Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ເວລາໃດການນຳໃຊ້ພາສາລາວ ຈະເປັນເອກະພາບ ?
Anonymous

Date:
ເວລາໃດການນຳໃຊ້ພາສາລາວ ຈະເປັນເອກະພາບ ?




  ອີງໃສ່ເນື້ອໃນຂອງຄຳສັ່ງແນະນຳ ສະບັບເລກທີ 10/ນຍ ລົງວັນທີ 4 ມິຖຸນາ 1994 ວ່າດ້ວຍການຈັດຕັ້ງຄົ້ນຄ້ວາ
ຫຼັກການພາສາສາດລາວ ຊຶ່ງເຕັມໄປດ້ວຍເນື້ອໃນ ແລະ ເຫດຜົນທີ່ຄວນນຳມາສະເໜີໃຫ້ທ່ານຜູ້ອ່ານໄດ້ຮັບຮູ້ນຳກັນວ່າ
ພັກ ແລະ ລັດຖະບານ ຍາມໃດກໍໄດ້ເອົາໃຈໃສ່ປົກປັກຮັກສາ ແລະ ສົ່ງເສີມມໍລະດົກລວມຂອງຊາດ ເຊັ່ນ: ພາສາລາວ.
               ພວກເຮົາຮັບຮູ້ແລ້ວວ່າ ວິວັດທະນາການຂອງພາສາລາວເຮົາ ແມ່ນຕິດພັນກັບປະຫວັດສາດຂອງຄວາມເປັນ
ຊາດ ທີ່ມີອະລິຍະທຳມາແຕ່ບູຮານນະການໃນແຕ່ລະສະໄໝ ບັນດານັກປາດອາຈານຜູ້ດີເດັ່ນ ແລະ ມີຄວາມຮັກໃນພາສາ
ຊາດຂອງຕົນ ກໍໄດ້ຂຽນໄວ້ໃນສີລາຈາລຶກ ບັນທຶກໄວ້ເປັນຄຳພີໃບລານຈຳນວນຫຼວງຫຼາຍ ຊຶ່ງມາຮອດປັດຈຸບັນ ສິ່ງເຫຼົ່ານັ້ນ
ບໍ່ພຽງແຕ່ເປັນສົມບັດອັນລ້ຳຄ່າທາງດ້ານວັດທະນະທຳ ພາສາ ວັນນະຄະດີຂອງຊາດ ຫາກຍັງເປັນແຫຼ່ງຂໍ້ມູນທາງວິຊາ
ການໃຫ້ແກ່ການຄົ້ນຄ້ວາ ເສີມຂະຫຍາຍໃຫ້ອຸດົມຮັ່ງມີສືບຕໍ່ໄປ.
               ໃນຫຼາຍປີມານີ້ ພາກສ່ວນທີ່ກ່ຽວຂ້ອງ ພ້ອມດ້ວຍບັນດານັກຄົ້ນຄ້ວາ ຄູ-ອາຈານ ພະສົງ ແລະ ຜູ້ສະຫງວນຮັກ
ທາງດ້ານພາສາ ວັນນະຄະດີລາວ ກໍໄດ້ມີການຄົ້ນຄ້ວາປະດິດຄິດແຕ່ງ ແລະ ຈັດພິມໃຫ້ເປັນປຶ້ມອ່ານ ຕຳລາ ແລະ ເອກະ
ສານຕ່າງໆ ອັນໄດ້ກາຍເປັນຫຼັກສູດສິດສອນຢູ່ຕາມໂຮງຮຽນ ເປັນຄູ່ມືທາງວິຊາການເພື່ອການຄົ້ນຄ້ວາ ແລະ ທັງເປັນການ
ສືບຕໍ່ພັດທະນາພາສາລາວເຮົາໃຫ້ໄປຄຽງຄູ່ກັບການຂະຫຍາຍຕົວທາງດ້ານການເມືອງ ເສດຖະກິດ-ສັງຄົມ ແລະ ວິທະຍາ
ສາດ-ເຕັກນິກຢູ່ປະເທດເຮົາ.
               ດັ່ງນັ້ນ ເພື່ອເຮັດໃຫ້ການນຳໃຊ້ພາສາລາວເຮົາມີບ່ອນອີງອັນຖືກຕ້ອງຕາມຫຼັກວິທະຍາສາດ ແລະ ເປັນເອກະ
ພາບກັນໃນທົ່ວປະເທດ ພວກເຮົາກໍຄວນມີ "ສະພາຄົ້ນຄ້ວາຫຼັກພາສາລາວ" ສະເພາະ.
               "ສະພາຄົ້ນຄ້ວາຫຼັກພາສາລາວ ຄວນປະກອບດ້ວຍພະນັກງານວິຊາການຈາກກະຊວງທີ່ກ່ຽວຂ້ອງ ແລະ ຈາກ
ພາກສ່ວນອື່ນ ພ້ອມກັນນັ້ນກໍຄວນເຊີນບັນດາຜູ້ຊົງຄຸນວຸດທິ ນັກປາດອາຈານ ພະສົງທີ່ເຫັນວ່າມີຄວາມຮອບຮູ້ທາງດ້ານ
ພາສາສາດລາວເຂົ້າຮ່ວມນຳ ເພື່ອຍາດແຍ່ງເອົາຄວາມຄິດຄວາມເຫັນ ແລະ ໃຫ້ຄຳປຶກສາຕ່າງໆ.
               ສະພາດັ່ງກ່າວນີ້ ໃນເບື້ອງຕົ້ນມີໜ້າທີ່ຈັດຫາ ລວບລວມ ຄົ້ນຄ້ວາ ແລະ ວາງອອກເອກະສານ ກ່ຽວກັບຫຼັກການ
ພາສາລາວ ເພື່ອເປັນບ່ອນອີງໃຫ້ແກ່ການປຶກສາຫາລື ແລະ ຍາດແຍ່ງເອົາຄວາມຄິດຄວາມເຫັນນຳບັນດາທ່ານ ຜູ້ຊົງຄຸນ
ວຸດທິ-ນັກປາດອາຈານ ພະສົງ ທີ່ເຫັນວ່າມີຄວາມຮອບຮູ້ທາງດ້ານພາສາສາດລາວ ຈາກນັ້ນຈຶ່ງນຳສະເໜີໃຫ້ລັດຖະບານ
ຮັບຮອງເອົາ.
               ການຄົ້ນຄ້ວາ ເພື່ອກຳນົດຫຼັກພາສາລາວ ດ້ານພື້ນຖານແມ່ນໃຫ້ອີງໃສ່ໜາກຜົນແຫ່ງການຄົ້ນຄ້ວາຂອງບັນດາ
ນັກປາດອາຈານ ແລະ ຜູ້ຮອບຮູ້ດ້ານອັກສອນສາດພາສາລາວ ຮຸ່ນກ່ອນໆ ເຊັ່ນ: ເຈົ້າເພັດຊະລາດ ທ່ານ ມະຫາແກ້ວ
ທ່ານ ສົມຈິນ ປິແອງິນ ທ່ານ ມະຫາສີລາ ວິລະວົງ ທ່ານ ພູມີ ວົງວິຈິດ ແລະ ທ່ານຜູ້ອື່ນໆ.
               ການກຳນົດເຄົ້າມູນຂອງພາສາລາວໂດຍຫຼັກການ ແມ່ນໃຫ້ຖືເອົາພາສາລາວເປັນພື້ນຖານ ແລະ ອີງໃສ່ພາສາ
ບາລີ ແລະ ສັນສະກິດ ພ້ອມກັນນັ້ນກໍຄວນມີການສົມທົບເປັນຢ່າງດີ ລະຫວ່າງການນຳໃຊ້ພາສາລາວເດີມ ກັບການນຳໃຊ້
ພາສາລາວສະໄໝໃໝ່ ແລະ ການຂະຫຍາຍຕົວຂອງພາສາທາງການເມືອງ ເສດຖະກິດ ວັດທະນະທຳ-ສັງຄົມ ແລະ
ວິທະຍາສາດ-ເຕັກນິກ.
               ຖ້າຫາກວ່າ "ສະພາຄົ້ນຄ້ວາຫຼັກພາສາລາວ" ໄດ້ເກີດຂຶ້ນຈິງ ກໍຄົງຈະມີປະໂຫຍດມະຫາສານ ຈະເຮັດໃຫ້ການ
ນຳໃຊ້ພາສາລາວ ຊຶ່ງຄົນລາວເປັນເຈົ້າຂອງ ແຕ່ກຳລັງຂຽນຖືກ-ຂຽນຜິດ ແລະ ຊະຊາຍ ກະແຈກກະຈາຍຢູ່ນີ້ ໃຫ້ກັບຄືນສູ່
ສະພາບຄວາມເປັນເອກະພາບກັນ ຄົງຈະງ່າຍກ່ວາການຂຽນ ແລະ ນຳໃຊ້ຕາມໃຈມັກຂອງໃຜມັນ ແລະ ຄົງຈະຢຸດສ້າງ
ຄວາມສັບສົນໄດ້ດີສົມຄວນ.

Vientianemai

-- Edited by samakomlao on Sunday 10th of May 2009 08:46:45 PM

__________________
Anonymous

Date:

this is very good idea but who will do that? or You the author of this message should be a pioneer.

__________________
Anonymous

Date:

ຖ້າຫາກວ່າກະຊວງພາສາສາດ ເກີດຂື້ນໄດ້ຂ້າພະເຈົ້າກໍ່ເຫັນດີນໍາ ເພາະວ່າຄືທ່ານເວົ້າມານັ້ນແມ່ນຄວາມຈີງ ພາສາເຮົາມີຄວາມສັບສົນຫລາຍ ນອກຈາກຄວາມສັບສົນແລ້ວ ຍັງມີອີກບັນຫາຫນື່ງທີ່ທາງ ລັດທະບານຄວນເອົາໃຈໃສ່ ຄືປະເທດເຮົາບໍ່ມີພາສາກາງ ຍົກຕົວຢ່າງ: ຄົນທາງພາກເຫນືອ ກໍ່ເວົ້າສໍານຽງຫນື່ງ ຄົນພາກໃຕ້ກໍ່ເວົ້າສໍານຽງຫນື່ງ ພາກກາງກໍ່ເວົ້າອີກສໍານຽງຫນື່ງ. ແຕ່ລະພາກ ກໍ່ມີຄໍາສັບ ບໍ່ຄືກັນ ຍົກຕົວຢ່າງ: ໄທ ວຽງ ວ່າ ຫມາກເຜັດ. ໄທເຫນືອ ວ່າ ຫມາກເອືອດ. ໄທໃຕ້ ວ່າ ຫມາກພິກ ອັນນີ້ເປັນຕົ້ນ. ຖ້າເຮົາມີພາສາກາງ ມັນກໍ່ຈະເປັນການງ່າຍຂື້ນ.



__________________
Anonymous

Date:

ຂະຫນາດວ່າຄິດຈະເຮັດ ຂພຈ ກໍເຫັນດີນຳແລະດີໃຈແລ້ວ!

ຄວາມເປັນເອກະພາບ ກໍຄືຄວາມສາມັກຄີກັນ ແລະເປັນບໍ່ເກີດແຮງຄວາມຈະເຣີນ!


__________________
Anonymous

Date:

ຍາກທີ່ຈະເປັນເອກກະພາບກັນໄດ້ ເພາະສື່ທາງການຂອງລາວເອງກໍຍັງໃຊ້ພາສາລາວບໍ່ຄືກັນ ບາງສະບັບຂຽນວ່າ ຜູ້ຊາຍ ບາງສະບັບກໍຂຽນວ່າ ຜູ່ຊາຍ ບາງສະບັບຂຽນວ່າ ແມງຜູ່ ບາງສະບັບກໍຂຽນວ່າ ແມງພູ່ ແລະຍັງມີຫລາຍຄຳທີ່ຂຽນບໍ່ຄືກັນ

__________________
Anonymous

Date:

Anonymous wrote:

ຍາກທີ່ຈະເປັນເອກກະພາບກັນໄດ້ ເພາະສື່ທາງການຂອງລາວເອງກໍຍັງໃຊ້ພາສາລາວບໍ່ຄືກັນ ບາງສະບັບຂຽນວ່າ ຜູ້ຊາຍ ບາງສະບັບກໍຂຽນວ່າ ຜູ່ຊາຍ ບາງສະບັບຂຽນວ່າ ແມງຜູ່ ບາງສະບັບກໍຂຽນວ່າ ແມງພູ່ ແລະຍັງມີຫລາຍຄຳທີ່ຂຽນບໍ່ຄືກັນ



ຂ້າພຣະເຈົ້າເຫັນດີນໍາທຸກໆຄວາມເຫັນ.ກ່ອນອື່ນໝົດພາກຣັຖບາລ, ໂດຍສະເພາະ
ແມ່ນກະຊວງສຶກສາຄວນໃຫ້ຄວາມສໍາຄັນກ່ຽວກັບບັນຫານີ້.ສື່ມວນຊົລທຸກພາກສ່ວນ
ບໍວ່າຈະເປັນທີວີ,ວິທະຍຸ ຕລອດເຖີງສີລປີນຄວນໃຫ້ຄວາມສໍາຄັນໃນການໃຊ້ພາສາ.

 



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard