Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ແອນນິຕ້າ ຫັນມາຈັບໄມ ຮ້ອງເພັງ
Anonymous

Date:
ແອນນິຕ້າ ຫັນມາຈັບໄມ ຮ້ອງເພັງ




ເປັນອີກຫນຶ່ງສາວທີ່ຫລາກຫລາຍຄວາມສາມາດແທ້ໆເລີຍກັບສາວນ້ອຍຫນ້າມົນທີ່ມີນາມວ່າ
"
ແອນນີຕ້າ" ພິທີກອນລາຍການ "ໂທ ລະໂຄ່ງ" ເຊິ່ງປະຈຸບັນສາວຄົນນີ້ໄດ້ກາຍເປັນຂວັນໃຈຂອງຫນຸ່ມໆທົ່ວປະເທດໄປແລ້ວ ຫລ້າສຸດແອນນີຕ້າຂໍລຸກຂຶ້ນ ມາຈັບໄມຮ້ອງເພງ ອີກຄົນຫນຶ່ງແລ້ວ ທ່ານຜູ້ອ່ານ.

   ຫລາຍຄົນຄົງຈະຄຸ້ນຫນ້າຄຸ້ນຕາກັບສາວ ແອນນີຕ້າ ພໍສົມຄວນກັບການຮັບຫນ້າທີ່ດຳເນີນລາຍການ "ໂທລະໂຄ່ງ" ທາງຊ່ອງລາວ ສະຕຣາແຊນແນວໃນປະຈຸບັນນີ້ນອກຈາກຈະເປັນພິທີກອນແລ້ວແອນນີຕ້າຍັງເຄີຍເດີນແບບໃຫ້ກັບຜະລິດຕະພັນເລັບລອນ REVLON, ນາງແບບຫນ້າປົກວາລະສານຕ່າງໆ, ນາງແບບໂຄສະນາລັກສ໌ LUX ແລະ ເມື່ອບໍດົນມານີ້ ແອນນີຕ້າ ກໍ່ສ້າງຄວາມແປກໃຫມ່ໃຫ້ກັບ ວົງການເພງ ໂດຍ ແອນນີຕ້າ ໄດ້ມີສ່ວນຮ່ວມຮ້ອງເພງ  "ຊ໋ອກໂກແລັດ" ເຊິ່ງເປັນເພງປະກອບໂຄສະນານ້ຳຫອມແອັກ (AXE) ກິ່ນ ໃຫມ່ຫລ້າສຸດ (ໃນລາຍການໂທລະໂຄ່ງ)ໃນເພງນີ້ ແອນນີຕ້າໄດ້ໂຊສຽງຮ້ອງຫວານໆອອກແນວອອດອ້ອນປະສົມກັບຄວາມເຊັກຊີໂດຍ ຈະມີອີກ 2 ສີລະປິນດັງຈາກຄ້າຍອິນດີເຣັກຂອດຄືຫນຸ່ມແຊມເຈົ້າຂອງເພງ "ເປັນຫຍັງຕໍ່ກັນ" ແລະ ຫນຸ່ມແຂກຫນຶ່ງໃນສະມາຊິກວົງຮິບ ຮ໋ອບຊື່ດັງຂອງບ້ານເຮົາວົງ L.O.G ເຈົ້າຂອງເພງ "ຫວານຕົ້ນຈືດປາຍ" ຈິ່ງສົ່ງໃຫ້ເພງ "ຊ໋ອກໂກແລັດ" ກຳລັງໄຕ່ຂຶ້ນຊາທໃນຄື້ນວິທະ ຍຸໃນປະຈຸບັນນີ້.

   ແອນນີຕ້າກ່າວວ່າ "ການຫັນມາຈັບໄມຮ້ອງເພງເທື່ອນີ້ ກໍ່ເປັນອີກບົດບາດຫນຶ່ງທີ່ທາງຜູ້ໃຫຍ່ (ອິນດີເຣັກຂອດ) ເພີ່ນໃຫ້ໂອກາດ ແອນນີຕ້າ ກໍ່ຈະຂໍເຮັດໃຫ້ ດີທີ່ສຸດແຕ່ໃນໃຈກໍ່ຄິດຢ້ານວ່າແຟນລາຍການຈະນຳເອົາຜົນງານເພງມາປຽບທຽບກັບຜົນງານພິທີກອນ ເຊິ່ງ ເປັນເລື່ອງທີ່ແອນນີຕ້າ ຮູ້ສຶກກັງວົນຄືກັນ. ແຕ່ຖ້າໃນອະນາຄົດ ແອນນີຕ້າໄດ້ເປັນສີລະປິນເຕັມຕົວແອນນີຕ້າ ກໍ່ຈະບໍ່ຖິ້ມງານພິທີກອນ ຢ່າງແນ່ນອນເພາະວ່າ ແອນນີຕ້າ ກ້າວເຂົ້າມາວົງການທຳອິດດ້ວຍບົດບາດພິທີກອນທີ່ເຮັດໃຫ້ທຸກຄົນໄດ້ຮູ້ຈັກແອນນີຕ້າ".

   ເປັນຈັ່ງໃດແຟນລາຍການໂທລະໂຄ່ງຂອງສາວແອນນີຕ້າ ທີ່ຢືນຢັນວ່າຈະບໍ່ຖິ້ມງານພິທີກອນຢ່າງແນ່ນອນຄົງຈະຍິ້ມອອກແລ້ວແມ່ນ ບໍ່ແນວໃດກໍ່ດີກໍ່ຕ້ອງຕິດຕາມກັນຕໍ່ໄປ ສຳລັບຜົນງານເພງແຕ່ບໍ່ຕ້ອງລໍຖ້າ ທຸກຄົນສາມາດຕິດຕາມຊົມຜົນງານດ້ານການພິທີກອນຂອງ ສາວຄົນນີ້ ໄດ້ໃນລາຍການ "ໂທລະໂຄ່ງ" ເດີ້!
Ecom



__________________
Anonymous

Date:

ນ້ອງຄົນນີ້ກະມີຊື່ລາວຢູ່ບໍ່ນໍ?

ຈັ່ງໃດກໍຕາມ ການໄຊ້ຄວາມສາມາດໃນຫລາຍໆດ້ານ ມັນຈະເຮັດໃຫ້ເຮົາມີປະສົບປະການ ແລະ ສຫຼາດ!

ຂ້ອຍຂໍສົ່ງເສີມເດີ້!



__________________
Anonymous

Date:

ຄົນlao tong phang peng lao smilesmilesmile


__________________
Anonymous

Date:

pen ta het yu nor

__________________
Anonymous

Date:

this pic she wears contact lenz. Actually she is 100 % LAO...no MIX! very lao beauty!

before being famous, she was Anny and she has got a sister names Anna. Now she is Annita. Because she doesn't want to have the same name with Anny L.O.G

Annita FC

__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard