Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຮື້ຖອນແລ້ວຮ້ານຕາມແຄມຂອງເຂດບ້ານວັດຈັນ !!!
Anonymous

Date:
ຮື້ຖອນແລ້ວຮ້ານຕາມແຄມຂອງເຂດບ້ານວັດຈັນ !!!




ບັນດາຮ້ານອາຫານຕາມແຄມຂອງເຂດບ້ານວັດຈັນ ໄດ້ພ້ອມກັນຮື້ຖອນຮ້ານຂອງຕົນເພື່ອຫລີກທາງໃຫ້ແກ່ໂຄງການປ້ອງກັນຕາຝັ່ງ ເຈື່ອນ ແລະ ພັດທະນາແຄມຂອງພາຍຫລັງທີ່ເຈົ້າຂອງໂຄງການໄດ້ນຳເອົາເຄື່ອງກົນຈັກລົງມາ ເພື່ອດຳເນີນການປັບຫນ້າດິນ
; ຂະນະທີ່ ການປຸກສ້າງບ້ານຈັດສັນເພື່ອຮອງຮັບ 146 ຄອບຄົວ ທີ່ໄດ້ຮັບຜົນກະທົບຈາກໂຄງການດັ່ງກ່າວສຳເລັດແລ້ວ 70-80%.

   ນັບແຕ່ວັນທີ 17 ມີນາຜ່ານມາ ເຈົ້າຂອງໂຄງການປ້ອງກັນຕາຝັ່ງເຈື່ອນ ແລະ ພັດທະນາແຄມຂອງໄດ້ເລີ່ມຂົນເອົາເຄື່ອງກົນຈັກເຂົ້າ ມາເຂດທຳການກໍ່ສ້າງ ໂດຍບັນດາຮ້ານອາຫານທີ່ຢູ່ລຽບຕາມແຄມຂອງເຂດບ້ານວັດຈັນ ທີ່ນອນໃນໂຄງການດັ່ງກ່າວໄດ້ພ້ອມກັນຮື້ຖອນ ຮ້ານຂອງຕົນເພື່ອອຳນວຍຄວາມສະດວກໃຫ້ແກ່ການປະຕິບັດວຽກງານຂອງເຈົ້າຫນ້າທີ່.

   ທ່ານ ມ່ອງ ບົວປີ່ນ ຄະນະໂຄງການປ້ອງກັນຕາຝັ່ງເຈື່ອນ ແລະ ພັດທະນາແຄມຂອງໄດ້ໃຫ້ສຳພາດຕໍ່ທີມຂ່າວເສດຖະກິດ-ສັງຄົມ ໃນວັນທີ 26 ມີນາ ນີ້ວ່າ: ການຮື້ຖອນຮ້ານອາຫານຕ່າງໆໃນກຸ່ມຫນຶ່ງບ້ານວັດຈັນມີກຳນົດໃຫ້ແຕ່ລະຮ້ານຍົກຍ້າຍອອກໃຫ້ສຳເລັດພາຍ ໃນອາທິດນີ້. ທ່ານ ໃຫ້ຮູ້ອີກວ່າ: ສຳລັບເຂດທີ່ເປັນໂຄງການປ້ອງກັນຕາຝັ່ງເຈື່ອນເກົ່າທີ່ທາງບໍລິສັດ ໂມເດີນໂຮມ ເປັນຜູ້ສຳປະທານໃນ ຂອບເຂດຫນ້າວັດຈັນຈົນເຖິງເຂດບ້ານຊຽງຍືນນັ້ນທາງອຳນາດການປົກຄອງນະຄອນຫລວງວຽງຈັນໄດ້ຈັດຕັ້ງໃຫ້ຄະນະລົງມາສຳຫລວດ ກວດກາ ແລະ ໄດ້ເຮັດບົດລາຍງານສະເຫນີໄປຍັງລັດຖະບານເຊິ່ງປະຈຸບັນຍັງລໍຖ້າຄຳຕອບກ່ຽວກັບການຊົດເຊີຍຈາກລັດຖະບານຢູ່.

   ສ່ວນຄວາມຄືຍຫນ້າໃນການປຸກສ້າງບ້ານຈັດສັນໃນເນື້ອທີ່ 8 ເຮັກຕາເພື່ອຮອງຮັບ 146 ຄອບຄົວທີ່ໄດ້ຮັບຜົນກະທົບຈາກໂຄງການ ດັ່ງກ່າວມາເຖິງປະຈຸບັນສຳເລັດແລ້ວ 7080%, ທ່ານ ມ່ອງ ບົວປີ່ນ ກ່າວ.

   ໂຄງການປ້ອງກັນຕາຝັ່ງເຈື່ອນ ແລະ ພັດທະນາແຄມຂອງເປັນໂຄງການຂອງລັດຖະບານເຊິ່ງໄດ້ຮັບທຶນກູ້ຢືມດອກເບ້ຍຕ່ຳຈາກອົງ ການພັດທະນາເສດຖະກິດຂອງ ສ.ເກົາຫລີ ໃນມູນຄ່າ 37,2 ລ້ານໂດລາສະຫະລັດ, ໂດຍແມ່ນບໍລິສັດ HHI Corporation ເປັນຜູ້ຮັບ ເຫມົາກໍ່ສ້າງໃນມູນຄ່າ 30,855 ລ້ານໂດລາສະຫະລັດ. ໂຄງການດັ່ງກ່າວມີກຳນົດຈະໃຫ້ສຳເລັດຫນ້າວຽກທັງຫມົດຂອງໂຄງການໃນປີ 2013, ແຕ່ສະເພາະການກໍ່ສ້າງສວນເຈົ້າອານຸຄົບວົງຈອນ ແລະກໍ່ສ້າງເສັ້ນທາງເລາະແຄມຂອງ ເຊິ່ງເປັນສ່ວນຫນຶ່ງຂອງໂຄງການແມ່ນ ຈະໃຫ້ສຳເລັດໃນກາງປີ 2010 ເພື່ອໃຫ້ທັນກັບການສະເຫລີມສະຫລອງວັນສ້າງຕັ້ງນະຄອນຫລວງຄົບຮອບ 450 ປີ. 



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard