Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຕາຍແລ້ວ ຕາຍແລ້ວ
Anonymous

Date:
ຕາຍແລ້ວ ຕາຍແລ້ວ




 ອຳນາດການປົກຄອງບ້ານນາທາມ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ໄດ້ນຳພາສື່ມວນຊົນ ລົງໄປກວດ
ກາເບິ່ງສະພາບການຕົວຈິງ ທີ່ມີປາຕາຍຈຳນວນຫຼາຍ ທີ່ເກີດຂຶ້ນໃນບໍລິເວນໜອງຫານ ຂອບເຂດບ້ານດັ່ງກ່າວ ໃນວັນທີ 21
ພຶດສະພາ 2009 ນີ້ ໜອງຫານມີເນື້ອທີ່ປະມານ 210 ເຮັກຕາ ໃນນີ້ມີເຂດອະນຸຮັກສັດນ້ຳ ປະມານ 6 ເຮັກຕາ ເປັນໜອງ
ນ້ຳທຳມະຊາດ ທີ່ມີຄວາມອຸດົມສົມບູນແຫ່ງໜຶ່ງ ທັງເປັນທີ່ຢູ່ອາໄສຂອງປູ ປາ ກຸ້ງ ຫອຍ ໃຫຍ່ນ້ອຍ ຫຼາຍຊະນິດ ແລະ ເປັນ
ແຫຼ່ງທຳມາຫາກິນທີ່ອຸດົມສົມບູນທີ່ສຸດ ຂອງປະຊາຊົນຈຳນວນຫຼວງຫຼາຍ ໃນບໍລິເວນດັ່ງກ່າວ ໂດຍສະເພາະແມ່ນບ້ານນາ
ທາມ ແລະ ບ້ານນາຊອນ ແຕ່ມາຮອດປັດຈຸບັນ ໜອງນ້ຳດັ່ງກ່າວ ໄດ້ຮັບຜົນກະທົບຢ່າງໜັກໜ່ວງທີ່ສຸດ ຈາກນ້ຳເປື້ອນທີ່ໄຫຼ
ອອກຈາກໂຮງງານຜະລິດແປ້ງມັນຕົ້ນອິນໂດໄຊນາ ຕັ້ງຢູ່ບ້ານນາຊອນ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ທີ່ປ່ອຍໄຫຼຜ່ານ
ຫ້ວຍກອຍ ແລ້ວໄຫຼ່ສູ່ໜອງຫານ ມີຄວາມຍາວປະມານ 4 ກິໂລແມັດ ເຊິ່ງໄດ້ເຮັັດໃຫ້ນ້ຳທີ່ເຄີຍອຸດົມສົມບູນ ເນົ່າເໝັນ ປູ ປາ
ຫອຍ ແລະ ອື່ນໆ ໂດຍສະເພາະເຂດອະນຸຮັກ ປາຈຳນວນຫຼາຍແສນໂຕຕາຍຟູນ້ຳ ຢ່າງທີ່ເຫັນໃນພາບ ເຊິ່ງເລີ່ມຕາຍມາໄດ້
2 ມື້ແລ້ວ ມື້ນີ້ເປັນມື້ທີ 3 ແລະ ຍັງຈະສືບຕໍ່ຕາຍຫຼາຍຂຶ້ນ ຖ້າບໍ່ມີການປັບປຸງແກ້ໄຂໂດຍໄວ ແລະ ມັນຈະສົ່ງຜົນກະທົບຢ່າງ
ຮ້າຍແຮງໂດຍກົງ ຕໍ່ການທຳມາຫາກິນປະຊາຊົນ ເຊິ່ງສ່ວນໃຫຍ່ແມ່ນຢຶດຖືອາຊີບຫາປາ ນອກນີ້ຍັງຈະມີຜົນກະທົບຕໍ່ສັດ
ລ້ຽງ ສິ່ງທີ່ມີຊີວິດຢູ່ອ້ອມຂ້າງ ແລະ ຕໍ່ປະຊາຊົນໃນປັດຈຸບັນ ແລະ ຕໍ່ໜ້າ ເພາະວ່າໜອງດັ່ງກ່າວ ເມື່ອມີນ້ຳຂຶ້ນອີກມັນຈະໄຫຼ
ລົງສູ່ນ້ຳງື່ມ ແລະ ຈະໄຫຼລົງສູ່ນ້ຳຂອງ ເຊິ່ງມັນຍິ່ງຈະສົ່ງຜົນຮ້າຍແຮງເປັນບໍລິເວນກວ້າງອີກ.
               ດັ່ງນັ້ນ ທາງອຳນາດການປົກຄອງບ້ານ ຈຶ່ງຂໍສະເໜີມາຍັງພາກສ່ວນກ່ຽວຂ້ອງ ໃຫ້ມາແກ້ໄຂໄວທີ່ສຸດຍິ່ງເປັນ
ການດີ ທາງທີ່ດີແມ່ນຢາກໃຫ້ໂຮງງານຢຸດເຊົາຜະລິດຊົ່ວຄາວ ແລະ ຄວນທົດແທນຄ່າເສ່ຍຫາຍຄືນ ເພາະວ່າຜ່ານມາທາງ
ອຳນາດການປົກຄອງບ້ານ ໄດ້ສະເໜີຕໍ່ເມືອງ ເມືອງກໍໄດ້ສະເໜີຕໍ່ນະຄອນຫຼວງ ແລະ ກໍໄດ້ລົງມາກວດກາຫຼາຍຄັ້ງແລ້ວ ແຕ່
ກໍຍັງບໍ່ໄດ້ຮັບການແກ້ໄຂເລີຍ.

__________________
Anonymous

Date:

ຕາຍຄັກຕາຍແນ່ ແລະກໍຕາຍອີ່ຫຼີນໍ ຄາຍຈົນຟູນອງ ເດັຍລະດາດ.
ຂອບໃຈນໍາໜັງສືພີມທີ່ລົງຂ່າວກ່ຽວກັບເຫດການນີ້, ຫວັງວ່າຄະນະປົກຄອງທີ່ມີ
ສ່ວນກ່ຽວຂ້ອງຄົງຈະຮີບແກ້ໄຂ ເພາະມັນເປັນຜົນສະທອ້ນອັນໃຫ່ຍຫຼວງຕໍ່ການດໍາລົງ
ຊີວິດຂອງ ປະຊົນບັນດາເຜົ່າ.


__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard