Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຂ່າວໂຫດ: ຟັນຄໍແມ່ເຖົ້າ ແລ້ວປຸ້ນເອົາເງິນ
Anonymous

Date:
ຂ່າວໂຫດ: ຟັນຄໍແມ່ເຖົ້າ ແລ້ວປຸ້ນເອົາເງິນ




 ລາກພ້າຂໍ ຟັນຄໍແມ່ເຖົ້າ ເອົາເງິນຕິດຕົວ 6.300.000 ແລະ 300 ໂດລາສະຫະລັດ ເກີດຂຶ້ນຢູ່ບ້ານໂພນຄຳໃຕ້
ເມືອງໂພນໂຮງ ແຂວງວຽງຈັນ ໃນວັນທີ 22/3/09 ຜ່ານມາ.

               ຜູ້ຕ້ອງຫາລາຍນີ້ຊື່ທ້າວ ເຊີຢ່າງ ອາຍຸ 25 ປີ ຢູ່ບ້ານພູສັນ ເມືອງແປກ ແຂວງຊຽງຂວາງ ແລະ ທ້າວ ໄທລີ ອາຍຸ
21 ປີ ຢູ່ບ້ານໜອງຕັ່ງ ເມືອງພູກູດ ແຂວງຊຽງຂວາງ ຜ່ານການສອບປາກຄຳ ພວກກ່ຽວຍອມຮັບສາລະພາບວ່າ: ໃນເບື້ອງ
ຕົ້ນພວກກ່ຽວໄດ້ມາຢ້ຽມຢາມຍາດພີ່ນ້ອງ ບ້ານໂພນຄຳໃຕ້ ເຂດຫຼັກ 52 ເມືອງ ໂພນໂຮງ ແຂວງວຽງຈັນ ແລະ ສືບຮູ້ການ
ເຄື່ອນໄຫວດຳລົງຊີວິດຂອງແມ່ເຖົ້າຕົ້ງຢ່າງ ຢູ່ບ້ານໂພນຄຳໃຕ້ ວ່າມີເງິນຕິດຕົວຫຼາຍ ຈຶ່ງມີແນວຄິດຄາດຕະກຳປຸ້ນເອົາເງິນ
ຂອງແມ່ເຖົ້າຜູ້ໃຈບຸນ ທີ່ເຄີຍລ້ຽງເຂົ້າປາອາຫານໃນນາມລູກຫຼານຍາດພີ່ນ້ອງຮ່ວມຕະກຸນດຽວກັນ ຕົກມາຮອດເວລາປະ
ມານ 10 ໂມງເຊົ້າຂອງວັນທີ 11/3/09 ທ້າວ ເຊີຢ່າງ ຈິ່ງໄດ້ຊວນເອົາທ້າວ ໄທລີ ວາງແຜນການຄາດຕະກຳແມ່ເຖົ້າຕົ້ງ
ຢ່າງ ໂດຍໃຫ້ທ້າວ ໄທລີ ເປັນຜູ້ສັງເກດການຕິດຕາມຄົນຢູ່ຂ້າງນອກ ສ່ວນທ້າວ ເຊີຢ່າງ ໄດ້ເຂົ້າໄປຫາແມ່ເຖົ້າ ແລ້ວຂໍກິນ
ເຂົ້າຢູ່ເຮືອນຄົວ ພາຍຫຼັງກິນເຂົ້າ ແລະ ສັງເກດການເບິ່ງແມ່ເຖົ້າກຳລັງນັ່ງຖັກແສ່ວແພຢູ່ໃນເຮືອນ ບໍ່ລໍຊ້າ ທ້າວ ເຊີຢ່າງ
ໄດ້ຈັບເອົາພ້າຂໍຢູ່ເຮືອນຄົວ ວຽນໄປຂ້າງຫຼັງແມ່ເຖົ້າຕົ້ງຢ່າງ ຟັນລົງໃສ່ກ້ານຄໍຢ່າງແຮງ 2 ບາດຊ້ອນ ເຮັດໃຫ້ແມ່ເຖົ້າຜູ້ໃຈ
ບຸນເຄີຍລ້ຽງເຂົ້າປາອາຫານຫຼານຊາຍຜູ້ໃຈໂຫດຮ້າຍອຳມະຫິດ ສິ້ນລົມຫາຍໃຈຄາທີ່ຢ່າງໜ້າເວດທະນາ ເລືອດໄຫຼອາບ
ພື້ນເຮືອນ ຫຼັງຈາກນັ້ນ ຈຶ່ງລາກແມ່ເຖົ້າເຂົ້າຫ້ອງນອນ ກວດເອົາເງິນດັ່ງກ່າວຈົນກ້ຽງ ລົງຈາກເຮືອນຈົກເອົາເງິນ
200.000 ກີບ ໃຫ້ທ້າວ ໄທລີ ຜູ້ສັງເກດການຢູ່ຂ້າງນອກ ແລ້ວແຍກຍ້າຍກັນໄປ ຫຼັງຈາກນັ້ນ ທ້າວ ເຊີຢ່າງ ໄດ້ຂຶ້ນລົດໂດຍ
ສານຫຼົບໜີໄປເມືອງວັງວຽງ ໄປຕໍ່ແຂວງຫຼວງພະບາງ ແຂວງຫຼວງນ້ຳທາ ແຂວງບໍ່ແກ້ວ ແລ້ວລົງມານະຄອນຫຼວງວຽງຈັນ
ຈົນຮອດວັນທີ 27/3/ 2009 ຜູ້ກ່ຽວຈິ່ງໄດ້ກັບຄືນມາບ້ານໂພນຄຳເໜືອເຂດຫຼັກ 52 ແຂວງວຽງຈັນ ຈິ່ງຖືກເຈົ້າໜ້າທີ່ຈັບຕົວ
ດຳເນີນຄະດີຕາມລະບຽບກົດໝາຍ.

Vientianemai

__________________
Anonymous

Date:

ໂຫ່ confuseconfuseconfuse ຊາອ່ານຊື່ນີ້ ແມ່ນລາວສູງໃດນີ້ ໂຫດຂະຫນາດເນາະ ເວົ້າຮອດລາວສູງ ຄິດຮອດຄຳເວົ້າຂອງຫລາຍຄົນວ່າ ລາວສູງນີ້ ຕັບດຽວ-ໃຈດຽວວ່າຊັ້ນbiggrinbiggrinbiggrin ຈັກໃຈແນວໃດກະຍັງບໍ່ເຂົ້າໃຈໃດນີ້



__________________
Anonymous

Date:

ໂຫດແທ້ ຫນ້າຕາກະຄືວ່າຊົງຄົນໃຈດີຢູ່ເດ້ ນີ້ເນາະເຂົາວ່າຮູ້ຫນ້າບໍ່ຮູ້ໃຈ disbelief.gif

__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard