພາະຊາວໜຸ່ມ ຮູ້ເຖິງພາລະບົດບາດ ແລະ ຄວາມຮັບຜິດຊອບຕໍ່ຊາຕາກຳຂອງປະເທດຊາດບ້ານເມືອງຂອງ
ກຳລັງປ້ອງກັນຊາດພວກເຮົາ ເຊິ່ງຍາມໃດກໍຈົງຮັກພັກດີຕໍ່ຊາດຕໍ່ປະຊາຊົນ ແລະ ທຸກສິ່ງທຸກຢ່າງ ລວມໄປເຖິງຊີວິດເລືອດ
ເນື້ອພວກເພິ່ນກໍສາມາດສະຫຼະເພື່ອຊາດໄດ້.
               ແນ່ນອນ ທຸກສິ່ງຢ່າງຍ່ອມປາສະຈາກບໍ່ໄດ້ຈຸດບົກຜ່ອງບາງອັນ ແຕ່ໂດຍລວມແລ້ວ ຮູບເງົາເລື່ອງນີ້ກໍເປັນອີກແງ່
ມູມໜຶ່ງທີ່ສະທ້ອນໃຫ້ເຫັນມູນເຊື້ອອັນສະຫງ່າອົງອາດຂອງກອງທັບປະຊາຊົນລາວພວກເຮົາ ໃນການຕໍ່ສູ້ກູ້ຊາດຕ້ານຈັກ
ກະພັດຜູ້ຮຸກຮານ ກໍຄືໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ... ຮູ້ເຖິງລະບຽບວິໄນເຫຼັກຂອງກອງທັບ ຮູ້ເຖິງ
ການພົວພັນກັບປະຊາຊົນດັ່ງປາກັບນ້ຳ.
               ຜູ້ຂຽນປະເອີບໃຈ ແລະ ອອນຊອນນຳສຽງເພັງປະກອບ ໂດຍສະເພາະເພງ "ຢາກເປັນທະຫານ" ເຫັນວ່າມີເນື້ອ
ໃນກິນໃຈ ແລະ ປຸກລະດົມໄດ້ເປັນຢ່າງດີ ຫາກຕັ້ງໃຈຟັງ ແລະ ຕິດຕາມເນື້ອເລື່ອງຂອງຮູບເງົາແລ້ວຈະຮູ້ສຶກພູມໃຈຈົນໜັງ
ຄີງລຸກ... ນ້ຳຕາຊຶມເບົ້າ.
               ໂຊກດີຂອງຜູ້ຂຽນແມ່ນມີໂອກາດລົມນຳພະເອກ ແລະ ນາງເອກຂອງເລື່ອງ ເຊິ່ງເປັນໄວໜຸ່ມ... ພວກເຂົາຕັ້ງໃຈ
ສະແດງ ແລະ ຜ່ານການສະແດງນີ້ ພວກເຂົາກໍຮັບຮູ້ວ່າ ມີຫຼາຍສິ່ງຫຼາຍຢ່າງໃນຊີວິດທະຫານທີ່ພວກເຂົາບໍ່ຮູ້... ແຕ່ຜ່ານ
ຄັ້ງນີ້ ພວກເຂົາໄດ້ຮູ້ເຖິງຄວາມລຳບາກ ຄວາມອົດທົນ ຄວາມຊື່ສັດຕໍ່ພັກ ຕໍ່ປະເທດຊາດ ຕໍ່ປະຊາຊົນຂອງທະຫານກອງທັບ
ປະຊາຊົນລາວ.
               ຢາກໃຫ້ເພື່ອນຜູ້ອ່ານ ແລະ ພວກທ່ານ ຈົ່ງຍາດເວລາໄປເບິ່ງຮູບເງົາເລື່ອງນີ້ ເພື່ອເປັນກຳລັງໃຈແກ່ນັກສ້າງ
ແລະ ຜູ້ກຳກັບຄົນລາວເຮົາເອງ...

__________________
Anonymous

Date:

ຢາກເບີ່ງເດຄືຊິມ່ວນນໍ, ຂໍເວບລິງແດ່ຊິໄດ້ບໍນໍ


__________________
Anonymous

Date:

ຢາກໄປເບິ່ງຢູ່ ແຕ່ຢ້ານເນື້ອໃນຂອງເພງ ຢາກເປັນທະຫານ ກິນໃຈໝົດແລ້ວສິຫາໃຈໃໝ່
ໃສ່ບໍໃດ້ ຄັນເພິ່ນແຖມໃຈນໍາຄືສິດີນໍ. ເຖິງທ່ານນັກຂຽນສຽງເຈົ້າຄືນັກປະຕິວັດ100ປີນໍ.



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard