Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ນາງ Samantha Orobator ຈະມີທະນາຍເປັນຄົນລາວ
Anonymous

Date:
ນາງ Samantha Orobator ຈະມີທະນາຍເປັນຄົນລາວ


RFA
   
ສປປລາວ ເລື່ອນການ ພິຈາຣະນາ ຄະດີ ນາງ Samantha Orobator ຍີງຄົນອັງກິດ ອາຍຸ 20 ປີ ໃນຂໍ້ຫາເລື້ອງ ຢາເສບຕິດ ໃຫ້ໂທດ ອີກເທື່ອນຶ່ງ ຄືຈາກ ອາທິດນີ້ ໄປໃສ່ ອາທິດໜ້າ ເພາະ ບໍ່ມີເຫດຜົນ ທີ່ຈະໄປແກ່ ຍາວຄະດີນັ້ນ. ຊຶ່ງກ່ອນນີ້ ກໍໄດ້ເລື່ອນຈາກ ທີ່ວ່າຈະມີ ຂຶ້ນໃນປີ 2010 ມາໃສ່ ອາທິດນີ້ນັ້ນ ໂດຍມີ ເຫດຜົນ ຕາມຄໍາເປີດເຜີຍ ຂອງ ໂຄສົກ ກະຊວງການ ຕ່ງປະເທດ ສປປລາວ ວັນທີ 6 ພຶສພາ 2009 ນີ້:

ອັນທີນຶ່ງ ເຫດຜົນ ທີ່ວ່າຜູ້ກ່ຽວ ຖືພາມີທ້ອງ ຕ້ອງໄດ້ຕັດສີນ ຄະດີໂຕ ນີ້ໃຫ້ໄວ ເຫດຜົນເຍື້ອນຈາກ ທິດນີ້ໄປ ທິດໜ້າ ເພາະວ່າ ຜູ້ກ່ຽວຊອກ ທະນາຍຄວາມ ສໍາລັບຜູ້ ກ່ຽວເອງ ບໍ່ໄດ້.

ຊຶ່ງກໍເປັນ ອັນວ່າ ທາງຣັຖບານ ລາວຕ້ອງໄດ້ ຊອກຫາ ທະນາຍຄວາມ ໃຫ້ນາງຕາມ ທີ່ຣະບຸໄວ້ ໃນ ກົດໝາຍຂອງລາວ ແລະມາຮອດ ເວລານີ້ ປາກົດວ່າ ທາງຝ່າຍ ລາວ ໄດ້ມີຣາຍຊື່ ທະນາຍຄວາມ ຈໍານວນນຶ່ງ ທີ່ຈະສເນີ ໃຫ້ນາງຫລືພາກ ສ່ວນກ່ຽວຂ້ອງ ເລືອກເອົາ. ຫລັງຈາກນັ້ນກໍ ຈະຕ້ອງໃຫ້ ເວລາສໍາລັບ ທະນາຍຄວາມ ເພື່ອຮວບຮວມ ຂໍ້ມູນຫລັກຖານ ແລະພົບພໍ້ ເຮັດວຽກກັບ ຜູ້ຕ້ອງຫາ.

ທ່ານ ເຄນທອງ ນວນທະສິງ ກ່າວຕໍ່ໄປ ກ່ຽວກັບ ທະນາຍຄວາມ ຈາກອັງກິດ ທີ່ວ່າຈະມາ ເປັນຜູ້ຕາງໜ້າ ສູ້ຄວາມໃຫ້ນາງ Orobator ແຕ່ຫາກທາງ ການລາວ ບໍ່ອະນຸຍາດ ໃຫ້ໄປພົບ ກັບນາງ Orpbator ນັ້ນວ່າ:
ຄວາມຈິງນາງ ທີ່ວ່າ ຈະມາເປັນ ທະນາຍຄວາມ ໃຫ້ຫັ້ນ ປາກົດວ່າ ບໍ່ເຂົ້າໃຈ ຣະບຽບຫລັກການ ກົດໝາຍຂອງລາວ  ການເຂົ້າໄປ ຢ້ຽມນັກໂທດ ຕ່າງປະເທດ ຢູ່ໃນຄຸກລາວ ນຶ່ງ ຕ້ອງໄດ້ຂຽນ ຈົດໝາຍ ຫາກະຊວງການ ຕ່າງປະເທດ ກົມກົງສູນ ເປັນຜູ້ ພິຈາຣະນາ ຈາກນັ້ນ ຈຶ່ງຈະໄດ້ຂຽນ ຈົດໝາຍ ສເນີ ກະຊວງປ້ອງກັນ ຄວາມສງົບ.

ຫລັງຈາກນັ້ນ ຈຶ່ງຈະແຈ້ງ ໄປຫາຄຸກ ທີ່ກ່ຽວຂ້ອງ ຊຶ່ງອາຈໄຊ້ ເວລາແດ່ ຈັກນ່ອຍ. ນັ້ນກໍເປັນ ຂັ້ນຕອນ ທີ່ຕ້ອງໄດ້ ປະຕິບັດ ກ່ອນໜ້າຈະ ເຂົ້າຢ້ຽມນັກໂທດ ຄົນຕ່າງ ປະເທດ ທີ່ຖືກຄຸມຂັງ ຢູ່ລາວ ທ່ານກ່າວ.

ນາງ Samantha Orobator ຖືກຈັບຂັງຄຸກ ໂພນຕ້ອງ ໃນນະຄອນ ຫລວງວຽງຈັນ ແຕ່ເດືອນ 8 ປີ 2008 ມາ, ພາຍຫລັງຖືກຈັບ ຢູ່ທີ່ສນາມ ບີນວັດໄຕ ໃນຂໍ້ຫາ ພະຍາຍາມ ນໍາເອົາ ຢາເສບຕິດ ເຮໂຣອີນ ອອກຈາກ ປະເທດລາວ 600gram, ໂດຍບໍ່ມີການ ນໍາຕົວຂຶ້ນສານ ເທື່ອ. ແລະການ ພິຈາຣະນາ ຄະດີ ໃນສານ ອາທິດໜ້າ ຕາມກໍານົດໝາຍ ເວລານີ້ນັ້ນ ກໍຈະຖືເປັນ ການ ພິຈາຣະນາ ຄະດີ ນາງ ເທື່ອທໍາອິດ ພາຍຫລັງ ຖືກຂັງຄຸກ ມານານ 9 ເດືອນ.


   



__________________
Anonymous

Date:

ໄດ້ອ່ານຈາກວຽງຈັນໃຫມ່ຄືກັນ ລາວເຮັດຄັກຂະຫນາດ ອັດບາດທ້າຍbiggrin ສື່ອັງກິດກັບອົງກອນອີ່ຫຍັງເພິ່ນເກາະ ເພິ່ນວ່າກັນແນວໃດບາດນີ້ ພວກກິນຢາກ່ອນໄຂ້

__________________
Anonymous

Date:

foreign media doesnt know Lao, so they will not know anything

__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard