Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ທ່ານຄິດແນວໃດກ່ຽວກັບ ເວັບໄຊ SEA Games ຂອງລາວ
Anonymous

Date:
ທ່ານຄິດແນວໃດກ່ຽວກັບ ເວັບໄຊ SEA Games ຂອງລາວ


ເຂົ້າໄປເບິ່ງເວັລໄຊຊີເກມແລ້ວອາຍ
http://www.laoseagames2009.com
ສີສັນເສົ້າໜອງ
ບ່ມີສະເນ່ ຫຍັງຫມົດ
ແຖມຍັງເຂົ້າໄດ້ຊ້າ
ຍັງໃຊ້ລະບົບ html ຢູ່ ແລ້ວມັນຈະໄປອັບເດດທ໌ທັນເຫດການຢູ່ບ່
ຂສະເຫນີໃຫ້ປ່ຽນຄົນຣັບຜິດຊອບເຣັດເວັບໃຫມ່ສາ
ອາຍປະເທດອື່ນເຂົາ


__________________
deth

Date:

man leo website seagame lao berng leo bot mee see san yang loei ai pathet kao day pein mai sa....



__________________
Anonymous

Date:

ເວັບໄຊປະເທດດ້ອຍພັດທະນາ ມັນເປັນແນວນີ້ແຫຼະ

__________________
Anonymous

Date:

I think it's all right. You quy always criticise. Why don't we support. Every one learn from mistake and experience by trailing the error.

__________________
Anonymous

Date:

You can do trailing the error anytime, but not SEA GAMES
If you know it is not good, why not change it and develop it?
I hate someone try to avoid their weak points and don't want to develop

__________________
Anonymous

Date:

ເວັບໄຊປະເທດດ້ອຍພັດທະນາ ມັນເປັນແນວນີ້ແຫຼະ

-----------------------------------------

ປະເທດຂອງເຈົ້າແມ່ນປະເທດໃດ ?
ແລະ ເຈົ້າດຽວນີ້ຢູ່ໃສ ?
ພໍ່ຂອງເຈົ້າແມ່ນຄົນຫຍັງ ?
ແມ່ຂອງເຈົ້າແມ່ນຄົນຫຍັງ ?

ຫມາ ມັນຍັງຮູ້ຈັກເຊື້ອຊາດຂອງມັນ ແລະສັນດານຂອງມັນມັກເຫົ່າແບບບໍ່ໄດ້ຄິດກ່ອນເຫົ່າ !


__________________
Anonymous

Date:


ເຂົາເຈົ້າຮັກປະເທດ ເຂົາເຈົ້າຈຶ່ງຕິ
ເພື່ອບໃຫ້ອາຍປະເທດອື່ນ

__________________
Anonymous

Date:

I don't see any things wrong with the website. It looks more beautiful than other SEA game websites.

__________________
Anonymous

Date:

ເຂົາເຈົ້າຮັກປະເທດ ເຂົາເຈົ້າຈຶ່ງຕິ
ເພື່ອບໃຫ້ອາຍປະເທດອື່ນ

 

Criticise too much is not good. Giving feed back is good for improvement or for positive change but the way you criticise should be constructive and from the heart not using rude words or sentences. So can I ask you? If you are always criticised by your boss and others, do you think you would change in positive ways or feel aggressive? Normally, being criticised so much would make people lose confidences and finally they can't do anythings.

The website has nothing wrong? Any thing wrong you can see? I think it depends on your personality. that is why people never get the same wife or husband.



__________________
Anonymous

Date:

ຕາມເບິ່ງກໍ່ຈົບງາມແລະໜ້າດຶງດູດໃຈຢູ່ ແຕ່ການໂຄສະນາການທ່ອງທ່ຽວຍັງບໍ່ທັນຄົບຖ້ວນ, ຖ້າພໍເປັນໄປໄດ້ກໍ່ຢາກໃຫ້ເອົາບ່ອນທ່ອງທ່ຽວຈາກແຂວງອື່ນໃສ່ຕື່ມອີກແດ່ເຊັ່ນຫລວງພະ
ບາງ ຊຽງຂວາງ ແລະຈຳປາສັກ.



__________________
Anonymous

Date:

it is good to criticize then you can find the ways to make it better.

__________________
Anonymous

Date:

ທ່ານຄິດແນວໃດກ່ຽວກັບ ເວັບໄຊ SEA Games ຂອງລາວ
ໂຫຼໆໆໆ
ຂີ້ລ້າຍ ບໍ່ງາມ ບໍ່ໜ້າເບິ່ງຈັກນ້ອຍ
ພາກສ່ວນທີ່ກ່ຽວຂ້ອງດ້ານນີ້ນະ
ປັບປຸງໃໝ່ຊະ
ຂ້ອຍກະຄົນລາວຄືກັນແຫລະທີ່ເວົ້າມານີ້ພຽງແຕ່ຢາກຕິເຕືອນຊື່ໆ
ແນວໃດດີກະວ່າດີແນວໃດຂີ້ລ້າຍກະວ່າຂີ້ລາຍຕົວະ
ອັນໃດດີອັນໃດງາມກະບອກກັນ
ແນວໃດປະເທດຊາດຊິໄດ້ໜ້າໄດ້ຕາກະບອກກະຕິເຕືອນກັນຕົວະ
ເພາະຂ້ອຍເອງເຫັນກະຍັງຄຶດອາຍ
ບໍ່ຢາກໃຫ້ປະເທດໂຕເອງເສຍໜ້າ
ປະເທດອື່ນເເຂົາກະຮູ້ຢູ່ແລ້ວວ່າປະເທດເຮົາບໍ່ພັດທະນາ
ແຕ່ກະຄວນຈະເຮັດໃຫ້ມັນງາມແດ່ເພື່ືອໃຫ້ເຂົາຮູ້ວ່າລາວກະບໍ່ທຳມະດາ "ໂອ້ ນີ້ຫວາລາວ"
ເພື່ອໃຫ້ເຂົາຮູ້ວ່າລາວກະບໍ່ໄດ້ໂຫຼ ກະມີຄວາມສາມາດຄືກັນ


ຂະໜາດເວັບໄຊຍັງຊໍ່ານີ້ລະ
ແນວໃດກະພະຍາຍາມປັບປຸງໃຫ້ມັນດີກໍແລ້ວກັນເດີ້



__________________


Newbie

Status: Offline
Posts: 1
Date:

ປັບປຸງແດ່ກະດີໃດ໋

__________________
K.SOUBANDITH
real Lao

Date:

ຄົນລາວແທ້ໆຍັງບໍ່ຫັນຄຸນຄ່າປະເທດໂຕເອງລະໃຜຊິມາເຫັນ ເກີດມາເສຍຊາດເກີດທີ່ເປັນຄົນລາວແທ້ແດ່ ການທີ່ຈະຕິໃຫ້ຄົນອື່ນປັບປຸ່ງໂຕເອງບໍ່ຈຳເປັນຕ້ອງເວົ້າຄືຄົນດ້ອຍພັດທະນາ ມີການສຶກສາແຕ່ບໍ່ມີຄຸນສົມບັດປານນັ້ນກໍ່ໄດ້ ຄັນເກັ່ງກໍ່ສ້າງເວບຂື້ນມາເອງລະມາອັບໂລດເບິ່ງດຸບໍ່ແມ່ນມີແຕ່ຕິ ກໍ່ຍ້ອນລາວເປັນປະເທດດ້ອຍພັດທະນາ ສະນັ້ນຊຳນີ້ມັນກໍ່ດີແລ້ວ ແລະຂ້ອຍກໍ່ພູມໃຈທີ່ເປັນຄົນລາວຜູ້ໜຶ່ງທີ່ຈະເຮັດປະເທດລາວພັດທະນາຢ່າງບໍ່ຢຸດ
ຢັ້ງດ້ວຍການນຳພາຂອງພັກແລະລັດ
ຈັ່ງໃດກໍ່ດີພວກເສຍຊາດເກີດກໍ່ປ່ອຍມັນໄປມັນອາດຈະບໍ່ແມ່ນຄົນລາວຫຼື
ຫົວມັນອາດຈະມີແຕ່ຜົມຈັ່ງເວົ້າໃຫ້ບ່ອນທີ່ໃຫ້ມັນຢຽບມັນຢູ່
ເປັນກຳລັງໃຈໃຫ້ web programming ຈົ່ງເຮັດວຽກໃຫ້ບັນລຸຜົນ
ແລະປະສົບຜົນສຳເລັດແລະຂອບໃຈທີ່ເປັນສ່ວນໜື່ງທີ່ເຮັດໃຫ້ປະເທດລາວ
ກ້າວສູ່ປະເທດທີ່ຫຼຸດພົ້ນອອກຈາກການດ້ອຍພັດທະນາ,ເຮັດໃຫ້ລາວມີຊື່ສຽງໃນ
ທາງທີ່ດີ ເວບທີ່ສ້າງຢູ່ນີ້ດີແລ້ວແລະຈົ່ງພັດທະນາໃຫ້ດີຂື້ນເລື້ອຍໆເດີ.....


__________________
Anonymous

Date:

ເບິ່ງຄືເວັບໄຊເດັກນ້ອຍປະຖົມ
ເຂົາເຈົ້າຈ່າຍເງິນໃຫ້ແລ້ວ ກາຕັ້ງໃຈພັດທະນາມັນແດ່
ເສຍດາຍທຶນຮອນຂອງປະຊາຊົນ
ພວກທີ່ມັກຍ້ອງກັນຫ້ນແບບເອົາຫນ້າເອົາຕາໄວ້ກ່ອນຫັ້ນ ເຊົາໄດ້ແລ້ວ
ປະເທດຕອ້ງການພັດທະນາ
ເຫັນອັນໃດບ່ດີບງາມ ກ່ໃຫ້ຟ້າວປັບປຸງ
ເຂົາເຈົ້າຊິຂຶ້ນເດືອນຂຶ້ນດາວກັນແລ້ວ
ພວກເຮົາຍັງຄານຢູ່ ມັນບ່ໄດ້ ຕ້ອງແລນ


__________________
Anonymous

Date:

Anonymous wrote:

ເບິ່ງຄືເວັບໄຊເດັກນ້ອຍປະຖົມ
ເຂົາເຈົ້າຈ່າຍເງິນໃຫ້ແລ້ວ ກາຕັ້ງໃຈພັດທະນາມັນແດ່
ເສຍດາຍທຶນຮອນຂອງປະຊາຊົນ
ພວກທີ່ມັກຍ້ອງກັນຫ້ນແບບເອົາຫນ້າເອົາຕາໄວ້ກ່ອນຫັ້ນ ເຊົາໄດ້ແລ້ວ
ປະເທດຕອ້ງການພັດທະນາ
ເຫັນອັນໃດບ່ດີບງາມ ກ່ໃຫ້ຟ້າວປັບປຸງ
ເຂົາເຈົ້າຊິຂຶ້ນເດືອນຂຶ້ນດາວກັນແລ້ວ
ພວກເຮົາຍັງຄານຢູ່ ມັນບ່ໄດ້ ຕ້ອງແລນ



hahahaha  agree ....

 



__________________
Anonymous

Date:

ໄດ້ຂ່າວວ່າ ເວບ SEA Game 2009 ແມ່ນໃຫ້ບໍລິສັດແຫ່ງຫນຶ້ງ ຢູ່ມະເລເຊຍສ້າງ.
ບາດອອກມາ ສີມືຄືແຕ່ບໍ່ໄດ້ຮຽນ Web Design ມານີ້ແຫລະ, ຂໍຝາກເຖິງຄະນະຮັບ
ຜິດຊອບ, ຄວນຈະເປັນຄົນທີ່ມີປະສົບການໃນການພັດທະນາເວບມາກ່ອນ ມາເປັນຜູ້ຮັບ
ຜິດຊອບ ຈຶ່ງຈະໄດ້ເວບທີ່ມີຄຸນນະພາບ ບໍ່ວ່າຈະເປັນເລື້ອງ Design ແລະ ລະບົບຂອງມັນ.

ບໍ່ແມ່ນຊິໄປເອົາຄົນບໍ່ຮູ້ສາມຮູ້ສີ່ມາກຳກັບ ເຂົາອອກແບບມາໃຫ້ເເນວໃດກະວ່າງາມ ເຂົາສ້າງ ລະບົບເເນວໃດໃຫ້ກະວ່າດີ.  



__________________
Anonymous

Date:

ມັນບໍ່ຂື້ນກັບວ່າໃຜເປັນຜູ້ຂຽນເວບໄຊ ຄິດວ່າຂື້ນກັບຫົວຫນ້າຜູ້ຮັບຜິດຊອບພີ້ວ່າຈະສັ່ງ
ໃຫ້ເຂົາຂຽນໃຫ້ແນວໃດ ອອກແບບບໍ່ງາມກໍ່ສັ່ງໃຫ້ໄປປ່ຽນຂຽນໃຫ້ໃໝ່ໄດ້ ຜູ້ຮັບຜິດຊອບ
ຄືຈະບໍ່ມີຄວາມສາມາດພໍໃນການກວດແລະຕຳນິແລະໃຫ້ໄອເດຍຜູ້ອອກວ່າຈະໃຫ້ມັນ
ເປັນແນວໃດ. ຖ້າທຳມະດາເກີນໄປ ຊ່ຳນັກຮຽນມະຫາໄລກະເຮັດໄດ້ນີ້ກໍ່ບໍ່ສົມກັບຄວາມ
ເປັນປະເທດເຈົ້າພາບ ຢາກໃຫ້ປັບປຸງໃຫ້ມັນດຶງດູດກ່ວານີ້ ນຳໃຊ້ສັນຍາລັກຄວາມເປັນລາວ
ໃຫ້ຫຼາຍກ່ວານີ້. ລາວມີເອກະລັກເປັນຂອງຕົນເອງ ຄວນຈະອອກແບບໃຫ້ເວບໄຊເປັນເອກະ
ລັກແບບລາວໆທີ່ຫນ້າພິດສະຫວົງເຊັ່ນ:ພະຍານາກ,ຊ້າງ(ປະເທດລ້ານຊ້າງ)..
ເບີ່ງຄືນເດີ້ຫົວຫນ້າຜູ້ຮັບຜິດຊອບ ຫາເວລາໄປໃຊ້ອິນເຕີເນັດຊອກເບິ່ງເວບໄຊທີ່ມັນງາມໆ
ແດ່ ຈະໄດ້ມີໄອເດຍໄປຄຸມວຽກ ສົງໃສແຕ່ລະມື້ມີແຕ່ຍົກຈອກເບຍ.

__________________
Anonymous

Date:

ໃນການສ້າງເວບນັ້ນ ມັນຕ້ອງປະກອບໄປດ້ວຍຫລາຍພາກສ່ວນໃນການພັດທະນາ, ຄືເຈົ້າຂອງເວບໄຊ້ເອງ
ຕ້ອງກຳນົດຄວາມຕ້ອງການຕ່າງໆຂອງເວບ ລວມທັງຮູບຮ່າງຫນ້າຕາຂອງເວບ, ຫລັງຈາກນັ້ນຈະຕ້ອງເອົາ
ຂໍ້ມູນດັ່ງກ່າວ ໄປປຶກສານັກວິເຄາະລະບົບ (SA), ລວມທັງ Web Designer ເມື່ອນັກວິເຄາະ  ແລະ Web Designer ໄດ້ ອອກແບບລະບົບດີ ແລະ ສວຍງາມແລ້ວ, ຈຶ່ງຈະເປັນຫນ້າທີ່ຂອງ Web Progammer
ໃນການຂຽນໂປແກຣມ ໃຫ້ລະບົບເຮັດວຽກຕາມທີ່ SA ອອກແບບ, ແລະ ສຸດທ້າຍຈະຕ້ອງໄປຜ່ານ (QA)
ຜູ້ກວດກາຄວາມປອດໄພຂອງລະບົບ, ມັນຈຶ່ງຈະເປັນ Web Application ທີ່ໄດ້ມາດຕະຖານ.

ທັງຫມົດນັ້ນມັນກໍ່ຂຶ້ນຢູ່ກັບເຈົ້າຂອງເວບ ແລະ ນັກວິເຄາະລະບົບ ເປັນສຳຄັນ.



__________________
Anonymous

Date:


<!--
/* Font Definitions */
@font-face
{font-family:"Angsana New";
panose-1:2 2 6 3 5 4 5 2 3 4;
mso-font-charset:0;
mso-generic-font-family:roman;
mso-font-pitch:variable;
mso-font-signature:16777219 0 0 0 65537 0;}
@font-face
{font-family:"Saysettha OT";
panose-1:2 11 5 4 2 2 7 2 2 4;
mso-font-charset:0;
mso-generic-font-family:swiss;
mso-font-pitch:variable;
mso-font-signature:-2097151825 268443658 0 0 65537 0;}
/* Style Definitions */
p.MsoNormal, li.MsoNormal, div.MsoNormal
{mso-style-parent:"";
margin:0cm;
margin-bottom:.0001pt;
mso-pagination:widow-orphan;
font-size:12.0pt;
mso-bidi-font-size:14.0pt;
font-family:"Times New Roman";
mso-fareast-font-family:"Times New Roman";
mso-bidi-font-family:"Angsana New";}
span.postbody
{mso-style-name:postbody;}
@page Section1
{size:595.3pt 841.9pt;
margin:72.0pt 90.0pt 72.0pt 90.0pt;
mso-header-margin:36.0pt;
mso-footer-margin:36.0pt;
mso-paper-source:0;}
div.Section1
{page:Section1;}
-->

ເຈົ້າຄືຊິຮັກປະເທດຊາດຫຼາຍກົ່ວຂ້ອຍໜ້ອຍໜຶ່ງເນາະ
ແມ່ນໃຜຊິບໍ່ຮັກປະເທດຊາດຕົນເອງ
ກະເວົ໊າໄປຕາມຄວາມຈິງແຫລະນໍ້

ຍອມຮັບຄວາມຈິງຊະວ່າມັນເປັນແນວໃດເວົ້າໃຫ້ແລ້ວກະມີໃຈໄປປັບປຸງຊະ

ບໍຄຶດອາຍແດ່ຫວາ

ປະເທດອື່ນເຂົາໄປຮອດໃສລະ

ຂ້ອຍຄືຊິບໍ່ເຮັດທຳທ່າເອົາຫູໄປນາເອົາຕາໄປໄຮ່ຄືເຈົ້າໄດ້ດອກນໍ້
ຂ້ອຍຄືຊິບໍ່ມີພັກມີພວກທີ່ມັນເຕີຍມຈະເຊີຍເຊີດໜ້າຊູ່ຕາກັນຍ້ອງຍໍຊັນລະເສີນກັນຄືເຈົ້າດອກນໍ້
ຫຼືເຈົ້າບໍ່ແມ່ນກິນປູນຮ້ອນທ້ອງແທນຜູ້ສ້າງລະຫວາແລະຂ້ອຍເອງກໍບໍ່ໄດ້ເວົ້າຕຳນິປະເທດຊາດທີ່ຂ້ອຍຢູ່ຈັກໜ້ອຍເລີຍ
ຫົວຂອງເຈົ້າມີໄວ້ໃຊ້ຄຶດແດ່ຖ້າຜົມຍາວຫຼາຍກໍໄປຕັດຊະສະໝອງຂອງເຈົ້າມັນຈະໄດ້ໂລ່ງ
ເຈົ້າຢ່າເຮັດເປັນກະຕາຍຕື່ນຕູມຫລາຍຂ້ອຍພຽງແຕ່ຕິເວັບໄຊເທົ່ານັ້ນ
ຂ້ອຍເອງເກີດເປັນຄົນລາວບໍ່ເສຍຊາດເກີດດອກເພາະຂ້ອຍພູມໃຈທີ່ເກີດເປັນຄົນລາວ
ກະຍັງໃຄກ່ອນຄົນບາງຄົນ
ທີ່ເຊີດໜ້າເອົາກັນຕະຫຼອດແບບບໍ່ມືນຫູມືນຕາເປັນຄົນແບບນີ້ມັນເສຍຊາດເກີດແທ້ເດ໋
ຮູ້ໄວ້ແດ່ແນວໃດບໍ່ຄັກກໍຕ້ອງປັບປຸງບໍຈຳເປັນຈະຕ້ອງຢຸດຢູ່ທີ່ເດີມເບິ່ງເພິ່ນຜູ້ທີ່ດີເປັນຕົວຢ່າງແລະທອດຖອນບົດຮຽນມານຳໃຊ້
ຄົນເຮົາບໍ່ຄວນຈະຢຸດຢູ່ບ່ອນເກົ່າຕ້ອງມີການພັດທະນາຕົນເອງເປັນກ້າວໆ
ແຕ່ບາງກ້າວທີ່ເຮົາພໍມີຄວາມສາມາດກະໂດດຫຼືອາດຈະກ້າວໃຫ້ມັນໄກກົວເດີມກໍຍິ່ງເປັນການດີ
ກໍປຽບດັ່ງປະເທດຊາດທີ່ຈະຕ້ອງເດີນໜ້າເປັນກ້າວໆແລະກໍຕ້ອງມີການພັດທະນາແລະອີກບໍ່ດົນເຮົາກໍຈະສາມາດກ້່າວຂື້ນໃຫ້ທັນໝູ່ໄດ້
ເຊິ່ງນັ້ນກໍຈະເປັນທີ່ພູມໃຈຂອງຄົນທັງປະເທດທັງໝົດ
ຂ້ອຍເອງເປັນຄົນລາວແລະຮັກປະເທດລາວ



__________________
Anonymous

Date:

I LIKE THIS WEBBOARD. LAO DIA LAO...KUK KUK.....LAO NAI DIA LAO NORK..HEHEHEHEH....

__________________
Anonymous

Date:

Anonymous wrote:

I LIKE THIS WEBBOARD. LAO DIA LAO...KUK KUK.....LAO NAI DIA LAO NORK..HEHEHEHEH....




buk ha un ni mun muk dig to kao ta lod



__________________
Anonymous

Date:

4218264044_f83dc4904d_z.jpg

__________________
Anonymous

Date:

4290482178_2f809f601b_z.jpg?zz=1

__________________
Anonymous

Date:

3987225428_f09d1f49e7_z.jpg?zz=1

__________________
Anonymous

Date:

I want all the topic have pictures please!!!
4157370693_89522537d5_z.jpg?zz=1


__________________


Veteran Member

Status: Offline
Posts: 28
Date:

ຂ້າພະເຈົ້າວ່າປ່ຽນສີສັນຫນ້າຈະດີກ່ອນນີ້ ແລະກະອິບເດດໃຫ້ທິນເຫດການກ່ອນນີ້ຄືເວບ samakomlao

__________________
tom


Veteran Member

Status: Offline
Posts: 81
Date:

ຢູ່ບ້ານເຮົາ ຕຳໜິນາຍ ພາຍຖົງໜີ ຄັນບໍ່ຢາກໜີ ຢ່າສຸໄປຕຳໜິເພິ່ນ, ເພາະເພິ່ນເຮັດຫຍັງແມ່ນຖືກໝົດ ແລະ ຕ້ອງຖືກໝົດ... ເພີ່ນບໍ່ຮັບຜິດ, ເພິ່ນຮັບແຕ່ຊອບ

__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard