Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ລາວ ເປັນເສັ້ນທາງ ຂົນສົ່ງ ຢາເສບຕິດ ?
RFA

Date:
ລາວ ເປັນເສັ້ນທາງ ຂົນສົ່ງ ຢາເສບຕິດ ?



ຫວາດ ສີມູນ ຣາຍງານ
2008-09-10
ອົງກາຣ UNODC ວ່າ ມີກາຣລັກລອບ ຂົນສົ່ງ ຢາເສພຕິດ ຜ່ານລາວ ໄປຍັງ ປະເທດໃກ້ຄຽງ ຫລາຍກວ່າເກົ່າ ໃນຣະຍະ 5 ປີ ຜ່ານມານີ້.


ເຈົ້າໜ້າ​ທີ່ ​ຫ້ອງການ ​ຢາ​ເສພ​ຕິດ ​ແລະ​ອາຊຍາ​ກັມ​ ສະຫະ​ ປະຊາ​ຊາດ ​ຫລື UNODC ຣາຍງານ ​​ວ່າ: ການ​ລັກລອບ​ ຄ້າ​ຢາ​​ເສບພຕິດ ໂດຍ​ສະ​ເພາະ ​ຢາ​ບ້າ​ ໃນ​ເຂດ​ອ່າ​ງ​ແມ່ນ້ຳຂອງ​ ໄດ້ຂຍາຍ​ຕົວ ​ຢ່າງກວ້າງຂວາງ​ ​ໂດຽ​ພວກ​ຄ້າ ​ຢາ​ເສບພຕິດ​ ​ໄດ້​ຂຍາຍ ​ເສັ້ນທາງ ​ແລະ ມີ​ເສັ້ນທາງ ​ລຳລຽງ​ ຂົນ​ສົ່ງ​ຢາ​ບ້າ​ ຫລາຍ​ເສັ້ນ ​ເພີ່ມຂື້ນ.

​ໃນ​ເມື່ອ​ກ່ອນ ຢາ​ເສບພຕິດ ​​ອອກ​ຈາກ ​ພະມ້າ ເຂົ້າ​ໄທຽ ລາວ ​ແລະ​ ສປຈີນ, ​ແຕ່ປັດຈຸບັນ ​ຢາ​ເສພ​ຕິດ​ສ່ວນຫລາຍ ​ຖືກ​ລັກລອບ ຈາກ​ເຂຕ 3 ​ຫລ່ຽມ​ຄຳ ​​ເຂົ້າ ສປປລາວ ​​ແລ້ວເລາະ​ລົງ​ໄປ ​ຕາມ​ລຳ​ແມ່ນ້ຳຂອງ ກ່ອນ​ທີ່​ສ່ວນ​ໜື່ງ ຈະ​ຖືກ​ສົ່ງ ເຂົ້າ​ປະ​ເທດໄທຽ​ ແລະ ອີກສ່ວນ​ໜື່ງ​ ລົງ​ໄປ​ຍັງ ​ກັມ​ພູ​ຊາ ​ແລະ ​ວຽດນາມ.

ທ່ານ Jeremy Douglas ຜູ້​ບໍຣິຫາຣ​ງານ ​ໂຄງການ ​ປະຈຳ​ຫ້ອງການ ​ຢາ​ເສບພຕິດ ​ແລະ ​ອາຊຍາ​ກັມ​ສະຫະ​ ປະຊາ​ຊາດ ​​ໄດ້​ກ່າວ ​ກ່ຽວ​ກັບ ເຣື່ອງນີ້​ ຢູ່ບາງກອກ ​​ໃນ​ມື້ວັນ​ອັງຄານ ​ທີ່​ຜ່ານ​ມາ​ວ່າ:

“ໃນ​ເມື່ອ​ກ່ອນ ຢາ​ເສພ​ຕິດ ​ມາ​ຈາກ​ ເຂດ​ສາມຫລ່ຽມ​ຄຳ​ ເຂົ້າ​ໄທ; ນັ້ນ​ແມ່ນ​ ເສັ້ນທາງ​ລັກລອບ​ ຢາ​ເສບພຕິດ ​ໃນ​ຊຸມ​ທ້າຍ​ປີ 1990 ​ແລະ ​ຍັງ​ດຳ​ເນີນ ​ຕໍ່​ມາ​ ຈົນ​ເຖິງ​ທຸກ​ມື້​ນີ້ ​ແລະ ​ກໍ​ມີ​ການ​ລັກລອບ ​​ຈາກ​ພະມ້າ ​ເຂົ້າຈີນ​ແລະ​ ເຂົ້າລາວ; ​ແຕ່​ວ່າ ​ໃນຣະຍະ​ ຫ້າ​ປີ ​ທີ່ຜ່ານ​ມາ ​ໄດ້​ມີ​ການ​ລັກລອບ​ ຢາ​ເສບພຕິດ​ ເຂົ້າລາວ​ຫລາຍຂື້ນ ​ແລ້ວ​ຂົນ​ສົ່ງ ​ລົງ​ໄປ​ ຕາມ​ລຳ​ແມ່ນ້ຳຂອງ ​ໄປ​ຫາ ​ກັມພູ​ຊາ ​ແລະ ​ວຽດນາມ”.

ສ່ວນທ່ານ ສົ່ງ​ສະ​ທິດ ກິດ​ຕິ​ຄຸນ​ວັດ​ຊະນະ ຜູ້​ປະສານ​ງານ ​ໂຄງການ ​ກໍວ່າ: ທາງ​ຝ່າຍລາວ​ ປາບ​ປາມ ​ຢາ​ເສພ​ຕິດ​ ໄດ້​ດີ​ຂື້ນ​ ແລະ ​ມີ​ກາຣປະກາດ​ ລົບ​ລ້າງ ​ການ​ປູກ​ຝິ່ນ​​ ໄດ້​ໄວ​ກ່ອນ ​​​ເປົ້າໝາຍ, ​ແຕ່​ເຈົ້າໜ້າ​ທີ່​ລາວ ​ມີ​ຄວາມສາມາດ ​ທີ່ຈຳກັດ​ ຫລາຍໆ​ຢ່າງ ​ໃນ​ການ​ປາບ​ປາມ ຢາ​ເສພ​ຕິດ ດັ່ງກ່າວ​ນີ້ ເຊັ່ນ: ​ຍັງ​ຂາດ​ເຂີນ ກຳລັງຄົນ, ກຳລັງ​ຊັພ, ມີສະພາບ ​ພູມ​ມີ​ສາຕ ສັບສົນ ​ແລະ ​ມີ​ຊາຍ​ແດນ ​ຕິດ​ກັບປະ​ເທດ​ເພື່ອນ​ບ້ານ​ ອັນຍືດຍາວ​.


__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard