Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ໄວລຸ້ນລາວ ກິນເຫລົ້າ ຫລາຍຂື້ນ !


Senior Member

Status: Offline
Posts: 428
Date:
ໄວລຸ້ນລາວ ກິນເຫລົ້າ ຫລາຍຂື້ນ !


ຊາວໜຸ່ມ ໄວລຸ້ນລາວ ສູບຢານ້ອຍລົງ ແຕ່ກິນເຫລົ້າ ຫລາຍຂື້ນ
 


ທ່ານ ໂອທອງ ຄຳອິນຊູ ຜູ້ອຳນວຍການ ແລະ ບັນນາທິການ ວາລະສານ ວັນນະສິນ ຂອງກະຊວງຖະແຫລງຂ່າວ ແລະ ວັດທະນະທຳ ແລະ ເປັນນັກຂຽນບົດ ເລື່ອງສັ້ນ ທີ່ໄດ້ຮັບລາງວັນ ຊີໄຣທ໌ 2008 ໄດ້ກ່າວ ກ່ຽວກັບເລື່ອງ ຂອງຊາຍໜຸ່ມຍິງສາວລາວ ສູບຢາ ແລະ ກິນເຫລົ້າ ໃນປັດຈຸບັນວ່າ:


“ຄິດ​ວ່າ​ລຸດລົງ​ເພາະວ່າ​ໃນ​ອະດີດ​ນີ້​ເລີ້ມອາຍຸ​ນ້ອຍໆກໍ​ເລີ້ມສູບ​ແລ້ວ​ແຕ່​ດຽວນີ້ສັງ​ເກດ​ເຫັນ​ແຕ່​ຜູ້​ເຖົ້າສູບ​ຫລາຍ​ຄົນ​ໄວໜຸ່ມບໍ່ຄ່ອຍ​ສົນ​ໃຈ​ເທົ່າ​ໃດ​ແຕ່​ເລື່ອງ​ເຫລົ້າ​ເລື່ອງ​ເບັຍຮູ້ສຶກ​ວ່າ​ກຳລັງ​ຂື້ນສຳລັບ​ໄວໜຸ່ມ.”

ທ່ານ​ວ່າ​ໃນ​ເລື່ອງ ​ຂອງ​ການ​ພັດທະນາ​ແລະ ​ຄວາມ​ຈະ​ເລີ​ນກໍ​ມີ​ສ່ວນ​ສຳຄັນທີ່​ເຮັດ​ໃຫ້​ໄວລຸ້ນລາວ​ ປັດຈຸບັນ​ນີ້ ຫັນ​ມາ ​ນິຍົມ​ດື່ມ​ ຂອງ​ມືນ​ເມົາຮວມ​ໄປ​ເຖິງ ​ຄ່າ​ນິຍົມ ​ຕາ​​ເວັນ​ຕົກອີກ​ທັງ ​ຈາກ​ຂ່າວສານ​ ທາງ​ໂທລະທັດທີ່​ໄວໜຸ່ມລາວ ສ່ວນ​ໃຫຍ່ ​ນິຍົມ ​ທີ່​ຈະ​ເຮັດ​ຕາມ.

ຕໍ່ບັນຫາ ​ດັ່ງກ່າວທ່ານ​ໂອ​ທອງຢາກ​ໃຫ້​​ໄວ​ລຸ້ນລາວ​ ເຊົາ​ມົ້ວ​ສຸມ ​ຢູ່​ນຳ​ສິ່ງ​ມືນ​ເມົາ ​ຕ່າງໆ:

“ຄິດ​ວ່າ​ຢາກ​ໃຫ້​ເຊົາປະ​ແຕ່​ກໍ​ບໍ່​ໄດ້ໝາຍຄວາ​ມວ່າ​ໃນ​ຊີວິດ​ຈະ​ບໍ່​ໃຫ້​ກິນ​ເລີຍ​ແຕ່​ຄິດ​ວ່າພໍດີພໍງາມຄົນ​ລະ​ຈອກ​ແລ້ວ​ກໍ​ແລ້ວ​ໄປບໍ່ຄວນ​ ຈະ​ເປັນ​ວ່າມາ​ດື່ມ​ຕໍ່​ແລ້ວ​ກໍ​ໄປ​ບໍ່​ໄດ້ຄິດ​ວ່າ​ບໍ່ຄວນ.”


ຕາມ
​ການ​ວິ​ໃຈ​ ຂອງ​ອົງ​ການ ​ດ້ານ​ຢາ​ເສບ​ຕິດ​ແລະ ​ອາດ​ສະ​ຍາ​ກຳ​ ສະຫະ​ປະຊາ​ຊາດຫລື UNODC ວ່າພຶດຕິ​ກຳ​ ການ​ດື່ມ​ເຫລົ້າຫລື​ ເບັຍ​ແລະ ​​ເສບຢາ​ເສບ​ຕິດ ​ຂອງ​ເຍົາວະ​ຊົນມາ​ຈາກ​ຄົນ​ ໃນຄອບຄົວ ​ສູບຢາດື່ມ​ເຫລົ້າມີ​ເຖີງ 80 ສ່ວນ​ຮ້ອຍ. ສຳລັບ ​ສາ​ເຫດ ​ທີ່​ເຮັດ​ໃຫ້​ເດັກນ້ອຍ ​ເສບ​ຢາ​ເສບ​ຕິດຍ້ອນ​ຢາກ ​ທົດ​ລອງ​ແລະ ​ເພື່ອນ​ຊວນ​ສູບມີ​ຫລາຍ​ເຖິງ 90 ສ່ວນ​ຮ້ອຍ. ນອກ​ນັ້ນຍັງ​ພົບ​ວ່າ​ເຫລົ້າ ​ເປັນ​ສິ່ງ​ກະ​ຕຸ້ນ ​ໂດຍ​ກົງ ຕໍ່​ເດັກນ້ອຍ​ໃຫ້​ເຮັດ​ຜິດ​ກົດໝາຍ​ເຊັ່ນການ​ລັກ​ເລັກ​ຂະ​ໂມ​ຍນ້ອຍ​ງັດ​ແງະປູ້​ນຈີ້ເຖິງ 38 ສ່ວນ​ຮ້ອຍ.



__________________
Anonymous

Date:

ສະແດງວ່າພວກໜ່ວຍໂຄສະນາຢາສູບບໍ່ເກັ່ງເທົ່າພວກໜ່ວຍໂຄສະນາເບຍລາວ ປ້າຍໃຫຍ່ ປ້າຍນ້ອຍ ປ້າຍຫ້ອງການປົກຄອງບ້ານກະຍັງມີເບຍລາວ ເບຍຂອງຄົນຈິງໃຈ. ດື່ມເຂົ້າໄປ ເມົາລົງໄປ ໃຜຊິກິນບ້ານກິນເມືອງຈັ່ງໃດ໋ກະບໍ່ຕ້ອງສົນໃຈ.


__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard