Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ກິນແນວໃດ ຈື່ງຈະຫຼີກລ້ຽງການເປັນມະເລັງ ?
Anonymous

Date:
ກິນແນວໃດ ຈື່ງຈະຫຼີກລ້ຽງການເປັນມະເລັງ ?


ຮຽບຮຽງ: ຕາດຳ


  
ຢຸດການບໍລິໂພກນ້ຳຕານເຊັ່ນ: ນ້ຳຕານຊອງຂາວແລ້ວຫັນມາບໍລິໂພກນ້ຳຕານຈາກທຳມະຊາດແທນເຊັ່ນ: ນ້ຳເຜິ້ງແຕ່ຕ້ອງໃຊ້ໃນປະ ລິມານທີ່ຫນ້ອຍ, ເກືອມີສານຈຳເປັນທີ່ເຊລມະເຮັງນຳໄປໃຊ້ໃຫ້ເກີດການຂະຫຍາຍຕົວ ເພາະສະນັ້ນ ທ່ານຄວນຈະຮັບປະທານເກືອໃນ ປະລິມານໃຫ້ຫນ້ອຍລົງ, ສ່ວນນົມ ຄວນຈະດື່ມນົມທີ່ເຮັດມາຈາກຖົ່ວເຫລືອງຈະເປັນຜົນດີທີ່ສຸດ.
   ເຊລມະເຮັງຈະຂະຫຍາຍຕົວໃນສະພາບທີ່ເປັນກົດການບໍລິໂພກຊີ້ນເຮັດໃຫ້ເກີດສະພາບກົດ ດັ່ງນັ້ນ ຄວນຮັບປະທານປາໃຫ້ຫລາຍ ກວ່າຊີ້ນ.

   ທ່ານຮູ້ບໍ່ວ່າຜັກດິບ, ຫມາກໄມ້ສົດ ແລະ ຖົ່ວດິນແຫ້ງ ຈະຊ່ວຍເຮັດໃຫ້ຮ່າງກາຍມີສະພາບເປັນດ່າງ 20% ຈາກອາຫານທີ່ປຸງແຕ່ງ ແລ້ວຜັກ ແລະ ຫມາກໄມ້ຈະໃຫ້ເອັນໄຊທີ່ງ່າຍຕໍ່ການດູດຊຶມເຂົ້າສູ່ຮ່າງກາຍເພື່ອໄປເສີມສ້າງຄວາມແຂງແຮງໃຫ້ກັບເຊລ ດັ່ງນັ້ນຄວນ ຮັບປະທານຜັກດິບ ແລະ ຫມາກໄມ້ 2-3ທື່ອຕໍ່ມື້.

   ຄວນຮັບປະທານຊາ, ກາເຟ ແລະຊ໋ອກໂກແລັດໃນປະລິມານຫນ້ອຍໆ ຖ້າຈະໃຫ້ດີແທ້ຄວນດື່ມນ້ຳລ້າ, ຫລີກເວັ້ນນ້ຳປະປາດິບແລະ ເຄື່ອງດື່ມທີ່ມີແອລກໍຮໍທີ່ມີສະພາບເປັນກົດນຳອີກ.



__________________
Anonymous

Date:

ທີ່ຖືກແທ້ຄວນໃຊ້ຄຳວ່າ "ມະເຮັງ" ບໍ່ແມ່ນ "ມະເລັງ" ເພາະພົບຄຳໃນຕຳລາຢາບູຮານວ່າ "ມະເຮັງກໍມີ, ໝາກເຮັງກໍມີ" ບໍ່ແມ່ນມະເຮັງ, ມະເລັງເປັນພາສາໄທຍ໌ ແຕລາວບັງອາດນຳມາໃຊ້ ແລ້ວກໍຂຽນຜິດ "ມະເລັງ".

__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard