Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ແມ່ນໃຜມີສິວຢູ່ຫນ້າ ອ່ານທາງນີ້ ດ່ວນ !!!
Anonymous

Date:
ແມ່ນໃຜມີສິວຢູ່ຫນ້າ ອ່ານທາງນີ້ ດ່ວນ !!!

ມາຮູ້ຈັກກັບວິທີປ້ອງກັນສິວ

ຮຽບຮຽງ: ແກ້ວປັນຍາ

   ຫລາຍໆທ່ານຄົງຈະກັງວົນໃນເລື່ອງການໃຊ້ຜະລິດຕະພັນ ລ້າງຫນ້າ ວ່າຄວນຈະນຳໃຊ້ຜະລິດ ຕະພັນໃດທີ່ຈະເຫມາະສົມກັບໃບ ຫນ້າຂອງເຮົາຕາມຫລັກວິຊາການ ແລ້ວ ຈຸດປະສົງໃນການລ້າງຫນ້າ ກໍ່ເພື່ອກຳຈັດສິ່ງສົກກະປົກໄປຈາກໃບຫນ້າເຊັ່ນວ່າ: ຝຸ່ນລະອອງ, ມົນລະພາວະ ຫລື ເຊື້ອພະຍາດທີ່ປິວມາເກາະໄຂມັນຢູ່ໃບຫນ້າ ແລະ ແນ່ນອນ ຖ້າຈະລ້າງສິ່ງສົກກະປົກເຫລົ່ານັ້ນອອກໄປ ຜະລິດຕະ ພັນທີ່ເລືອກໃຊ້ນັ້ນຈະຕ້ອງຊຳລະເອົາໄຂມັນສ່ວນຫນຶ່ງອອກໄປນຳ. ສະບູທົ່ວໄປສ່ວນໃຫຍ່ ມີປະສິດທິພາບເປັນດ່າງທີ່ມີຄ່າ PSຫລາຍ ກວ່າ 8 ເຊິ່ງຈະສາມາດລ້າງໄຂມັນ ແລະ ສິ່ງສົກກະປົກອອກໄປໄດ້ ແຕ່ຢ່າລືມຜິວຫນ້າເຮົາກໍ່ຈະຂາດສົມດຸນ, ອ່ອນແອ, ແຫ້ງ, ຫຍາບ ເຊັ່ນກັນ. ດັ່ງນັ້ນ ສະບູທີ່ດີຄວນຈະຊຳລະແຕ່ສິ່ງສົກກະປົກໄດ້ດີ ແລະ ບໍ່ດຶງເອົາໄຂມັນເທິງໃບຫນ້າອອກໄປຫລາຍເກີນໄປ. ການລ້າງ ຫນ້າດ້ວຍນ້ຳລ້າໆເຫມາະສົມສຳລັບຜູ້ບໍ່ໄດ້ແຕ່ງຫນ້າ ແລະ ເປັນຝົດຜື່ນ ແຕ່ຖ້າຜິວຫນ້າມັນ ແລະ ແຕ່ງຫນ້າຄົງຈະຕ້ອງໃຊ້ຜະລິດຕະ ພັນລ້າງຫນ້າທີ່ລ້າງສິ່ງສົກກະປົກໄດ້ດີ ແລະ ບໍ່ດຶງດູດໄຂມັນອອກຈາກໃບຫນ້າຫລາຍເກີນໄປ ໂດຍຄວນມີ ຄ່າ PSປະມານ 5-7 ດີ ທີ່ສຸດ ໂດຍລວມຄວນຈະເປັນສະບູແຫລວຫລາຍກວ່າສະບູກ້ອນ ແຕ່ຈະເປັນຜະລິດຕະພັນໃດກໍ່ຄົງຕ້ອງພິຈາລະນາເອົາເອງ ຫລື ສອບ ຖາມແພດທີ່ກ່ຽວຂ້ອງນຳ ເພື່ອຄວາມປອດໄພຂອງໃບຫນ້າ ເມື່ອເລີ່ມເຂົ້າໄວຫນຸ່ມຮໍໂມນຈະກະຕຸ້ນໃຫ້ເກີດສິວເລີ່ມຕົ້ນດ້ວຍການເປັນສິວ ອຸດຕັນປ່ຽນເປັນສິວອັກເສບ ແລະ ກໍ່ເປັນສິວຫນອງແລ້ວກາຍເປັນຮອຍສິວດຳ ແລະ ເປັນແປ້ວເທິງໃບຫນ້າ. ແສງແດດແຮງໆ, ສານ ເຄມີ, ຝຸ່ນລະອອງ ແລະ ອາກາດທີ່ແຫ້ງ ກໍ່ມີສ່ວນເຮັດໃຫ້ເກີດສິວໄດ້ເຊັ່ນດຽວກັນ. ດັ່ງນັ້ນ, ຖ້າເຮົາເຂົ້າໃຈສາເຫດ ແລະຂະບວນການ ເກີດສິວກໍ່ຄົງຈະສາມາດປ້ອງກັນສິວລວມທັງຂຸມ ແລະ ຮອຍດຳທີ່ເກີດຂຶ້ນ ຈາກສິວໄດ້ ເຊິ່ງວິທີການປິ່ນປົວຮອຍດຳ ແລະ ຮອຍແປ້ວ ກາຍເປັນບັນຫາຫນັກໃຈຂອງຄົນເຮົາ ສ່ວນໃຫຍ່. ເພາະໃຊ້ເວລາຮັກສາດົນ ແລະ ໃຊ້ເງິນຫລາຍກວ່າທີ່ ຈະຮັກສາສິວຕັ້ງແຕ່ເລີ່ມຕົ້ນຄື ແຕ່ໄລຍະສິວອຸດຕັນ ແລະ ໄລຍະສິວອັກເສບເຊິ່ງເຊົາໄວກວ່າ.

   ສຳລັບການປິ່ນປົວຮອຍສິວດຳແພດຍັງບໍ່ຖືວ່າເປັນບາດແຜຄືກັບຂຸມ ຫລື ຮອຍນູນປົກກະຕິປະໄວ້ປະມານ
5-6 ເດືອນກໍ່ຈະຈາງໄປ ເອງໄດ້ ແຕ່ຖ້າຫາກທ່ານຕ້ອງການໃຫ້ເຊົາໄວຂຶ້ນກໍ່ຕ້ອງໃຊ້ຄຣີມທີ່ມີກົດວິຕາມິນເອ ໂດຍອາດຈະຮ່ວມກັບການເຮັດການຜັດປ່ຽນຜິວດ້ວຍ AHA ນຳ ກໍ່ຈະເຮັດໃຫ້ຮອຍດຳສິວຈາກຫາຍໄດ້ໄວຂຶ້ນກວ່າເກົ່າ.

   ສ່ວນຮອຍນູນ ແລະ ຂຸມສິວ:
ຖ້າປະໄວ້ກໍ່ຈະຢູ່ກັບເຮົາໄປຕະຫລອດຊີວິດ ຮອຍເປັນນູນທີ່ເກີດຕາມຫລັງສິວອັກເສບມັກເກີດບໍລິເວນ ດັງ, ຄາງ, ຂະມັບ... ແພດມັກຈະຮັກສາດ້ວຍການໃຊ້ຢາທາ ແລະສີດຢາເຂົ້າໃສ່ໃນບໍລິເວນຮອຍນູນເພື່ອໃຫ້ຍຸບການຮັກສາແຜເປັນນູນ ນີ້ ຕ້ອງໄດ້ມີການປຶກສາແພດຫມໍທີ່ມີຄວາມຮູ້ທາງດ້ານນີ້ ໂດຍສະເພາະເພາະວ່າເຄື່ອງສຳອາງທົ່ວໄປຊ່ວຍໃຫ້ແຜເປັນນູນນຸ່ມຂຶ້ນເທົ່ານັ້ນ ແຕ່ບໍ່ໄດ້ເຮັດໃຫ້ແຜເປັນນັ້ນຍຸບລົງເລີຍ.

   ສຳລັບຮອຍຂຸມສິວ
: ການຮັກສາພຽງແຕ່ທາຄຣີມກະຕຸ້ນການຜັດປ່ຽນຜິວ ພ້ອມກັບການກະຕຸ້ນການສ້າງເຊວໃຫມ່ ແລະ ການກະຕຸ້ນ ຊັ້ນຫນັງແທ້ຕໍ່ມາການຜັດປ່ຽນຜິວດ້ວຍ AHAເພີ່ມເຕີມນຳດ້ວຍເຕັກນິກແຕ້ມນ້ຳຢາ TCAກະຕຸ້ນຖ້າເປັນຫລາຍກໍ່ອາດຈະໄດ້ນຳໃຊ້ເລ ເຊີກໍ່ໄດ້ ເຊິ່ງການຈະນຳໃຊ້ວິທີການຮັກສາຕ່າງໆກໍ່ຕ້ອງໄດ້ຜ່ານການກວດສອບ ແລະ ໃຫ້ຄຳແນະນຳຈາກແພດຫມໍກ່ອນ. 

Ecom

__________________
Anonymous

Date:

Cosmetologist ພາສາລາວເອີ້ນສັນຕະແພດເບາະຫລືເອີ້ນວ່າແນວໃດ?

__________________
Anonymous

Date:

Dermatologist ແມ່ນສັນຕະແພດຊຶ່ງມີຄວາມຊ່ຽວຊານດ້ານໂຣກຜິວໜັງ.

__________________
Anonymous

Date:

Yar hai narm marn ang lai der thar bor yark hi
kert siew you bi nar khong chao. Pi poy narm
poy nai ork dair, sum-khan thair man noom
sao vi-loon der yar khang narm hi marn ang
chonh kern khob kheth.

Narm man ang marn chuink kert siew!!!!!!!!

__________________
Anonymous

Date:

Anonymous wrote:

ຫລາຍຄົນກໍ່ເບື່ອເຊັ່ນນັ້ນ, ຕາມປະສົບການດ້ວຍຕົນເອງນີ້ບໍ່ແມ່ນຫລັກວິທະຍາສາດ. ຕອນຂ້ອຍຍັງເປັນteen ຂ້ອຍຊ່ອຍຕົນເອງອາທິດລະຫລາຍເທື່ອແລະນອກນັ້ນກໍ່ຍັງຝັນປຽກອີກເດືອນໜຶ່ງບໍ່ຕ່ຳກ່ວາສາມສີ່ເທື່ອ ແຕ່ມັນກໍ່ບໍ່ຊ່ອຍລົດຜ່ອນສິວທີ່ຂຶ້ນເຕັມໃບໜ້າໄດ້. ຫລັງຈາກຂ້ອຍໄດ້ລົງມາຢູ່ວຽງນຳປ້າ ສິວເຫລົ່ານັ້ນກໍ່ຄ່ອຍໆໝົດໄປ, ອາດຈະເປັນຍ້ອນວ່າຂ້ອຍບໍ່ໄດ້ຂີ່ລົດຕາກຝຸ່ນຄືຕອນຢູ່ບ້ານ ແລະອີກຢ່າງບ້ານປ້າຂ້ອຍບໍ່ກິນອາຫານເຜັດຫລືເຄັມຫລາຍ. ສະນັ້ນຈຶ່ງພໍເດົາໄດ້ວ່າສະພາບແວດລ້ອມແລະອາຫານການກິນແມ່ນສ່ວນໜຶ່ງທີ່ເຮັດໃຫ້ໃບໜ້າມີສິວ ບໍ່ແມ່ນຍ້ອນນ້ຳກຳລັງເໝືອນທ່ານແນະນຳ. ຖ້່າທ່ານແນະນຳວ່າການຊ່ອຍຕົນເອງເປັນການຫລຸດຜ່ອນຄວາມຄຽດນັ້ນ ຂ້ານ້ອຍເຫັນດີນຳ.

I'm just joking phoh aow euy!!!!!!

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard