Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ພິທີເປີດ SEA GAMES 2009 ຈະບໍ່ນ້ອຍຫນ້າຊາດອື່ນ !!!
Anonymous

Date:
ພິທີເປີດ SEA GAMES 2009 ຈະບໍ່ນ້ອຍຫນ້າຊາດອື່ນ !!!




ວຽກງານການກະກຽມກີລາຊີເກມມີຄວາມຄືບຫນ້າຕາມລຳດັບ, ການກໍ່ສ້າງສະຫນາມກີລາເກືອບຈະສຳເລັດ 100%, ສ່ວນແສງສີ ສຽງໃນພິທີເປີດ-ປິດຜູ້ຮັບຜິດຊອບຊີ້ວ່າ: ມີຄວາມແປກຕາບໍ່ນ້ອຍຫນ້າຊາດໃດ; ຂະນະທີ່ຮອງນາຍົກລັດຖະມົນຕີຢ້ຳນະໂຍບາຍນຳໃຊ້ ຜະລິດຕະພັນ ພາຍໃນໃຫ້ຫລາຍທີ່ສຸດພ້ອມສົ່ງໃຫ້ ນັກກີລາຂອງທຸກສະຫະພັນເຂົ້າສູນຝຶກຊ້ອມເປັນລະບົບຫລັງປີໃຫມ່ລາວ.

   ໃນຕອນເຊົ້າຂອງວັນທີ 20 ມັງກອນ 2009 ກອງປະຊຸມລາຍງານຄວາມຄືບຫນ້າການເຄື່ອນໄຫວງານຂອງແຕ່ລະອະນຸກຳມະການ ຮັບຜິດຊອບວຽກງານຊີເກມໄດ້ໄຂຂຶ້ນ ໂດຍການເປັນປະທານຂອງທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ, ຜູ້ປະຈຳ ການລັດຖະບານທັງເປັນປະທານຄະນະກຳມະການຈັດງານມະຫະກຳກີລາຊີເກມ ຄັ້ງທີ 25; ມີບັນດາອະນຸກຳມະການຮັບຜິດຊອບການ ຈັດງານກີລາຊີເກມເຂົ້າຮ່ວມຢ່າງພ້ອມພຽງ.

   ໃນກອງປະຊຸມ ແຕ່ລະອະນຸກຳມະການໄດ້ລາຍງານການເຄື່ອນໄຫວວຽກງານຂອງຕົນເອງເປັນຕົ້ນ: ອະນຸກຳມະການການເງິນແມ່ນ ສຳເລັດການອະນຸມັດເງິນຈຳນວນ 90 ຕື້ກີບ; ອະນຸກຳມະການຝ່າຍເຕັກນິກແມ່ນໄດ້ຈັດສົ່ງປຶ້ມລະບຽບການແຂ່ງຂັນໄປບັນດາປະເທດ ຮ່ວມແຂ່ງຂັນຮຽບຮ້ອຍແລ້ວ ວຽກງານສ່ວນຫລາຍກໍ່ສຳເລັດໄປເກືອບ 60%; ອະນຸກຳມະການກະກຽມນັກກີລາທັງຫມົດ 25 ປະເພດກີ ລາໄດ້ເຕົ້າໂຮມມາເຂົ້າສູນໄດ້ ແລະ ວຽກງານສ່ວນໃຫຍ່ກໍ່ສຳເລັດແລ້ວເກືອບ 50%; ອະນຸກຳມະການທີ່ພັກ, ອາຫານ ແລະ ທ່ອງທ່ຽວ ແມ່ນມີຄວາມພ້ອມ ແລະ ຄາດວ່າ ຈະສາມາດຮອງຮັບແຂກໄດ້ທັງຫມົດ, ມາຮອດປະຈຸບັນ ໂຮງແຮມທີ່ໄດ້ມາດຕະຖານມີທັງຫມົດ 11 ແຫ່ງ ລວມ 200 ກວ່າຫ້ອງ, ການຕອບສະຫນອງສະບຽງອາຫານ ກໍ່ມີບໍລິສັດຮັບເຫມົາຮຽບຮ້ອຍແລ້ວ; ອະນຸກຳມະການກໍ່ສ້າງ ແລະ ສ້ອມແປງກໍ່ສາມາດສຳເລັດ 70 ກວ່າສ່ວນຮ້ອຍແລ້ວ ໂດຍສະເພາະສະຫນາມກີລາແຫ່ງຊາດແຫ່ງໃຫມ່ທີ່ຈະນຳໃຊ້ເຂົ້າໃນພິທີເປີດ-ປິດ ນັ້ນ ແມ່ນເຮັດສຳເລັດແລ້ວ 90% ຍັງເຫລືອພຽງ ແຕ່ການຕົກແຕ່ງປະດັບປະດາ ແລະ ການຕົກແຕ່ງພາຍນອກອ້ອມຮອບສະຫນາມ; ອະນຸກຳມະການຂົນສົ່ງແມ່ນຈະຕ້ອງໃຊ້ລົດເມໃຫຍ່ທັງຫມົດ 240 ຄັນ ແລະລົດເມນ້ອຍຈຳນວນຫນຶ່ງ, ສ່ວນວ່າລົດເກ໋ງຮັບແຂກບຸກຄົນ ສຳຄັນແມ່ນຈະໃຊ້ປະມານ 205 ຄັນ ເຊິ່ງສາມາດສຳເລັດວຽກງານແລ້ວເກືອບ 50%; ສ່ວນອະນຸກຳມະການອື່ນໆນັ້ນແມ່ນເຮັດສຳເລັດ ຫນ້າທີ່ ແລະ ກຽມພ້ອມໄດ້ເກືອບເຕັມຮ້ອຍແລ້ວ ພິເສດກໍ່ແມ່ນອະນຸກຳມະການພິທີເປີດ-ປິດ ແມ່ນກະກຽມໃຊ້ນັກສະແດງກວ່າ 8.000 ຄົນ ເຊິ່ງປະຈຸບັນ ກໍ່ໄດ້ສຳເລັດການອອກແບບທ່າຟ້ອນ ແລະ ກຳລັງກຽມຝຶກຊ້ອມເປັນທີ່ຮຽບຮ້ອຍແລ້ວ ແລະ ການສະແດງແສງສີສຽງ ແມ່ນຈະມີຄວາມພິເສດຕະການຕາບໍ່ນ້ອຍຫນ້າຊາດໃດຢ່າງແນ່ນອນ.

   ໃນຕອນທ້າຍຂອງກອງປະຊຸມທ່ານຮອງນາຍົກລັດຖະມົນຕີກໍ່ໄດ້ຊົມເຊີຍຕໍ່ຜົນສຳເລັດໃນເບື້ອງຕົ້ນຂອງບັນດາອະນຸກຳມະການ ແລະ ໄດ້ກ່າວຄຳເຫັນແນະນຳຕໍ່ບັນດາອະນຸກຳມະການທັງຫມົດ: ຈົ່ງພ້ອມກັນບຸກຫນ້າບືນຕົວ ແລະເປັນເຈົ້າການໃນການເຮັດວຽກເພາະເວລາ ຍັງເຫລືອພຽງ 263 ວັນ ຖືວ່າເປັນເວລາທີ່ສັ້ນຫລາຍ, ສະເຫນີໃຫ້ທີ່ປະຊຸມຈົ່ງເຮັດວຽກດ້ວຍຄວາມສາມັກຄີກັນ ແລະປະສານສົມທົບກັນ ໃຫ້ຫລາຍທີ່ສຸດ, ຫລີກລ່ຽງການເຮັດວຽກງານແບບເຮັດພໍໃຜພໍມັນ, ຮຽກຮ້ອງໃຫ້ບັນດາອະນຸກຳມະການແຕ່ ລະຂະແຫນງການຕ້ອງຮີບ ຮ້ອນ ເຮັດວຽກງານຂອງຕົນເອງໃຫ້ເປັນ ຮູບປະທຳ ແລະ ຫລັງຈາກແລ້ວປີໃຫມ່ລາວ ນັກກີລາຂອງທຸກສະຫະພັນຕ້ອງໄດ້ເຂົ້າສູນຝຶກ ຊ້ອມຢ່າງເປັນລະບົບ, ນັກກີລາທີ່ເປັນເປົ້າຫມາຍຫລຽນຄຳແມ່ນໃຫ້ເອົາໃຈໃສ່ຢ່າງຈິງຈັງ ນັບແຕ່ເລື່ອງການກິນຢູ່ຕ້ອງຖືກຕາມຫລັກໂພ ຊະນາການ ນອກນີ້ ທ່ານຍັງໄດ້ຮຽກຮ້ອງໃຫ້ຝ່າຍຮັບຜິດຊອບນ້ຳປະປາ ແລະ ໄຟຟ້າຈົ່ງກຽມພ້ອມມາດຕາການການບໍລິການສະຫນອງ ນ້ຳແລະໄຟຟ້າໃຫ້ມີຄວາມພ້ອມຢູ່ຕະຫລອດເວລາ, ຊີ້ໃຫ້ອະນຸກຳມະການສາທາລະນະສຸກຈົ່ງພ້ອມໃຈກັນເຮັດແນວໃດຈະຮັກສາ ແລະ ປ້ອງກັນບໍ່ໃຫ້ເກີດພະຍາດໃຫ້ດີທີ່ສຸດໃນເວລານັ້ນ ແລະ ທີ່ຂາດບໍ່ໄດ້ແມ່ນການສະຫນອງຂໍ້ມູນ-ຂ່າວສານການແຂ່ງຂັນຂອງແຕ່ລະປະ ເພດກີລາ ແລະ ບັນຍາກາດຕ່າງໆຕ້ອງໃຫ້ທັນການ ແລະ ມີການແຕ່ງຕັ້ງຄະນະຮັບຜິດຊອບໃນ ແຕ່ລະປະເພດກີລາຄັກແນ່ ແລະ ສິ່ງ ທີ່ສຳຄັນທີ່ສຸດ.

   ນອກຈາກນີ້ ທ່ານຮອງນາຍົກລັດຖະມົນຕີຍັງໄດ້ຢ້ຳນະໂຍບາຍການນຳໃຊ້ຜະລິດຕະພັນພາຍໃນໃຫ້ຫລາຍທີ່ສຸດ, ຫລີກລ່ຽງການນຳ ເຂົ້າຈາກຕ່າງປະເທດທ່ານໄດ້ຮຽກຮ້ອງໃຫ້ອະນຸກຳມະການອາຫານ ແລະ ໂຮງແຮມສຳຫລວດຮີບໂຮມເອົາຜະລິດຕະພັນກະສິກຳໃນແຕ່ ລະແຂວງ ແລະ ທ່ານກໍ່ຫມັ້ນໃຈວ່າອາຫານລາວສາມາດຕອບສະຫນອງໄດ້ພຽງພໍໂດຍບໍ່ຕ້ອງໄດ້ນຳເຂົ້າຈາກຕ່າງປະເທດ ທັງນີ້ ກໍ່ເພື່ອ ເປັນການກະຕຸ້ນການຜະລິດ ແລະ ເສດຖະກິດຂອງຄົນລາວອີກດ້ວຍ.



__________________
Anonymous

Date:

ຂໍຊົມເຊີຍ ຊົມຊື່ນນຳການຫ້າງຫາກະກຽມ ຈະຖ້າເບິ່ງວ່າລາວຈະຈັດງານແຂ່ງຂັນກິລາໄດ້ດີສ່ຳໃດ ບໍ່ນ້ອຍຫນ້າຊາດໃດແທ້ບໍ



__________________
225

Date:

ທ່ານໃດ໋ມີເວັບໄຊທີ່ເຂົ້າໄປເບິ່ງຣາຄາປີ້ເຂົ້າເບິ່ງການແຂ່ງຂັນກິລາແຕ່ລະປະເພດ ຂໍແດ່? ຂອບໃຈລ່ວງໜ້າ

__________________
Anonymous

Date:


They even don't have the official website  yet. No need to say about the price for the entrance yawn



__________________
Anonymous

Date:

Anonymous wrote:

 


They even don't have the official website  yet. No need to say about the price for the entrance yawn

 



http://www.laosoc.com/

 



__________________
Anonymous

Date:

very disappointed that the sea game website created by unprofessional web like mahasan furious low grade doh

__________________
Anonymous

Date:

good

__________________
Anonymous

Date:

Mahasan website is out of date. Not much updating and no innovation.

__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard